News

App Store ສ້າງລາຍໄດ້ຫຼາຍກວ່າ Google Play ຈົນໜ້າຕົກໃຈ!!!

App Store ສ້າງລາຍໄດ້ຫຼາຍກວ່າ Google Play ຈົນໜ້າຕົກໃຈ!!! ເມື່ອເວົ້າເຖິງລະບົບ Download Application ຫຼາຍຄົນກໍຄົງຮູ້ຈັກກັນດີໃນ 2 ລະບົບນີ້ຄື App Store ໃນເຄືອງຂອງ Apple ແລະ Google Play ໃນເຄືອຂອງ Android ເຊິ່ງຈະພົບເຫັນໃນ Smart Phone ຫຼາກຫຼາຍລຸ້ນ; ຖ້າຢູ່ບ້ານເຮົາກໍຈະມີ Samsung, Huawei, Oppo, Vivo ແລະ ອື່ນໆອີກ. ສ່ວນ App Store ນັ້ນກໍຈະມີຢູ່ໃນສະເພາະຂອງ Smart Phone Apple ຢ່າງດຽວ; ເຊິ່ງກໍເປັນຍີ່ຫໍ້ທີ່ທົ່ວໂລກນິຍົມຫຼາຍທີ່ສຸດ ລວມທັງບ້ານເຮົາເອງກໍເຊັ່ນ. ແຕ່ທ່ານຮູ້ບໍ່ວ່າໃນຄວາມນິຍົມທີ່ຫຼາກຫຼາຍຂອງ App Store ນັ້ນ ມັນສາມາດສ້າງລາຍໄດ້ຫຼາຍພຽງໃດ? ແລະ ເມື່ອທຽບກັບ Google Play ແລ້ວ ຫຼຸດລື່ນກັນຈັກສ່ວນຮ້ອຍ… ຈາກການເປີດເຜີຍຂອງ Sensor Tower ພົບວ່າ App Store ສາມາດສ້າງລາຍໄດ້ຫຼາຍກວ່າ ...

Read More »

3 ເທັກນິກ! ຊື້ໂຄສະນາ “Facebook” ແນວໃດ? ບໍ່ຕ້ອງເສຍເງິນແບບສູນເປົ່າ…

    ສະຫຼາດ! ຊື້ໂຄສະນາ Facebook… ຫຼັງຈາກເມື່ອຕົ້ນປີ Facebook ໄດ້ປະກາດປັບ Algorithm ຄັ້ງໃຫຍ່! ເຮັດໃຫ້ຫຼຸດຈໍານວນຄົນເຂົ້າເຖິງ (Reach) ເພຈຫຼຸດລົງເລື້ອຍໆ ເຊິ່ງສົ່ງຜົນກະທົບໂດຍກົງເຮັດໃຫ້ຜູ້ບໍລິໂພກ ຫຼືຜູ້ໃຊ້ Facebook ເຫັນບົດຄວາມ, ຜະລິດຕະພັນ ແລະ ສິນຄ້າຫຼຸດລົງເຊັ່ນດຽວກັນ… ຈົນເຮັດໃຫ້ເຈົ້າຂອງສິນຄ້າຍອມທີ່ ຊື້ໂຄສະນາ ເພື່ອແລກກັບການເຂົ້າເຖິງຂອງຜູ້ໃຊ້ Facebook; ແຕ່ການຊື້ໂຄສະນານັ້ນບໍ່ແມ່ນວ່າຈະໄດ້ຮັບຜົນດີສະເໝີໄປ ເພາະປະສິດທິພາບຂອງ ໂຄສະນາ ຂຶ້ນຢູ່ກັບຫຼາຍອົງປະກອບ ບໍ່ວ່າຈະເປັນຮູບ, ຂໍ້ຄວາມໂຄສະນາ ແລະ ການກໍານົດກຸ່ມເປົ້າໝາຍເປັນຕົ້ນ. ມື້ນີ້ຜູ້ຂຽນເລີຍຢາກຈະຍົກໃຫ້ເຫັນ 3 ເທັກນິກສໍາຄັນ ທີ່ຈະເຮັດໃຫ້ການຊື້ໂຄສະນາຈາກ Facebook ມີປະສິດທິພາບຫຼາຍຂຶ້ນ (ອ້າງອິງຈາກ: Digimusketeers (ປະເທດໄທ) ສະຖານບັນອົບຮົມຕະຫຼາດອອນລາຍ ບຸກຄະລາກອນມືອາຊີບ ແລະ ມີປະສົບການຫຼາຍກວ່າ 10 ປີ) Say NO for “Boost Post” ຫຼາຍຄົນມັກຕິດກັບດັກປໍ້າ Like-Comment-Share ການມີ Like/Comment/Share ທີ່ຫຼາຍ ບໍ່ໄດ້ໝາຍຄວາມວ່າຍອດການຂາຍຂອງທ່ານຈະຫຼາຍໄປນໍາ… ເຮົາສາມາດແບ່ງປະຊາກອນໃນ Facebook ອອກເປັນ 2 ...

