News

ປຶກສາຫາລືປະເມີນຜົນກະທົບທີ່ອາດຈະເກີດຂຶ້ນຕໍ່ມໍລະດົກໂລກ

ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ໄດ້ຈັດກອງປະຊຸມປຶກສາ ຫາລືປະກອບຄຳຄິດຄຳເຫັນຕໍ່ບົດລາຍງານກ່ຽວກັບການປະເມີນຜົນກະທົບທີ່ອາດຈະເກີດຂຶ້ນຕໍ່ມໍລະດົກ ໂລກຈາກໂຄງການກໍ່ສ້າງເຂື່ອນໄຟຟ້າພະລັງນໍ້າ ທີ່ບ້ານຫ້ວຍຢໍ້ ເມືອງຈອມເພັດ ແຂວງຫຼວງພະບາງ ຊຶ່ງໄດ້ຈັດຂຶ້ນໃນວັນທີ 18 ກຸມພານີ້ ທີ່ໂຮງແຮມລາວພລາຊາ, ພາຍໃຕ້ການເປັນປະທານຂອງທ່ານ ວັນສີ ກົວມົວ ຮອງລັດຖະມົນຕີກະຊວງ ຖວທ, ທ່ານ ແວນ ຮວ່າງດາວ ປະທານບໍລິສັດຫຼວງພະບາງ ພາວເວີ ຈຳກັດ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. ທ່ານ ວັນສີ ກົວມົວ ກ່າວວ່າ: ກອງປະຊຸມຄັ້ງນີ້, ຈັດຂຶ້ນເພື່ອພ້ອມກັນຮັບຟັງບົດລາຍ ງານຂອງ ບໍລິສັດ ຫຼວງພະບາງພາວເວີ ຈຳກັດ ກ່ຽວກັບບັນຫາທີ່ຕິດພັນກັບຂໍ້ກັງວົນຂອງອົງການ ອຸຍແນັດສະໂກ ຕໍ່ຜົນກະທົບດ້ານມໍລະດົກທີ່ອາດຈະເກີດຂຶ້ນໄດ້ໃນໂຄງການສ້າງເຂື່ອນໄຟຟ້າພະລັງ ງານນໍ້າຂອງ ທີ່ແຂວງຫຼວງພະບາງ ພ້ອມນັ້ນກອງປະຊຸມຈະໄດ້ປຶກສາຫາລືແລກປ່ຽນຄຳ ຄິດຄຳເຫັນຮ່ວມກັບຜູ້ຕາງໜ້າຈາກກະຊວງ, ຂະແໜງການທີ່ກ່ຽວຂ້ອງເພື່ອເປັນການກະກຽມ ຂໍ້ມູນທີ່ຈຳເປັນໃຫ້ແກ່ກອງປະຊຸມຮ່ວມກັບອົງການອຸຍແນັດສະໂກທີ່ຈະຈັດຂຶ້ນໃນໄວໆນີ້, ຫວັງຢ່າງຍິ່ງວ່າບັນດາທ່ານທີ່ເຂົ້າຮ່ວມກອງປະຊຸມຈະຕັ້ງໜ້າປະກອບທຸກຄຳເຫັນຢ່າງມີເນື້ອໃນ ແລະ ເຕັມໄປດ້ວຍບັນຍາກາດຟົດຟື້ນເພື່ອໃຫ້ກອງປະຊຸມດຳເນີນໄປດ້ວຍຜົນສຳເລັດຕາມລະດັບຄາດໝາຍ. ແຫຼ່ງຂ່າວ: ປະຊາຊົນ

Read More »

