ເຈົ້າຄອງນະຄອນ ເຂົ້າຮ່ວມພິທີລົງເສົາຂວັນອາຄານສໍານັກງານປະທານສົງສູນກາງ

ພິທີລົງເສົາຂັວນອາຄານສໍານັກງານປະທານສົງສູນກາງອົງການພຸດທະສາສະໜາສັມພັນ ແຫ່ງ ສປປ ລາວ ໄດ້ຈັດຂຶ້ນໃນວັນທີ 20 ພະຈິກ 2018 ນີ້ທີ່ວັດທາດຫຼວງເໜືອໂດຍມີ ພຣະອາຈານໃຫຍ່ ມະຫາ ງອນ ດໍາຣົງບູນ ປະທານສູນກາງ ອົງການພຸດທະສາສະໜາສັມພັນ ແຫ່ງ ສປປ ລາວ,

ທ່ານ ສິນລະວົງ ຄຸດໄພທູນ ເຈົ້າຄອງນະຄອນຫຼວງວຽງຈັນ, ພ້ອມດ້ວຍບັນດາອອກຕົນຍາດໂຍມ, ພຸດທະສາສະນິກະຊົນຜູ້ມີຈິດໃຈສັດທາ ເຂົ້າຮ່ວມ.

ອາຄານສໍານັກງານສູນກາງ ອພສ ຈະມີ 3 ຫຼັງ ເປັນອາຄານ ຄອນກຣີດ 2 ຊັ້ນ ຮູບຊົງສິລະປະເອກະລັກຂອງລາວ ມີຄວາມກວ້າງ 32 ກວ່າແມັດ, ຄວາມຍາວ 36 ກວ່າແມັດ, ຄວາມສູງລວມຍອດຊໍ່ຟ້າ 22 ກວ່າແມັດ.

ໂດຍແມ່ນບໍລິສັດ ມີພູນຊັບ ກໍ່ສ້າງ ຈໍາກັດ ຜູ້ດຽວ ເປັນຜູ້ຮັບເໝົາກໍ່ສ້າງ ດ້ວຍມູນຄ່າ 23 ຕື້ກວ່າກີບ.ໄລຍະການກໍ່ສ້າງ 2 ປີ ຈະໃຫ້ສໍາເລັດ.

ຂໍ້ມູນຈາກ:ຂປລ.

Comments