ໃນຕອນບ່າຍຂອງວັນທີ 3 ກຸມພາ 2021 ທີ່ຜ່ານມາ ສະມາຄົມນັກທຸລະກິດແມ່ຍິງລາວນໍາໂດຍ ທ່ານ ຈັນທະຈອນ ວົງໄຊ ປະທານ ຄະນະບໍລິຫານ ສະມາຄົມນັກທຸລະກິດແມ່ຍິງ (ສທຍ) ເຂົ້າອວຍພອນ ທ່ານນາງ ສີໃສ ລືເດດມູນສອນ ກຳມະການສູນກາງພັກ, ຮອງປະທານສະພາແຫ່ງຊາດ ທີ່ໄດ້ຮັບແຕ່ງຕັ້ງເປັນ ກຳມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກຜູ້ໃໝ່, ທີ່ຫ້ອງການຄະນະເລຂາທິການສະພາແຫ່ງຊາດ. ຄະນະທີ່ເຂົ້າອວຍພອນມີ ທ່ານນາງ ຈັນທະຈອນ ວົງໄຊ ປະທານ ຄະນະບໍລິຫານ ສະມາຄົມນັກທຸລະກິດແມ່ຍິງ, ພ້ອມດ້ວຍຄະນະບໍລິຫານ, ຄະນະກວດກາ, ຄະນະທີ່ປຶກສາ ແລະ ຄະນະສະຫະພັນແມ່ຍິງ ຂອງ ສທຍ, ຫົວໜ້າຫ້ອງການ ແລະ ສື່ມວນຊົນ ລວມທັງໝົດ 16 ທ່ານ.

ໃນໂອກາດດັ່ງກ່າວ, ທ່ານນາງ ຈັນທະຈອນ ວົງໄຊ ໄດ້ກ່າວ ສະແດງຄວາມຍິນດີ ແລະ ຊົມເຊີຍຕໍ່ທ່ານ ນາງ ສີໃສ ລືເດດມູນສອນ ທີ່ໄດ້ເປັນຕົວແທນຂອງແມ່ຍິງລາວຂຶ້ນເປັນ ກໍາມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກຜູ້ໃໝ່. ພ້ອມນັ້ນ, ຍັງໄດ້ລາຍງານໂດຍຫຍໍ້ກ່ຽວກັບອົງການຈັດຕັ້ງຂອງ ສທຍ ທີ່ສູນກາງສະຫະພັນແມ່ຍິງເປັນຜູ້ສ້າງຕັ້ງພາຍໃຕ້ການຊີ້ນໍາ-ນໍາພາຂອງທ່ານນາງ ສີໃສ ລືເດດມູນສອນ, ສທຍ ຈຶ່ງໄດ້ເຕີບໃຫຍ່ຂະຫຍາຍຕົວມາເຖິງຈຸດນີ້.
ພ້ອມດຽວກັນນັ້ນ, ທ່ານຈັນທະຈອນ ວົງໄຊ ຍັງໄດ້ແນະນໍາພາກສ່ວນ ອົງການຈັດຕັ້ງ ແລະ ບໍລິສັດຕ່າງໆຂອງ ສທຍ ຕໍ່ທ່ານ ນາງສີໃສ ລືເດດມູນສານ ໃນໂອກາດດັ່ງກ່າວ.

ຈາກນັ້ນ, ທ່ານນາງ ສີໃສ ລືເດດມູນສອນ ໄດ້ກ່າວສະແດງຄວາມຂອບໃຈ ແລະ ຊົມເຊີຍຕໍ່ຄະນະຈາກ ສທຍ ທີ່ເຂົ້າອວຍພອນ ແລະ ຍົກໃຫ້ເຫັນເຖິງປະສົບການຊີວິດຕົວຈິງຂອງທ່ານເອງໃຫ້ຄະນະເຂົ້າອວຍພອນຮຸ່ນນ້ອຍເຫັນເຖິງແນວທາງການຊີ້ນໍາ-ນໍາພາຂອງພັກຂອງສູນກາງສະຫະພັນແມ່ຍິງລາວຕໍ່ວຽກງານທຸລະກິດຂອງແມ່ຍິງລາວເຮົາ, ພ້ອມນີ້ຍັງໄດ້ກ່າວ ຝາກຄວາມເຊື່ອໝັ້ນຕໍ່ສະມາຊິກ ສທຍ ໃນການປະກອບສ່ວນວຽກງານທຸລະກິດເຂົ້າໃນການພັດທະນາປະເທດຊາດອີກດ້ວຍ.


ຕອນທ້າຍ, ຄະນະທີ່ເຂົ້າຮ່ວມອວຍພອນໄດ້ນໍາຜົນງານ, ຜົນຜະລິດ ແລະ ຂອງທີ່ລະນຶກຈາກບໍລິສັດຕົນເອງ ມອບແດ່ທ່ານນາງ ສີໃສ ລືເດດມູນສອນ ເພື່ອເປັນການສະແດງຄວາມຮູ້ບຸນຄຸນ ແລະ ຍິນດີ ໃນໂອກາດດັ່ງກ່າວ ອີກດ້ວຍ.
