ປີ 2020 ເສດຖະກິດນະຄອນຫຼວງວຽງຈັນ ຂະຫຍາຍຕົວ 6,4% ລື່ນແຜນດັດແກ້……….

ທ່ານ ພູຂົງ ບັນນາວົງ ຮອງເຈົ້າຄອງ ນະຄອນຫຼວງວຽງຈັນ, ຫົວໜ້າພະແນກແຜນການ ແລະ ການລົງທຶນ ໄດ້ລາຍງານຕໍ່ກອງປະຊຸມ ສະໄໝສາມັນ ເທື່ອທີ 10 ຂອງສະພາປະຊາຊົນ ນະຄອນຫຼວງວຽງຈັນ ຊຸດທີ I ໃນວັນທີ 28 ທັນວາ 2020 ກ່ຽວກັບສະພາບການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ VIII 2016-2020, ສະພາບການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ- ສັງຄົມ ປະຈໍາປີ 2020 ແລະ ທິດທາງແຜນການປີ 2021 ວ່າ: ການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຜ່ານມາຂອງນະຄອນຫຼວງວຽງຈັນ (ນວ) ໄດ້ດຳເນີນໄປໃນສະພາບທີ່ປະເທດເຮົາ ມີຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍຫຼາຍຢ່າງ ເປັນຕົ້ນ: ດ້ານການເງິນ-ເງິນຕາ. ພ້ອມກັນນັ້ນ, ນວ ກໍໄດ້ຮັບຜົນກະທົບຈາກໄພພິບັດນໍ້າຖ້ວມ ແລະ ແຫ້ງແລ້ງຄືກັນກັບບັນດາແຂວງໃນຂອບເຂດທົ່ວປະເທດ. ແຕ່ເຖິງຢ່າງໃດກໍຕາມ, ອົງຄະນະພັກ-ອົງການປົກຄອງ ນວ ໄດ້ຕັ້ງໜ້າປະຕິບັດວຽກງານຕ່າງໆຕາມແຜນການ 5 ປີ ທີ່ວາງໄວ້ ໂດຍຫັນເອົາວຽກງານຂອງແຕ່ລະຂະແໜງການໃຫ້ບັນດາເມືອງ ແລະ ບ້ານ ເປັນເຈົ້າການໃນການຈັດຕັ້ງປະຕິບັດ.

laophatthananewspaper: ລາຄາສິນຄ້າ ຕາມ ທ້ອງ ຕະຫຼາດ ມີ ການ ເໜັງ ຕີງ ເລັກ ໜ້ອຍ

ໃນສົກປີ 2015-2016 ແລະ ປີ 2017 ສະພາບເສດຖະກິດໂດຍລວມຢູ່ ນວ ເຫັນວ່າມີສະຖຽນລະພາບທີ່ດີໂດຍພື້ນຖານສະແດງອອກ ໃນສົກປີ 2015-2016 ເສດຖະກິດຂະຫຍາຍຕົວໃນລະດັບ 10,92% (ແຜນການວາງໄວ້ແມ່ນ 11%), ໃນປີ 2017 ຂະຫຍາຍຕົວໃນລະດັບ 9,63% (ແຜນການວາງໄວ້ແມ່ນ 11%) ເຖິງວ່າບໍ່ບັນລຸຕາມແຜນກໍຕາມ ແຕ່ກໍໃກ້ຄຽງກັບຄາດໝາຍທີ່ວາງໄວ້; ໃນປີ 2018 ເສດຖະກິດ ຂະຫຍາຍໃນລະດັບ 9,3% (ແຜນການວາງໄວ້ແມ່ນ 10,5%) ເຖິງວ່າຫຼຸດອັດຕາການຂະຫຍາຍຕົວເສດຖະກິດລົງແລ້ວກໍຕາມ ແຕ່ຍັງບໍ່ສາມາດບັນລຸຕາມແຜນການທີ່ວາງໄວ ເນື່ອງຈາກວ່າ ໃນປີ 2018 ນວ ໄດ້ຮັບຜົນກະທົບຈາກໄພພິບັດນໍ້າຖ້ວມ ເນື້ອທີ່ການຜະລິດກະສິກຳ ເສຍຫາຍ 11.580 ເຮັກຕາ, ເຮັດໃຫ້ອັດຕາຂະຫຍາຍຕົວ ການຜະລິດກະສິກຳ ແລະ ປ່າໄມ້ ຫຼຸດລົງຈາກ 4,38% ໃນປີ 2017 ມາເປັນ 3,24% ໃນປີ 2018; ປີ 2019 ເສດຖະກິດ ຂະຫຍາຍຕົວຢູ່ໃນລະດັບ 9,58% ລື່ນແຜນການທີ່ຄາດໄວ້ 0,08%, ອັນທີ່ພົ້ນເດັ່ນໃນປີ 2018 ແລະ 2019 ນວ ສາມາດປະຕິບັດການເກັບລາຍຮັບເຂົ້າງົບປະມານ ເກີນແຜນການທີ່ລັດຖະບານມອບໝາຍໃຫ້. ໃນຂະນະທີ່ປີ 2020 ນີ້ ຄາດວ່າເສດຖະກິດຈະຂະຫຍາຍຕົວ ຢູ່ໃນລະດັບ 6,4% ເນື່ອງຈາກວ່າໄດ້ຮັບຜົນກະທົບຢ່າງໜັກໜ່ວງ ຈາກການລະບາດຂອງພະຍາດໂຄວິດ-19.