Read More »

ທຶນ BOURSES D’AVENIR ນັກຮຽນລາວມີສິດສອບເສັງຍາດເອົາທຶນເພື່ອໄປສຶກສາຕໍ່ທີ່ປະເທດຝຣັ່ງ!

ຂ່າວດີ ?? ?? ?? ສົນໃຈໄປສຶກສາຕໍ່ ທີ່ປະເທດຝຣັ່ງ ກັບມາຮັບປະກັນ ມີວຽກເຮັດ ຢູ່ລາວ ກະລຸນາອ່ານ ແລະ ສະໝັກທາງນີ້ !!! ທຶນການສຶກສາ [BOURSES D’AVENIR] ການລົງທະບຽນເພື່ອເຂົ້າເສັງເອົາທຶນ « Bourses d’Avenir » ໄດ້ເປີດຂື້ນແລ້ວ ! ສຳລັບໂຄງການ ການໃຫ້ທຶນຮ່ວມກັນ ລະຫວ່າງ ບໍລິສັດໄຟຟ້າ ນ້ຳເທີນ NTPC ແລະ ສະຖານທູດຝຣັ່ງນີ້, ໃນແຕ່ລະປີ ແມ່ນໄດ້ເປີດໂອກາດໃຫ້ບັນດານັກຮຽນລາວມີສິດສອບເສັງຍາດເອົາທຶນເພື່ອໄປສຶກສາຕໍ່ທີ່ປະເທດຝຣັ່ງ! https://goo.gl/forms/nokG3QmI2lGYinx12 [BOURSES D’AVENIR] Les inscriptions au concours « Bourses d’Avenir » sont désormais ouvertes ! Ce programme co-financé par Nam Theun 2 Power Co. Ltd. et l’Ambassade ...

Read More »

ຢາກໄປສຶກສາຕໍ່ທີ່ປະເທດຝຣັ່ງ ຮີບຟ້າວສະໝັກດ່ວນ…..

ໂອກາດສຳລັບຄົນລາວມາຮອດແລ້ວ!!! ທີ່ຈະໄດ້ໄປສຶກສາຕໍ່ປະລິນຍາໂທ ແລະ ເອ ທີ່ປະເທດຝຣັ່ງ ປະເທດໃນຝັນຂອງຫຼາຍໆທ່ານ. ສົນໃຈສະໝັກໄປຮຽນຕໍ່ໂທ ຫຼື ເອກ ທີ່ປະເທດຝຣັ່ງ ?? ກະລຸນາອ່ານ ແລະ ສະໝັກທາງນີ້. ປິດຮັບສະໝັກ: 11/1/2019 ຂອບໃຈ French Government Eiffel Excellence Scholarship Programme 2019 for #Masters & PhD Study in #France (Funded) Offical website https://www.campusfrance.org/…/eiffel-scholarship-program-o… #XChange4U #BawarMohammed ທີ່ມາ: Lao Youth Radio FM 90.0 Mhz Posted by Lao Youth Radio FM 90.0 Mhz on Sunday, October 28, 2018

