News

ກະຊວງ ຖວທ ມອບໃບຍ້ອງຍໍ ໃຫ້ທີມແພດໂຮງໝໍເດັກ ທີ່ໄດ້ຊ່ວຍເຫລືອສັກວັກຊີນ ໃຫ້ແກ່ພະນັກງານ

ໃນວັນທີ 3 ມິຖຸນາ 2021 ທີ່ຫໍວັດທະນະທໍາແຫ່ງຊາດ, ທ່ານ ສະຫວັນຄອນ ລາຊະມຸນຕີ ຮອງລັດຖະມົນຕີ ກະຊວງ ຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ຕາງໜ້າມອບໃບຍ້ອງຍໍໃຫ້ກັບທີມແພດໂຮງໝໍເດັກ ທີ່ໄດ້ໃຫ້ການຊ່ວຍເຫລືອ ສັກວັກແຊງປ້ອງກັນໂຄວິດ-19 ໃຫ້ພະນັກງານ-ລັດ ຖະກອນ ຂອງກະຊວງດັ່ງກ່າວ, ພາຍຫລັງສັກວັກແຊງຄົບຈໍານວນ 2 ເຂັມ, ຕາງໜ້າຮັບໃບຍ້ອງຄັ້ງນີ້, ໂດຍ ທ່ານ ດຣ ໄຊຍະວົງ ບົວທອງທິບ ຮອງຜູ້ອຳນວຍການໂຮງໝໍເດັກ. ໂອກາດດຽວກັນນີ້, ກະຊວງ ຖວທ ຍັງໄດ້ປະກອບສ່ວນ ດ້ານອຸປະກອນການແພດຈຳນວນໜຶ່ງໃຫ້ແກ່ໂຮງໝໍເດັກ ເພື່ອຮັບໃຊ້ເຂົ້າໃນວຽກງານປ້ອງກັນ ແລະ ຄວບຄຸມ ການແຜ່ລະບາດຂອງພະຍາດ ໂຄວິດ-19 ນໍາອີກ. ທ່ານ ດຣ. ໄຊຍະວົງ ບົວທອງທິບ ກ່າວວ່າ: ການສັກວັກແຊງປ້ອງກັນໂຄວິດ-19 ທີ່ຢູ່ໃນຄວາມຮັບຜິດຊອບຂອງໂຮງໝໍເດັກພວກເຮົາ ທັງໝົດມີ 7 ກະຊວງ ແລະ 1 ບໍລິສັດ, ເຊິ່ງວັກແຊງທີ່ສັກປະກອບມີ ຊີໂນຟາມ (Sinopharm) ແລະ ແອສຕຣາເຊນີກາ (Astra ...

Read More »

ສປປ ລາວ ເລັ່ງສັກວັກຊີນຮອບທີ 2 ຕ້ານການແຜ່ລະບາດພະຍາດໂຄວິດ-19

ສປປ ລາວ ພວມເລັ່ງສັກວັກແຊງຮອບທີສອງ ໃຫ້ພະນັກງານ-ລັດຖະກອນ, ພະນັກງານ ທະ ຫານ-ຕ່ຳຫລວດ ຕະຫລອດຮອດປະຊາຊົນລາວບັນດາເຜົ່າ ໃນຂອບເຂດທົ່ວປະເທດ ເພື່ອຕ້ານ ແລະ ສະກັດກັ້ນ ການແຜ່ລະບາດລະບາດຂອງພະຍາດໂຄວິດ-19 ຢູ່ ສປປ ລາວ ບໍ່ໃຫ້ແຜ່ລາມເປັນວົງກວ້າງ ແລະ ໝົດໄປໂດຍໄວ. ສໍາລັບຜູ້ທີ່ຍັງບໍ່ທັນໄດ້ຮັບວັກແຊງ ຫລື ບໍ່ເປັນກຸ່ມສ່ຽງ ພັກ-ລັດຖະບານ ໄດ້ຊີ້ນໍາ ແລະ ເລັ່ງລັດໃຫ້ກະຊວງສາທາລະນະສຸກ ຈັດຫາວັກແຊງ ເພື່ອສັກໃຫ້ປະຊາຊົນໃຫ້ໄດ້ຢ່າງໝ້ອຍ 50 ເປີເຊັນ ຂຶ້ນໄປ. ທ່ານ ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ລາຍງານໃຫ້ຮູ້ ໃນວັນທີ 2 ມິຖຸນາ 2021 ນີ້ ວ່າ: ມາຮອດວັນທີ 2 ມິຖຸນາ 2021 ນີ້, ສປປ ລາວ ສາມາດສັກວັກແຊງ ເຂັມທີ 1 ໄດ້ 664.661 ໂດສ ແລະ ເຂັມທີ 2 ໄດ້ ...

