ງານວາງສະແດງທ່ອງທ່ຽວ ຈີນ-ອາຊຽນ

ງານວາງສະແດງທ່ອງທ່ຽວ ຈີນ-ອາຊຽນ (China-ASEAN EXPO Tourism Exhibition) ໄດ້ຈັດຂື້ນທີ່ ກຸຍຫຼິນ, ສປ ຈີນ ໃນລະຫວ່າງວັນທີ 25-28 ຕຸລາ 2018, ເຂົ້າຮ່ວມງານດັ່ງກ່າວມີບັນດາຫົວໜ່ວຍທຸລະກິດທ່ອງທ່ຽວ ສປ ຈີນ, ອາຊຽນ ແລະ ຜູ້ຊື້-ຜູ້ຂາຍຈາກທົ່ວໂລກ ລວມມີ 800 ຮ້ານ ຊຶ່ງເປັນງານຕະຫຼາດທ່ອງທ່ຽວທີ່ສຳຄັນ.


ສໍາລັບຮ້ານວາງສະແດງຄັ້ງນີ້ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວລາວ ກໍໄດ້ເຂົ້າຮ່ວມເຊິ່ງນຳໂດຍທ່ານ ອຸ່ນທວງ ຂາວພັນ, ຮອງລັດຖະມົນຕີ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແຫ່ງ ສປປ ລາວ ໄດ້ຮັບກຽດເປັນແຂກກິດຕິມະສັກ ຂື້ນກ່າວມີຄໍາເຫັນຕໍ່ພິທີເປີດງານວາງສະແດງການທ່ອງທ່ຽວຈີນ-ອາຊຽນ ຊຶ່ງໄດ້ຍົກໃຫ້ເຫັນນະໂຍບາຍຂອງພັກ-ລັດຖະບານ ສປປ ລາວ ໂດຍຖືເອົາວຽກງາານທ່ອງທ່ຽວ ເປັນຂະແໜງການບູລິມະສິດໜຶ່ງທີ່ສຳຄັນປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງຊາດ ໂດຍປະກາດໃຫ້ປີ 2018 ເປັນປີທ່ອງທ່ຽວລາວ.


ຈຳນວນນັກທ່ອງທ່ຽວເພິ່ມຂື້ນ ໃນ 6 ເດືອນຕົ້ນປີນີ້ ນັກທ່ອງທ່ຽວສາກົນ ມາທ່ຽວລາວ 2ລ້ານກວ່າຄົນ ເພີ່ມຂື້ນ 6% ຖ້າທ່ຽວໃສ່ໄລຍະດຽວກັນຂອງປີ 2017, ໃນນັ້ນ ນັກທ່ອງທ່ຽວຈີນ ເຂົ້າມາທ່ຽວລາວ 4 ແສນກວ່າຄົນ ເພີ່ມຂື້ນ 50% ຖ້າທຽບໃສ່ໄລຍະດຽວກັນຂອງປີ 2017. ສໍາລັບປີ 2019 ຈະຈັດຕັ້ງສົ່ງເສີມປີທ່ອງທ່ຽວລາວ-ຈີນ ທັງສອງປະເທດວາງຄາດໝາຍສູ້ຊົນໄວ້ວ່າ ປີ 2019 ຈະໄດ້ຕ້ອນຮັບນັກທ່ອງທ່ຽວຈີນ ປະມານ 1 ລ້ານຄົນ.


ນອກນັ້ນ, ຄະນະຜູ້ແທນລາວ ຍັງໄດ້ເຂົ້າຮ່ວມກອງປະຊຸມສຳມະນາໃນຫົວຂໍ້ ກອງປະຊຸມສໍາມະນາກ່ຽວກັບການທ່ອງທ່ຽວໃນຫົວຂໍ້ ອານາຄົດຂອງການທ່ອງທ່ຽວ ໄປສູ່ປີ 2030 “The Future of Tourism Road to 2030” ຊຶ່ງຈັດຂື້ນໂດຍກະຊວງວັດທະນະທຳ ແລະ ທ່ອງທ່ຽວ ສປ ຈີນ ຮ່ວມກັບອົງການທ່ອງທ່ຽວໂລກ (UNWTO) ແລະ ສະມາຄົມການທ່ອງທ່ຽວພາກພື້ນອາຊີ-ປາຊີຟິກ (PATA. ກອງປະຊຸມດັ່ງກ່າວ ຍັງໄດ້ຍົກໃຫ້ເຫັນຄວາມສໍາຄັນຂອງວຽກງານພັດທະນາຜະລິດຕະພັນທ່ອງທ່ຽວທີ່ມີຄຸນນະພາບ, ບັນຫາສິ່ງແວດລ້ອມ, ບຸກຄະລາກອນການທ່ອງທ່ຽວ ແລະ ເຕັກໂນໂລຊີ.

ຂໍ້ມູນຈາກ: ຂປລ.

 

Comments