ຄໍາເຫັນຂອງທ່ານ ນາຍົກລັດຖະມົນຕີ ເນື່ອງໃນໂອກາດ ວັນເດັກນ້ອຍສາກົນ 01 ມິຖຸນາ 2021

– ພີ່ນ້ອງຮ່ວມຊາດ ທີ່ນັບຖື ແລະ ຮັກແພງ !

– ລູກຫຼານລາວບັນດາເຜົ່າ ທີ່ຮັກແພງທັງຫລາຍ !

ເນື່ອງໃນໂອກາດວັນເດັກນ້ອຍສາກົນ ວັນທີ 01 ມິຖຸນາ ໄດ້ໝູນວຽນມາບັນຈົບຄົບຮອບອີກວາລະໜຶ່ງ, ຂ້າພະເຈົ້າຕາງໜ້າໃຫ້ການນຳ ພັກ-ລັດ ຂໍຝາກຄວາມຮັກແພງ ແລະ ຄວາມຢ້ຽມຢາມຖາມຂ່າວອັນອົບອຸ່ນ ມາຍັງ ລູກໆ ຫຼານໆ ເດັກນ້ອຍລາວບັນດາເຜົ່າ ທຸກຖ້ວນໜ້າ ໃນທົ່ວປະເທດ.

อาจเป็นรูปภาพของ 1 คน และกำลังยืน

ການສະເຫຼີມສະຫຼອງວັນເດັກນ້ອຍສາກົນ ໃນທຸກໆປີຜ່ານມາ ແມ່ນປາງບຸນໃຫຍ່ຂອງເດັກນ້ອຍໃນທົ່ວໂລກ ກໍ່ຄືເດັກນ້ອຍລາວ. ແຕ່ເປັນໜ້າເສຍດາຍທີ່ວ່າ ການສະເຫຼີມສະຫຼອງຢູ່ປະເທດເຮົາໃນປີນີ້ ແມ່ນ ບໍ່ສາມາດຈັດພິທີສະຫຼອງໃຫຍ່ ແລະ ບໍ່ສາມາດເຕົ້າໂຮມລູກຫຼານ ເພື່ອສະແດງອອກເຖິງຄວາມຮູ້ຄວາມສາມາດໃນ ລາຍການສິລະປະວັນນະຄະດີ ແລະ ການແຂ່ງຂັນຕ່າງໆ ຕິດພັນກັບຂະບວນການປູກຕົ້ນໄມ້ແຫ່ງຊາດ ຢ່າງກວ້າງຂວາງໄດ້, ເນື່ອງຈາກມີການແຜ່ລະບາດຂອງເຊື້ອພະຍາດ COVID-19 ເປັນວົງກວ້າງຢູ່ຫຼາຍບໍລິເວນ ຊຶ່ງເປັນໄພອັນຕະລາຍຕໍ່ ຄວາມປອດໄພດ້ານສຸຂະພາບ ແລະ ຊີວິດຂອງປະຊາຊົນເຮົາ ກໍ່ຄື ເດັກນ້ອຍເຮົາ.

ພີ່ນ້ອງຮ່ວມຊາດ ທີ່ນັບຖື ແລະ ຮັກແພງ !