Read More »

ລັດຖະບານໄທ ຊ່ວຍເຫລືອອຸປະກອນການແພດ ໂຮງໝໍແຂວງບໍ່ແກ້ວ ແລະແຂວງໄຊຍະບູລີ

ວັນທີ 28 ພຶດສະພາ ຜ່ານມານີ້ ທີ່ດ່ານຂົວມິດຕະພາບລາວ-ໄທ ແຫ່ງທີ 4 (ຊຽງຂອງ-ຫ້ວຍຊາຍ)ໄດ້ມີພິທີມອບການຊ່ວຍເຫຼືອ ຈາກຊວງການຕ່າງປະເທດໄທ ເພື່ອສະໜັບສະໜູນ ສປປ ລາວ ໃນການສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ 19 ຕາງໜ້າຝ່າຍໄທ ກ່າວມອບໂດຍທ່ານ ວັດຊະຣະພົງ ຄຳຫຼ້າ ຫົວໜ້າພະແນກສາທາລະນະສຸກ ຈັງຫວັດຊຽງຮາຍ, ຕາງໜ້າຝ່າຍລາວກ່າວຮັບໂດຍ ດ.ຣ. ບຸນຍະເວດ ວົງຄຳຊາວ ຫົວໜ້າພະແນກສາທາລະນະສຸກແຂວງບໍ່ແກ້ວ ແລະຄະນະ. ເຄື່ອງຊ່ວຍເຫລືອດັ່ງກ່າວ ເປັນຫ້ອງກວດຫາເຊື້ອ, ເປັນສ່ວນໜຶ່ງຂອງໂຄງການເພີ່ມຂີດຄວາມສາມາດໃນການກວດຫາເຊື້ອພະຍາດໂຄວິດ 19. ຊຶ່ງໃນໂອກາດທີ່ທ່ານ ເຈດສະດາ ກະຕະເວທິນ ເອກອັກຄະຣາຊະທູດ ຣາຊະອານາຈັກໄທ ປະຈຳ ສປປ ລາວ ໄດ້ແຈ້ງໄວ້ເມື່ອວັນທີ 7 ພຶດສະພາ 2021 ວ່າ: ລັດຖະບານໄທ ໄດ້ຈັດໂຄງການເພື່ອຮັບມືກັບພະຍາດໂຄວິດ 19 ໂດຍມີແຜນ ຈະສະໜັບສະໜູນອຸປະກອນດ້ານການແພດ ເພື່ອເພີ່ມຂີດຄວາມສາມາດໃນການກວດຫາເຊື້ອໂຄວິດ 19 ໃຫ້ໂຮງໝໍແຂວງບໍ່ແກ້ວ ແລະ ໂຮງໝໍ ແຂວງໄຊຍະບູລີ ດ້ວຍການຕິດຕັ້ງເຄື່ອງກວດຫາເຊື້ອແບບ RT-PCR ພ້ອມເຄື່ອງມື ແລະ DNA/RNA Extract ...

Read More »

