ຍອດເງິນປະກອບສ່ວນໃນການພັດທະນາເສດຖະກິດ-ສັງຄົມໃນໂອກາດດຳເນີນ ກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ

ທ່ານ ບຸນໂຈມ ອຸບົນປະເສີດ ເລຂາຄະນະບໍລິຫານງານພັກ ກະຊວງການເງິນ, ທັງເປັນຫົວໜ້າອານຸກໍາມະການງົບປະມານ ຮັບໃຊ້ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກ ໄດ້ໃຫ້ສໍາພາດຕໍ່ສື່ມວນຊົນ ໃນວັນທີ 13 ມັງກອນ 2021 ນີ້ວ່າ: ພາກສ່ວນຕ່າງໆທັງພາກລັດ ແລະ ເອກະຊົນ, ບຸກຄົນ, ນິຕິບຸກຄົນ, ການຈັດຕັ້ງ, ບໍລິສັດ, ກຸ່ມບໍລິສັດຕ່າງໆ ຈຳນວນ 26 ພາກສ່ວນ ໄດ້ແຈ້ງເຈດຈຳນົງໃນການປະກອບສ່ວນເປັນວັດຖຸ ແລະ ປັດໄຈ ເພື່ອຮັບໃຊ້ໃຫ້ແກ່ກອງປະຊຸມ. ມາຮອດປັດຈຸບັນ ໄດ້ປະກອບສ່ວນແລ້ວ 21 ພາກສ່ວນ ລວມຈຳນວນເງິນທັງໝົດ 14 ຕື້ກວ່າກີບ ແລະ ມອບເປັນວັດຖຸ ລວມມູນຄ່າ 240 ລ້ານກີບ ແລະ ບາງພາກສ່ວນ ຍັງຈະສືບຕໍ່ປະກອບສ່ວນຊຸກຍູ້ຕື່ມອີກ.

ในภาพอาจจะมี 1 คน, กำลังยืน

ທ່ານ ບຸນໂຈມ ອຸບົນປະເສີດ ກ່າວຕື່ມວ່າ: ໃນນາມຕາງໜ້າໃຫ້ອານຸກໍາມາການເສດຖະກິດ, ອານຸກໍາມະການງົບປະມານ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກ ຂໍສະແດງຄວາມຂອບໃຈມາຍັງພາກສ່ວນຕ່າງໆ ທີ່ໄດ້ໃຫ້ການປະກອບສ່ວນຊຸກຍູ້ກອງປະຊຸມໃນຄັ້ງນີ້, ເຊິ່ງຈະເປັນການປະກອບ ສ່ວນເຮັດໃຫ້ກອງປະຊຸມ ປະສົບຜົນສຳເລັດຕາມລະດັບຄາດໝາຍທີ່ວາງໄວ້.

ຂປລ.

Comments