ລັດກຳນົດເວລາໃຫ້ເຈົ້າຂອງທາງດ່ວນ ແກ້ໄຂບັນຫາກົດໝາຍ ສປປ ລາວ

ກະຊວງແຜນການ ແລະ ລົງທຶນ ໄດ້ອອກໜັງສືເລກທີ 043/ຫລປ.ລທ5 ລົງວັນທີ 4 ກຸມພາ 2021 ເຖິງ ບໍລິສັດ ຮ່ວມທຶນພັດທະນາທາງດ່ວນ ລາວ-ຈີນ ຈໍາກັດ ເພື່ອໃຫ້ປັບປຸງການກໍານົດ ອັດຕາການການຄ່າຜ່ານທາງ ແລະ ອັດຕາແລກປ່ຽນ ໃນໂຄງການສໍາປະທານທາງດ່ວນ ແຕ່ນະຄອນຫຼວງວຽງຈັນ ຫາ ວັງວຽງ. ເຊິ່ງມີຫຼາຍບັນຫາທີ່ຕ້ອງໄດ້ແກ້ໄຂ ແລະ ໃຫ້ປະຕິບັດຕາມກົດໝາຍຂອງ ສປປລາວ. ລາຍລະອຽດຕາມແຈ້ງການດັ່ງລຸ່ມນີ້:

Read More »

ຄະນະກໍາມະການເລືອກຕັ້ງລະດັບຊາດ ຮັບປະກັນໃຫ້ບັ້ນເລືອກຕັ້ງຄັ້ງນີ້ ບັນລຸສາມຄາດໝາຍ

ການກະກຽມດ້ານຕ່າງໆໃຫ້ແກ່ບັ້ນເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ 9 ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງຊຸດ ທີ 2 ໃນຂອບເຂດທົ່ວປະເທດ ພວມດຳເນີນໄປຢ່າງເປັນຂະ ບວນຟົດຟື້ນຕໍ່ເນື່ອງ ເພື່ອຮັບປະກັນໃຫ້ບັ້ນເລືອກຕັ້ງຄັ້ງນີ້ ບັນລຸຕາມລະດັບຄາດໝາຍ 3 ຮ້ອຍສ່ວນຮ້ອຍ ຄື: ຮັບປະກັນໃຫ້ຜູ້ໄປໃຊ້ສິດຮ້ອຍສ່ວນຮ້ອຍ, ບໍ່ໃຫ້ມີບັດຕາຍຮ້ອຍສ່ວນຮ້ອຍ ແລະ ໃຫ້ມີຄວາມສະຫງົບຮ້ອຍສ່ວນຮ້ອຍ.ທ່ານ ສົມພູ ດວງສະຫວັນ, ຄະນະປະຈໍາສະພາແຫ່ງຊາດ, ກໍາມະການອະນຸກໍາມະການເລຂາ ນຸການ, ໂຄສົກຂອງຄະນະກໍາມະການເລືອກຕັ້ງລະດັບຊາດ ໄດ້ໃຫ້ສຳພາດເມື່ອບໍ່ນານມານີ້ວ່າ: ມາຮອດປັດຈຸບັນ ອະນຸກຳມະການຕ່າງໆ ທີ່ໄດ້ຮັບການແຕ່ງຕັ້ງຈາກຄະນະກຳມະການເລືອກຕັ້ງລະດັບຊາດ ປະກອບດ້ວຍ 5 ອານຸກໍາມະການ ເປັນຕົ້ນອານຸກໍາມະການເລຂານຸການ, ບຸກຄະລາກອນ ແລະໂຄງປະກອບ, ໂຄສະນາ ແລະ ຂະບວນການ, ງົບປະມານ ແລະ ອະນຸກຳມະການປ້ອງກັນຊາດປ້ອງກັນຄວາມສະຫງົບ ພວມສຸມໃສ່ຈັດຕັ້ງປະຕິບັດວຽກງານດ້ວຍຄວາມຮັບຜິດຊອບສູງ ເພື່ອເຄື່ອນໄຫວຕາມ 4 ບາດກ້າວສໍາຄັນ ໂດຍສະເພາະການເຜີຍແຜ່ເອກະສານຕ່າງໆ ກ່ຽວກັບການເລືອກຕັ້ງຢູ່ຂັ້ນແຂວງ, ຂັ້ນເມືອງ ແລະ ບ້ານ ເພື່ອໃຫ້ປະຊາຊົນຮັບຮູ້ເຂົ້າໃຈ ແລະ ກຳໄດ້ຄວາມໝາຍຄວາມສຳຄັນຂອງການເລືອກຕັ້ງ, ທີ່ຕັ້ງພາລະບົດບາດ, ສິດ ແລະ ໜ້າທີ່ຂອງສະພາແຫ່ງຊາດ ກໍ່ຄື ສະມາຊິກສະ ພາແຫ່ງຊາດ ...