The World Through My Camera!

ທ່ານ ພູຂົງ ບັນນາວົງ ໃຫ້ຮູ້ຕື່ມອີກວ່າ: ປີ2020 ເສດຖະກິດ ຂອງ ນວ ສືບຕໍ່ຂະຫຍາຍຕົວຢູ່ໃນລະດັບ 6,4% ລື່ນແຜນດັດແກ້ປະມານ 0,1%, ຄິດໄລ່ມູນຄ່າເພີ່ມໃນປີແມ່ນ 53.088 ຕື້ກີບ (ແຜນດັດແກ້ແມ່ນ 52.509 ຕື້ກີບ), ສະເລ່ຍຕໍ່ຫົວຄົນ 6.213 ໂດລາສະຫະລັດ ( ແຜນດັດແກ້ແມ່ນ 6.004 ໂດລາ).

ເສດຖະກິດນະຄອນຫຼວງ ສືບຕໍ່ຂະຫຍາຍຕົວໃນລະດັບ 9,6% - tonamchanews

ໃນນັ້ນຂະແໜງກະສິກຳ ແລະ ປ່າໄມ້ ຂະຫຍາຍຕົວໃນລະດັບ 3,4% ລື່ນແຜນ 0,17% ( ແຜນດັດແກ້ 3,23%) ກວມເອົາ 14,3% ຂອງລວມຍອດຜະລິດຕະພັນພາຍໃນ; ຂະແໜງອຸດສາຫະກຳ ຍັງສືບຕໍ່ຂະຫຍາຍຕົວຢູ່ໃນລະດັບ 6,8% ຫຼຸດແຜນ 1% (ແຜນດັດແກ້ 7,8%) ກວມເອົາ 49,5% ຂອງລວມຍອດຜະລິດຕະພັນພາຍໃນ ເນື່ອງຈາກສະພາບການລົງທຶນຂອງພາກເອກະຊົນພາຍໃນ ແລະ ຕ່າງປະເທດ ຍັງສືບຕໍ່ຄຶກຄື້ນດີ ແລະ ຂະແໜງບໍລິການ ສືບຕໍ່ຂະຫຍາຍຕົວຢູ່ໃນລະດັບ 4,8% ຫຼຸດແຜນການ 0,3% ( ແຜນດັບແກ້ 5,1%) ກວມເອົາ 36,2% ຂອງລວມຍອດຜະລິດຕະພັນພາຍໃນ.

ເສດຖະກິດນະຄອນຫຼວງ ສືບຕໍ່ຂະຫຍາຍຕົວໃນລະດັບ 9,6% - tonamchanews

ສຳລັບທິດທາງແຜນພັດທະນາເສດຖະກິດ-ສັງຄົມ ປະຈຳປີ 2021 ຄາດຄະເນການຂະຫຍາຍຕົວ GDP ຂອງ ນະຄອນຫຼວງວຽງຈັນ ຈະເພີ່ມຂຶ້ນໃນລະດັບ 6,5% ຄິດເປັນມູນຄ່າ GDP ຕາມລາຄາໃນປີ ປະມານ 59.270 ຕື້ກີບ ສະເລ່ຍຫົວຄົນເທົ່າກັບ 6.610 ໂດລາສະຫະລັດ.

ແຫຼ່ງຂໍ້ມູນ: ເສດຖະກິດ-ການຄ້າ

Comments