ຄໍາເຫັນຂອງທ່ານ ນາຍົກລັດຖະມົນຕີ ເນື່ອງໃນໂອກາດ ວັນເດັກນ້ອຍສາກົນ 01 ມິຖຸນາ 2021

– ພີ່ນ້ອງຮ່ວມຊາດ ທີ່ນັບຖື ແລະ ຮັກແພງ ! – ລູກຫຼານລາວບັນດາເຜົ່າ ທີ່ຮັກແພງທັງຫລາຍ ! ເນື່ອງໃນໂອກາດວັນເດັກນ້ອຍສາກົນ ວັນທີ 01 ມິຖຸນາ ໄດ້ໝູນວຽນມາບັນຈົບຄົບຮອບອີກວາລະໜຶ່ງ, ຂ້າພະເຈົ້າຕາງໜ້າໃຫ້ການນຳ ພັກ-ລັດ ຂໍຝາກຄວາມຮັກແພງ ແລະ ຄວາມຢ້ຽມຢາມຖາມຂ່າວອັນອົບອຸ່ນ ມາຍັງ ລູກໆ ຫຼານໆ ເດັກນ້ອຍລາວບັນດາເຜົ່າ ທຸກຖ້ວນໜ້າ ໃນທົ່ວປະເທດ. ການສະເຫຼີມສະຫຼອງວັນເດັກນ້ອຍສາກົນ ໃນທຸກໆປີຜ່ານມາ ແມ່ນປາງບຸນໃຫຍ່ຂອງເດັກນ້ອຍໃນທົ່ວໂລກ ກໍ່ຄືເດັກນ້ອຍລາວ. ແຕ່ເປັນໜ້າເສຍດາຍທີ່ວ່າ ການສະເຫຼີມສະຫຼອງຢູ່ປະເທດເຮົາໃນປີນີ້ ແມ່ນ ບໍ່ສາມາດຈັດພິທີສະຫຼອງໃຫຍ່ ແລະ ບໍ່ສາມາດເຕົ້າໂຮມລູກຫຼານ ເພື່ອສະແດງອອກເຖິງຄວາມຮູ້ຄວາມສາມາດໃນ ລາຍການສິລະປະວັນນະຄະດີ ແລະ ການແຂ່ງຂັນຕ່າງໆ ຕິດພັນກັບຂະບວນການປູກຕົ້ນໄມ້ແຫ່ງຊາດ ຢ່າງກວ້າງຂວາງໄດ້, ເນື່ອງຈາກມີການແຜ່ລະບາດຂອງເຊື້ອພະຍາດ COVID-19 ເປັນວົງກວ້າງຢູ່ຫຼາຍບໍລິເວນ ຊຶ່ງເປັນໄພອັນຕະລາຍຕໍ່ ຄວາມປອດໄພດ້ານສຸຂະພາບ ແລະ ຊີວິດຂອງປະຊາຊົນເຮົາ ກໍ່ຄື ເດັກນ້ອຍເຮົາ. ພີ່ນ້ອງຮ່ວມຊາດ ທີ່ນັບຖື ແລະ ຮັກແພງ ! ໃນປະຈຸບັນນີ້ ທົ່ວພັກ, ທົ່ວລັດ ແລະ ...

Read More »

ສປປ ລາວ ຈະສົ່ງອອກ 9 ລາຍການສິນຄ້າກະສິກຳປຸງແຕ່ງ ໄປ ສປ ຈີນ ໃນນັ້ນ, ລວມມີໝາກຖົ່ວລຽນ 5 ໝື່ນໂຕນ ໃນໄລຍະ 5 ປີ

ການລົງນາມຮ່ວມມືເພື່ອຈັດຊື້ສິນຄ້າກະສິກຳປຸງແຕ່ງ 9 ລາຍການໃຫຍ່ ຈາກ ສປປ ລາວ ສົ່ງໄປ ສປ ຈີນ ປະກອບມີ: 1. ຖົ່ວດິນ 1 ແສນໂຕນ 2. ແປ້ງມັນຕົ້ນ 1 ແສນໂຕນ 3. ຊີ້ນງົວແຊ່ແຂງ 1 ແສນໂຕນ 4. ໝາກມ່ວງຫິມະພານ 2 ແສນໂຕນ 5. ໝາກມ່ວງ 1 ແສນໂຕນ 6. ຖົ່ວລຽນ 5 ໝື່ນໂຕນ 7. ຖົ່ວເຫຼືອງ 2 ແສນໂຕນ 8. ກ້ວຍ 1 ແສນໂຕນ 9. ນ້ຳຕານ 5 ແສນໂຕນ ພາຍໃນປີທີ 5 ເປັນຕົ້ນໄປ ແມ່ນຈະເລີ່ມສົ່ງອອກ ຊຶ່ງການຮ່ວມມືດັ່ງກ່າວຈະເປັນໂຄງການ ທີ່ຈະສ້າງອາຊີບໃຫ້ແກ່ປະຊາຊົນລາວຫຼາຍແສນຄອບຄົວ ເຮັດ​ໃຫ້​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນລາວ​ດີ​ຂຶ້ນ. ໃນວັນທີ 28 ພຶດສະ​ພາ ຜ່ານ​ມາ ທີ່ກະ ຊວງອຸດສາຫະກຳ ແລະ ...