Read More »

ເຂື່ອນນໍ້າງຽບ 1 ເປີດຜະລິດໄຟຟ້າແລະ ສົ່ງອອກໃຫ້ປະເທດໄທແລ້ວ

ໂຄງການເຂື່ອນໄຟຟ້ານໍ້າງຽບ 1 ຕັ້ງຢູ່ແຂວງບໍລິຄໍາໄຊ,ພາຍຫຼັງການກໍ່ສ້າງມາເປັນເວລາ 5 ປີບໍລິສັດໄຟຟ້ານໍ້າງຽບ 1 ຈໍາກັດ ໄດ້ເລີ່ມຜະລິດໄຟຟ້າສົ່ງອອກໃຫ້ປະເທດໄທໃນວັນທີ 5 ກັນຍາ 2019 ແລະບໍ່ດົນມານີ້ກໍໄດ້ຮັບການຢັ້ງຢືນຜົນສຳເລັດກໍ່ສ້າງ ແລະເປີດການຜະລິດໄຟຂາຍຢ່າງເປັນທາງການຈາກລັດຖະບານຊຶ່ງໄດ້ກາຍເປັນຜູ້ຜະລິດໄຟຟ້າເອກະລາດ (IPP) ອີກໂຄງການໜຶ່ງໃນ ສປປ ລາວ. ໂຄງການດັ່ງກ່າວແມ່ນໄດ້ເລີ່ມການກໍ່ສ້າງມາແຕ່ທ້າຍປີ 2014, ມາຮອດທ້າຍເດືອນສິງຫາ 2019 ໄດ້ສໍາເລັດ 100% ການກໍ່ສ້າງເຊັ່ນ: ວຽກໂຄງສ້າງ, ວຽກໄຟ ຟ້າ-ກົນຈັກ ແລະແລ່ນທົດສອບເຄື່ອງຈັກຜະລິດໄຟຟ້າ,ພ້ອມດຽວກັນນັ້ນໂດຍອີງຕາມສັນຍາຊື້-ຂາຍ ໄຟຟ້າລະຫວ່າງບໍລິສັດໄຟຟ້ານໍ້າງຽບ 1 ຈໍາກັດ ແລະການໄຟຟ້າຝ່າຍຜະລິດແຫ່ງປະເທດໄທ (ກຟຜ) ມື້ຂາຍໄຟຟ້າຢ່າງເປັນທາງການ (COD) ກໍໄດ້ຖືກຮັບຮອງເອົາໃນວັນທີ 5 ກັນຍາ 2019 ເປັນມື້ເລີ່ມຕົ້ນການຜະລິດໄຟຟ້າເພື່ອສົ່ງອອກ. ໂຄງການເຂື່ອນໄຟຟ້ານໍ້າງຽບ 1 ເປັນໂຄງການພະລັງນໍ້າທີ່ມີກຳລັງຕິດຕັ້ງ 290 ເມກາວັດ, ປະກອບດ້ວຍເຂື່ອນໃຫຍ່ ແລະເຂື່ອນນ້ອຍພ້ອມເຮືອນຈັກຕັ້ງຢູ່ຕາມລ້ອງແມ່ນໍ້າງຽບ, ເມືອງບໍລິຄັນ, ແຂວງບໍລິຄຳໄຊ, ການກໍ່ສ້າງເຂື່ອນທັງສອງໄດ້ສຳເລັດກ່ອນລະດູຝົນປີ 2019,ພ້ອມດຽວກັນນັ້ນກໍ່ໄດ້ສໍາເລັດການກັກເກັບນໍ້າເຂົ້າອ່າງເພື່ອສະໜອງນໍ້າໃຫ້ແກ່ການຜະລິດໄຟຟ້າ ແລະຮັບປະກັນຄວາມໝັ້ນຄົງປອດໄພເປັນຢ່າງດີ.ຈັກຜະລິດໄຟຟ້າຂອງເຂື່ອນໃຫຍ່ມີກຳລັງຕິດຕັ້ງ 272 ເມກາວັດ, ພະລັງງານທັງໝົດທີ່ຜະລິດຈາກເຮືອນຈັກໄຟຟ້າເຂື່ອນໃຫຍ່ດັ່ງກ່າວໄດ້ຖືກສົ່ງຂາຍໃຫ້ ກຟຜ ຜ່ານລະບົບສາຍສົ່ງໄຟຟ້າແຮງດັນສູງ 230 ກິໂລໂວນ ມີຄວາມຍາວປະມານ ...

