News

ຕົວຊ່ວຍ SME ຊອກພະນັກງານທີ່ແມ່ນ! ໄດ້ງ່າຍໆພຽງກົດ LINE JOBS…

ຕົວຊ່ວຍ SME ຊອກພະນັກງານທີ່ແມ່ນ! ໄດ້ງ່າຍໆພຽງກົດ LINE JOBS… ປັດຈຸບັນ ແນວໂນ້ມການປ່ຽນວຽກຂອງຄົນລຸ້ນໃໝ່ຄ້ອນຂ້າງສູງ ກາຍເປັນປະເດັນສໍາຄັນທີ່ທຸລະກິດຕ້ອງຫາທາງຮັບມື! ເພາະປັດຈຸບັນເປັນຍຸກທີ່ເອີ້ນວ່າ ເປັນຍຸກຂອງ Millennials ເປັນພວກ The Job-Hopping Generation ຫຼືຄົນທີ່ມັກປ່ຽນວຽກເປັນປະຈໍາ. ແນວໂນ້ມດັ່ງກ່າວຈຶ່ງສົ່ງຜົນກະທົບແກ່ທຸລະກິດໂດຍກົງ; ໃນບັນດາປະເທດທີ່ພັດທະນາແລ້ວ (ໃນອານາຄົດອາດຈະສົ່ງຜົນມາເຖິງທຸລະກິດໃນບ້ານເຮົາ) ເຮັດໃຫ້ຕ້ອງຊອກພະນັກງານໃໝ່ຢູ່ເປັນປະຈໍາ ເຮັດໃຫ້ເຈົ້າຂອງທຸລະກິດ, ຜູ້ປະກອບການ ໂດຍສະເພາະ SME ຈໍາເປັນຕ້ອງມີຊ່ອງທາງເພີ່ມປະສິດທິພາບໃນການຊອກຄົນເຮັດວຽກ ເພື່ອຮັບພະນັກງານໃໝ່ເຂົ້າມາເສີມຕຶ່ມທີມ… ແຕ່ມັນກໍມີບັນຫາຫຼາຍຢ່າງເຊັ່ນ ຄວາມຊັກຊ້າ, ລາຄາຄ້ອນຂ້າງແພງ, ຊ່ອງທາງການສະໝັກວຽກບໍ່ມີປະສິດທິພາບ; ດ້ວຍເຫດນີ້ Application LINE ຈຶ່ງເບິ່ງເຫັນໂອກາດ ແລະ ຊ່ອງທາງທີ່ຈະເກີດຂຶ້ນ ຈຶ່ງໄດ້ເປີດຕົວ “LINE JOBS” Platform ໃໝ່ ທີ່ຈະເຊື່ອມຕໍ່ຜູ້ຊອກວຽກ ແລະ ຜູ້ຈ້າງສໍາລັບວຽກບໍລິການດ້ວຍຄວາມງ່າຍ, ໄວ ແລະ ມີປະສິດທິພາບ… “LINE JOBS” ເປັນບໍລິການຊອກວຽກຜ່ານ Application LINE ທີ່ໃຊ້ເທັກໂນໂລຊີທີ່ເອີ້ນວ່າ “Machine Leaning” ຜູ້ສະໝັກວຽກທົ່ວປະເທດສາມາດຊອກວຽກທີ່ຕ້ອງການໄດ້ໃນ LINE JOBS ຜ່ານ ...

Read More »