Read More »

ປະທານສະພາແຫ່ງຊາດ ພົບປະທາງໄກກັບປະທານສະພາຜູ້ແທນປະຊາຊົນທົ່ວປະເທດຈີນ

ໃນວັນທີ 28 ພຶດສະພາ 2021 ​ທີ່​ສຳ​ນັກ​ງານ​ສູນ​ກາງ​ພັກ ​ສະຫາຍ ໄຊສົມພອນ ພົມວິຫານ ກຳມະການກົມການເມືອງສູນ ກາງພັກ ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ພົບປະທາງໄກ ກັບ ສະຫາຍ ລີ້ ຈ້ານຊູ ກຳມະການຄະນະປະຈຳກົມການ ເມືອງສູນກາງພັກກອມມູນິດຈີນ ປະທານສະພາຜູ້ແທນປະຊາຊົນທົ່ວປະ ເທດ ແຫ່ງ ສປ ຈີນ. ໃນການພົບປະທາງໄກຄັ້ງນີ້ ສອງຝ່າຍໄດ້ແຈ້ງໃຫ້ກັນຊາບສະພາບການພົ້ນເດັ່ນຂອງແຕ່ລະປະເທດ, ຕີລາຄາການພົວພັນຮ່ວມມື ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຈີນ ຈີນ-ລາວ ຊຶ່ງປີນີ້ເປັນປີຄົບຮອບ 60 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ຊຶ່ງສອງຝ່າຍໄດ້ກໍານົດເປັນປີມິດຕະພາບ ລາວ-ຈີນ ຈີນ-ລາວ ແລະ ໄດ້ມີການເຄື່ອນໄຫວສະເຫຼີມ​ສະຫຼອງວັນຄົບຮອບດັ່ງກ່າວ ຢ່າງມີຄວາມໜາຍ, ການນໍາຂັ້ນສູງຂອງສອງພັກ, ລັດ ໄດ້ມີການ​ພົບ​ປະແລກ​ປ່ຽນທາງໄກນໍາກັນ ເພື່ອປຶກສາກ່ຽວກັບການຮ່ວມມືດ້ານຕ່າງໆ ເພື່ອປະຕິບັດຕາມເນື້ອໃນຈິດໃຈ ຂອງຂໍ້ຕົກລົງຂອງການນໍາສູງສຸດ ຂອງສອງພັກວ່າດ້ວຍ ແຜນແມ່ບົດກ່ຽວກັບການສ້າງຄູ່ຮ່ວມຊາຕາກໍາ ລາວ-ຈີນ ຈີນ-ລາວ ໃຫ້ປະກົດຜົນເປັນຈິງ ໂດຍສະເພາະແມ່ນບັນດາໂຄງການໃຫຍ່ໆ ທີ່ພວມຈັດຕັ້ງປະຕິບັດດ້ວຍຄວາມຄືບໜ້າ ເປັນຢ່າງດີເຊັ່ນ: ...

Read More »

ລັດຖະບານສະຫະລັດອາເມຣິກາ ມອບອຸປະກອນການແພດ ແລະ ເຄື່ອງອຸປະໂພກ ມູນຄ່າ 1.870 ລ້ານກີບ ໃຫ້ກະຊວງສາທາລະນະສຸກ

