ເລຂາທິການໃຫຍ່ ເນັ້ນໃຫ້ກໍາແໜ້ນ 5 ວຽກງານຮີບດ່ວນໃນການພັດທະນາປະເທດຊາດ

ທ່າມກາງທີ່ປະເທດຊາດພວມຢືນຢູ່ຕໍ່ໜ້າຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍອັນໃຫຍ່ຫລວງ, ສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ສະໄໝທີ X ໄດ້ເນັ້ນວ່າ: ພວກເຮົາຕ້ອງກໍາແໜ້ນ 5 ວຽກງານເລັ່ງທວງອັນຮີບດ່ວນແນໃສ່ເພື່ອຮັບປະກັນຕໍ່ການພັດທະນາປະເທດຊາດ ໃນຊຸມປີຕໍ່ໜ້າ.

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ ທີ່ໄຂຂຶ້ນໃນວັນທີ 13 ມັງກອນ 2021, ສະຫາຍ ບຸນຍັງ ວໍລະຈິດ ເນັ້ນວ່າ:ບັນດາວຽກງານເລັ່ງທວງອັນຮີນດ່ວນປະກອບມີ: ຕ້ອງຖືເອົາການແກ້ໄຂຄວາມທຸກຍາກຂອງປະຊາຊົນ ເປັນໜ້າທີ່ຈຸດສຸມ,ເຊິ່ງອັນສໍາຄັນ ການແກ້ໄຂບັນຫາດັ່ງກ່າວ ຕ້ອງບົນພື້ນຖານການປຸກສະຕິຕື່ນຕົວເພິ່ງຕົນເອງ, ເປັນເຈົ້າຕົນເອງ ແລະບືນຕົວຂຶ້ນສ້າງຄວາມເຂັ້ມແຂງດ້ວຍຕົນເອງຂອງຄົນໃນຊາດ, ເດັດດ່ຽວຕີຖອຍແນວຄິດເອື່ອຍອີງຕໍ່ການຊ່ວຍເຫລືອ ແລະຄວາມບໍ່ເປັນເຈົ້າການບືນຕົວກ້າວຂຶ້ນດ້ວຍເຫື່ອແຮງ, ສະຕິປັນຍາຂອງຕົນ ທີ່ຍັງມີຢູ່ບໍ່ໜ້ອຍໃນຖັນແຖວສະມາ ຊິກພັກ-ພະນັກງານ ແລະປະຊາຊົນເຮົາ.

ในภาพอาจจะมี 2 คน

ຕ້ອງແກ້ໄຂຈຸດອ່ອນ ແລະຂໍ້ຄົງຄ້າງໃນການພັດທະນາເສດຖະກິດ-ສັງຄົມ ທີ່ມີລັກສະນະຊໍ້າເຮື້ອໃນຜ່ານມາ ໂດຍເລີ່ມແຕ່ບັນຫາຈິນຕະນາການດ້ານທິດສະດີ, ຍົກລະດັບຄວາມສາມາດ ໃນການຮັບຮູ້ສະພາບການພາຍໃນ ແລະສາກົນ ຈົນເຖິງການຕັດສິນໃຈແກ້ບັນຫາດ້ານໂຄງສ້າງເສດຖະກິດ, ການປັບປຸງກົນໄກຄຸ້ມຄອງລັດ ໃນແຕ່ລະດ້ານ, ແກ້ບັນຫາຫຍໍ້ທໍ້ໃນພັກ ແລະໃນສັງຄົມ.

ຍຸດທະສາດການພັດທະນາໃນອະນາຄົດຂອງປະເທດເຮົາ ຕ້ອງຕັ້ງຢູ່ບົນພື້ນຖານການນໍາໃຊ້ຜົນສໍາເລັດດ້ານວິທະຍາສາດ, ນະວັດຕະກໍາຢ່າງກວ້າງຂວາງ ໂດຍຕິດພັນກັບການພັດທະນາຊັບພະຍາກອນມະນຸດ ທີ່ມີຄຸນນະພາບສູງ ໂດຍສະເພາະໃນຂົງເຂດວິສະວະກໍາ. ດ້ວຍເຫດນັ້ນ, ມີຄວາມຈໍາເປັນຢ່າງຍິ່ງທີ່ຕ້ອງຫັນປ່ຽນຢ່າງແຂງແຮງ ຈາກສະພາວະທີ່ເປັນຢູ່ໃນປະຈຸບັນ ໂດຍຕິດພັນກັບການປັບປຸງບັນດາແຜນນະໂຍ ບາຍອັນເປັນພື້ນຖານກ່ຽວກັບການພັດທະນາຢ່າງເປັນລະບົບ, ຖືການຄົ້ນຄວ້າ, ເຜີຍແຜ່ ແລະນໍາໃຊ້ຜົນສໍາເລັດ ດ້ານວິທະຍາສາດ-ເຕັກໂນໂລຊີ ແລະນະວັດຕະກໍາ ອັນເໝາະສົມ ເປັນມາດຕະຖານ ແລະເງື່ອນໄຂທີ່ຂາດບໍ່ໄດ້ ໃນການກໍານົດແຜນຍຸດທະສາດພັດທະນາ ໃນຊຸມປີຕໍ່ໜ້າ, ເຮັດໃຫ້ປັດໄຈແຫ່ງສະຕິປັນຍາ ເຊິ່ງປະກອບດ້ວຍຄວາມຮູ້ພື້ນຖານ, ຫົວຄິດປະດິດສ້າງ, ຄວາມຊໍານິຊໍານານງານ ແລະການອຸທິດຕົນເພື່ອສັງຄົມ ແລະປະເທດຊາດ ຂອງຄົນລາວ.