ມູນຄ່າການນໍາເຂົ້າ-ສົ່ງອອກ ປະຈໍາເດືອນ 9 ປີ 2018

ມູນຄ່າການນໍາເຂົ້າ-ສົ່ງອອກ ຂອງ ສປປ ລາວ ປະຈໍາເດືອນ 9 ປີ 2018 ປະຕິບັດໄດ້ 724 ລ້ານໂລດາສະຫະລັດ ຍັງບໍ່ທັນລວມເອົາການສົ່ງອອກໄຟຟ້າ. ໃນນັ້ນ ມູນຄ່າການນໍາເຂົ້າປະຕິບັດໄດ້ 426 ລ້ານໂລດາສະຫະລັດ ສ່ວນສໍາລັບມູນຄ່າການສົ່ງອອກແມ່ນປະຕິບັດໄດ້ 298 ລ້ານໂລດາສະຫະລັດ. ສິນຄ້າສົ່ງອອກຫຼັກຂອງ ສປປ ລາວ ປະຈໍາເດືອນ 9 ປະກອບມີ: ແຮ່ທອງ ແລະ ເຄື່ອງຂອງທີ່ເຮັດດ້ວຍທອງແດງ, ໂຄງຮ່າງ ແລະ ຊີ້ນສ່ວນກ້ອງບັນທຶກພາບ, ເຄື່ອງໄຟຟ້າ ແລະ ອຸປະກອນເຄື່ອງໃຊ້ໄຟຟ້າ, ເຄື່ອງດື່ມ, ເຄື່ອງນຸ່ງ, ໝາກກ້ວຍ, ງົວ, ຄວາຍ ແລະ ອື່ນໆ. ສິນຄ້າສົ່ງອອກທີ່ຍັງກວມສູງກ່ວາໝູ່ແມ່ນແຮ່ທອງ ກວມ 26,04% ສ່ວນທອງແດງ ແລະ ເຄື່ອງຂອງທີ່ເຮັດດ້ວຍທອງແດງ ກວມ 12,45%. ແຫຼ່ງຂໍ້ມູນຈາກ: ກະຊວງອຸດສະຫະກໍາ ແລະ ການຄ້າ ຮູບປະກອບຈາກ: ອິນເຕີເນັດ

Read More »

ພື້ນຖານໂຄງລ່າງ ໄຊຍະບູລີ ຂະຫຍາຍຕົວ

ຜ່ານມາແຂວງ ໄຊຍະບູລີ ໄດ້ເອົາໃຈໃສ່ໃນການພັດທະນາພື້ນຖານໂຄງລ່າງດ້ວຍຄວາມຮັບຜິດຊອບສູງ ແລະ ໄດ້ວາງຄາດໝາຍສູ້ຊົນຈັດຕັ້ງປະຕິບັດໂດຍເລັ່ງໃສ່ວຽກງານຂົວ-ທາງເປັນບຸລິມະສິດຕົ້ນຕໍ ໂດຍມີ 137 ໂຄງການ, ມູນຄ່າທັງໝົດ 7.877,81 ຕື້ກີບ, ໃນນັ້ນທຶນຕ່າງປະເທດ 564,12 ຕື້ກີບ ແລະ ທຶນພາຍໃນ 7.313,69 ຕື້ກີບ. ທ່ານ ແພງຊ້ອຍ ແພງເມືອງ ຫົວໜ້າພະແນກ ໂຍທາທິການ ແລະ ຂົນສົ່ງ ແຂວງໄຊຍະບູລີ ໃຫ້ຮູ້ຕື່ມອີກວ່າ: ແຜນການຈັດຕັ້ງປະຕິບັດໃນໄລຍະ 5 ປີ (2016-2020) ມາຮອດປັດຈຸບັນສາມາດປະຕິບັດສໍາເລັດແລ້ວ 92 ໂຄງການ, ມູນຄ່າ 482,48 ຕື້ກີບ. ຂໍ້ມູນຈາກ: ຂປລ.

Read More »