Read More »

ສະເຫຼີມສະຫຼອງ ວັນສ້າງຕັ້ງອົງການ ກວດກາພັກ – ລັດ ຄົບຮອບ 39 ປີ

ຄະນະກວດກາສູນກາງພັກ ແລະ ອົງການກວດກາລັດຖະບານ ໄດ້ຈັດພິທີສະເຫຼີມສະຫຼອງ ວັນສ້າງຕັ້ງອົງການກວດກາພັກ-ລັດ ຄົບຮອບ 39 ປີ (16/02/1982 – 16/02/2021) ແລະ ຍ້ອງ ຍໍຜົນງານ 5 ປີ ແລະ ປະຈໍາປີ 2020 ໃຫ້ພະນັກງານກວດກາສູນກາງພັກ ຂຶ້ນໃນວັນທີ 16 ກຸມພາ 2021 ທີ່ຫ້ອງປະຊຸມ ຄະນະກວດກາສູນກາງພັກ ໂດຍເປັນກຽດເຂົ້າຮ່ວມຂອງສະຫາຍ ພັນຄໍາ ວິພາວັນ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ; ສະຫາຍ ບຸນທອງ ຈິດມະນີ ກໍາມະການກົມການເມືອງສູນກາງພັກ ຜູ້ປະຈໍາການເລຂາທິການສູນກາງພັກສະໄໝ XI, ຮອງນາ ຍົກລັດຖະມົນຕີ ປະທານອົງການກວດກາລັດຖະບານ, ສະຫາຍ ຄໍາພັນ ພົມມະທັດ ກໍາມະການ ກົມການເມືອງສູນກາງພັກ ປະທານຄະນະກວດກາສູນກາງພັກ; ມີບັນດາຮອງປະ ທານຄະນະ ກວດກາສູນກາງພັກ ແລະ ອົງການກວດກາລັດຖະບານ ແລະ ພະນັກງານພາຍໃນ ຄະນະກວດ ກາສູນກາງພັກ ແລະ ອົງການກວດກາລັດຖະບານ ເຂົ້າຮ່ວມ.ໂອກາດດັ່ງກ່າວ, ສະຫາຍ ບຸນທອງ ...

Read More »

