ສປປ ລາວ ຈະສົ່ງອອກ 9 ລາຍການສິນຄ້າກະສິກຳປຸງແຕ່ງ ໄປ ສປ ຈີນ ໃນນັ້ນ, ລວມມີໝາກຖົ່ວລຽນ 5 ໝື່ນໂຕນ ໃນໄລຍະ 5 ປີ

ການລົງນາມຮ່ວມມືເພື່ອຈັດຊື້ສິນຄ້າກະສິກຳປຸງແຕ່ງ 9 ລາຍການໃຫຍ່ ຈາກ ສປປ ລາວ ສົ່ງໄປ ສປ ຈີນ ປະກອບມີ: 1. ຖົ່ວດິນ 1 ແສນໂຕນ

2. ແປ້ງມັນຕົ້ນ 1 ແສນໂຕນ

3. ຊີ້ນງົວແຊ່ແຂງ 1 ແສນໂຕນ

4. ໝາກມ່ວງຫິມະພານ 2 ແສນໂຕນ

5. ໝາກມ່ວງ 1 ແສນໂຕນ

6. ຖົ່ວລຽນ 5 ໝື່ນໂຕນ

7. ຖົ່ວເຫຼືອງ 2 ແສນໂຕນ

8. ກ້ວຍ 1 ແສນໂຕນ

9. ນ້ຳຕານ 5 ແສນໂຕນ

ພາຍໃນປີທີ 5 ເປັນຕົ້ນໄປ ແມ່ນຈະເລີ່ມສົ່ງອອກ ຊຶ່ງການຮ່ວມມືດັ່ງກ່າວຈະເປັນໂຄງການ ທີ່ຈະສ້າງອາຊີບໃຫ້ແກ່ປະຊາຊົນລາວຫຼາຍແສນຄອບຄົວ ເຮັດ​ໃຫ້​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນລາວ​ດີ​ຂຶ້ນ.

ໃນວັນທີ 28 ພຶດສະ​ພາ ຜ່ານ​ມາ ທີ່ກະ ຊວງອຸດສາຫະກຳ ແລະ ການຄ້າ (ກະ ຊວງ ອຄ); ບໍລິສັດ ເອໄອດີຊີ ການຄ້າ ຈຳກັດຜູ້ດຽວ (AIDC), ສປປ ລາວ ແລະ ບໍລິສັດ ລັດວິສາຫະກິດ ສະບຽງ ອາຫານ ຈີນ ສາຂາ ເມືອງ ເຈີງໂຈ ແຂວງເຫີໜານ ສປ ຈີນ ໄດ້ລົງນາມບົດບັນທຶກ ແບບທາງໄກ ເພື່ອຮ່ວມມື ໃນການຈັດຊື້ສິນຄ້າກະສິກຳປຸງແຕ່ງຈາກ ສປປ ລາວ ສົ່ງໄປ ສປ ຈີນ ໂດຍມີ ທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີ ກະຊວງ ອຄ ແລະ ທ່ານ ເພັດ ພົມພິພັກ ລັດຖະມົນຕີ ກະ ຊວງກະສິກຳ ແລະ ປ່າ ໄມ້ ພ້ອມດ້ວຍພາກ ສ່ວນກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພິຍານ.

ພິ​ທີລົງນາມຄັ້ງນີ້, ມີຂຶ້ນລະຫວ່າງ ທ່ານ ພຶດສະພາ ພູມມະສັກ ປະທານບໍລະສັດ AIDC ແລະ ທ່ານ ຈ້າຍ ເຫວີຍ (Dai Wei) ປະທານກຳມະການບໍລິຫານ ລັດວິສາຫະກິດສະບຽງອາຫານ ສປ ຈີນ ສາຂາ ເມືອງ ເຈີງໂຈ ແຂວງ ເຫີໜານ ພ້ອມດ້ວຍມີຜູ້ຕາງໜ້າຂອງລັດຖະບານລາວຮ່ວມລົງນາມ ເພື່ອເປັນພະຍານຄື ທ່ານ ໄຊ​ສົມ​ເພັດ ນໍ​ລະ​ສິງ ຫົວ​ໜ້າ​ກົມ​ສົ່ງ​ເສີມ​ການ​ຄ້າ ກະ​ຊວງ ອ​ຸດສາຫະກຳແລະການຄ້າ ແລະ ທ່ານ ສີ​ປະ​ໄພ ໄຊ​ສົງ​ຄາມ ຫົວ​ໜ້າ​ຫ້ອງ​ການ ກະ​ຊວງ ກ​ະສິກຳແລະປ່າໄມ້.