ຍຸດທະສາດໃໝ່!!! ຂອງ Brand ດັງລະດັບໂລກ ທີ່ຈະມັດໃຈລູກຄ້າ

H&M ປະກາດໃຊ້ຖົງເຈ້ຍ ແທນຖົງຢາງພາສ໌ຕິກ H&M ເປັນແບຣນຜູ້ຄ້າຍ່ອຍລາຍລ່າສຸດທີ່ປະກາດສົງຄາມກັບພາສ໌ຕິກ ດ້ວຍການໃຊ້ຖົງເຈ້ຍແທນການໃຊ້ຖົງຢາງພາສ໌ຕິກເປັນທີ່ຮຽບແລ້ວ.   ໃນຖາມກາງບັນຫາໂລກຮ້ອນ ແລະ ຖົງຢາງພາສ໌ຕິກລົ້ນໂລກ ເຮັດໃຫ້ແບຣນໃຫຍ່ໆຂອງໂລກເລີ່ມຕື່ນຕົວຕໍ່ບັນຫານີ້ທີ່ສຸດ, ໄດ້ມີການປັບຕົວ ແລະ ໄດ້ປະກາດນະໂຍບາຍໃນການຫຼຸດໃຊ້ພາສ໌ຕິກບໍ່ວ່າຈະເປັນທໍ່ດູດພາສ໌ຕິກ ແລະ ຖົງຢາງພາສ໌ຕິກ ເພື່ອເປັນມິດຕໍ່ສິ່ງແວດລ້ອມຫຼາຍຂຶ້ນ ແລະ ອີກຢ່າງໜຶ່ງກໍຄືການສ້າງຍຸດທະສາດ ເຮັດໃຫ້ພາບລັກຂອງແບຣນນັ້ນໆດີຂຶ້ນ. ລ່າສຸດ H&M  ແບຣນ Fast Fashion ຊື່ດັງໄດ້ປະກາດແຜນວ່າຈະຍົກເລິກໃຊ້ຖົງຢາງພາສ໌ຕິກໃຫ້ໝົດ ແລ້ວປ່ຽນມາໃຊ້ຖົງເຈ້ຍແທນ. ໂດຍແຜນການນີ້ແມ່ນເລີ່ມຕັ້ງແຕ່ມື້ນີ້ ວັນທີ 29 ຕຸລາ 2018 ແລະ ຈະຂະຫຍາຍໄປທຸກສາຂາທົ່ວໂລກໃຫ້ສຳເລັດໃນຕົ້ນເດືອນທັນວາ 2018 ນີ້. ທາງ H&M ກ່າວວ່າ: ການຫັນປ່ຽນມາໃຊ້ຖົງເຈ້ຍນັ້ນ ກໍເພື່ອຕ້ອງການສ້າງຄວາມປ່ຽນແປງໃນອຸດສາຫະກຳແຟຊັນ ຄາດວ່າຈະສາມາດສ້າງແຮງກະຕຸ້ນໃນການຂາຍໄດ້ຢ່າງດີອີກ ເພາະເທຣນການຮັກໂລກຮັກສາສິ່ງແວດລ້ອມກຳລັງມາແຮງ ແລະ ເຮັດໃຫ້ສັງຄົມມາຄິດໃນເລື່ອງນີ້ຫຼາຍຂຶ້ນອີກ. ກ່ອນໜ້ານີ້ H&M ແມ່ນໄດ້ເກັບເງິນເພີ່ມຕື່ມເລັກໜ້ອຍ ເມື່ອລູກຄ້າຕ້ອງການຖົງຢາງພາສ໌ຕິກ  ໄດ້ເລີ່ມເຮັດກິດຈະກຳນີ້ຕັ້ງແຕ່ປີ 2015 ມາ ແລ້ວນຳເງິນທີ່ໄດ້ນັ້ນໄປບໍລິຈາກເພື່ອການກຸສົນ ໂດຍປັດຈຸບັນ ອົງການ Unicef  ໄດ້ຮັບເງິນຈາກ H&M ແລ້ວທັງໝົດຫຼາຍກວ່າ 1.9 ລ້ານໂດລາ. By Ratirita

Read More »

