ພື້ນຖານໂຄງລ່າງ ໄຊຍະບູລີ ຂະຫຍາຍຕົວ

ຜ່ານມາແຂວງ ໄຊຍະບູລີ ໄດ້ເອົາໃຈໃສ່ໃນການພັດທະນາພື້ນຖານໂຄງລ່າງດ້ວຍຄວາມຮັບຜິດຊອບສູງ ແລະ ໄດ້ວາງຄາດໝາຍສູ້ຊົນຈັດຕັ້ງປະຕິບັດໂດຍເລັ່ງໃສ່ວຽກງານຂົວ-ທາງເປັນບຸລິມະສິດຕົ້ນຕໍ ໂດຍມີ 137 ໂຄງການ, ມູນຄ່າທັງໝົດ 7.877,81 ຕື້ກີບ, ໃນນັ້ນທຶນຕ່າງປະເທດ 564,12 ຕື້ກີບ ແລະ ທຶນພາຍໃນ 7.313,69 ຕື້ກີບ.

ທ່ານ ແພງຊ້ອຍ ແພງເມືອງ ຫົວໜ້າພະແນກ ໂຍທາທິການ ແລະ ຂົນສົ່ງ ແຂວງໄຊຍະບູລີ ໃຫ້ຮູ້ຕື່ມອີກວ່າ: ແຜນການຈັດຕັ້ງປະຕິບັດໃນໄລຍະ 5 ປີ (2016-2020) ມາຮອດປັດຈຸບັນສາມາດປະຕິບັດສໍາເລັດແລ້ວ 92 ໂຄງການ, ມູນຄ່າ 482,48 ຕື້ກີບ.

ຂໍ້ມູນຈາກ: ຂປລ.

Comments