News

ສິງກະໂປ ຈະເຮັດຂໍ້ຕົກລົງໃບຮັບຮອງສັກວັກຊິນຮ່ວມກັບຫລາຍປະເທດ

ຕາມ​ຂ່າວ​ຈາກ ສິງ​ກະ​ໂປ, ວັນ​ທີ24​ກຸມພາ​ນີ້, ທ່ານ ລີ ຊຽນລຸງ, ນາຍົກລັດຖະມົນຕີ ສິງກະ​ໂປ ພວມ​ປຶກສາ​ຫາລື ​ກ່ຽວ​ກັບ ​ການ​ເຮັດ​ ຂໍ້​ຕົກລົງ​ ຍອມຮັບ​ໃບຮັບ​ຮອງ​ການ​ສັກ​ວັກ​ຊິນປ້ອງ​ກັນ ​ໂຄ​ວິດ-19 ຮ່ວມ​ກັບ​ຫລາຍ​ປະ​ເທດ​ໃນ​ຕໍ່ໜ້າເນື່ອງ​ຈາກເປັນ​ປັດ​ໄຈ​ສຳຄັນໃນ​ການ​ຟື້ນ​ຟູ​ການທ່ອງທ່ຽວ ​ໂດຍ​ສະ​ເພາະ ກຸ່ມ​ປະ​ເທດພວມ​ພັດທະນາສາມາດ​ເຂົ້າ​ເຖິງ​ວັກ​ຊິນ ປ້ອງ​ກັນ ​ໂຄ​ວິດ-19 ​ແລະ​ ນຳ​ໄປ​ສັກ​ໃຫ້​​ແກ່​ປະຊາຊົນ. ຂະນະ​ທີ່ ​ເກຣັກ, ອັງກິດ, ​ແອັດ​ສະ​ປາຍ ຢູ່​ໃນ​ກຸ່ມ ​ປະ​ເທດ​ ທີ່​ສົນ​ໃຈແນວ​ຄິດ​ດັ່ງກ່າວ​ໃຫ້​ເປັນພັດ​ສະປອດ​ວັກ​ຊິນ(Vaccine passport) ​ເພື່ອ​ຟື້ນ​ຟູ ​ເສດຖະກິດ ​ແລະ ການ​ເດີນທາງ ​ທົ່ວ​ໂລກ ຂປລ.

Read More »

ລັດຖະມົນຕີ ຮສສ ຕ້ອນຮັບເອກອັກຄະລັດຖະທູດສະຫະພາບເອີຣົບ ປະຈຳລາວ ຄົນໃໝ່

ໃນວັນທີ 23 ກຸມພາ 2021 ທີ່ນະຄອນຫລວງວຽງຈັນ, ທ່ານ ຄຳແພງ ໄຊສົມແພງ ລັດ ຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ນາງ ອີນາ ມາຊິວລີໂອນິແຕ (Ina Marciulionyte) ເອກອັກຄະລັດຖະທູດ ແຫ່ງສະຫະພາບເອີ ຣົບ ປະຈຳ ສປປ ລາວ ໃນໂອກາດມາດຳລົງຕຳແໜ່ງ ເປັນເອກອັກຄະລັດຖະທູດຄົນ ໃໝ່ປະຈຳ ສປປ ລາວ, ພ້ອມປຶກສາຫາລື ກ່ຽວກັບວຽກງານການຮ່ວມມືສອງຝ່າຍ. ໂອກາດດຽວກັນນີ້, ທ່ານ ຄຳແພງ ໄຊສົມແພງ ໄດ້ສະແດງຄວາມຍິນດີ ແລະ ຊົມເຊີຍຕໍ່ ທ່ານ ນາງ ອີນາ ມາຊິວລີໂອນິແຕ ທີ່ໄດ້ຮັບການແຕ່ງຕັ້ງ ໃຫ້ມາດໍາລົງຕໍາແໜ່ງ ເປັນເອກອັກຄະລັດຖະທູດ ແຫ່ງ ສະຫະພາບເອີຣົບ ປະຈຳ ສປປ ລາວ ແລະ ໄດ້ຕີລາຄາສູງຕໍ່ສາຍພົວພັນ ມິດຕະພາບອັນຍາວນານ ແລະ ຫວັງວ່າ ທ່ານເອກອັກຄະລັດຖະທູດຄົນໃໝ່ ຈະສືບຕໍ່ຊຸກຍູ້ ...