ງານວາງສະແດງທ່ອງທ່ຽວ ຈີນ-ອາຊຽນ

ງານວາງສະແດງທ່ອງທ່ຽວ ຈີນ-ອາຊຽນ (China-ASEAN EXPO Tourism Exhibition) ໄດ້ຈັດຂື້ນທີ່ ກຸຍຫຼິນ, ສປ ຈີນ ໃນລະຫວ່າງວັນທີ 25-28 ຕຸລາ 2018, ເຂົ້າຮ່ວມງານດັ່ງກ່າວມີບັນດາຫົວໜ່ວຍທຸລະກິດທ່ອງທ່ຽວ ສປ ຈີນ, ອາຊຽນ ແລະ ຜູ້ຊື້-ຜູ້ຂາຍຈາກທົ່ວໂລກ ລວມມີ 800 ຮ້ານ ຊຶ່ງເປັນງານຕະຫຼາດທ່ອງທ່ຽວທີ່ສຳຄັນ. ສໍາລັບຮ້ານວາງສະແດງຄັ້ງນີ້ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວລາວ ກໍໄດ້ເຂົ້າຮ່ວມເຊິ່ງນຳໂດຍທ່ານ ອຸ່ນທວງ ຂາວພັນ, ຮອງລັດຖະມົນຕີ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແຫ່ງ ສປປ ລາວ ໄດ້ຮັບກຽດເປັນແຂກກິດຕິມະສັກ ຂື້ນກ່າວມີຄໍາເຫັນຕໍ່ພິທີເປີດງານວາງສະແດງການທ່ອງທ່ຽວຈີນ-ອາຊຽນ ຊຶ່ງໄດ້ຍົກໃຫ້ເຫັນນະໂຍບາຍຂອງພັກ-ລັດຖະບານ ສປປ ລາວ ໂດຍຖືເອົາວຽກງາານທ່ອງທ່ຽວ ເປັນຂະແໜງການບູລິມະສິດໜຶ່ງທີ່ສຳຄັນປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງຊາດ ໂດຍປະກາດໃຫ້ປີ 2018 ເປັນປີທ່ອງທ່ຽວລາວ. ຈຳນວນນັກທ່ອງທ່ຽວເພິ່ມຂື້ນ ໃນ 6 ເດືອນຕົ້ນປີນີ້ ນັກທ່ອງທ່ຽວສາກົນ ມາທ່ຽວລາວ 2ລ້ານກວ່າຄົນ ເພີ່ມຂື້ນ 6% ...

Read More »

ລະບົບ ຄຸ້ມຄອງລາຍຮັບສ່ວຍສາອາກອນ”TaxRIS”ເປີດນຳໃຊ້ເປັນທາງການແລ້ວ!!!!

ແຈ້ງການ!!! ເປີດການນໍາໃຊ້ ລະບົບຂໍ້ມູນຂ່າວສານ ຄຸ້ມຄອງລາຍຮັບ ສ່ວຍສາອາກອນ ລະບົບໃຫມ່ ທັນສະໄຫມ TaxRIS ປ້ອງກັນການຮົ່ວໄຫຼຂອງການຈ່າຍສ່ວຍສາອາກອນ ໄປຫາກຸ່ມຄົນບໍ່ດີ ! ກະຊວງການເງິນ ອອກແຈ້ງການລົງວັນທີ 22 ຕຸລາ 2018 ເຖິງ ບຸກຄົນ, ນິຕິບຸກຄົນ ແລະ ອົງການຈັດຕັ້ງຕ່າງໆ ເລື່ອງ: ເປີດນຳໃຊ້ລະບົບຂໍ້ມູນຂ່າວສານຄຸ້ມຄອງລາຍຮັບສ່ວຍສາອາກອນ “TaxRIS”(ລະບົບໃໝ່) ລາຍລະອຽດເພີ່ມຕື່ມ ສາມາດກວດສອບໄດ້ ຕາມແຈ້ງການ ຂ້າງລຸ່ມນີ້ ຫຼື ເຂົ້າຢ້ຽມຊົມເວັບໄຊທ໌ taxservice.mof.gov.la

Read More »