ລັດຖະບານສະຫະລັດອາເມລິກາ ໄດ້ນຳເອົາຊຸດອຸປະກອນການແພດ ແລະ ເຄື່ອງອຸປະໂພກ ມູນຄ່າ1.870ລ້ານກີບ ມອບໃຫ້ກະຊວງສາທາລະນະສຸກ ແຫ່ງ ສປປ ລາວໃນວັນທີ 25 ພຶດສະພາ 2021; ຕາງໜ້າມອບໂດຍ ທ່ານ ປີເຕີ ເຮມ໋ອນ ເອກອັກຄະລັດຖະທູດ ສະຫະລັດອາເມຣິກາ ປະຈຳລາວ ແລະ ຕາງໜ້າຮັບໂດຍ ທ່ານ ດຣ.ບຸນແຝງ ພົມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ. ອຸປະກອນການແພດ ແລະ ເຄື່ອງໃຊ້ອຸປະໂພກ ທີ່ນຳມາມອບໃນຄັ້ງນີ້, ແມ່ນເປັນການມອບຄັ້ງທຳອິດ ຈາກການມອບຮັບສອງຄັ້ງໂດຍຜ່ານການຊ່ວຍເຫລືອ ຂອງສູນບັນຊາການກອງທັບສະຫະລັດປະຈຳພາກພື້ນອິນໂດປາຊີຟິກ, ກະຊວງປ້ອງກັນປະເທດ ສະຫະລັດອາເມຣິກາ ໃຫ້ແກ່ສູນກັກບໍລິເວນ 25 ແຫ່ງ ທົ່ວປະເທດຂອງ ສປປ ລາວ. ການມອບເຄື່ອງດັ່ງກ່າວ ແມ່ນເພື່ອຕອບສະໜອງຕາມຄວາມຕ້ອງການຂອງທາງບຸກຄະລາກອນແພດໝໍ, ຜູ້ທີ່ເຮັດວຽກປະຈຳຢູ່ສູນກັກບໍລິເວນ ແລະ ຜູ້ທີຖືກກັກບໍລິເວນໃນແຕ່ລະສູນ, ທັງນີ້ກໍ່ເພື່ອເປັນການສຶບຕໍ່ຊ່ວຍເຫລືອວຽກງານຂອງອົງການອາຫານໂລກທີ່ດຳເນີນການຊ່ວຍເຫຼືອຢູ່ສູນດັ່ງກ່າວນັ້ນ. ການຊ່ວຍເຫຼືອນີ້ ມີມູນຄ່າລວມທັງໝົດແມ່ນ 203,000 ໂດລາສະຫະລັດ ທ່ານ ປີເຕີ ເຮມ໋ອນ ໄດ້ຊົມເຊີຍຕໍ່ລັດຖະບານລາວ ທີ່ສາມາດສືບຕໍ່ຄວບຄຸມສະຖານະການການແຜ່ລະບາດຂອງພະຍາດໂຄວິດ-19 ໄດ້ເປັນຢ່າງດີ, ພ້ອມທັງຈະສືບຕໍ່ຊ່ວຍເຫລືອ ສປປ ລາວ ໃນການຄວມຄຸມພະຍາດໂຄວິດ-19, ...

Read More »

ຄະນະສະເພາະກິດຂັ້ນສູນກາງ ແລະ ນະຄອນຫລວງວຽງຈັນ ປຶກສາຫາລືການແກ້ໄຂບັນຫາໂຄວິດ-19

ໃນຕອນເຊົ້າ ວັນທີ 27 ພຶດສະພາ 2021 ທີ່ຫ້ອງວ່າການນະຄອນຫລວງວຽງຈັນ, ຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການແຜ່ລະບາດ ຂອງພະຍາດໂຄວິດ-19 ຂັ້ນສູນກາງ ແລະ ນະຄອນຫລວງວຽງຈັນ ໄດ້ຈັດກອງປະຊຸມປຶກສາຫາລື ກ່ຽວກັບການຈັດຕັ້ງປະຕິບັດມາດຕະ ການຕ່າງໆ ໃນການປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂ ການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ນະຄອນຫລວງວຽງຈັນ ໃນໄລຍະ ວັນທີ 21 ພຶດສະພາ ຫາ ວັນທີ 4 ມິຖຸນາ 2021, ໂດຍການເປັນປະທານ ຂອງ ທ່ານ ກິແກ້ວ ໄຂຄຳພິທູນ ຮອງນາຍົກລັດຖະມົນຕີ, ຫົວໜ້າຄະນະສະເພາະກິດ, ມີບັນດາທ່ານໃນຄະນະສະເພາະກິດ ຂັ້ນສູນກາງ ແລະ ນະຄອນຫລວງວຽງຈັນ ເຂົ້າຮ່ວມ.ກອງປະຊຸມ ໄດ້ຮັບຟັງການລາຍງານ ສະພາບການຈັດຕັ້ງປະຕິບັດມາດການປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂ ການແຜ່ລະບາດຂອງພະຍາດໂຄວິດ-19 ໃນໄລຍະຜ່ານມາ ໂດຍສະເພາະ 7 ວັນ ພາຍຫລັງມີມາດຕະການເພີ່ມເຕີມ ແລະ ...

Read More »

ຕຳຫລວດລາດຕະເວນທາງນ້ຳ ແຂວງຢຸນນານ ສປ ຈີນ ມອບອຸປະກອນການແພດ ໃຫ້ກອງບັນຊາການທະຫານແຂວງບໍ່ແກ້ວ

