CREATIVE ຕອບໂຈດການຕະຫຼາດຍຸກ 4.0 ໄດ້ແນວໃດ?

ແຕກຕ່າງ-ໂດດເດັ່ນ-ມີຊື່ສຽງ

ປັດຈຸບັນຕ້ອງຍອມຮັບວ່າພະລັງຂອງ Social Media ມີຜົນຕໍ່ກັບຜູ້ບໍລິໂພກຫຼາຍ ບໍ່ວ່າຈະເປັນເລື່ອງທົ່ວໄປ, ເລື່ອງສ່ວນຕົວ ຫຼືແມ່ນແຕ່ເລື່ອງການຄ້າຂາຍ ປະກອບທຸລະກິດກໍອາໄສຊ່ອງທາງນີ້ໃນການໂຄສະນາ ໂປຼໂມດສິນຄ້າທັງໝົດ; ເຊິ່ງໃນນັ້ນກໍມີຫຼາຍເລື່ອງລາວ ຫຼາຍຮູບແບບ ທັງຕັ້ງໃຈ ແລະ ບໍ່ຕັ້ງໃຈທີ່ຖືກໃຈກະຕຸ້ນຕ່ອມຄວາມຢາກຮູ້ ຢາກເຫັນຂອງຄົນ ຈົນຖືກແຊຣ, ຖືກໄລ້ເປັນໄວລັດທີ່ແຜ່ກະຈາຍຢ່າງໄວວາ ເຮັດໃຫ້ເກີດມີຊື່ສຽງຂຶ້ນຊົ່ວຂ້າມຄືນ ດັ່ງທີ່ເຮົາເຄີຍເຫັນໃນສື່ Online ຢ່າງຫຼວງຫຼາຍ ເຊິ່ງແຕ່ລະຄົນນັ້ນຈະມີິຄວາມແຕກຕ່າງກັນອອກໄປ ແລະກໍສາມາດມັດໃຈຄົນສະເພາະກຸ່ມທີ່ໃຫ້ຄວາມສົນໃຈກ່ຽວກັບເລື່ອງນັ້ນໆ, ອາດຈະໃຫ້ຄວາມບັນເທີງ ຫຼືໃຫ້ແຮງບັນດານໃຈທີ່ເປັນປະໂຫຍດແກ່ເຂົາເຈົ້າ…

ເຊິ່ງຂໍ້ດີຂອງການເຮັດໃຫ້ເກີດເປັນໄວລັດນັ້ນກໍຄື ຄວາມໄວ ແລະ ການເຂົ້າເຖິງຄົນຈໍານວນຫຼາຍ ດ້ວຍການໃຊ້ພະລັງຂອງ Social Media ໃນການກະຈາຍຂໍ້ມູນຂ່າວສານ; ສິ່ງສໍາຄັນຄືຕົ້ນທຶນຕໍ່າ ເພາະບາງໂພສທີ່ຖືກໃຈຄົນອ່ານ, ຄົນເບິ່ງຈະຖືກເອົາໄປແຊຣຕໍ່ໆກັນເອງຫຼາຍກວ່າ ໂດຍບໍ່ຕ້ອງເຮັດຫຍັງເລີຍ; ແນ່ນອນວ່າວິທີການຕະຫຼາດແບບນີ້ເໝາະສົມກັບ SME ທີ່ຕົ້ນທຶນໜ້ອຍ ແຕ່ນັ້ນກໍບໍ່ໄດ້ໝາຍຄວາມວ່າເມື່ອເຮັດແລ້ວຈະປະສົບຄວາມສໍາເລັດໄດ້ງ່າຍໆ ເພາະທີ່ຜ່ານມາກໍມີຫຼາຍຄົນທີ່ເຫັນໂອກາດ ພາກັນເຮັດເປັນຈໍານວນຫຼາຍແຕ່ກໍບໍ່ເຫັນຜົນຫຍັງຕາມມາ

ດັ່ງນັ້ນ… ແມ່ນຫຍັງທີ່ເຮັດໃຫ້ຖືກໃຈຜູ້ບໍລິໂພກຈົນເຮັດໃຫ້ເກີດມີການບອກຕໍ່ດ້ວຍການແຊຣ ຄໍາຕອບທີ່ຟັງເບິ່ງແລ້ວຈະງ່າຍແຕ່ກໍເຮັດຍາກ ນັ້ນກໍຄືຕ້ອງມີຄວາມຄິດສ້າງສັນ, ຄວາມຄິດຕ່າງ ທີ່ຈະສ້າງຄວາມແຕກຕ່າງ ເພື່ອສ້າງຄວາມໂດດເດັ່ນໃຫ້ແກ່ຕົນເອງ; ສິ່ງສໍາຄັນອີກຢ່າງໜຶ່ງຄືຕ້ອງກ້າລອງເຮັດ ແລະ ສ້າງບໍ່ປະສົບຄວາມສໍາເລັດກໍຢ່າທໍ້ຖອຍທີ່ຈະລອງອີກຄັ້ງ… ອີກຄັ້ງ… ອີກຄັ້ງ ແລ້ວສຸດທ້າຍຈະພົບຊ່ອງທາງເອງ…

ທີ່ມາ: SME THAILAND CLUP

Comments