ເປີດຕົວຢ່າງເປັນທາງການ! Smart Phone Huawei Mate 20 ແລະ Huawei Mate 20 pro…

ສໍາລັບທ່ານໃດທີ່ກໍາລັງເບິ່ງຫາ Smart Phone ດີໆ, ແບັດທົນໆ, ຊາດເຂົ້າໄວ, ຫຼິ້ນບໍ່ມີສະດຸດ, ແຖມໜ້າຈໍໃຫຍ່ໆເໝາະກັບການໃຊ້ງານທຸກສະຖານະການ ເຮົາຂໍແນະນໍາເລີຍ Huawei Mate 20 ແລະ Huawei Mate 20 pro; ຈາກບໍລິສັດຫົວເຫວີຍ ເຊິ່ງໄດ້ເປີດຕົວຢູ່ລາວຢ່າງເປັນທາງການແລ້ວໃນວັນທີ 23 ຕຸລາ ທີ່ຜ່ານມາ ທີ່ຫ້ອງການຫົວເຫວີຍ ປະຈໍາປະເທດລາວ. ໂດຍການເປັນປະທານຂອງ ທ່ານ ຫຍາງລຽງ ຮອງຜູ້ອໍານວຍການ ບໍລິສັດຫົວເຫວີຍ ເທັກໂນໂລຍີລາວ ຈໍາກັດແຕ່ພຽງຜູ້ດຽວ. ພາຍໃນງານ ທ່ານ ວັນກົງ ສີສະຫວັດ ຜູ້ຈັດການຝ່າຍຂາຍ ທຸລະກິດຜະລິດຕະພັນ ເພື່ອຜູ້ບໍລິໂພກ ຫົວເຫວີຍປະຈໍາລາວ ໄດ້ແນະນໍາໃຫ້ຮູ້ເຖິງຄຸນນະສົມບັດໃນການໃຊ້ງານ ແລະ ຄວາມແຕກຕ່າງຈາກ Smart Phone ລຸ້ນອື່ນໆທີ່ວາງຂາຍຕາມທ້ອງຕະຫຼາດ; ບໍ່ວ່າຈະເປັນລະບົບການຖ່າຍຮູບທີ່ເໜືອກວ່າ,​ ສາມາດຈັດພາບໄດ້ເຖິງ 25 ໂໝດ, ແບັດເຕີຣີ່ທີ່ກິນໄຟໜ້ອຍກວ່າພຽງ 7 ນາໂມແມັດ (ລຸ້ນທົ່ວໄປແມ່ນ 10 ນາໂນແມັດ ກໍຖືວ່າຕໍ່າແຮງແລ້ວ) ແຖມແບັດເຕີຣີ່ຍັງສູງເຖິງ 4.000 ແລະ 4.200 ...

Read More »