Read More »

ປະທານ ສຄສຊ ຍົກໃຫ້ເຫັນເສດຖະກິດປີນີ້ຂະຫຍາຍຕົວຊ້າລົງ

ໃນກອງປະຊຸມສົນທະນາທິດທາງເສດຖະກິດຂອງ ສປປ ລາວ, ບົດບາດຂອງທຸລະກິດເລີ່ມໃໝ່ ແລະ ວິສາຫະກິດຂະໜາດນ້ອຍ ແລະ ກາງ ທີ່ຈັດຂຶ້ນໃນຕອນເຊົ້າວັນທີ 30 ຕຸລາ 2018 ຜ່ານມາ ທີ່ໂຮງແຮມ ຄຣາວ ພລາຊາ ນະຄອນຫຼວງວຽງຈັນ ໂດຍການເປັນປະທານຮ່ວມຂອງ ທ່ານ ບົວສອນ ບຸບຜາວັນ ປະທານສະຖາບັນຄົ້ນຄວ້າເສດຖະກິດແຫ່ງຊາດ (ສຄສຊ), ທ່ານ ສົມຈິດ ອິນທະມິດ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ອຸເດດ ສຸວັນນະວົງ ປະທານສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດ, ພ້ອມດ້ວຍນັກທຸລະກິດ,ອົງການຈັດຕັງສາກົນເຂົ້າຮ່ວມ. ທ່ານ ບົວສອນ ບຸບຜາວັນ ກ່າວວ່າ: ທິດທາງເສດຖະກິດຂອງ ສປປ ລາວ ໃນຊຸມປີຜ່ານມາ ຖືວ່າເປັນປະເທດໜຶ່ງໃນພາກພື້ນອາຊຽນທີ່ມີຈັງຫວະການຂະຫຍາຍຕົວທາງເສດຖະກິດໄວ, ລາຍໄດ້ສະເລ່ຍຫົວຄົນຕໍ່ປີເພີ່ມຂຶ້ນຢ່າງຕໍ່ເນື່ອງ. ແຕ່ໃນປີ 2018 ນີ້ປະເທດເຮົາໄດ້ປະສົບກັບຄວາມຫຍຸ້ງຍາກທາງດ້ານການເງິນ-ງົບປະມານ, ຖືກໄພນໍ້າຖ້ວມເກືອບທຸກແຊວງ ອັນໄດ້ສ້າງຜົນກະທົບຕໍ່ການຜະລິດກະສິກໍາ ແລະ ຊີວິດການເປັນຢູ່ຂອງປະຊາຊົນ. ຕາມການປະເມີນຄາດວ່າ ການຜະລິດກະສິກໍາ ແລະ ປ່າໄມ້ ຈະຫຼຸດຈາກປີ 2017 ...

Read More »

