ປະທານ ສຄສຊ ຍົກໃຫ້ເຫັນເສດຖະກິດປີນີ້ຂະຫຍາຍຕົວຊ້າລົງ

ໃນກອງປະຊຸມສົນທະນາທິດທາງເສດຖະກິດຂອງ ສປປ ລາວ, ບົດບາດຂອງທຸລະກິດເລີ່ມໃໝ່ ແລະ ວິສາຫະກິດຂະໜາດນ້ອຍ ແລະ ກາງ ທີ່ຈັດຂຶ້ນໃນຕອນເຊົ້າວັນທີ 30 ຕຸລາ 2018 ຜ່ານມາ ທີ່ໂຮງແຮມ ຄຣາວ ພລາຊາ ນະຄອນຫຼວງວຽງຈັນ ໂດຍການເປັນປະທານຮ່ວມຂອງ ທ່ານ ບົວສອນ ບຸບຜາວັນ ປະທານສະຖາບັນຄົ້ນຄວ້າເສດຖະກິດແຫ່ງຊາດ (ສຄສຊ), ທ່ານ ສົມຈິດ ອິນທະມິດ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ອຸເດດ ສຸວັນນະວົງ ປະທານສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດ, ພ້ອມດ້ວຍນັກທຸລະກິດ,ອົງການຈັດຕັງສາກົນເຂົ້າຮ່ວມ.

ທ່ານ ບົວສອນ ບຸບຜາວັນ ກ່າວວ່າ: ທິດທາງເສດຖະກິດຂອງ ສປປ ລາວ ໃນຊຸມປີຜ່ານມາ ຖືວ່າເປັນປະເທດໜຶ່ງໃນພາກພື້ນອາຊຽນທີ່ມີຈັງຫວະການຂະຫຍາຍຕົວທາງເສດຖະກິດໄວ, ລາຍໄດ້ສະເລ່ຍຫົວຄົນຕໍ່ປີເພີ່ມຂຶ້ນຢ່າງຕໍ່ເນື່ອງ. ແຕ່ໃນປີ 2018 ນີ້ປະເທດເຮົາໄດ້ປະສົບກັບຄວາມຫຍຸ້ງຍາກທາງດ້ານການເງິນ-ງົບປະມານ, ຖືກໄພນໍ້າຖ້ວມເກືອບທຸກແຊວງ ອັນໄດ້ສ້າງຜົນກະທົບຕໍ່ການຜະລິດກະສິກໍາ ແລະ ຊີວິດການເປັນຢູ່ຂອງປະຊາຊົນ. ຕາມການປະເມີນຄາດວ່າ ການຜະລິດກະສິກໍາ ແລະ ປ່າໄມ້ ຈະຫຼຸດຈາກປີ 2017 ຈະມີການເຕີບໂຕປະມານ 2,5% ,ທາງດ້ານອຸດສາຫະກໍາ,ໄຟຟ້າ,ບໍ່ແຮ່ຄາດວ່າຈະຂະຫຍາຍຕົວປະມານ 7,7% (2017 ປະຕິບັດໄດ້ 11,6%). ສໍາລັບຂະແໜງການບໍລິການຄາດວ່າຈະດີຂຶ້ນໂດຍຄາດວ່າຈະຂະຫຍາຍຕົວປະມານ 7,6% (2017 ປະຕິບັດໄດ້ 4,4%).

ສາເຫດຫຼັກມາຈາກຜົນກະທົບນອກຕົວແມ່ນເກີດຈາກໄພພິບັດທໍາມະຊາດ ເຊິ່ງໄດ້ສ້າງຄວາມເສຍຫາຍໃຫ້ແກ່ການຜະລິດ ແລະ ຊີວິດຊັບສິນຂອງປະຊາຊົນນັບທັງພື້ນຖານໂຄງລ່າງຕ່າງໆ. ພ້ອມກັນນັ້ນ, ປີນີ້ລາຄານໍ້າມັນອາດເພີ່ມຂຶ້ນເຖິງ 100 ໂດລາຕໍ່ບາເຣວ ອັນມີຜົນເຮັດໃຫ້ຕົ້ນທຶນການຜະລິດ, ການຂົນສົ່ງ ແລະ ຄ່າຄອງຊີບເພີ່ມສູງຂຶ້ນ ແລະ ຜົນກະທົບດ້ານໃນຕົວຄື ເສດຖະກິດຂອງລາວຂາດດຸນຕໍ່ເນື່ອງຫຼາຍປີ ຈຶ່ງເຮັດໃຫ້ມີໜີ້ສິນສາທາລະນະສູງ ແລະ ຢູ່ໃນລະດັບຫຼາຍກວ່າ 60% ຂອງ ຈີດີພີ, ສາກົນໄດ້ຈັດ ສປປ ລາວ ເຂົ້າຢູ່ໃນປະເທດທີ່ມີຄວາມຫຍຸ້ງຍາກໃນການໃຊ້ແທນຄືນໜີ້ສິນ, ໂຄງສ້າງເສດຖະກິດຂອງລາວປັດຈຸບັນ ຖືເປັນໂຄງສ້າງເສດຖະກິດແບບເກົ່າ ຫຼື ເວົ້າອີກແນວໜຶ່ງເປັນໂຄງສ້າງແບບ ອັນນາລ໊ອກ     ( Analog ) ບໍ່ທັນຫັນປ່ຽນເປັນໂຄງສ້າງເສດຖະກິດ “ດີຈິຕອນ”.

Comments