ຕ້ອງຍົກລະດັບຄວາມເປັນເຈົ້າການ ເຂົ້າຮ່ວມການຕໍ່ສູ້ ເພື່ອສັນຕິພາບ, ຄວາມໝັ້ນຄົງ; ການຮັບມືກັບໂຣກລະບາດ,ການປ່ຽນແປງດິນຟ້າອາກາດ ແລະການແກ້ໄຂບັນຫາອາດຊະຍາກໍາຂ້າມຊາດ ຄຽງຄູ່ກັບການຮັບປະກັນເອກະລາດ, ອໍານາດອະທິປະໄຕ, ລະບອບການເມືອງຂອງປະເທດຊາດ; ຕ້ອງຮັບປະກັນການສົມທົບ ລະຫວ່າງ ການເພີ່ມທະວີຮັດແໜ້ນມິດຕະພາບ ແລະການຮ່ວມມືກັບບັນດາປະເທດເພື່ອນມິດຍຸດທະສາດ ກັບການສືບຕໍ່ປະຕິບັດທິດການເຊື່ອມຈອດ ແລະເຊື່ອມໂຍງສາກົນ, ສ້າງເງື່ອນໄຂຍາດແຍ່ງດຶງດູດກໍາລັງແຮງດ້ານທຶນຮອນ, ເຕັກໂນໂລຊີ, ນະວັດຕະກໍາ ເພື່ອຂຸດຄົ້ນ ແລະເສີມຂະຫຍາຍຄວາມອາດສາມາດບົ່ມຊ້ອນ ແລະກໍາລັງແຮງຂອງຊາດ.

ຕ້ອງເປັນເຈົ້າການຕື່ມອີກ ໃນການຍົກລະດັບຄວາມພ້ອມ ເພື່ອຮັບມືແກ້ໄຂຄວາມຫຍຸ້ງຍາກ ແລະຜ່ານຜ່າສິ່ງທ້າທາຍ ຕໍ່ສະພາບການແຜ່ລະບາດຂອງພະ ຍາດໂຄວິດ-19 ອັນໄດ້ເຮັດໃຫ້ເກີດມີການປ່ຽນ ແປງຄັ້ງໃຫຍ່ຫລວງ ແລະເລິກເຊິ່ງ ທາງດ້ານເສດ ຖະກິດ ແລະສັງຄົມ ທັງໃນລະດັບໂລກ ແລະລະດັບປະເທດ.

ສະຫາຍເລຂາທິການໃຫຍ່ກ່າວຕື່ມວ່າ: ທັງໝົດທີ່ກ່າວມານັ້ນ ແມ່ນບັນຫາທີ່ຕັ້ງຂຶ້ນຈາກສະພາວະຄວາມເປັນຈິງ ຢູ່ພາຍໃນປະເທດ ແລະບັນດາປັດໄຈຂອງຍຸກສະໄໝ ທີ່ມີຜົນກະທົບໂດຍກົງຕໍ່ປະເທດເຮົາ ເຊິ່ງມີຄວາມຈໍາເປັນຕ້ອງສ້າງໃຫ້ມີການຫັນປ່ຽນທີ່ແຂງແຮງ, ເລິກເຊິ່ງ ແລະຮອບດ້ານ ໃນການພັດທະນາເສດຖະກິດ-ສັງຄົມ ກໍຄືໃນການປັບປຸງປົວແປງພາຍໃນພັກ ແລະລະບົບການເມືອງປະຊາທິປະໄຕປະຊາ ຊົນ. ຖ້າບໍ່ດັ່ງນັ້ນ ພວກເຮົາຈະບໍ່ສາມາດເສີມຂະຫຍາຍໄດ້ທ່າແຮງບົ່ມຊ້ອນ ດ້ານຊັບພະຍາກອນ ທໍາມະຊາດ, ຊັບພະຍາກອນບຸກຄົນ, ທຶນຮອນ ແລະສະຕິປັນຍາຂອງທົ່ວສັງຄົມກໍຄືກໍາລັງແຮງຂອງຍຸກສະໄໝ.

ແຫຼ່ງຂ່າວ: ຂປລ

Comments