ຜູ້ນຳພັກ-ລັດ ຮ່ວມໃສ່ບາດຖະຫວາຍສັງຄະທານ ໃນງານບຸນນະມັດສະການພຣະທາດຫຼວງ

ຕອນເຊົ້າວັນທີ 22 ພະຈິກ ກົງກັບມື້ຂຶ້ນ 15 ຄໍ່າ, ເດືອນ 12 (ລາວ) ພສ 2561 ທ່ານ ບຸນຍັງ ວໍລະຈິດ ປະທານປະເທດ ແຫ່ງ ສປປ ລາວ, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ, ທ່ານ ນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ ພ້ອມດ້ວຍ ບັນດາການນຳພັກ-ລັດ  ແລະ ປະຊາຊົນລາວບັນດາເຜົ່າ ໃນຂອບເຂດ ທົ່ວປະເທດ ກໍຄື ມວນຊົນຊາວນະຄອນຫຼວງວຽງຈັນ, ຕ່າງກໍໄດ້ເຂົ້າຮ່ວມ ທຳບຸນໃສ່ບາດຖວາຍສັງຄະທານ ແດ່ພະພິຂຸສົງສຳມະເນນ ຫຼາຍກວ່າພັນອົງ.

ບຸນນະມັດສະການ ພຣະທາດຫຼວງ ຖືເປັນປະເພນີອັນດີງາມ ຂອງປະຊາຊົນລາວບັນດາເຜົ່າທີ່ສືບທອດ ແລະ ປະຕິບັດກັນ ມາແຕ່ບູຮານນະການ, ນັບວ່າເປັນບຸນປາງໃຫຍ່ ອີກບຸນໜຶ່ງຂອງຊາວລາວເຮົາ ທີ່ໄດ້ຈັດຂຶ້ນເປັນປະຈຳທຸກໆປີ.

ຄຣິບວີດີໂອພາບມູມສູງ

ພາບມູມສູງ ການໃສ່ບາດຖະຫວາຍສັງຄະທານຢູ່ບຸນນະມັດສະການພະທາດຫລວງວຽງຈັນ ໃນວັນທີ 22 ພະຈິກ 2018.

Posted by ປະເທດລາວ Pathedlao on Wednesday, November 21, 2018

ຂໍ້ມູນຈາກ: ຂປລ.

Comments