Read More »

ນາຊາ ສົ່ງຍານລົງຈອດເທິງດາວອັງຄານສຳເລັດ

ຕາມ​ຂ່າວ​ຈາກ ສ.ອາ​ເມ​ລິ​ກາ,ວັນ​ທີ 23​ ກຸມພາ​ ທີ່ຜ່ານມານີ້, ອົງການບໍລິຫານ​ການບິນ​ ​ແລະ ອາ​ວະ​ກາດ​ ແຫ່ງ​ຊາດ (ນາ​ຊາ)​ ເປີດ​ເຜີຍ ຄຣິບວີ​ດີ​ໂອ ​ໃກ້​ຊາວ​ໂລກ ​ໄດ້​ເຫັນ ກ່ຽວ ກັບ ຍານ​ສຳ​ຫລວດ ​ເພີ​ເຊີ​ເວ​ຍ​ແລນ​ສ “Perseverance” ລົງຈອດ​ ບໍລິ​​ເວນ​ ໃນ​ອ່າງ​ຫລຸມ ອຸກາບາດ ​ເຢ​ເຊ​ໂຣ”Jezero”​ເທິງ​ດາວ​ອັງຄານ ກ່ອນ​ຈະ​ເລີ່​ມ ປະຕິບັດ​ໜ້າ​ທີ່ພາລະກິດຄົ້ນຫາ​ສິ່ງ​ທີ່​ມີ​ຊີວິດ. ຍານ​ດັ່ງກ່າວ ຕິດ​ກ້ອງ 23​ໂຕ ທຸກ​ສ່ວນ ​ຕັ້ງ​ແຕ່​ຂັ້ນຕອນ​ ການ​ເຂົ້າສູ່ ​ຊັ້ນບັນຍາກາດລົງ​ຈອດ​ພື້ນ​ທີ່​ ກຳນົດ​ໄວ້ປະສົບ​ຜົນສຳ​ເລັດ ຫລັງ​ຈາກ​ ສົ່ງ​ຂໍ້​ມູນ ​ແລະ ພາບ​ກັບ​ຄືນ​ມາສູ່​ໂລກຜ່ານ​ຍານ​ ໂຄຈອນ​ສຳ​ຫລວດດາວ​ອັງຄານ ​ເປັນ​ພາບ​ສີ​ ທີ່​ຊັດ​ເຈນ. ຫລັງ​ຈາກ​ນີ້ ​ເປັນ​ເວລາ 2ປີ ຍານ​ສຳ​ຫລວດ ຂັບ​ເຄື່ອນ​ດ້ວຍ 6 ລໍ້ ຈະ​ເຮັດ​ໜ້າ​ທີ່​ ຂຸດ​ເຈ​າະຫີນ ​ແລະ ດິນ​ເທິງ​ດາວ​ ອັງຄານ ​ເພື່ອ​ຫາ​ຮ່ອງຮອຍ​ ຂອງ​ສິ່ງ​ທີ່​ມີ​ຊີວິດ ບໍລິ​ເວນ​ອ່າງ​ຫລຸມ​ ດັ່ງ​ກ່າວ ທີ່​ເຊື່ອ​ວ່າ ​ເຄີຍ​ເປັນ​ທະ​ເລ​ສາບ ຂະໜາດ​ໃຫຍ່ ...