ສາວລາວຫອບລູກ!!! ຂ້າມມາແຕ່ປະເທດໄທແບບຜິດກົດໝາຍ

ປກສ ນະຄອນຫຼວງວຽງຈັນ ໄດ້ລາຍງານວ່າ: ໃນວັນທີ 15 ກຸມພາ 2021 ເຈົ້າໜ້າທີ່ 1191 ປ່າຝາງ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ໄດ້ຮັບແຈ້ງວ່າມີແຮງງານລາວລັກລອບຂ້າມມາແຕ່ໄທ ຫຼັງຈາກນັ້ນ, ເຈົ້າໜ້າທີ່ໄດ້ລົງກວດກາເກັບກຳຂໍ້ມູນຮູ້ໄດ້ວ່າ: ນາງ ວຽງທອງ ອາຍຸ 35 ປີ ບ້ານ ດອນຂາຊ້າຍ ເມືອງຫາດຊາຍຟອງ ໂດຍໃນວັນທີ 10 ກຸມພາ 2021 ເວລາ 11:00ໂມງ ຜູ້ກ່ຽວໄດ້ຈ້າງໂຊເຟີລົດພວງຂອງຄົນໄທ ຈຳນວນເງິນໄທ 3000 ບາດ ລັກຂ້າມມາທາງຂົວມິດຕະພາບລາວ-ໄທ I ພ້ອມດ້ວຍລູກນ້ອຍ ອາຍຸ 1 ປີກັບ 5 ເດືອນ ເມື່ອລັກຂ້າມມາແຕ່ປະເທດໄທແລ້ວຜູ້ກ່ຽວໄດ້ມາພັກຢູ່ເຮືອນຜູ້ກ່ຽວເອງ ມາຮອດວັນທີ່ 15 ກຸມພາ 2021 ເວລາ 13:40 ຈຶ່ງຖືກເຈົ້າໜ້າທີ່ເຂົ້າກວດກາ ແລະ ກັກຕົວນຳສົ່ງສູນກັກກັນຫຼັກ 27 ພ້ອມທັງໃຫ້ຮັບຜິດຊອບຄ່າໃຊ້ຈ່າຍທັງໝົດ. ແຫຼ່ງທີ່ມາ: ປ້ອງກັນຄວາມສະຫງົບນະຄອນຫຼວງວຽງຈັນ

Read More »

ພະຍາດອີໂບລາແຜ່ລະບາດໃໝ່ອີກຮອບ ທີ່ປະເທດກິເນ

ສຳນັກຂ່າວ ຕ່າງປະເທດ ລາຍງານຈາກ ນະຄອນຫລວງ ໂກນາກຼີ ຂອງປະເທດ ກີເນ ເມື່ອວັນທີ 15 ກຸມພາທີ່ຜ່ານວ່າ: ກະຊວງສາທາ ລະນະສຸກຂອງ ກິເນ ອອກຖະແຫລງການ ປະກາດ ການແຜ່ລະບາດ ຄັ້ງໃໝ່ໃນປະເທດຂອງ ເຊື້ອພະຍາດ ອີໂບລາ ຢູ່ເມືອງ ກູເອເຄ ໃນແຂວງ ເອັນເຊເຣກໍເຣ ທາງພາກໃຕ້ ຂອງປະເທດ ຫລັງຈາກພົບຜູ້ເສຍຊີວິດ ຢ່າງໜ້ອຍ 3 ຄົນ ແລະ ຜູ້ຕິດເຊື້ອ ສະສົມ 4 ຄົນ, ພາຍໃນໄລຍະເວລາພຽງບໍ່ເທົ່າໃດອາທິດ, ໃນໄລຍະລະຫວ່າງທ້າຍເດືອນ ມັງກອນ ເຖິງຕົ້ນເດືອນ ກຸມພາ ຂະນະດຽວກັນ ລັດຖະບານ ກິເນ ຮຽກຮ້ອງຄວາມຮ່ວມມື ຈາກປະຊາຊົນໃນການລາຍງານຜູ້ຕ້ອງສົງໄສຈາກພະຍາດ ອີໂບລາ ແລະ ຜູ້ທີ່ຄິດວ່າຕົນເອງມີອາການດັ່ງກ່າວ ຮຽກຮ້ອງໃຫ້ຮີບດ່ວນ ເດີນທາງມາພົບ ເຈົ້າໜ້າທີ່ ສາທາລະນະສຸກ ພ້ອມທັງ ເນັ້ນວ່າ: ລັດຖະບານ ດຳເນີນການດ້ວຍຄວາມຮ່ວມມື ເລັ່ງດ່ວນ ຢ່າງສຸດ ຄວາມສາມາດ ເພື່ອໃຫ້ ການຄວາມຄຸມ ...