ການ​ຮ່ວມ​ມື​ດັ່ງ​ກ່າວ​ນີ້ ຈະສ້າງອາຊີບໃຫ້ແກ່ປະຊາຊົນລາວຫຼາຍແສນຄອບຄົວ ເຮັດ​ໃຫ້​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ດີ​ຂຶ້ນ ແລະ ຈະ​ສ້າງ​ລາຍ​ຮັບ​ໃຫ້​ແກ່​ລັດ​ຖະ​ບານ; ພ້ອມກັນ​ນັ້ນ, ກໍ​ຍັງ​ເປັນ​ການ​ປັບ​ປຸງ​ພື້ນ​ຖານ​ໂຄງ​ລ່າງ ເປັນ​ຕົ້ນ​ແມ່ນ​ທະ​ໜົນ​ຫົນ​ທາງ, ໄຟ​ຟ້າ, ນ້ຳ​ປະ​ປາ ແລະ ຊົນ​ລະ​ປະ​ທານ​ ໄປ​ພ້ອມໆ​ກັນ.​ ໂອ​ກາດ​ດຽວ​ກັນ, ຍັງ​ໄດ້​ຂອບ​ໃຈ​ລັດ​ຖະ​ມາ​ລາວ ທີ່​ໄດ້​ເອົາ​ໃຈ​ໃສ່​ຊຸກ​ຍູ້ ແລະ ສະ​ໜັບ​ສະ​ໜູນ ຊຶ່ງ​ຜ່ານ​ມາກໍ​ໄດ້​ພ້ອມ​ກັນ​ທົດ​ລອງ​ເຮັດ​ກະ​ສິ​ກຳ​ຢູ່ຫຼາຍ​ຈຸດ ແລະ ໄດ້​ກະ​ກຽມ​ພື້ນ​ທີ່​ປູກ​ຝັງ ເຮັດ​ການ​ຜະ​ລິດ ແຕ່​ພາກ​ກາງຫາພາກ​ໃຕ້ ໂດຍ​ປັດ​ຈຸ​ບັນ​ໄດ້​ເກືອບ 1 ແສນ​ເຮັກ​ຕາ. ພາຍຫຼັງ​ການ​ລົງ​ນາມ​ຄັ້ງ​ນີ້, ບໍ​ລິ​ສັດ ແລະ ລັດ​ວິ​ສາ​ຫະ​ກິດ ສະ​ບຽງ​ອາ​ຫານ ຈີນ ຈະ​ປຶກ​ສາ​ຫາ​ລື​ເຖິງ​ລາຍ​ລະ​ອຽດ​ດ້ານ​ເຕັກ​ນິກ​ຂອງ​ການ​ປູກ-ການ​ປຸງ​ແຕ່ງ ແລະ ກ້າວ​ສູ່​ຂັ້ນ​ຕອນ​ການ​ນຳ​ສະ​ເໜີ​ໂຄງ​ການ​ໃຫ້​ແກ່​ລັດ​ຖະ​ບານ ໃນ​ການ​ຂໍ​ໂກ​ຕ້າ ແລະ ພະ​ຍາ​ຍາມ​ໃຫ້​ລາ​ຄາ​ສາ​ມາດ​ແຂ່ງ​ຂັນ​ໄດ້ ທຽບ​ກັບ​ປະ​ເທດ​ອື່ນ​ອ້ອມ​ຂ້າງ.

