ໃນຕອນບ່າຍຂອງ ວັນທີ 12 ມັງກອນ 2021ທີ່ຜ່ານມາ , ທ່ານ ບຸນໂຈມ ອຸບົນປະເສີດ ຮອງລັດຖະມົນຕີ ກະຊວງ ການເງິນ, ຖະແຫລງຂ່າວກ່ຽວກັບວຽກງານພາລາທິການ ງົບປະມານ ແລະ ລາຍຈ່າຍຕ່າງໆ ທີ່ໃຊ້ເຂົ້າໃນໜ້າວຽກໄລຍະຕ້ານພະຍາດໂຄວິດ-19

ເຊິ່ງສັງລວມການຊ່ວຍເຫລືອທັງໝົດໄດ້ 180 ຕື້ກີບ ເຊິ່ງມີ ການຈັດຕັ້ງປະຕິບັດງົບປະມານບ້ວງເງິນແຮສຸກເສີນຂອງລັດຖະບານ 30 ຕື້ກີບ, ລັດຖະບານອະນຸມັດເງິນແຮສຸກເສີນ ຄັ້ງທີ 1 ຈໍານວນ 10 ຕື້ກີບ ຊຶ່ງໃຊ້ຈ່າຍຈັດຊື້ອຸປະກອນການແພດ, ໜ້າກາກອະນາໄມ(ຜ້າອັດປາກ-ດັງ), ເຄື່ອງເຄມີ, ເຈວລ້າງມື, ຄ່າຫຸ້ມຫໍ່ ແລະ ການຈັດສົ່ງອຸ ປະກອນການແພດ ເພື່ອຮັບໃຊ້ໃນວຽກງານສາທາລະນະສຸກ… ຄັ້ງທີ 2 ຈຳນວນ 20 ຕື້ກີບ.
ນັບແຕ່ເລີ້ມຕົ້ນມີການລະບາດ ຈົນຮອດ ປະຈຸບັນ ໄດ້ຮັບເຄື່ອງຊ່ວຍເຫຼືອ ຈາກຕ່າງປະເທດ, ຈາກສັງຄົມ ແລະ ຜູ້ປະກອບການຢູ່ພາຍໃນ ແລະ ຮັບຈາກໂຄງການ ລວມທັງໝົດຈໍານວນ 185 ຄັ້ງ ຈາກ 117 ພາກສ່ວນ ມີມູນຄ່າ ການຊ່ວຍເຫຼືອທັງໝົດ 40,298,610,069 ກີບ, 12,578,203 ໂດລາສະຫະລັດ, 3,260,000 ບາດ, 820,308 ຢວນ ແລະ 107,742,900 ເຢັນ. ໃນນັ້ນມູນຄ່າການຊ່ວຍເຫຼືອ ເປັນອຸປະກອນທັງໝົດມີ 34,067,453,243 ກີບ; 4,836,591 ໂດລາສະຫະລັດ ແລະ 363,280 ຢວນ.

ພ້ອມດຽວກັນນັ້ນ, ຍັງໄດ້ຈັດຊື້-ຈັດຫາ ຂອງຄະນະກໍາມະການຈັດຊື້-ຈັດຈ້າງ ອະນຸກໍາມະການຄະນະສະເພາະກິດ ປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດພະຍາດ COVID-19 ປະຕິບັດຕາມລະບຽບການກ່ຽວຂ້ອງ ເຊິ່ງເລີ້ມແຕ່ວັນທີ 3 ມິຖູນາ 2020. ການຈັດຊື້ດັ່ງກ່າວ ແມ່ນນໍາໃຊ້ງົບປະມານລັດຖະບານ ການປະກອບສ່ວນຂອງສັງຄົມ ເຊິ່ງລາຍລະອຽດມີຄື:
- ລົດ ຮັບ-ສົ່ງຄົນເຈັບ ແບບລົດຕູ້ມີອຸປະກອນພື້ນຖານ (Ambulance Basic Van) ຈໍານວນ 7 ຄັນ (Toyota Hiace ສີຂາວ)ມູນຄ່າ: 3,934,672,200 ກີບ ເຊິ່ງຈະແຈກຢາຍໃຫ້ ດັ່ງນີ້: ໂຮງໝໍມະໂຫສົດ, ຜົ້ງສາລີ, ຫຼວງນໍ້າທາ, ຫົວພັນ ໄຊຍະບູລີ, ໄຊສົມບູນ, ເຊກອງ ແລະ ອັດຕະປື ແຂວງລະ 01 ຄັນ.
- ລົດ ຮັບ-ສົ່ງຄົນເຈັບ ແບບລົດຕູ້ມີອຸປະກອນຄົບຊຸດ (Ambulance Advance Van) ຈໍານວນ 2 ຄັນ ເຊິ່ງຈະມອບໃຫ້ໂຮງໝໍ 103 ກອງທັບ 01 ຄັນ, ໂຮງໝໍເຊດຖາທິຣາດ 01 ຄັນ.
- ລົດ ຮັບ-ສົ່ງຄົນເຈັບ ແບບລົດຕູ້ໃຊ້ສະເພາະ ຮັບ-ສົ່ງ ຄົນເຈັບທີ່ຕິດ COVID-19 (Ambulance van for COVID) ຈໍານວນ 1 ຄັນ ມອບໃຫ້ໂຮງໝໍ ມິດຕະພາບ ໄດ້ຈັດພິທີມອບ-ຮັບ ລົດຮັບ-ສົ່ງຄົນເຈັບ ແບບລົດຕູ້ມີອຸປະກອນພື້ນຖານ (Ambulance Basic Van) ຈໍານວນ 7 ຄັນ, ສໍາລັບລາຍການທີ່ 2 ແລະ 3 ແມ່ນຈະໄດ້ສົ່ງມອບໃນຕົ້ນເດືອນ ມັງກອນ 2021, ນອກນັ້ນຍັງໄດ້ນໍາໃຊ້ງົບປະມານຈາກລັດຖະບານ ເພື່ອຈັດຊື້-ຈັດຫາ ຢາປົວພະຍາດ ແລະ ເຄື່ຶອງ ອຸປະກອນການແພດທີ່ຈໍາເປັນໃນວຽກງານຕ້ານ ການລະບາດຂອງ ພະຍາດ COVID-19.
ນອກຈາກນີ້, ຍັງໄດ້ຮັບເຄື່ອງຊ່ວຍເຫຼືອ ເລີ່ມແຕ່ວັນທີ 19 ກຸມພາ ຫາ ວັນທີ 20 ທັນວາ 2020 ມູນຄ່າຂອງການຊ່ວຍເຫຼືອມີຄື: ທັງໝົດໝົດຈໍານວນ 185 ຄັ້ງ ຈາກ 117 ພາກສ່ວນ ມີມູນຄ່າ ການຊ່ວຍເຫຼືອທັງໝົດ 40,298,610,069 ກີບ, 12,578,203 ໂດລາສະຫະລັດ, 3,260,000 ບາດ, 820,308 ຢວນ ແລະ 107,742,900 ເຢັນ. ໃນນັ້ນມູນຄ່າການຊ່ວຍເຫຼືອ ເປັນອຸປະກອນທັງໝົດມີ 34,067,453,243 ກີບ; 4,836,591 ໂດລາສະຫະລັດ ແລະ 363,280 ຢວນ. (ຖ້າຄິດໄລ່ເປັນສະກຸນເງິນກີບ ມີມູນຄ່າປະມານ 180 ຕື້ ກວ່າກີບ).