App Store ສ້າງລາຍໄດ້ຫຼາຍກວ່າ Google Play ຈົນໜ້າຕົກໃຈ!!!

App Store ສ້າງລາຍໄດ້ຫຼາຍກວ່າ Google Play ຈົນໜ້າຕົກໃຈ!!!

ເມື່ອເວົ້າເຖິງລະບົບ Download Application ຫຼາຍຄົນກໍຄົງຮູ້ຈັກກັນດີໃນ 2 ລະບົບນີ້ຄື App Store ໃນເຄືອງຂອງ Apple ແລະ Google Play ໃນເຄືອຂອງ Android ເຊິ່ງຈະພົບເຫັນໃນ Smart Phone ຫຼາກຫຼາຍລຸ້ນ; ຖ້າຢູ່ບ້ານເຮົາກໍຈະມີ Samsung, Huawei, Oppo, Vivo ແລະ ອື່ນໆອີກ. ສ່ວນ App Store ນັ້ນກໍຈະມີຢູ່ໃນສະເພາະຂອງ Smart Phone Apple ຢ່າງດຽວ; ເຊິ່ງກໍເປັນຍີ່ຫໍ້ທີ່ທົ່ວໂລກນິຍົມຫຼາຍທີ່ສຸດ ລວມທັງບ້ານເຮົາເອງກໍເຊັ່ນ. ແຕ່ທ່ານຮູ້ບໍ່ວ່າໃນຄວາມນິຍົມທີ່ຫຼາກຫຼາຍຂອງ App Store ນັ້ນ ມັນສາມາດສ້າງລາຍໄດ້ຫຼາຍພຽງໃດ? ແລະ ເມື່ອທຽບກັບ Google Play ແລ້ວ ຫຼຸດລື່ນກັນຈັກສ່ວນຮ້ອຍ… ຈາກການເປີດເຜີຍຂອງ Sensor Tower ພົບວ່າ App Store ສາມາດສ້າງລາຍໄດ້ຫຼາຍກວ່າ Google Play ເຖິງ 93% ໃນໄຕມາດ 3 ເຊິ່ງຖືວ່າເປັນຄວາມແຕກຕ່າງຫຼາຍທີ່ສຸດນັບຕັ້ງແຕ່ປີ 2014 ຫຼືນັບຕັ້ງແຕ່ Sensor Tower ເລີ່ມຈັບຂໍ້ມູນໃນ Google Play…

ໂດຍບໍລິສັດເຜີຍວ່າ ປະມານ 66% ຂອງຈໍານວນເງິນ 10.820 ລ້ານໂດລາສະຫະລັດ ເປັນລາຍໄດ້ທີ່ເກີດຈາກ Mobile Application ໃນໄລຍະປີ 2018 ເຊິ່ງມາຈາກ App Store ຂອງເຄືອ Apple ສ້າງລາຍໄດ້ 12.000 ລ້ານໂດລາ; ເພີ່ມຂຶ້ນ 23.3% ຈາກ 9.700 ລ້ານໂດລາ ໃນໄລຍະໜຶ່ງປີ. ໃນຂະນະທີ່ Google Play ສ້າງລາຍໄດ້ 6.200 ລ້ານໂດລາ; ເພີ່ມຂຶ້ນ 21.5% ຈາກປີທີ່ຜ່ານມາ 5.100 ລ້ານໂດລາ. ທັງນີ້ຂໍ້ມູນຈາກ Sensor Tower ຍັງບອກອີກວ່າ ແອັບເດັ່ນໆຂອງທັງສອງເຄືອຄ່າຍນີ້ແມ່ນ ລະບົບການສະມັກສະມາຊິກຂອງແອັບ ຍັງຄົງເປັນຕົວຊ່ວຍໃນການສ້າງລາຍໄດ້; ໂດຍ Netflix ຍັງຄົງເປັນແອັບ ຍອດນິຍົມທີ່ບໍ່ໄດ້ຢູ່ໃນກຸ່ມເກມໄຕມາດ 3 ສ້າງລາຍໄດ້ໂດຍປະມານ 243.7 ລ້ານໂດລາ; ທັງສັງ Plat Form ໂດຍ VDO Tinder ແລະ Tencent ຍັງຄົງເປັນແອັບອັນດັບ 2 ແລະ ອັນດັບ​ 3 ຕາມລໍາດັບ.

ການຈັບຈ່າຍໃນ Mobile Game ກໍເປັນຕົວຊ່ວຍສ້າງລາຍໄດ້ໃຫ້ທັງ 2 ເຄືອຄ່າຍ ໂດຍແຕ່ລະປີມີການເຕີບໃຫຍ່ເຖິງ 14.9% ຫຼືໄລ່ເປັນເງິນແມ່ນ 10.380 ລ້ານໂດລາ; ໄລ່ເປັນສ່ວນຮ້ອຍແມ່ນ 76% ຂອງລາຍໄດ້ທີ່ເກີດຈາກ Application ທັງສອງ Plat Form; ໂດຍ 8.500 ລ້ານໂດລາ ມາຈາກ App Store ແລະ 5.300 ລ້ານໂດລາ ມາຈາກ Google Play. ໃນສ່ວນຂອງການ Download App ພົບວ່າ Google Play ຍັງຄົງດີກວ່າເລັກໜ້ອຍ ຍ້ອນການທີ່ມີການໃຊ້ອຸປະກອນ Android ທີ່ລາຄາຖືກກວ່າຕະຫຼາດເກີດໃໝ່, ໂດຍການຕິດຕັ້ງ App ເຕີບໃຫຍ່ຂຶ້ນ 10.9% ທັງສອງ Plat Form ຫຼື ເກືອບ 27.1 ລ້ານຄັ້ງ ເພີ່ມຂຶ້ນ 24.4% ຈາກໄຕມາ 3 ປີ 2017.

ອັນດັບຂອງການ Download App ສູງສຸດມີການປ່ຽນແປງຫຼາຍໃນໄຕມາດ 3 ທີ່ເຫັນໄດ້ຢ່າງຊັດເຈນຄື ວີດີໂອສັ້ນຂອງ Bytedance ທີ່ຮ່ວມ TikTok ກັບ Musical.ly; ຜົນຈາກການລວມແອັບເຂົ້າດ້ວຍກັນ ເຮັດໃຫ້ TikTok ຂອງ Bytedance ຂຶ້ນມາເປັນອັນດັບ 4 ຂອງໂລກ; ໂດຍເຕີບໃຫຍ່ເຖິງ 15% ໄລ່ເປັນ 440% ຕໍ່ປີ ຈຶ່ງເຮັດໃຫ້ແຊງໜ້າ Instagram (ອັນດັບ 5) ແລະ Snapchat (ອັນດັບ 10) ເຊິ່ງເຮັດໃຫ້ Bytedance ກາຍມາເປັນຜູ້ຫຼິ້ນທີ່ໜ້າຈັບຕາເບິ່ງໃນຕະຫຼາດ Social.

ທີ່ມາ: Startup TH

Comments