ມູນຄ່າການນໍາເຂົ້າ-ສົ່ງອອກ ປະຈໍາເດືອນ 9 ປີ 2018

ມູນຄ່າການນໍາເຂົ້າ-ສົ່ງອອກ ຂອງ ສປປ ລາວ ປະຈໍາເດືອນ 9 ປີ 2018 ປະຕິບັດໄດ້ 724 ລ້ານໂລດາສະຫະລັດ ຍັງບໍ່ທັນລວມເອົາການສົ່ງອອກໄຟຟ້າ. ໃນນັ້ນ ມູນຄ່າການນໍາເຂົ້າປະຕິບັດໄດ້ 426 ລ້ານໂລດາສະຫະລັດ ສ່ວນສໍາລັບມູນຄ່າການສົ່ງອອກແມ່ນປະຕິບັດໄດ້ 298 ລ້ານໂລດາສະຫະລັດ.

ສິນຄ້າສົ່ງອອກຫຼັກຂອງ ສປປ ລາວ ປະຈໍາເດືອນ 9 ປະກອບມີ: ແຮ່ທອງ ແລະ ເຄື່ອງຂອງທີ່ເຮັດດ້ວຍທອງແດງ, ໂຄງຮ່າງ ແລະ ຊີ້ນສ່ວນກ້ອງບັນທຶກພາບ, ເຄື່ອງໄຟຟ້າ ແລະ ອຸປະກອນເຄື່ອງໃຊ້ໄຟຟ້າ, ເຄື່ອງດື່ມ, ເຄື່ອງນຸ່ງ, ໝາກກ້ວຍ, ງົວ, ຄວາຍ ແລະ ອື່ນໆ.


ສິນຄ້າສົ່ງອອກທີ່ຍັງກວມສູງກ່ວາໝູ່ແມ່ນແຮ່ທອງ ກວມ 26,04% ສ່ວນທອງແດງ ແລະ ເຄື່ອງຂອງທີ່ເຮັດດ້ວຍທອງແດງ ກວມ 12,45%.

ແຫຼ່ງຂໍ້ມູນຈາກ: ກະຊວງອຸດສະຫະກໍາ ແລະ ການຄ້າ

ຮູບປະກອບຈາກ: ອິນເຕີເນັດ

Comments