News

ທົ່ວປະເທດ ປະຢັດພະລັງງານໄດ້ ຫຼາຍຮ້ອຍລ້ານ ກິໂລວັດໂມງ

ເນື່ອງໃນໂອກາດສະເຫຼີມສະຫຼອງ ວັນພະລັງງານໂລກ ວັນທີ 22 ຕຸລາ 2018 ທີ່ຜ່ານມາ ກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ແຈ້ງການໃຫ້ທົ່ວປະເທດ ມີສ່ວນຮ່ວມໃນການສະຫຼອງວັນດັ່ງກ່າວດ້ວຍການຮ່ວມໃຈມອດໄຟ ໂດຍເລີ່ມແຕ່ເວລາ 12ໂມງ00 ຫາ 13ໂມງ00. ອີງຕາມແຫຼ່ງຂໍ້ມູນຈາກລັດວິສາຫະກິດ ໄຟຟ້າລາວ ແຈ້ງໃຫ້ຊາບໃນຕອນເຊົ້າຂອງວັນທີ 23 ຕຸລາ 2018 ຜ່ານມານີ້ວ່າ: ຜ່ານການລາຍງານຈາກສູນຄຸ້ມຄອງໄຟຟ້າໃນທົ່ວປະເທດໃຫ້ຮູ້ວ່າ: ພຽງໄລຍະໜຶ່ງຊົ່ວໂມງແມ່ນສາມາດປະຢັດພະລັງງານໄຟຟ້າໄດ້ເຖິງ 767.206.719 ກິໂລວັດໂມງ (Kwh). ຖ້າຄິດໄລ່ເປັນມູນຄ່າຂອງກະແສໄຟຟ້າແມ່ນຕົກເປັນເງິນທັງໝົດ 767 ລ້ານກວ່າກີບ. ແຫຼ່ງຂໍ້ມູນຍັງແຈ້ງໃຫ້ຮູ້ຕື່ມວ່າ: ສ່ວນໃຫຍ່ແມ່ນພາກທີ່ຢູ່ອາໄສ,ໄຟຟ້າແສງສະຫວ່າງ,ພາກສ່ວນບໍລິການຂະໜາດນ້ອຍ,ສໍານັກງານ ອົງການ,ບໍລິສັດ ຫ້າງຮ້ານຈໍານວນໜຶ່ງ ທີ່ໄດ້ຮ່ວມສະໝັກໃຈໃນຄັ້ງນີ້ ຖ້າຫາກທຸກຫົວໜ່ວຍທຸລະກິດຂະໜາດໃຫຍ່ ຫາກປະກອບສ່ວນ ຍິ່ງຈະເຮັດໃຫ້ປະຢັດພະລັງງານໄດ້ຫຼາຍກວ່ານີ້. ສິ່ງດັ່ງກ່າວໄດ້ສະແດງໃຫ້ພວກເຮົາເຫັນວ່າ: ພຽງໄລຍະສັ້ນໆ ແຕ່ຜົນຂອງມັນນັ້ນແມ່ນມະຫາສານ, ຖ້າຄົນລາວເຮົາທຸກຄົນຫາກພ້ອມໃຈກັນ ຊ່ວຍກັນຫຼຸດການຊົມໃຊ້ໄຟຟ້າ ທີ່ບໍ່ຈໍາເປັນລົງໄດ້ຜູ້ລະເລັກລະໜ້ອຍ ໂດຍສະເພາະແມ່ນແອເຢັນ ທີ່ມີສ່ວນເຮັດໃຫ້ເກີດສະພາບໂລກຮ້ອນ ມັນຈະຊ່ວຍຫຼຸດຜ່ອນຄ່າໃຊ້ຈ່າຍ ແລະ ຍັງຊ່ວຍຮັກສາສະພາບແວດລ້ອມໄປໃນຕົວອີກດ້ວຍ.   ຂໍ້ມູນຈາກ ລັດວິສາຫະກິດ ໄຟຟ້າລາວ

Read More »