ຮອງນາຍົກ ຕ້ອນຮັບກອງເລຂາ ສປຊ ຕ້ານຢາເສບຕິດ ແລະ ອາຊະຍາກໍາ

ໃນວັນທີ 24 ຕຸລາ 2018 ທີ່ຜ່ານມາ, ທ່ານ ປອ ບຸນທອງ ຈິດມະນີ ຮອງນາຍົກລັດຖະມົນຕີ, ປະທານຄະນະກວດກາ ສູນກາງພັກ ແລະ ອົງການກວດກາລັດຖະບານ, ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ນາງ ທັນຢາ ຊານຕຸຊີ ກອງເລຂາກົນໄກ ທົບທວນຂອງອົງການສະຫະປະຊາຊາດ ເພື່ອຕ້ານຢາເສບຕິດ ແລະ ອາຊະຍາກໍາ (UNODC) ພ້ອມຄະນະ ແລະ ຊ່ຽວຊານຈາກປະເທດໄຊປລັດ ແລະ ປາກິສະຖານ. ໃນໂອກາດທີ່ເດີນທາງມາ ຢ້ຽມຢາມ ແລະ ເຂົ້າຮ່ວມກອງປະຊຸມ ປຶກສາຫາລືກ່ຽວກັບ ການຈັດຕັ້ງປະຕິບັດ ສົນທິສັນຍາສະຫະປະຊາຊາດ ວ່າດ້ວຍ ການຕ້ານການສໍ້ລາດບັງຫຼວງ ພາກທີ II ການປ້ອງກັນ ແລະ ພາກທີ V ການເກັບກູ້ຊັບສິນຮອບວຽນທີ 2 ຂອງ ສປປ ລາວໃນລະຫວ່າງວັນທີ 22-24 ຕຸລາ 2018 ທີ່ນະຄອນຫຼວງວຽງຈັນ. ທ່ານ ນາງ ທັນຍາ ຊານຕຸຊີ ໄດ້ລາຍງານການເຄື່ອນໄຫວຢ້ຽມຢາມ ແລະ ເຂົ້າຮ່ວມກອງ ປະຊຸມປຶກາສາຫາລືຄັ້ງນີ້ ໃຫ້ທ່ານຮອງນາຍົກລັດຖະມົນຕີຊາບແລະ ສະແດງຄວາມຊົມເຊີຍຕໍ່ ສປປ ລາວ ທີ່ເອົາໃຈໃສ່ຈັດຕັ້ງປະຕິບັດສົນທິສັນຍາ ຂອງອົງການສະຫະປະຊາຊາດ ວ່າດ້ວຍ ການຕ້ານການສໍ້ລາດບັງຫຼວງຢ່າງຕັ້ງໜ້າ ແລະ ມີໝາກຜົນໃນໄລຍະຜ່ານມາ. ໃນໂອກາດນີ້ທ່ານ ປອ ບຸນທອງ ຈິດມະນີ ກໍໄດ້ສະແດງຄວາມຊົມເຊີຍ ແລະ ຂອບ ໃຈຕໍ່ ຄະນະກອງເລຂາກົນໄກ ທົບທວນຂອງອົງການສະຫະປະຊາຊາດ ເພື່ອຕ້ານຢາເສບຕິດ ແລະ ອາຊະຍາກໍາ ທີ່ໄດ້ມາເຄື່ອນໄຫວຢ້ຽມຢາມ ແລະ ເຂົ້າຮ່ວມກອງປະຊຸມ ກ່ຽວກັບການຈັດຕັ້ງປະຕິບັດ ສົນທິສັນຍາ ສະຫະປະຊາຊາດ ວ່າດ້ວຍການຕ້ານ ການສໍ້ລາດບັງຫຼວງ ຢູ່ສປປ ລາວ. ທັງນີ້ ກໍເພື່ອເປັນການທົບທວນຄືນ ວຽກງານການ ປະຕິບັດວຽກງານການຕ້ານການສໍ້ລາດບັງຫຼວງຂອງລາວ ທັງເປັນການຊຸກຍູ້ສົ່ງເສີມເຮັດໃຫ້ ການປະຕິບັດສົນທິສັນຍາ ດັ່ງກ່າວ ໃຫ້ນັບມື້ນັບມີໝາກຜົນຕື່ມອີກ. ຂ່າວ-ພາບ: ແສງເພັດ ແຊ່ຈ່າວ  

Read More »

“ຢຶດຖືເອົາວັດທະນະທຳປ້ອງກັນເຫດ ເພື່ອເຮັດໃຫ້ເອກະລັກ ອາຊຽນມີຄວາມອຸດົມຮັ່ງມີ”