Read More »

ເປີດນຳໃຊ້ເສັ້ນທາງຄອນກຣີດອ້ອມດອນໂຂງຍາວ 43,5 ກິໂລແມັດ ເພື່ອເປັນຂອງຂວັນໃຫ້ປະຊາຊົນ

ໃນວັນທີ 15 ກຸມພາ 2021 ໄດ້ມີພິທີເປີດການນຳໃຊ້ເສັ້ນທາງຄອນກຣີດອ້ອມດອນໂຂງ ເຊິ່ງມີຄວາມຍາວທັງໝົດ 43,5 ກິໂລແມັດ ຢູ່ເມືອງໂຂງ ແຂວງຈຳປາສັກ ພາຍຫລັງສໍາເລັດການກໍ່ສ້າງ ໂດຍໄດ້ຮັບການຊ່ວຍເຫລືອລ້າ ຈາກໂຄງການພັດທະນາເຂດເສດຖະກິດໃໝ່ສີທັນດອນ ມູນຄ່າ 12 ລ້ານກວ່າໂດລາສະຫະລັດ.ໃຫ້ກຽດເຂົ້າຮ່ວມພິທີດັ່ງກ່າວ, ໂດຍ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ລັດຖະ ມົນຕີກະຊວງແຜນການ ແລະ ການລົງທຶນ, ທ່ານ ວິໄລວົງ ບຸດດາຄຳ ເຈົ້າແຂວງຈຳປາສັກ, ທ່ານ ນາງ ຄໍາພູ ລິດທິສັກ ເຈົ້າເມືອງໂຂງ, ພ້ອມດ້ວຍບັນດາຂະແໜງການທີ່ກ່ຽວຂ້ອງຈາກສູນກາງ ແລະ ທ້ອງຖິ່ນ. ໂອກາດນີ້, ທ່ານ ລາຕີ ສີສຸພັນນະວົງ ຮອງປະທານບໍລິສັດຮ່ວມພັດທະນາສີທັນດອນ ຈຳກັດ ລາຍງານໃຫ້ຮູ້ວ່າ: ເສັ້ນທາງຄອນກຣີດອ້ອມດອນໂຂງແຫ່ງນີ້ ໄດ້ເລີ່ມລົງມືກໍ່ສ້າງໃນວັນທີ 6 ຕຸລາ 2018 ໂດຍໃຊ້ເວລາໃນການກໍ່ສ້າງທັງໝົດ 2 ປີ 4 ເດືອນ, ເຊິ່ງເປົ້າໝາຍຂອງບໍລິສັດໃນການກໍ່ສ້າງເສັ້ນທາງນີ້ ບໍ່ພຽງແຕ່ເປັນຂອງຂວັນໃຫ້ປະຊາຊົນຊາວເມືອງໂຂງເທົ່ານັ້ນ, ແຕ່ຍັງເປັນພັນທະຂອງບໍລິສັດເພື່ອປະກອບ ສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງເມືອງໂຂງ ເຊິ່ງເປັນການສະແດງອອກເຖິງຄວາມຕັ້ງ ໃຈອັນເດັດດ່ຽວຂອງບໍລິສັດ ...

Read More »