ໃນປະຈຸບັນນີ້ ທົ່ວພັກ, ທົ່ວລັດ ແລະ ທົ່ວປວງຊົນລາວທັງຊາດ ກຳລັງສຸມໃສ່ຈັດຕັ້ງຜັນຂະ ຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງ ພັກປະຊາຊົນປະຕິວັດລາວ ແລະ ແຜນພັດທະນາເສດ ຖະກິດ-ສັງຄົມ 5 ປີ ຄັ້ງທີ IX (2021-2025) ຊຶ່ງໃນປະຈຸບັນ ກໍ່ຄືໄລຍະຜ່ານມາ ພັກ-ລັດຖະບານເຮົາ ແມ່ນໄດ້ເອົາໃຈໃສ່ຢ່າງສະເໝີຕົ້ນສະເໝີປາຍຕໍ່ກັບ ວຽກງານການສົ່ງເສີມ, ການປົກປ້ອງເດັກ, ການຕ້ານສະກັດກັ້ນ ແລະ ແກ້ໄຂການໃຊ້ຄວາມຮຸນແຮງຕໍ່ເດັກນ້ອຍ. ໃນໂອກາດວັນຄົບຮອບ 30 ປີ ຂອງ ສົນທິສັນຍາວ່າດ້ວຍ ສິດທິເດັກ ແລະ ວັນຖະແຫຼງການວ່າດ້ວຍ ສິດທິເດັກ ຄົບຮອບ 60 ປີ, ພວກເຮົາໄດ້ມີການສະຫຼຸບຕີລາຄາຄືນ ໝາກຜົນການຈັດຕັ້ງປະຕິບັດສົນທິສັນຍາສິດທິເດັກ ຕະຫຼອດໄລຍະ 30 ປີທີ່ຜ່ານມາ ແລະ ໄດ້ກໍານົດທິດທາງການພັດທະນາເດັກນ້ອຍລາວບັນດາເຜົ່າ ຮອດປີ 2030. ນອກນັ້ນ, ການຈັດຕັ້ງ ພັກ-ລັດ ທຸກພາກສ່ວນ ແມ່ນໄດ້ໃຫ້ຄວາມໝາຍໝັ້ນ ໃນການຈັດຕັ້ງປະຕິບັດສົນທິສັນຍາວ່າດ້ວຍ ສິດທິເດັກ ໂດຍການນຳໃຊ້ກາລະໂອກາດ ພັດທະນາທ່າແຮງ ຂອງເດັກນ້ອຍລາວບັນດາເຜົ່າ ແຕ່ນີ້ຮອດປີ 2030 ແລະ ການບັນລຸເປົ້າຫມາຍການພັດທະນາແບບຍືນຍົງ.

ໃນໂອກາດນີ້ ຂ້າພະເຈົ້າ ຕາງໜ້າໃຫ້ ພັກ ແລະ ລັດຖະບານ, ຂໍສະແດງຄວາມຍ້ອງຍໍຊົມເຊີຍ ແລະ ສະແດງຄວາມຂອບໃຈ ຕໍ່ຄະນະກໍາມາທິການເພື່ອຄວາມກ້າວໜ້າຂອງແມ່ຍິງ ແລະ ຄະນະກຳມາທິການເພື່ອ ແມ່ ແລະ ເດັກ ທຸກຂັ້ນ, ອົງການຈັດຕັັ້ງພັກ-ລັດ ຂັັ້ນສູນກາງ ແລະ ທ້ອງຖິ່ນ, ອົງການແນວລາວສ້າງຊາດ, ອົງການຈັດຕັ້ງມະຫາຊົນ, ອົງການຈັດຕັ້ງສາກົນ, ພາກສ່ວນທຸລະກິດຂອງລັດ, ຂອງເອກະຊົນ ຕະຫຼອດຮອດພໍ່ແມ່ປະຊາຊົນລາວ ລວມທັງເດັກນ້ອຍລາວ ໃນທົ່ວປະເທດ ທີ່ໄດ້ສະໜັບສະໜູນ ແລະ ປະກອບສ່ວນຢ່າງຕັ້ງໜ້າ ເຮັດໃຫ້ວຽກ ແມ່ ແລະ ເດັກ ໄດ້ຮັບການປັບປຸງດີຂຶ້ນ ແລະ ມີຜົນສໍາເລັດເປັນກ້າວໆມາ.

ບັນດາທ່ານທີ່ຮັກແພງທັງຫຼາຍ !