Read More »

ງານເທດສະການອາຫານລາວ ປະຈໍາປີ 2021 ເລີ່ມແລ້ວ (ຕັ້ງແຕ່ວັນທີ 23-27 ກຸມພານີ້)

ງານເທດສະການອາຫານລາວ ໝູນວຽນມາອີກປີແລ້ວ!!! ແລະ ຫຼ້າສຸດກໍເປີດຂຶ້ນຢ່າງເປັນທາງການ ໃນວັນທີ 23 ກຸມພາ 2021 ນີ້ ຢູ່ທີ່ ສວນເຈົ້າອານຸວົງ ນະຄອນຫຼວງວຽງຈັນ ພາຍໃຕ້ຄໍາຂວັນ “ກິນ, ຢູ່, ຮຽນຮູ້ວິຖີລາວ”. ໂດຍການເປັນປະທານຂອງທ່ານ ນາງ ຈັນທະຈອນ ວົງໄຊ ປະທານຄະນະບໍລິຫານ ສະມາຄົມນັກທຸລະກິດແມ່ຍິງ, ມີທ່ານນາງ ອິນລາວັນ ແກ້ວບຸນພັນ ປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງ ພ້ອມດ້ວຍບັນດາຫົວໜ່ວຍນັກທຸລະກິດ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ. ໃນພິທີດັ່ງກ່າວທ່ານນາງ ຈັນທະຈອນ ວົງໄຊ ປະທານຄະນະບໍລິຫານ ສະມາຄົມນັກທຸລະກິດແມ່ຍິງ ທັງເປັນປະທານຜູ້ຈັດງານ ໄດ້ກ່າວວ່າ: ການຈັດງານໃນຄັ້ງນີ້ກໍເພື່ອສ້າງແນວຄວາມຄິດ ແລະ ບັນຍາກາດອັນໃໝ່ໃນການອະນຸລັກອາຫານການກິນ, ການດຳລົງຊີວິດ, ຮີດຄອງປະເພນີດັ້ງເດີມຂອງຄົນລາວ, ເສີມສ້າງໃຫ້ເປັນບັນຍາກາດແບບສັງຄົມພື້ນເມືອງລາວ. ສືບຕໍ່ຊຸກຍູ້ສົ່ງເສີມແມ່ຍິງຜູ້ຜະລິດ, ຜູ້ປູກຝັງ-ລ້ຽງສັດ, ຮ້ານອາຫານ, ໂຮງແຮມ, ຮ້ານຂາຍຍ່ອຍຈາກທ້ອງຖິ່ນຕ່າງໆ ແລະ ໃນນະຄອນຫຼວງວຽງຈັນ ໄດ້ນໍາສິນຄ້າຂອງຕົນເອງມາວາງສະແດງ ພ້ອມຄ້າຂາຍແລກປ່ຽນກັນ. ພ້ອມນີ້, ຍັງເປັນການໂຄສະນາເຜີຍແຜ່ການຫຼຸດຜ່ອນໃຊ້ຖົງຢາງພລາສຕິກຫັນມານິຍົມໃຊ້ວັດຖຸເປັນມິດກັບສິ່ງແວດລ້ອມ ແລະ ບໍລິໂພກອາຫານພື້ນເມືອງລາວຈາກຜະລິດຕະພັນປອດສານພິດທີ່ດີຕໍ່ສຸຂະພາບ. ພາຍໃນງານມີບັນດາຮ້ານອາຫານລາວ; ຮ້ານຂາຍເຄື່ອງທີ່ລະນຶກຈາກບັນດາສະຖານທູດໃນບັນດາປະເທດອາຊຽນ; ຮ້ານຂາຍເຄື່ອງຫັດຖະກຳ, ກະສິກຳຕ່າງໆ ລວມທັງໝົດ 120 ...

