Ad Break ໃນ VDO ທີ່ຄົນເບິ່ງບໍ່ມັກ! ແຕ່ Content Creator ຕ້ອງຮູ້… ສ້າງເງິນຈາກມັນໄດ້ແນວໃດ?

ຄັດລັບທີ່ Content Creator ຕ້ອງຮູ້…

ເມື່ອ Facebook ເປີດຕົວ Ad Break ຫຼືວີດີໂອສັ້ນໄລຍະພັກໂຄສະນາ ທີ່ຫຼາຍໆຄົນອາດຈະເຫັນເວລາເບິ່ງ ວີດີໂອຕ່າງໆ ແລ້ວຈະມີໂຄສະນາມາຂັ້ນແບບທີ່ເຮົາບໍ່ສາມາດກົດ Skip ໄດ້! ມັນເປັນສິ່ງທີ່ໜ້າເບື່ອຫຼາຍແມ່ນບໍ່ສໍາລັບຄົນທີ່ເບິ່ງ ໂດຍສະເພາະໃນບ້ານເຮົາ ຮູ້ສຶກວ່າຫຼາຍຄົນບໍ່ມັກເລີຍ! ແຕ່ Ad Break ແມ່ນກໍເປັນສິ່ງທີ່ສ້າງລາຍໄດ້ໃຫ້ກັບ ນັກໂຄສະນາ ທັງຫຼາຍ! ສະນັ້ນ ນັກໂຄສະນາຕ່າງຈຶ່ງຕ້ອງຄິດຊອກວີທີເຮັດແນວໃດ ໃຫ້ຄົນເບິ່ງວີດີໂອ ເບິ່ງໄລຍະຂັ້ນໂຄສະນານັ້ນພ້ອມ ເພື່ອທີ່ຈະຖ້າເບິ່ງວີດີໂອໃນໄລຍະຕໍ່ໄປ! ເພາະມັນຄືວິທີທີ່ຈະສ້າງເງິນໃຫ່ແກ່ເຂົາເຈົ້າ. ແລະນີ້ກໍຄື 4 ເຄັດລັບທີ່ Content Creator ຕ້ອງຮູ້!!! ໃນການສ້າງເງິນຈາກ Facebook ODO

  • ສ້າງສັນເນື້ອໃນທີ່ສົ່ງເສີມການມີສ່ວນຮ່ວມ: ນັກມາຍາກົນຈາກດັງຂອງປະເທດເພື່ອນບ້ານ (ປະເທດໄທ) ໄດ້ສ້າງຄວາມປະທັບໃຈໃຫ້ກັບຄົນເບິ່ງຢ່າງແທ້ຈິງ ແລະ ຍັງສາມາດດຶງດູດໃຫ້ 51% ຂອງຜູ້ເບິ່ງຈາກ 30 ລ້ານຄົນ ໃຫ້ເບິ່ງວີດີໂອໂຄສະນາດົນກວ່າ 1 ນາທີໄດ້ສໍາເລັດ ໂດຍ 94% ຈະເບິ່ງຈົນຈົບ ເພື່ອຖ້າເບິ່ງມາຍາກົນຕໍ່.

  • ສ້າງເນື້ອໃນທີ່ມີຄວາມຍາວຫຼາຍຂຶ້ນ: ພາສສະເກລ ເຊຍແຣບພາ ແບ່ງປັນວີດີໂອທີ່ມີຄວາມຍາວຢ່າງໜ້ອຍ 10 ນາທີ ໃຫ້ກັບຜູ້ຕິດຕາມທີ່ມັກເບິ່ງການເຮັດອາຫານອີຕາລີ ໃນຫ້ອງຄົວທີ່ນິວເຈິຊີຂອງເຂົາ ເຊິ່ງເປັນຕົວຢ່າງທີ່ດີທີ່ສະແດງໃຫ້ເຫັນເຖິງ ພະລັງໃນການສ້າງເນື້ອໃນພາຍໃຕ້ຫົວຂໍ້ດຽວກັນ ທີ່ເຮັດໃຫ້ຄົນເບິ່ງສົນໃຈຕ້ອງກັບມາເບິ່ງອີກ.