ຄຽງຄູ່ກັບຜົນສຳເລັດນັ້ນ, ພວກເຮົາ ຍັງປະເຊີນໜ້າກັບສິ່ງທ້າທາຍຫຼາຍດ້ານ ເປັນຕົ້ນແມ່ນ ບັນຫາທາງດ້ານໂພຊະນາການ-ພາວະເດັກຂາດສານອາຫານ, ອັດຕາການເຂົ້າຮຽນໃນພາກການສຶກສາ ກ່ອນໄວຮຽນ ແລະ ການສຶກສາພາກບັງຄັບ, ການນໍາໃຊ້ສື່ສັງຄົມອອນລາຍຂອງເດັກ, ບັນຫາຢາເສບຕິດ ແລະ ບັນຫາອື່ນໆ ທີ່ຍັງເປັນໄພຄຸກຄາມ ແລະ ຈໍາກັດການພັດທະນາຂອງເດັກ. ນອກຈາກນັັ້ນ, ຄວາມຮັບຮູ້ ແລະ ຄວາມເຂົ້າໃຈໃນສັງຄົມ ແລະ ຮີດຄອງປະເພນີຂອງບາງທອງຖິ່ນໃນເຂດທຸກຍາກ, ເຂດຫ່າງໄກສອກຫຼີກ ຍັງຍຶດຖືທັດສະນະຄະຕິແບບງົມງາຍຄອງເດີມ ແລະ ປັບປຸງປ່ຽນແປງໄດ້ຊ້າ ຊຶ່ງບັນຫາເຫຼົ່ານີ້ ການຈັດຕັ້ງພັກ-ລັດ, ອົງການແນວລາວສ້າງຊາດ, ອົງການຈັດຕັ້ງມະຫາຊົນທຸກຂັ້ນ ຕະ ຫຼອດຮອດປະຊາຊົນລາວບັນດາເຜົ່າທຸກຊັ້ນຄົນ ຈະຕ້ອງຮ່ວມແຮງຮ່ວມໃຈກັນ ແກ້ໄຂບັນຫາດັ່ງກ່າວນີ້ ໃຫ້ນັບມື້ນັບຫຼຸດລົງເປັນກ້າວໆ.

ພີ່ນ້ອງຮ່ວມຊາດທີ່ຮັກແພງທັງຫຼາຍ!

ໃນໂອກາດສະເຫລີມສະຫລອງວັນເດັກນ້ອຍສາກົນ 01 ມິຖຸນາ ນີ້, ໃນນາມລັດຖະບານ, ຂ້າພະເຈົ້າ ຂໍຮຽກຮ້ອງມາຍັງ ບັນດາອົງການການຈັດຕັ້ງຂອງ ພັກ-ລັດ, ແນວລາວສ້າງຊາດ, ອົງການຈັດ ຕັ້ງມະຫາຊົນ ແລະ ຫົວໜ່ວຍທຸລະກິດທັງພາກລັດ ແລະ ເອກະຊົນ ຕະຫລອດເຖິງປະຊາຊົນ ແລະ ເດັກນ້ອຍລາວບັນດາເຜົ່າ ໃນຂອບເຂດທົ່ວປະເທດ ຈົ່ງສືບຕໍ່ຍົກສູງຄວາມຮັບຜິດຊອບຂອງຕົນຕໍ່ການປະຕິບັດວຽກງານແມ່ ແລະ ເດັກ, ແກ້ໄຂບັນຫາທີ່ຍັງຄົງຄ້າງໃນໄລຍະຜ່ານມາ, ສ້າງເງື່ອນໄຂ ແລະ ໂອກາດໃຫ້ລູກຫຼານພວກເຮົາໄດ້ຮັບການພັດທະນາ ແລະ ມີອະນາຄົດທີ່ສົດໃສ, ມີຄວາມຈະເລີນກ້າວໜ້າຢ່າງມີຄຸນນະພາບ, ເປັນກຳລັງຊັບພະຍາກອນມະນຸດ ທີ່ມີຄວາມເຂັ້ມແຂງຂອງຊາດ ເພື່ອສືບຕໍ່ພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃຫ້ຈະເລີນຮຸ່ງເຮືອງ ຕາມທິດທີ່ພັກເຮົາໄດ້ວາງໄວ້.