ກອງປະຊຸມລັດຖະມົນຕີ  ຮັບຜິດຊອບວຽກງານວັດທະນະທຳ  ແລະ ສິລະປະອາຊຽນ ຄັ້ງທີ 8 ຈັດຂຶ້ນໃນວັນທີ 24 ຕຸລາ 2018 ທີ່ ເມືອງຢອກຢາກາຕາ, ປະເທດອິນໂດເນເຊຍ  ພາຍໃຕ້ຫົວຂໍ້: “ຢຶດຖືເອົາວັດທະນະທຳປ້ອງກັນເຫດ ເພື່ອເຮັດໃຫ້ ເອກະລັກອາຊຽນມີຄວາມ ອຸດົມຮັ່ງມີ” ພາຍໃຕ້ການເປັນປະທານຂອງ ທ່ານ Muhadjir Effendy, ລັດຖະມົນຕີກະຊວງສຶກສາທິການ  ແລະ  ວັດທະນະທຳ ອິນໂດເນຍເຊຍ ໂດຍມີບັນດາທ່ານລັດຖະມົນຕີ, ຮອງລັດຖະມົນຕີ, ເຈົ້າຫນ້າທີ່ອາວຸໂສ  ແລະ ບັນດາຜູ້ແທນຈາກພາກສ່ວນວັດທະນະທຳ ແລະ ສິລະປະ ຈາກບັນດາປະເທດສະມາຊິກອາຊຽນ ແລະ ທ່ານເລຂາທິການໃຫຍ່ອາຊຽນ ເຂົ້າຮ່ວມ. ກອງປະຊຸມໄດ້ປຶກສາຫາລືບັນຫາຕ່າງໆ ຢ່າງກວ້າງຂວາງ ແລະ ສ້າງສັນ. ໃນນັ້ນ, ໄດ້ພິຈາລະນາຮັບຮອງເອກະສານສຳຄັນ ເຊັ່ນ:  ຖະແຫຼງການຢອກຢາກາຕາວ່າດ້ວຍການ “ຢຶດຖືເອົາວັດທະນະທຳປ້ອງກັນເຫດ  ເພື່ອເຮັດໃຫ້ເອກະລັກອາຊຽນມີຄວາມອຸດົມຮັ່ງມີ”   “Yogyakarta Declaration on Embracing the ASEAN Culture of Prevention to Enrich ASEAN Identity” ເຊິ່ງຖະແຫຼງການນີ້  ຈະໄດ້ນໍາສະເໜີໃຫ້ຜູ້ນໍາອາຊຽນຮັບຊາບ  ທີ່ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 33  ທີ່ຈະຈັດຂຶ້ນໃນເດືອນ ພະຈິກ 2018 ທີ່ ປະເທດ ສິງກະໂປ. ໂອກາດເດີນທາງເຂົ້າຮ່ວມກອງປະຊຸມໃນຄັ້ງນີ້, ທ່ານ ສະຫວັນຄອນ ລາຊະມຸນຕີ ຮອງລັດຖະ ມົນຕີກະຊວງຖະແຫຼງຂ່າວ,   ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ສະເໜີຕໍ່ກອງປະຊຸມ ຄັ້ງນີ້ວ່າ:  ສປປ ...

Read More »

ທ່ານ ບຸນຍັງ ວໍລະຈິດ ສົ່ງໂທລະເລກອວຍພອນ ທ່ານ ຫງວຽນ ຟູ ຈອງ

ວັນທີ 23 ຕຸລາ 2018. ທ່ານ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນປະຕິວັດລາວ, ປະທານປະເທດແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ສົ່ງໂທລະເລກອວຍພອນເຖິງ ທ່ານ ຫງວຽນ ຟູ ຈອງ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ,ປະທານປະເທດ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ. ຊຶ່ງມີເນື້ອໃນວ່າ: ຕາງໜ້າໃຫ້ພັກ, ລັດຖະບານ ແລະ ປະຊາຊົນລາວ ບັນດາເຜົ່າ ກໍຄືໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍຖືເປັນກຽດສົ່ງຄວາມຊົມເຊີຍຢ່າງສຸດໃຈ ແລະ ພອນໄຊອັນປະເສີດ ມາຍັງສະຫາຍ ກໍຄືພັກ, ລັດຖະບານ ແລະ ປະຊາຊົນຫວຽດນາມ ອ້າຍນ້ອງ ໃນໂອກາດທີ່ສະຫາຍ ໄດ້ຮັບການເລືອກຕັ້ງໃຫ້ດໍາລົງຕໍາແໜ່ງເປັນ ປະທານປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ໃນກອງປະຊຸມສະໄໝສາມັນ ຄັ້ງທີ VI ຂອງສະພາແຫ່ງຊາດ ຊຸດທີ XIV ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ໃນວັນທີ 23 ຕຸລາ ...

Read More »