  • ສ້າງຖານຄົນເບິ່ງທີ່ແຂງແຮງ: ວີດີໂອທີ່ສ້າງສຽງຫົວໄດ້ຈາກ All Def ເປັນຕົວຢ່າງທີ່ດີທີ່ສຸດ ທີ່ສະແດງໃຫ້້ເຫັນເຖິງຄວາມຕ້ອງການຂອງຄົນເບິ່ງ ໃນການຊອກຫາເນື້ອໃນທີ່ພວກເຂົາມັກ ເກືອບ 70% ຂອງຄົນເບິ່ງ ໄດ້ຄົ້ນຫາວີດີໂອນີ້ຈາກລາຍການທີ່ເບິ່ງມາແລ້ວ ແລະ ການຊອກຈາກວີດີໂອຫຼ້າສຸດ; ເຊິ່ງມີແນວໂນ້ມຈະເບິ່ງໄລຍະພັກໂຄສະນາ ແລ້ວມາເບິ່ງຕໍ່ຫຼາຍກວ່າ

  • ສ້າງການມີສ່ວນຮ່ວມໃນຊຸມຊົນຂອງທ່ານ: ເຈ ເຊັດຕີ້ ສ້າງເນື້ອໃນທີ່ມີຄວາມໝາຍເລິກເຊິ່ງ ໃຫ້ກັບຊຸມຊົນຂອງເຂົາດ້ວຍຄະຕິທີ່ຊ່ວຍໃຫ້ກໍາລັງໃຈຜູ້ຄົນໃນການດໍາເນີນຊີວິດ ແລະ ໄລຍະພັກໂຄສະນາ ໄດ້ສະໜັບສະໜູນຄວາມສາມາດ ໃນການເຂົ້າເຖິງຄົນເບິ່ງເປັນຈໍານວນເພີ່ມຂຶ້ນເຊັ່ນ: ຂໍ້ຄວາມສໍາຄັນໃນວີດີໂອນີ້ໄດ້ສ້າງແຮງບັນດານໃຈໃຫ້ກັບຜູ້ຊົມຫຼາຍກວ່າ 80% ທີ່ເບິ່ງໄລຍະພັກໂຄສະນາຈົນຈົບ ເພື່ອຖ້າເບິ່ງວີດີໂອໃນໄລຍະຕໍ່ໄປ ເຊິ່ງເປັນຈໍານວນທີ່ຫຼາຍກວ່າອັດຕາສະເລ່ຍທີ່ 70% ຂອງໄລຍະພັກໂຄສະນາທົ່ວໄປ; ເຊິ່ງເປັນຕົວຢ່າງທີ່ດີຂອງການເຂົ້າເຖິງ, ປະສົບການທາງດ້ານອາລົມ ທີ່ຜູ້ຄົນຈໍານວນຫຼາຍຮູ້ສຶກເຊື່ອມໂຍງນໍາ ຈົນກາຍເປັນຊຸມຊົນທີ່ຜູ້ຄົນລວມຕົວກັນ ແລະ ເຕີບໃຫຍ່ຂຶ້ນຢ່າງຕໍ່ເນື່ອງ.

ຖ້າທ່ານສາມາດນໍາເອົາວິທີເຫຼົ່ານີ້ໄປປະຕິບັດໄດ້, ຈະສາມາດເຮັດໃຫ້ວ່າ ໂຄສະນາ ຂັ້ນວີດີໂອທີ່ໜ້າເບື່ອຈົນເຮັດໃຫ້ຄົນເບິ່ງບໍ່ຢາກເບິ່ງວີດີໂອ ຫັນກັບມາເບິ່ງໄດ້ບໍ່ຫຼາຍກໍໜ້ອຍ.

ຂອບໃຈທີ່ມາ: BRAND BUFFER

Comments