Read More »

ລັດຖະມົນຕີຕ່າງປະເທດ ຕ້ອນຮັບທູດອົດສະຕຣາລີ ຄົນໃໝ່

ໃນວັນທີ 22 ກຸມພາ 2021 ທີ່ຜ່ານມາ ທີ່ນະຄອນຫລວງວຽງຈັນ, ທ່ານ ສະເຫລີມໄຊ ກົມມະສິດ ລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ໂພຣ ແຄລີ (Paul Kelly) ເນື່ອງໃນໂອກາດ ທີ່ຖືກແຕ່ງຕັ້ງໃຫ້ດຳລົງຕໍາແໜ່ງເປັນເອກອັກຄະລັດຖະທູດວິສາມັນ ຜູ້ມີອໍານາດເຕັມ ແຫ່ງ ອົດສະຕຣາລີ ປະຈໍາ ສປປ ລາວ ຄົນໃໝ່. ໃນໂອກາດດັ່ງກ່າວ, ທ່ານ ສະເຫລີມໄຊ ກົມມະສິດ ໄດ້ສະແດງຄວາມຍິນດີ ແລະ ຊົມເຊີຍຕໍ່ ທ່ານ ໂພຣ ແຄລີ ທີ່ໄດ້ຮັບການແຕ່ງຕັ້ງໃຫ້ມາດໍາລົງຕໍາແໜ່ງ ເປັນເອກອັກຄະລັດຖະທູດ ແຫ່ງ ອົດສະ ຕຣາລີ ປະຈໍາ ສປປ ລາວ ແລະ ໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບອັນຍາວນານ ແລະ ຫວັງວ່າ ທ່ານເອກອັກຄະລັດຖະທູດຄົນໃໝ່ ຈະສືບຕໍ່ຊຸກຍູ້ ແລະ ປະກອບສ່ວນເຂົ້າ ໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ມີປະສິດທິພາບ ລະຫວ່າງ ສປປ ...

Read More »

ຍີ່ປຸ່ນ ໃຫ້ທຶນຊ່ວຍເຫລືອ ຟື້ນຟູຊີວິດການເປັນຢູ່ ຫລັງນໍ້າຖ້ວມ ຢູ່ພາກໃຕ້ຂອງລາວ ປະມານ 15,9 ຕື້ກວ່າກີບ

ທ້າຍອາທິດທີ່ຜ່ານມາ ທີ່ນະຄອນຫລວງວຽງຈັນ, ລັດຖະບານຍີ່ປຸ່ນ ໄດ້ປະກອບສ່ວນ ທຶນຊ່ວຍເຫລືອ 180 ລ້ານເຢັນ (ປະມານ 15,9 ຕື້ກວ່າກີບ) ເພື່ອບັນເທົາຜົນກະທົບຈາກເຫດການຝົນຕົກໜັກ ແລະ ນໍ້າຖ້ວມ ໃນເດືອນຕຸລາ ປີ 2020 ຜ່ານມາ ທີ່ແຂວງສະຫວັນນະເຂດ ແລະ ແຂວງອື່ນໆ ຢູ່ພາກໃຕ້ ຂອງ ສປປ ລາວ ໂດຍຜ່ານອົງການອາຫານໂລກປະຈຳລາວ. ຕາງໜ້າລົງນາມຄັ້ງນີ້, ໂດຍທ່ານ ທາເກວະກະ ເຄໂຊ ເອກອັກຄະຣາຊະທູດ ຍີ່ປຸ່ນປະຈຳ ສປປ ລາວ ແລະ ທ່ານ ຢານ ເດລບາເຣີ ຜູ້ອໍານວຍການ ຫ້ອງການອົງການອາຫານໂລກປະຈຳ ລາວ, ມີທ່ານ ວິໄລພົງ ສີສົມຫວັງ ຫົວໜ້າກົມສັງຄົມສົງເຄາະ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ ເປັນສັກຂີພິຍານ. ໂອກາດນີ້, ທ່ານ ທາເກວະກະ ເຄໂຊ ໄດ້ກ່າວວ່າ: ພວກເຮົາກໍາລັງປະເຊີນໜ້າກັບສິ່ງທ້າທາຍຫລາຍຂຶ້ນ ຍ້ອນໄພພິບັດທໍາມະຊາດ ແລະ ການປ່ຽນແປງຂອງສະພາບດິນຟ້າອາກາດ. ໂດຍຜ່ານໂຄງການນີ້, ລັດຖະບານ ...