ປະກົດການລຶກລັບ ມື້ເພັງ15 ຄໍ່າເດືອນສິບເອັດ

ໃນຄືນເດືອນເພັງ 15 ຄໍ່າເດືອນ 11 ລາວ ທຸກໆປີ ຊຶ່ງກົງກັບມື້ອອກພັນສາ ປະວໍລະນາ ຂອງຊາວລາວໃນທົ່ວປະເທດ ໄດ້ເກີດປະກົດການ ທຳມະຊາດ ເຫັ​ນແລ້ວ ໜ້າອັດສະຈັນ ແລະ ຍັງບໍ່ສາມາດຫາຄໍາຕອບໄດ້ຢ່າງຊັດເຈນ ມີພຽງຄໍາບອກເລົ່າ ລຸ້ນຕໍ່ລຸ້ນ ສືບສານກັນມາຫຼາຍຮ້ອຍ ຫຼາຍພັນປີ ວ່າ: ປະກົດການດັ່ງກ່າວຄື: ບັ້ງໄຟພະຍາແຖນ ຫຼື ບັ້ງໄຟພະຍານາກ. ປະກົດການນີ້ເກີດຂຶ້ນໃນເວລາປະມານ 18ໂມງຫາ 20ໂມງ ຢູ່ສອງສະຖານທີ່ຄື: ບ້ານໂພນສັນ ແລະ ບ້ານເວີນທາດ, ເມືອງທ່າພະບາດ,ແຂວງບໍລິຄໍາໄຊ ລຽບຕາມລຳແມ່ນໍ້າຂອງ. ບັ້ງໄຟພະຍານາກ ແມ່ນເປັນສິ່ງໜຶ່ງທີ່ລຶກລັບ ແລະ ມະຫັດສະຈັນ ທີ່ບໍ່ມີໃຜຈະພິສູດໄດ້. ຕາມການໃຫ້ຂໍ້ມູນຂອງພຣະອາຈານ, ຜູ້ອະວຸໂສ ຢູ່ເຂດນັ້ນບອກຂານຕໍ່ກັນມາວ່າ ເມື່ອເຖິງວັນເພັງ 15ຄໍ່າ ເດືອນ 11 ຂອງທຸກໆປີ ໃນເວລາພ້ອມໆກັບທີ່ຄູບາອາຈານ ແລະ ອອກຕົນຍາດໂຍມຊາວພຸດທັງຫຼາຍ ກຳລັງເຮັດພິທີທາງ ສາສະໜາຢູ່ຕາມວັດ, ວຽນທຽນ, ຕີຄ້ອງ, ຕີກອງ,ໄຫຼເຮືອໄຟ ໃນ​ມື້ບຸນປະວໍລະນາ ອອກພັນສາ,ຈະມີແສງ ຮຸ່ງເປັນປະກາຍ ເໝືອນ​ບັ້ງໄຟດອກ ພົ້ນຂຶ້ນມາຈາກໜ້ານ້ຳ ລອຍຂຶ້ນໄປອາກາດສູງ ປະມານ 10-15 ແມັດ. ຈຸດເລີ່ມອອກຂອງບັ້ງໄຟພະຍານາກນັ້ນ ແມ່ນເລີ່ມຈາກປາກຖ້ຳ ທີ່ຢູ່ທາງເໜືອ ຂອງວັດໂພນສັນ ໄປປະມານ 300-400 ແມັດ, ລົງມາຫາບໍລິເວນ ວັດໂພນສັນ . ສ່ວນຈໍານວນແຕ່ລະປີບໍ່ຄືກັນ ບາງປີກະຂຶ້ນຫຼາຍເປັນຮ້ອຍສອງຮ້ອຍລູກ. ປະກົດການ ...

Read More »