ທ່ານ ລັດ​ຖະ​ມົນ​ຕີ ກະ​ຊວງ ອ​ຸດສາຫະກຳແລະການຄ້າ ໄດ້​ກ່າວ​ວ່າ: ​ພາຍຫຼັງ​ທີ່​ ລາວ-ຈີນ ໄດ້​ສຳ​ເລັດ​ການ​ເຊັນ​ສັນ​ຍາ​ຊື້​-ຂາຍ ເຂົ້າ 20 ພັນ​ໂຕນ ແລະ ສືບ​ຕໍ່​ສົ່ງ​ອອກ ​ເຂົ້າ 50 ພັນ​ໂຕນ ໃນ​ອະ​ນາ​ຄົດ; ການ​ລົງ​ນາມໃນ​ຄັ້ງ​ນີ້​ ກໍ​ເປັນ​ອີ​ກ​ສິ່ງ​ໜຶ່ງ​ທີ່ມີ​ຄວາມໝາຍ​ສຳ​ຄັນ​ຍິ່ງ ເປັນ​ໂອ​ກາດ ທີ່​ເປີດ​ຊ່ອງ​ທາງ​ໃຫ້​ສາ​ມາດ​ສ້າງ​ມູນ​ຄ່າ​ການ​ຄ້າ ຂອງ​ທັງ​ສອງ​ປະ​ເທດ​ເພີ່ມ​ຂຶ້ນ ແລະ ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົ​ມ ຂອງ ສ​ປ​ປ ລາວ ແລະ ທັງ​ເປັນ​ໂອ​ກາດ​ໃນ​ການ​ສົ່ງ​ອອກ​ສິນ​ຄ້າ​ກະ​ສິ​ກຳ​ທີ່​ເປັນ​ສິນ​ຄ້າ​ທີ່​ເປັນ​ທ່າ​ແຮງ​ຂອງ​ລາວ. ນອກ​ນີ້, ຍັງ​ເປັນ​ການ​ສົ່ງ​ເສີມ​ການ​ຜະ​ລິດ, ດຶງ​ດູດ​ການ​ລົງ​ທຶນ ເພື່ອ​ກ້າວ​ຜ່ານ​ອຸ​ປະ​ສັກ​ທີ່​ເກີດ​ຈາກ​ໂຄວິດ-19 ແລະ ຍັງ​ເປັນ​ການ​ຮອງ​ຮັບ​ໃຫ້​ແກ່​ຜົນ​ສຳ​ເລັດ​ຂອງ​ການ​ກໍ່​ສ້າງ​ທາງ​ລົດ​ໄຟ​ລາວ-ຈີນ ໃນ​ທ້າຍ​ປີ 2021 ນີ້ ກໍ​ຄື​ຍຸດ​ທະ​ສາດ ໜຶ່ງ​ເລວ​ໜຶ່ງ​ເສັ້ນ​ທາງ ໃຫ້​ປະ​ກົດ​ຜົນ​ເປັນ​ຈິງ ຊຶ່ງ​ເຊື່ອ​ໝັ້ນ​ວ່າ​ການ​ສົ່ງ​ອອກ​ສິນ​ຄ້າ ຜ່ານ​ການ​ຂົນ​ສົ່ງ​ຂອງ​ທາ​ງ​ລົດ​ໄຟ​ນີ້ ຈະ​ຊ່ວຍ​ໃຫ້ຫຼຸກ​ຕົ້ນ​ທຶນ ແລະ ສາ​ມາດ​ແຂ່ງ​ຂັນ​ກັບ​ສິນ​ຄ້າ​ຂອງ​ບັນ​ດາ​ປະ​ເທດ ແລະ ຂອງ​ສາ​ກົນ​ໄດ້.ທ່ານ ລັດ​ຖະ​ມົນ​ຕີ ກະ​ຊວງ ກ​ປ ກໍ​ໄດ້​ກ່າວ​ວ່າ: ປັດ​ຈຸ​ບັນ, ລາວ-ຈີນ ໄດ້​ສຳ​ເລັດ​ອະ​ນຸ​ສັນ​ຍາສອງ​ຝ່າຍ ຊຶ່ງ​ສາ​ມາດ​ສົ່ງ​ອອກ​ພືດ ແລະ ຜະ​ລິດ​ຕະ​ພັນ​ພືດ ໄປ​ ສປ ຈີນ ມີ 7 ຊະ​ນິດ​ພືດ​ຄື: ສາ​ລີ, ມັນ​ຕົ້ນ, ກ້ວຍ, ເຂົ້າ​ສານ, ໝາກ​ໂມ, ມັນ​ດ້າງ, ພືດ​ຕະ​ກູນ​ຖົ່ວ; ນອກ​ນີ້, ມີ ​ງົວ ອີກ. ກະ​ຊວງ ກ​ປ, ຍັງສຳ​ເລັດ​ການຮ່າງ​ອະ​ນຸ​ສັນ​ຍາ ເພື່ອລໍ​ຖ້າ​ເຊັນ​ລົງ​ນາມ ໃນ​ການ​ສົ່ງ​ໄປພືດ ແລະ ຜະ​ລິດ​ຕະ​ພັນ​ພືດ ສ​ປ ຈີນ ອີກ 6 ຊະ​ນິດ​ພືດ ເຊັ່ນ: ໝາກ​ຜຸ, ​ໝາກ​ກ້ຽງ, ໝາກ​ນາວ, ໝາກ​ໜ໊ອດ, ພືດ​ເປັນ​ຢາ, ໃບ​ໝາກຕູມ​ແຫ້ງ ຊຶ່ງ​ແຕ່​ນີ້ຮອດ​ປີ 2025 ແມ່ນ​ຈະ​​ສືບ​ຕໍ່ເຈ​ລະ​ຈາ​ທາງ​ດ້ານ​ເຕັກ​ນິກ​ເປີດ​ຕະຫຼາດ​ກັບ​ ສ​ປ ຈີນ ຫຼາຍກວ່າ 90 ລາຍ​ການ​ພືດ. ຫຼັງ​ຈາກ​ເຊັນ​ສັນ​ຍາ​ໃນ​ພິ​ທີ​ຄັ້ງ​ນີ້, ກະ​ຊວງ ຈະ​ດຳ​ເນີນ​ການ​ເຈ​ລະ​ຈາເພື່ອ​ຂໍ​ໂກ​ຕ້າ​ສົ່ງ​ອອກ​ໄປ ສ​ປ ຈີນ 5 ລາຍ​​ການທີ່ນອນ​ໃນ​ອະ​ນຸ​ສັນ​ຍາທີ່​ລາວ-ຈີນ ໄດ້ລົງ​ນາມ​ແລ້ວ ທີ່​ມີ​ໃນ​ 9 ລາຍ​ການ​ສິນ​ຄ້າ ທີ່​ໄດ້​ລົງ​ນາມ​ໃນ​ພິ​ທີຄັ້ງ​ນີ້.

​ຂ່າວ: Lao Nation Radio

Comments