Read More »

ບໍລິສັດ Manignom Auto Group Company Limited ໄດ້ລົງນາມຂໍ້ຕົກລົງກັບ Geely Auto Group ໃນການເປັນຕົວແທນຈຳໜ່າຍລົດ GEELY ໃນ ສປປ ລາວ

      ເມື່ອວັນທີ 18 ກຸມພາ 2021 ທີ່ຜ່ານມາ ປະທານບໍລິສັດ ມະນີຍົມ ໂອໂຕ ກຣຸບ ທານ ສຸກສະໜອນ ສີຫາເທບ ແລະ Mr. Jun Song ຜູ້ຈັດການທົ່ວໄປຂອງ Geely Automative International Corporation ໄດ້ຈັດພິທີເຊັນສັນຍາຮ່ວມກັນໃນການເປັນຕົວແທນຈຳໜ່າຍລົດ GEELY ໃນ ສປປ ລາວ, ໂດຍມີຄະນະກໍາມະການຈາກທັງສອງບໍລິສັດເຂົ້າຮ່ວມເປັນສັກຂີພິຍານ.       ຂໍ້ຕົກລົງນີ້ຈະຊ່ວຍໃຫ້ ບໍລິສັດ ມະນີຍົມ ໂອໂຕ ກຣຸບ ສາມາດຊຸກຍູ້ຄວາມເຂັ້ມແຂງໃຫ້ກັບທຸລະກິດລົດ ດ້ວຍຄວາມຮ່ວມມືກັບແບຣນລົດອັນດັບ 1 ຂອງ ສປ ຈີນ ເຊິ່ງຈະຊ່ວຍເພີ່ມຄວາມສາມາດໃນການແຂ່ງຂັນໃນຕະຫຼາດລົດ ຂອງ Manignom Group ໃນປີ 2021 ລວມທັງສະເໜີທາງເລືອກໃຫມ່ໃຫ້ກັບຜູ້ທີ່ສົນໃຈໃນນະວັດຕະກຳລົດໃຫມ່ ແລະ ປະສົບການດ້ານການເຄື່ອນໄຫວທີ່ເໜືອຄວາມຄາດໜາຍ. ການເຊັນສັນຍາໃນຄັ້ງນີ້ຈະເຮັດໃຫ້ Manignom Group ສາມາດຂະຫຍາຍທຸລະກິດຈຳໜ່າຍຂາຍລົດສ່ວນບຸກຄົນໃນ ສປປ ລາວ ນອກຈາກການເປັນຕົວແທນຈຳໜ່າຍ ແຕ່ພຽງຜູ້ດຽວໃນ ສປປ ລາວ ສຳລັບ ...

Read More »

ຢ່າລືມ!​!! ໄປໃຊ້ສິດເລືອກຕັ້ງ ສສຊ​ ແລະ​ ສສຂ​ ພ້ອມກັນທົ່ວປະເທດ

ທ່ານຮູ້ບໍ່ ?ທົ່ວປະເທດ​ ມີຜູ້ມີສິດປ່ອນບັດເລືອກຕັ້ງ​ສະມາຊິກສະພາແຫ່ງຊາດຊຸດທີ IX​ ແລະ​ສະມາຊິກສະພາປະຊາຊົນຂັ້ນແຂວງ ຊຸດທີ II​ ທັງໝົດ​ 4.279.243 ຄົນ,​ ເພດຍິງ 2.128.167 ຄົນ. ການເລືອກຕັ້ງສະມາຊິກສະແຫ່ງຊາດ (ສສຊ) ຊຸດທີ 9 ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ (ສສຂ) ຊູດທີ 2 ທີ່ຈະມີຂຶ້ນໃນວັນທີ 21 ກຸມພາ 2021: -ທົ່ວປະເທດມີ 18 ເຂດເລືອກຕັ້ງ (ນະຄອນຫລວງວຽງຈັນ+17ແຂວງ).-ທົ່ວປະເທດມີ 7.217 ໜ່ວຍປ່ອນບັດ. -ໜ່ວຍປ່ອນບັດເລືອກຕັ້ງຢູ່ຕ່າງປະເທດ ມີ 40 ໜ່ວຍ (ສະຖານເອກອັກຄະລັດຖະທູດ-ກົງສຸນໃຫຍ່).-ຜູ້ສະໝັກຮັບເລືອກຕັ້ງ ມີທັງໝົດ 224 ທ່ານ, ເພດຍິງ 49 ທ່ານ ເລືອກເອົາ 164 ທ່ານ.