ທາງລົດໄຟລາວ-ຈີນ ທີ່ຜ່ານແຂວງອຸດົມໄຊ ຄືບໜ້າ

ໂຄງການກໍ່ສ້າງທາງລົດໄຟແຕ່ຊາຍແດນລາວ-ຈີນ ທີ່ຜ່ານແຂວງອຸດົມໄຊ 126,6 ກິໂລແມັດ, ປະກອບມີ 3 ສັນຍາ, 8 ກຸ່ມບໍລິສັດກໍ່ສ້າງ, ມີອຸບມຸງ 32 ອຸບມຸງ, ຄວາມຍາວລວມ 83.697,5 ແມັດ ສັງລວມແລ້ວເຫັນວ່າ ວຽກເຈາະອຸບມຸງ ທັງສາມສັນຍາ ສາມາດປະຕິບັດໄດ້ 79 ຈຸດກໍ່ສ້າງ(ປາກອຸບມຸງທັງໝົດລວມທັງອຸບມຸງອຽງເຈາະດ້ານຂ້າງ) ຂອງ 25 ອຸບມຸງ, ລວມຄວາມຍາວທີ່ສາມາດເຈາະໄດ້ທັງໝົດ 45.009 ແມັດ. ໃນນີ້ສະເພາະແລວເສັ້ນແດງທາງລົດໄຟເຈາະໄດ້ 37.456 ແມັດ. ເທົ່າກັບ 44,76% ຂອງຄວາມຍາວທັງໝົດຂອງໄລຍະຜ່ານແຂວງອຸດົມໄຊ . ໃນຈໍານວນອຸບມຸງທີ່ເຈາະນັ້ນ ສາມາດເຈາະສຳເລັດແລ້ວ 3 ແຫ່ງຄື: 1. ນາທົງ 1 (ບ້ານນາທົງ, ເມືອງນາໝໍ້) ຄວາມຍາວ 730 ແມັດ. 2. ກໍ່ນ້ອຍ3 (ບ້ານຫ້ວຍຍຳ, ເມືອງໄຊ). ຄວາມຍາວ 558 ແມັດ. 3. ນາວອນ (ບ້ານທ້ຽວ, ເມືອງໄຊ) ຄວາມຍາວ 567 ແມັດ. ...

Read More »

ຄະນະກຳມະການ ກວດກາສູນກາງພັກ ກອມມູນິດຫວຽດນາມ ຢ້ຽມຢາມລາວ

ວັນທີ 31 ຕຸລາ 2018, ສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ເຈິນເກີ້ມຕູ້ ເລຂາທິການສູນກາງພັກ, ປະທານຄະນະກຳມະການກວດກາສູນກາງພັກກອມມູນິດຫວຽດນາມ ພ້ອມຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ແຕ່ວັນທີ 30 ຕຸລາ ເຖິງ 1 ພະຈິກ 2018. ສະຫາຍ ບຸນຍັງ ວໍລະຈິດ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງ ຕໍ່ ສະຫາຍ ເຈິນເກີ້ມຕູ້ ທີ່ໄດ້ນຳພາຄະນະເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນຄັ້ງນີ້, ພ້ອມນີ້, ສະຫາຍ ເລຂາທິການໃຫຍ່ ຍັງໄດ້ຕີລາຄາສູງຕໍ່ຜົນການພົບປະສອງຝ່າຍ ກັບ ສະຫາຍ ບຸນທອງ ຈິດມະນີ ກຳມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ຮອງນາຍົກລັດຖະມົນຕີ, ປະທານຄະນະກວດກາສູນກາງພັກ, ...

Read More »

ຮອງລັດຖະມົນຕີ ຖວທ ຕ້ອນຮັບຊ່ຽວຊານ ICOMOS

ໃນວັນທີ 30 ຕຸລາ 2018, ທ່ານ ບົວເງິນ ຊາພູວົງ ຮອງລັດຖະມົນຕີ ກະຊວງຖະ ແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ໄດ້ໃຫ້ກຽດຕ້ອນຮັບ ທ່ານ ຄຣິສໂຕເຟີ ຄລາວ ໂຈເຊບ ຊ່ຽວຊານ ICOMOS ຈາກອົງການອຸຍເນັດສໂກ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກໃນລະຫວ່າງວັນທີ 20-30 ຕຸລາ 2018 ເພື່ອການປະເມີນໄຫຫີນ ແຂວງຊຽງຂວາງ ໃນການຮັບຮອງເຂົ້າເປັນມໍລະດົກໂລກ. ໃນໂອກາດດັ່ງກ່າວ, ທ່ານ ບົວເງິນ ຊາພູວົງ ໄດ້ກ່າວສະແດງຄວາມຍິນດີຕ້ອນຮັບ, ຊົມເຊີຍ ແລະ ຕີລາຄາສູງ ຕໍ່ ທ່ານ ຄຣິສໂຕເຟີ ຄລາວ ໂຈເຊບ ທີ່ໄດ້ເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ໃນຄັ້ງນີ້, ເຊິ່ງເປັນການປະກອບສ່ວນອັນສໍາຄັນ ເຂົ້າໃນການເສີມຂະຫຍາຍສາຍພົວ ພັນມິດຕະພາບ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສປປ ລາວ ແລະ ອົງການອຸຍເນັດສໂກ ໃຫ້ໄດ້ຮັບການພັດທະນາ ...