ຈີ7 ຈະສະໜັບສະໜູນດ້ານການເງິນໃຫ້ຫລາຍຂຶ້ນເພື່ອກະຕຸ້ນເສດຖະກິດ

ກະຊວງ​ ການ​ເງິນ ​ຂອງ​ສ.ອາ​ເມ​ລິ​ກາ ຖະ​ແຫລ​ງ ​ເມື່ອ​ບໍ່​ດົນ​ມາ​ນີ້ວ່າ:​ໃນ​ກອງ​ປະຊຸມ​ ຜ່ານ​ທາງ​ອອນ​ລາຍ ຮ່ວມ​ກັບ​ ລັດຖະມົນຕີ ​ການ​ເງິນ ​ແລະ​ ຜູ້​ວ່າການ ​ທະນາຄານ ​ຂອງ​ປະ​ເທດ​ ກຸ່ມ​ຈີ 7 ​ຈະ​ໃຫ້ການ​ ສະໜັບ​ ສະໜູນ ດ້ານ​ການ​ເງິນ ​ຫລາຍ​ຂຶ້ນ ​ເພື່ອ​ກະ​ຕຸ້ນ ​ເສດຖະກິດ​ ໃຫ້​ຟື້ນ​ຕົວ ຢ່າງ​ເຂັ້ມ​ແຂງ ​ແລະ ​ຍືນ​ຍົງ ຈາກ​ການ ​ແຜ່​ລະບາດ ​ໂຄ​ວິດ-19 ຫລັງ​ຈາກ ທ່ານ ​ໂຈ ​ໄບ​ເດນ, ປະທານາທິບໍດີ ສ.ອາ​ເມ​ລິ​ກາ ​ໄດ້​ເພີ່ມ​ຄວາມ​ພະຍາຍາມ ​ໃຫ້​ສະພາ​ ຄອງ​ເກຣສ ​ອະນຸມັດ ມາດ​ຕະການ ​ທົດ​ແທນ ​ຜົນ​ກະທົບ ​ຂອງ​ໂຄ​ວິດ-19 ດ້ວຍວົງ​ເງິນ 1,9 ພັນ​ຕຶ້​ ໂດ​ລາ​ ສະຫະລັດ.ສຳລັບ ກຸ່ມ​ປະ​ເທດ​ຈີ7 ນັ້ນ ປະ​ກອບ​ດ້ວຍ ອັງກິດ, ກາ​ນາ​ດາ,ຝຣັ່ງ,​ເຢຍລະ​ມັນ, ອີ​ຕາລີ,ຍີ່ປຸ່ນ ​ແລະ ສ.ອາ​ເມ​ລິ​ກາ ຂປລ.

Read More »

ສ.ເກົາຫລີ ຫລຸດຜ່ອນມາດຕະການຮັກສາໄລຍະຫ່າງທາງສັງຄົມ

ຕາມ​ເວັບ​ໄຊ ສຳນັກ​ຂ່າວ​ຢອນ​ຮັບ, ​ລັດຖະບານ ສ.​ເກົາຫລີ ຕັດສິນ​ໃຈ ຫລຸດຜ່ອນ​ ມາດ​ຕະການ​ ຮັກສາ​ ໄລຍະ​ຫ່າງ​ ທາງ​ສັງຄົມ ​ຕັ້ງ​ແຕ່​ວັນ15​ກຸມພາ ​ເປັນຕົ້ນ​ໄປ ​ໃນ​ນະຄອນຫລວງ ​ເຊ​ອຸນ ​ແລະ ພື້ນ​ທີ່​ອ້ອມ​ຮອບ​ລົງ 1ລະດັບ ຈາກ2,5 ​ເປັນ 2 ​ແລະ ພື້ນ​ທີ່​ອື່ນໆ ທົ່ວ​ປະ​ເທດ​ລົງ 1ລະດັບ ຈາກ 2 ​ເປັນລະດັບ1,5 ​ໂດຍ ສ.​ເກົາຫລີ ​ເລີ່​ມ​ໃຊ້ ມາດ​ຕະການ 5 ລະດັບ​ຕັ້ງ​ເດືອນ​ພະຈິກ ປີ​ກ່ອນ ປະກອບ​ດ້ວຍ 1. 1,5.2. 2,5 ​ແລະ 3 ​ເປັນ​ລະດັບ​ ສູງ​ສຸດ. ນອກຈາກ​ນີ້ ຍັງ​ຈະ​ຫລຸດຜ່ອນ ມາດ​ຕະການ​ຈຳກັດ ກັບ​ຮ້ານ​ອາຫານ,ຮ້ານ​ກາ​ເຟ, ສະຖານ​ທີ່ ​ອອກກຳລັງ​ກາຍ ​ແລະ ສະຖານ​ທີ່​ ສາທາລະນະ ​ໃນ​ເຂດ​ນະຄອນຫລວງ ​ເຊ​ອຸນ ​ໃຫ້​ເປີດ​ດຳ​ເນີນ​ ທຸລະ​ກິດ​ ​ເພີ່ມ​ຂຶ້ນ​ອີກ 1ຊົ່ວ​ໂມງ ​ຈົນ​ຮອດ 22:00 ​ໂມງ ...

Read More »