ທ່ານປະທານປະເທດ ຄົນໃໝ່ ເຂົ້າພິທີສາບານຕົນ

ສຳນັກຂ່າວສານຫວຽດນາມ ລາຍງານໃນວັນທີ 23 ຕຸລາ 2018 ວ່າ: ໃນກອງປະຊຸມ ຄັ້ງທີ 6 ຂອງສະພາແຫ່ງຊາດຫວຽດນາມ ທີ່ກຳລັງດຳເນີນໃນປັດຈຸບັນ ຜູ້ແທນຂອງສະພາແຫ່ງຊາດຊຸດທີ 14 ໄດ້ລົງມະຕິເປັນເອກະສັນດ້ວຍຄະແນນສຽງ 99,8 % ຮັບຮອງເອົາ ການແຕ່ງຕັ້ງ ທ່ານ   ຫງວຽນ ຟູ ຈ໋ອງ (Nguyen Phu Trong)  ເລຂາທິການໃຫຍ່ ພັກກອມມູນິດຫວຽດນາມ ດຳລົງຕຳແໜ່ງປະທານປະເທດຄົນໃໝ່ ສຳລັບວາລະ ປີ 2016-2021. ພາຍຫຼັງທີ່ມີການປະກາດຜົນການລົງຄະແນນເລືອກ ປະທານປະເທດຫວຽດນາມຄົນໃຫມ່ ໃນຕອນບ່າຍ ທ່ານປະທານປະເທດຄົນໃໝ່ ກໍໄດ້ເຂົ້າພິທີສາບານຕົນຢູ່ຫໍສະພາແຫ່ງຊາດ ສັນຍາວ່າຈະຊື່ສັດຕໍ່ປະເທດຊາດ, ປະຊາຊົນ ແລະ ລັດຖະທຳມະນູນ ຂອງສາທາລະນະລັດ ສັງຄົມນິຍົມຫວຽດນາມ ແລະ ໃຊ້ທຸກຄວາມພະຍາຍາມເພື່ອເຮັດສຳເລັດທຸກພາລະກິດທີ່ໄດ້ຮັບມອບໝາຍ. ຂໍ້ມູນຈາກ:ຂປລ.

Read More »

ມາຮອດປັດຈຸບັນໄດ້ມາແລ້ວ 30 ກວ່າຫຼຽນ

ໃນວັນທີ 23 ຕຸລາ 2018 ທີມກຸ່ມນັກຮຽນມວຍຈີນ ຈາກ ສປປ ລາວ ສາມາດຍາດໄດ້ຕື່ມອີກຫຼາຍຫຼຽນ (ຈາກລາຍການປະເພດດ່ຽວ ປະກອບອຸປະກອນ) ສາມາດຍາດໄດ້ 2 ຫຼຽນຄຳ, 2 ຫຼຽນເງີນ, 1 ຫຼຽນທອງແດງ. ມາຮອດປັດຈຸບັນຜ່ານການແຂ່ງຂັນຂອງກຸ່ມທີມຈາກ ສປປ ລາວ ສາມາດຍາດໄດ້ແລ້ວ 06 ຫຼຽນຄຳ, 12 ຫຼຽນເງິນ ແລະ 16 ຫຼຽນທອງແດງ. ສໍາລັບການແຂ່ງຂັນໃນຮອບສຸດທ້າຍ ມາຮ່ວມລຸ້ນນໍາກັນວ່າ: ຈະສາມາດຍາດໄດ້ຕື່ມອີກຈັກຫຼຽນ. ຂອບໃຈແຫຼ່ງຂໍ້ມູນ ແລະ ຮູບພາບຈາກອິນເຕີເນັດ  

Read More »

ສະພາແຫ່ງຊາດຫວຽດນາມ ລົງມະຕິເປັນເອກະສັນຮັບຮອງເອົາການແຕ່ງຕັ້ງປະທານປະເທດຄົນໃໝ່

ສຳນັກຂ່າວສານຫວຽດນາມ ລາຍງານໃນວັນທີ 23 ຕຸລາ 2018 ວ່າ: ກອງປະຊຸມສະພາແຫ່ງຊາດຫວຽດນາມ ໄດ້ລົງມະຕິເປັນເອກະສັນ ດ້ວຍຄະແນນສຽງ 99,8 % ຮັບຮອງເອົາ ການແຕ່ງຕັ້ງ ທ່ານ   ຫງວຽນ ຟູ ຈ໋ອງ (Nguyen Phu Trong) ກຳມະການກົມການເມືອງສູນກາງພັກ, ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ດຳລົງຕຳແໜ່ງປະທານປະເທດຄົນໃໝ່, ພາຍຫຼັງທີ່ທ່ານ ເຈິນ ດ໋າຍ ກວາງ ເຖິງແກ່ມໍລະນະກຳ ໃນວັນທີ 21 ກັນຍາ ຜ່ານມາ.     ຂໍ້ມູນຈາກ:ຂປລ.