Read More »

ສປປ ລາວ ປະຕິບັດລາຍຮັບງົບປະມານ​​ບັນ​ລຸເກືອບ 100% ຂອງແຜນການດັດແກ້

ສຳນັກຂ່າວ ຊີອາໄອ ໄດ້ລາຍງານວ່າ: ເມື່ອບໍ່​ດົນ​ມານີ້, ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການເງິນໄດ້​ກ່າວ​ມີ​ຄຳ​ເຫັນ​ຕໍ່ກອງປະຊຸມສະຫຼຸບວຽກງານການເງິນ ປະຈຳປີ 2020 ​ວ່າ: ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປະຈໍາປີ 2020 ເປັນປີສຸດທ້າຍຂອງການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ຄັ້ງທີ VIII ແລະ ແຜນງົບປະມານແຫ່ງລັດ 5 ປີ. ໃນ​​ດ້ານລາຍຮັບສາມາດ ປະຕິບັດໄດ້ 22.619 ຕື້ກີບ ເທົ່າກັບ 99,53% ຂອງແຜນການດັດແກ້, ໃນນັ້ນ, ລາຍຮັບພາຍໃນ ປະຕິບັດໄດ້ 20.410 ຕື້ກີບ ເທົ່າກັບ 99,86% ຂອງແຜນການດັດແກ້ (ຖ້າທຽບໃສ່ໃນໄລຍະດຽວ ກັນ ເຫັນວ່າຫຼຸດລົງ 13,6%). ດ້ານລາຍຈ່າຍປະຕິບັດໄດ້ 31.204 ຕື້ກີບ ເທົ່າກັບ 93,7% ຂອງແຜນການດັດແກ້. ສວ່ນການຂາດດຸນ​ມີປະມານ 8.585 ຕື້ກີບ ເທົ່າກັບ 81,2% ແຜນດັດແກ້ ຫຼືເທົ່າກັບ 4,83%, ຖ້າທຽບໃສ່ແຜນດັດແກ້ທີ່ສະພາແຫ່ງຊາດໄດ້ຮັບຮອງສາມາດປະຕິບັດໄດ້ຢູ່ໃນລະດັບດີສົມຄວນ. ຕາມຂໍ້ມູນໃຫ້ຮູ້ວ່າ: ການຈັດຕັ້ງປະຕິບັດວຽກງານດັ່ງກ່າວໄດ້ດີ ຍ້ອນໄດ້ມີການຜັນຂະຫຍາຍນະໂຍບາຍການປະຢັດງົບປະມານຂອງລັດ ...

Read More »

ເຟສບຸກປິດກັ້ນຄົນໃນອົດສະຕຣາລີ ເບິ່ງ ແລະ ແຊຣ໌ ຂ່າວສານ ຫຼັງຈາກເກີດຄວາມຂັດແຍ້ງກັບລັດຖະບານອົດສະຕຣາລີ