ແຫລ່ງຂ່າວຈາກແຂວງບໍ່ແກ້ວ ໃຫ້ຮູ້ວ່າ: ໃນວັນທີ 27 ພຶດສະພາ 2021 ນີ້, ສູນປະສານງານລາວ-ຈີນ ບ້ານມອມ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ, ກອງບັນຊາການຕຳ ຫລວດລາດຕະເວນທາງນ້ຳ ແຂວງຢຸນນານ ສປ ຈີນ ນໍາເອົາອຸປະກອນການແພດ ມາມອບໃຫ້ແກ່ກອງບັນຊາການທະຫານແຂວງບໍ່ແກ້ວ ນຳໃຊ້ເຂົ້າໃນການຕ້ານ ແລະ ສະກັດກັ້ນ ການລະບາດພະຍາດ ໂຄວິດ-19 ກ່າວມອບໂດຍ ສະຫາຍ ພົນຕີ ຢວນຢ່າພິງ ຫົວໜ້າກອງບັນຊາການຕຳຫລວດລາດຕະເວນທາງນໍ້າ ແຂວງຢຸນນານ ສປ ຈີນ ແລະ ກ່າວຮັບໂດຍ ສະຫາຍ ພັນໂທ ໂສວັນ ພັນທັນນີ ຄະນະພັກກອງບັນຊາການ, ຫົວໜ້າຫ້ອງເສນາທິການ ກອງບັນຊາການທະຫານແຂວງບໍ່ແກ້ວ. ອຸປະກອນການແພດ ທີ່ນຳມາມອບໃນຄັ້ງນີ້ ປະກອບມີຄື: ຢາປ້ອງກັນໂຄວິດ-19 ຈໍານວນ 300 ກັບ, ຜ້າອັດປາກ-ອັດດັງ KN95 ຈໍານວນ 500ອັນ, ຜ້າອັດປາກ-ດັງ 3.000 ອັນ, ເຈວລ້າງມື 20 ກ່ອງ, ນໍ້າຢາຂ້າເຊື້ອ 40 ຖັງ, ...

Read More »

ຊົມເຊີຍ!!! ແພດໝໍແຂວງສະຫວັນນະເຂດ ປິ່ນປົວຜູ້ຕິດໂຄວິດຫາຍດີແລ້ວ 35 ຄົນ

ຊົມເຊີຍແພດໝໍ ພ້ອມດ້ວຍທີມງານທີ່ກ່ຽວຂ້ອງຂອງແຂວງສະຫວັນນະເຂດ ທີ່ສາມາດປິ່ນປົວຄົນເຈັບທີ່ຕິດເຊື້ອພະຍາດໂຄວິດ-19 ຈົນຫາຍດີ ແລະ ກັບເມືອບ້ານເຮືອນ ເພື່ອສືບຕໍ່ກັກໂຕຕື່ມອີກ 14 ວັນ ໄດ້ແລ້ວຈຳນວນທັງໝົດ 35 ກໍລະນີ; ຫຼ້າສຸດໃນເວລາ 16:00 ໂມງຂອງວັນທີ 26 ພຶດສະພາ 2021ນີ້, ຢູ່ທີ່ສູນປີ່ນປົວພະຍາດໂຄວິດ-19 ຂອງແຂວງ(ວິທະຍາໄລ ວິທະຍາສາດ ສຸຂະພາບ) ກໍໄດ້ຈັດພິທີມອບ-ຮັບຜູ້ທີ່ປິ່ນປົວດີຈາກພະຍາດໂຄວິດ-19 ຈຳນວນ 3 ກໍລະນີ. ເຂົ້າຮ່ວມຂອງໃນພິທີຄັ້ງນີ້ຂອງທ່ານ ດຣ ແສງດາວ ສີດາໄລ ຫົວໜ້າພະແນກສາທາລະນະສຸກແຂວງ, ທ່ານ ປອ.ດຣ ສຸຄັນທອນ ສິງພວງເພັດ ຜູ້ອຳນວຍການວິທະຍາໄລວິທະຍາສາດສຸຂະພາບ, ທ່ານ ດຣ ນາງ ພູວິໄລ ແກ້ວມຸງຄຸນ ຜູ້ອຳນວຍການໂຮງໝໍແຂວງ ພ້ອມດ້ວຍທີມແພດປິ່ນປົວ, ຄອບຄົວ ແລະອໍານາດການປົກຄອງບ້ານບ່ອນຢູ່ຂອງຄົນເຈັບເຂົ້າຮ່ວມ. ປັດຈຸບັນ, ທົ່ວແຂວງສະຫວັນນະເຂດ ມີຜູ້ຕິດເຊື້ອໂຄວິດ-19 ສະສົມ 99 ຄົນ, ຍັງນອນປິ່ນປົວ 64 ຄົນ(ຍິງ 33 ຄົນ) ໃນນີ້ ປິ່ນປົວຫາຍດີແລ້ວຈຳນວນ 35 ຄົນ, ...

Read More »