Read More »

ສປປ ລາວ ຖືກຈັດອັນດັບທີ 3 ເປັນປະເທດທີ່ມີສັນຕິພາບທີ່ສຸດ ໃນອາຊຽນ

ຂ່າວດີ ! ສປປ ລາວ ຖືກຈັດຢູ່ອັນດັບທີ່ #3 ປະເທດທີ່ມີສັນຕິພາບທີ່ສຸດ ໃນອາຊຽນ ແລະ ຢູ່ອັນດັບທີ #46 ຂອງໂລກ, ຊຶ່ງຈັດໂດຍ Institute for Economics and Peace 2018 !!! ລາຍລະອຽດວິທີການຈັດອັນດັບທີ່: https://seasia.co/…/southeast-asian-nations-in-world-s-peac… Southeast Asian Nations In World’s Peaceful Countries Index by Adelaida Salikha The latest Global Peace Index 2018 was conducted by Australia-based think tank Institute for Economics and Peace, which studied the peace and order situation in 163 countries. ...

Read More »

ຮູ້ຈັກກັບ! MINISO ກັບຍຸດທະສາດຕີຕະຫຼາດຄອງໃຈຄົນທົ່ວໂລກ! ລວມທັງຄົນລາວ…

 ຄົນລາວຕິດໃຈ MINISO ຍ້ອນຫຍັງ? ເມື່ອເວົ້າເຖິງຮ້ານຂາຍເຄື່ອງຍ່ອຍຍອດນິຍົມສໍາລັບຄົນລາວທຸກມື້ນີ້ ແນ່ນອນວ່າ 1 ໃນນັ້ນຄົງໜີບໍ່ພົ້ນ MINISO… ເພາະຂຶ້ນຊື່ວ່າເປັນຮ້ານທີ່ມີຄົບທຸກຢ່າງຢູ່ໃນນັ້ນເລີຍກໍວ່າໄດ້ ເຮັດໃຫ້ບາງຄົນທີ່ເຄີຍຕິດໃຈ M point, J mart, world mart… ກໍຫັນມາຕິດໃຈ MINISO ກັນໝົດ; ເຖິງວ່າຫາກໍເປີດຕົວຢູ່ລາວໄດ້ບໍ່ດົນແຕ່ກໍສາມາດຕີຕະຫຼາດ ໄດ້ໄວ ແລະ ຄອງໃຈຄົນລາວໄປແລ້ວຫຼາຍຄົນ. ແລະ ເມື່ອບໍ່ດົນມານີ້ (ວັນທີ 30 ກັນຍາ ທີ່ຜ່ານມາ) MINISO ຮ້ານຂາຍເຄື່ອງຍ່ອຍ ສັນສາດຈີນ ໄດ້ປະກາດເຊັນສັນຍາຮ່ວມ ເຊິ່ງເປັນສັນຍາການລົງທຶນຮ່ວມທາງຍຸດທະສາດກັບ Tencent ແລະ Hillhouse Capital ເຊິ່ງໄດ້ຮັບເງິນລົງທຶນໄປ 1.000 ລ້ານຫຢວນ. ທໍາຄວາມຮູ້ຈັກກັບ MINISO ບໍລິສັດ MINISO ກໍ່ຕັ້ງຂຶ້ນໃນປີ 2013 ໂດຍ 2 ຜູ້ບໍລິຫານຄື Miyake Junya ດີຊາຍເນີ່ຍີ່ປຸ່ນ ແລະ Ye Guofu ອາດີດດີຊາຍເນີ່ທີ່ຜົນຕົວມາເປັນນັກທຸລະກິດ ເຮັດໃຫ້ເປັນຮ້ານທີ່ໃສ່ໃຈເລື່ອງດີຊາຍຫຼາຍ. MINISO ເປີດຍຸດທະສາດບຸກຕະຫຼາດປະເທດຈີນເມື່ອປີ ...