ເຟສບຸກປິດກັ້ນບໍ່ໃຫ້ປະຊາຊົນໃນປະເທດອົດສະຕຣາລີສາມາດ ເບິ່ງ ແລະ ແຊຣ໌ເນື້ອຫາຂ່າວແລ້ວ ຫຼັງເກີດຄວາມຂັດແຍ້ງກັບລັດຖະບານອົດສະຕຣາລີທີ່ຕ້ອງການໃຫ້ສື່ສັງຄົມອອນລາຍ ຈ່າຍຄ່າຂ່າວທີ່ໄດ້ມາຈາກສຳນັກຂ່າວພາຍໃນປະເທດ ທີ່ຖືກແຊຣ໌ໃນແພລັດຟອມຂອງເຟສບຸກ. ສຳນັກງານຂ່າວ ບີບີຊີ ລາຍງານວ່າ: ເຟສບຸກປະກາດ ຈະປິດກັ້ນບໍ່ໃຫ້ຜູ້ໃຊ້ເຟສບຸກໃນອົດສະຕຣາລີເບິ່ງ ແລະ ແຊຣ໌ເນື້ອໃນຂ່າວ ຫຼັງຈາກລັດຖະບານອົດສະຕຣາລີອອກກົດໝາຍໃຫ້ສັງຄົມອອນລາຍຄື Facebook ແລະ Google ຕ້ອງຈ່າຍເງິນຄ່າຂ່າວສານຕ່າງໆ ກໍລະນີມີເນື້ອໃນຖືກນຳມາໂພສ ແລະ ນຳໄປແຊຣ໌ຕໍ່ໃນແພລັດຟອມຂອງສື່ສັງຄົມອອນລາຍ. ລັດຖະບານອົດສະຕຣາລີໄດ້ສະເໜີກົດໝາຍດັ່ງກ່າວເປັນຄັ້ງທຳອິດໃນເດືອນ ທັນວາ ປີ 2020 ທີ່ຜ່ານມາ ໂດຍຄະນະກຳມະການການແຂ່ງຂັນ ແລະ ຜູ້ບໍລິໂພກຂອງອົດສະຕຣາລີ (ACCC) ກ່າວວ່າ: ພວກເຂົາໄດ້ຮ່າງກົດໝາຍນີ້ຂຶ້ນມາ ເພື່ອສ້າງຄວາມສະເໝີພາບໃນການແຂ່ງຂັນທາງທຸລະກິດລະຫວ່າງ ບໍລິສັດເຕັກໂນໂລຊີຍັກໃຫຍ່ ກັບຜູ້ຜະລິດສື່ຂ່າວສານ ແລະ ຈະຊຸກຍູ້ກົດໝາຍໃຫ້ມີການອະພິປາຍ ແລະ ລົງມັດຕິໃນສະພາພາຍໃນສອງສາມອາທິດຂ້າງໜ້າ. ເຊິ່ງກ່ອນໜ້ານີ້ ເຟສບຸກໄດ້ເຕືອນໄວ້ວ່າຈະສະກັດກັ້ນເນື້ອຫາຂ່າວຂອງສື່ທີ່ຖືກແຊຣ໌ອອກໄປແທນການຈ່າຍເງິນ ເຊິ່ງໄດ້ປະກາດນະໂຍບາຍໃໝ່ຜ່ານການປິດກັ້ນ ໃນວັນພຸດທີ 17 ກຸມພາ 2021 ທີ່ຜ່ານມາ ໂດຍລະບຸວ່າ ກົດໝາຍສະບັບນີ້ ເຮັດໃຫ້ເຟສບຸກຕ້ອງພົບກັບທາງເລືອກທີ່ຫຍຸ້ງຍາກ ຄືເຮັດຕາມກົດໝາຍທີ່ບໍ່ສົນກັບຄວາມເປັນຈິງໃນການພົວພັນລະຫວ່າງສື່ສັງຄົມອອນລາຍ ແລະ ຜູ້ຜະລິດສື່ ຫຼືຢຸດການອະນຸຍາດໃຫ້ເຂົ້າເຖິງເນື້ອຫາຂ່າວຕ່າງໆໃນເຟສບຸກຂອງອົດສະຕຣາລີ ແລະ  ພວກເຂົາຂໍເລືອກອັນສຸດທ້າຍ. ພາຍໃຕ້ນະໂຍບາຍໃໝ່ ເຟສບຸກລະບຸວ່າ: ຜູ້ໃຊ້ຊາວອົດສະຕຣາລີ ຈະບໍ່ສາມາດອ່ານ ແລະ ...

Read More »