Read More »

ຈະປັບລາຄາບັດລົດເມນະໂຍບາຍ ໃນສາມສາຍທາງ

ອໍານວຍການລັດວິສາຫະກິດລົດເມ ນະຄອນຫຼວງວຽງຈັນ ໄດ້ອອກແຈ້ງການ ເລກທີ 1868/ລລມ.ນວ ລົງວັນທີ 29/10/2018 ເຖິງບັນດານັກສຶກສາ ຜູ້ທີ່ນໍາໃຊ້ບັດລົດເມນະໂຍບາຍ ດ້ວຍລະບົບ ໄອທີຊີ (ITC) ວ່າ: ທາງບໍລິສັດໄດ້ຮ່ວມກັບໂຄງການປັບປຸງຂົນສົ່ງສາທາລະນະໃນຕົວເມືອງ ນະຄອນຫຼວງວຽງຈັນໄລຍະ 2 ຂອງອົງການໄຈກາ (JICA) ປະເທດຍີ່ປຸ່ນ ຈະໄດ້ປັບລະບົບການນໍາໃຊ້ບັດໃຫ້ນໍາໃຊ້ໄດ້ເປັນບາງສາຍທາງ ແລະ ປັບລາຄາຂອງບັດລົດເມ ນະໂຍບາຍຄືນໃໝ່ ເພື່ອໃຫ້ມີຄວາມເໝາະສົມ ຈາກລາຄາເກົ່າໃນເມື່ອກ່ອນດັ່ງນີ້:……   ສ່ວນບັດທີ່ໄດ້ລົງທະບຽນນໍາໃຊ້ແລ້ວໃນໄລຍະປີ 2018-2019 ແມ່ນຍັງສາມາດນໍາໃຊ້ໄດ້ຈົນກວ່າຈະໝົດອາຍຸຂອງບັດໃນປີ 2019 ແລະ ລາຄາໃໝ່ນີ້ແມ່ນຈະເລີ່ມປະຕິບັດນັບແຕ່ວັນທີ 5 ພະຈິກ 2018 ເປັນຕົ້ນໄປ. Cr ລັດວິສາຫະກິດລົດເມ ນະຄອນຫຼວງວຽງຈັນ .  

Read More »

ເບຍລາວ ອອກແຈ້ງການ ປັບປຸງລາຄາຂາຍຍົກ

ອອກມາແລ້ວແຈ້ງການຜູ້ອໍານວຍການບໍລິສັດເບຍລາວ ຈໍາກັດ ສະບັບເລກທີ 2714 ລົງວັນທີ 29-10-2018 ເລື່ອງການປັບປຸງລາຄາຂາຍຜະລິດຕະພັນຂອງບໍລິສັດເບຍລາວ ຈໍາກັດ.   ເພື່ອເຮັດໃຫ້ການດໍາເນີນທຸລະກິດຂອງບໍລິສັດມີສະພາບຄ່ອງ,ສາມາດແຂ່ງຂັນໃນຕະຫຼາດ ແລະ ເນື່ອງຈາກອັດຕາເງິນເຟີ້ ແລະ ລາຄາຕົ້ນທຶນການຜະລິດໄດ້ເພີ້ມຂຶ້ນຢ່າງຕໍ່ເນື່ອງ, ດັ່ງນັ້ນ ບໍລິສັດເບຍລາວ ຈໍາກັດ ຈຶ່ງໄດ້ມີການກໍານົດລາຄາຂາຍຍົກ ເບຍແກ້ວໃຫຍ່,ແກ້ວນ້ອຍ,ເບຍກະປອງ ແລະ ເບຍສົດ ດັ່ງນີ້…… ລາຄານີ້ເລີ່ມປະຕິບັດແຕ່ວັນທີ 30 ຕຸລາ 2018 ເປັນຕົ້ນໄປ.

Read More »