ອີກປະການໜຶ່ງ, ໃນໄລຍະນີ້ເປັນໄລຍະເວລາແຫ່ງການປ່ຽນແປງການດຳລົງຊີວິດ ໃຫ້ໄປຕາມວິຖີຊີວິດປົກກະຕິແບບໃໝ່ ເພື່ອປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂການແຜ່ລະບາດຂອງພະຍາດ ໂຄວິດ-19. ພ້ອມກັນນີ້ ພວກເຮົາກໍ່ມີຄວາມຈຳເປັນຕ້ອງໄດ້ ກະກຽມຈັດຕັ້ງການຮຽນ-ການສອນຄືນໃໝ່ ເພື່ອໃຫ້ລູກຫຼານຂອງພວກເຮົາໄດ້ສືບຕໍ່ສຶກສາຮໍ່າຮຽນ, ຂ້າພະເຈົ້າ ຈຶ່ງຂໍຮຽກຮ້ອງມາຍັງກະຊວງສຶກສາທິການ ແລະ ກິລາ, ຄູ-ອາຈານ ແລະ ພາກສ່ວນທີ່ກ່ຽວຂ້ອງ ກໍ່ຄືໂຮງຮຽນ, ສະຖາບັນການສຶກສາຊັ້ນຕ່າງໆ ຕະຫຼອດຮອດຄະນະພັກ-ອຳນາດການປົກຄອງທຸກຂັ້ນ ຈົ່ງໄດ້ເອົາໃຈໃສ່ຮັບປະກັນຄວາມປອດໄພຢູ່ໃນ ໂຮງຮຽນ ແລະ ສະຖານທີການສຶກສາ ທັງຮັບປະກັນຄຸນນະພາບຂອງການສຶກສາໃນທຸກຊັ້ນຮຽນ ແລະ ກ້າວສູ່ການຈັດການສອບເສັງ ໃຫ້ທັນຕາມກຳນົດເວລາຂອງການເປີດສົກຮຽນໃໝ່. ສໍາລັບການຈັດຕັ້ງການປູກຕົ້ນໄມ້ແຫ່ງຊາດ ໃນທົ່ວປະເທດ ກໍ່ໃຫ້ປະຕິບັດຕາມເງື່ອນໄຂທີ່ສອດຄ່ອງ ຊຶ່ງບໍ່ຈຳເປັນຈັດພິທີແບບຮູບການ ດັ່ງທີ່ເຄີຍປະຕິບັດຜ່ານມາ, ສໍາຄັນແມ່ນປູກຢ່າງມີແຜນການ ປູກແລ້ວຕ້ອງປົກປັກຮັກສາໃຫ້ຈະເລີນເຕີບໂຕໄດ້ດີ.

ໃນໂອກາດທ້າຍສຸດນີ້, ຂ້າພະເຈົ້າ ຂໍຮຽກຮ້ອງຍັງພໍ່ແມ່ປະຊາຊົນ, ພະນັກງານ, ທະຫານ, ຕຳຫຼວດ, ຄູ-ອາຈານ, ນັກຮຽນ-ນັກສຶກສາ ກໍ່ຄືທຸກພາກສ່ວນໃນສັງຄົມ ຈົ່ງເອົາໃຈໃສ່ດຳລົງຊີວິດປົກກະຕິແບບໃໝ່, ຍົກສູງສະຕິການປ້ອງກັນຕົນເອງໃຫ້ດີ, ມີຄວາມຮັບຜິດຊອບສູງຕໍ່ຕົນເອງ, ຄອບຄົວ, ສັງຄົມ ແລະ ປະເທດຊາດ, ພ້ອມກັນຕື່ນຕົວປະຕິບັດບັນດາມາດຕະການປ້ອງກັນພະຍາດ COVID-19 ທີ່ ພັກ-ລັດ ແຕ່ລະຂັ້ນວາງອອກ ຢ່າງເຂັ້ມງວດ.

ວັນເດັກນ້ອຍສາກົນ ວັນທີ 01 ມິຖຸນາ ປີນີ້, ຂໍໃຫ້ເດັກນ້ອຍລາວທຸກຖ້ວນໜ້າ ໃນຂອບເຂດທົ່ວປະເທດ ຈົ່ງມີສຸຂະພາບແຂງແຮງ, ເປັນເດັກຄຳຮູ້ ຂອງພໍ່ແມ່, ເປັນນັກຮຽນດີ ນັກຮຽນເກັ່ງຂອງ ຄູ-ອາ ຈານ ແລະ ເປັນລູກຫຼານທີ່ດີຂອງປະເທດຊາດ ອັນແສນຮັກຂອງພວກເຮົາ.

ຂໍຂອບໃຈ

Comments