Read More »

ຄົນລາວສ້າງປະຫວັດສາດ ສາມາດຍາດໄດ້ 20 ກວ່າຫຼຽນໃນການແຂ່ງຂັນມວຍຈີນ

ຄົນລາວທົ່ວປະເທດ ມີຄວາມດີໃຈອີກຄັ້ງ ພາຍຫຼັງໄດ້ຮັບຂ່າວວ່າຄົນລາວສາມາດສ້າງປະຫວັດສາດ ຍາດໄດ້ 20 ກວ່າຫຼຽນໃນການແຂ່ງຂັນມວຍຈີນພຽງ 2 ວັນທີ່ເມືອງ ເຕີ້ງເພີງ. ຄົນລາວ 17 ຄົນຍິງ 2 ຄົນໄດ້ເດີນທາງໄປເຝິກອົບຮົມວິຊາມວຍຈີນເປັນເວລາ 4 ເດຶອນ ໂດຍແບ່ງເປັນ 2 ກຸ່ມຄື: ກຸ່ມທີ 1 ແມ່ນຮຽນມວຍເສົາຫຼີນ ຈໍານວນ 8 ຄົນ ຍິງ 1 ຄົນ. ກຸ່ມທີ 2 ແມ່ນຮຽນມວຍໄທຈິ ຈໍານວນ 9 ຄົນ ຍິງ 1 ຄົນ. ໃນໄລຍະດັ່ງກ່າວທາງປະເທດຈີນໄດ້ຈັດການແຂ່ງຂັນ The 12th  Zhengzhou China International Shaolin Wushu Festival 2018 ຂຶ້ນທີ່ເມືອງ ເຕີ້ງເພີງ (Dengfeng) ເມືອງແຫ່ງການຕໍ່ສູ່ ເຊິ່ງເປັນຕົ້ນກໍາເນີດຂອງວັດເສົາຫຼີນ. ທີມຈາກ ສປປ ລາວ ກໍໄດ້ເຂົ້າຮ່ວມແຂ່ງຂັນໃນງານຄັ້ງນີ້ ຮ່ວມກັບບັນດາປະເທດເພື່ອນມິດທີ່ມາຈາກ 65 ປະເທດ. ການແຂ່ງຂັນແມ່ນເລີ່ມແຕ່ວັນທີ ...

Read More »

ເປີດຮັບສະໝັກ!!! ທຶນການສຶກສາ ທີ່ປະເທດເຢຍລະມັນ ອ່ານດ່ວນ…

ມາແລ້ວ ທຶນການສຶກສາ ຈາກປະເທດ ເຢຍລະມັນ ?? ສໍາລັບຜູ້ສົນໃຈ ສະໝັກໄດ້ ຕາມເນື້ອຫາຂ້າງລຸ່ມນີ້ ປິດຮັບສະໝັກ: 30/10/2018 ໂຊກດີ !!! Scholarship Master of Science in Tropical Forestry Study at TU Dresden in Germany – the Cradle of Forestry – Call for DAAD scholarship applications – The Master course qualifies future decision-makers and change agents to develop sustainable forest management strategies and implement development-relevant interventions in rural and peri-urban ...

Read More »

ຢາກໄດ້ທຶນການສຶກສາ ຈາກສະຖານບັນເຕັກໂນໂລຊີ ຮາບິນ, ສປ ຈີນ ອ່ານດ່ວນ….

ມາແລ້ວ ມາແລ້ວ ?? ?? ?? ທຶນການສຶກສາ ຈາກສະຖານບັນເຕັກໂນໂລຊີ ຮາບິນ, ສປ ຈີນ ສໍາລັບນັກສຶກສາຕ່າງປະເທດ ປິດຮັບສະໝັກ: 31/12/2018 ວິທີການສະໝັກ: http://studyinchina.csc.edu.cn/ ຈາກນັ້ນເລືອກ type B (ລະຫັດຂອງມະຫາໄລ ສະຖາບັນເຕັກໂນໂລຍີ ຮາບິນ HIT university code ແມ່ນ 10213) ລາຍລະອຽດເພີ່ມຕື່ມອີກທີ່: https://scholarship-positions.com/chinese-government-sch…/…/ The Harbin Institute of Technology is delighted to offer Chinese Government Scholarship Program for the academic year 2019-2020. These scholarships are available to Non-Chinese nationals. HIT Independent Recruitment Program covers tuition fee, ...

Read More »