ພຣະທາດຫຼວງ ຫຼື ພຣະເຈດີໂລກະຈຸນລະມະນີ

ນັບແຕ່ສະໄໝບູຮານນະການສືບທອດກັນມາ ພໍເຖິງເດືອນສິບສອງ (ຕາມປະຕິທິນລາວ) ຊຶ່ງແມ່ນໄລຍະເຂົ້າໃໝ່ປາມັນ ເປັນເວລາທີ່ປະຊາຊົນບັນດາເຜົ່າໄດ້ເກັບກ່ຽວຜົນຜະລິດຂອງຕົນເປັນທີ່ຮຽບຮ້ອຍແລ້ວ ກໍແມ່ນໄລຍະທີ່ເໝາະສົມສຳລັບການກະກຽມເພື່ອເຮັດບຸນນະມັດສະການພະທາດຫຼວງ ຊາວລາວຈາກທົ່ວສາລະທິດກໍຈະໄດ້ຫ້າງຫາສຳພາລະຕ່າງໆເພື່ອເດີນທາງໄປຮ່ວມນະມັດສະການ ແລະ ສະເຫຼີມສະຫຼອງບຸນປາງໃຫຍ່ຂອງຊາດ.

ແຕ່ຄິດວ່າມີຫຼາຍທ່ານຍັງບໍ່ທັນຮູ້ເຖິງປະຫວັດຄວາມເປັນມາຂອງ ພຣະທາດຫຼວງ ດັ່ງນັ້ນ ໃນໂອກາດສະເຫຼີມສະຫຼອງບຸນທາດຫຼວງ ປີ 2019 ນີ້  ທາງ Target ຂໍນໍາເອົາປະຫວັດຂອງພຣະທາດຫຼວງມາເລົ່າສູ່ຟັງ, “ພຣະທາດຫຼວງ” ເປັນນາມສາມັນທີ່ປະຊາຊົນໃຊ້ເອີ້ນກັນເຊິ່ງເປັນພຣະທາດທີ່ໃຫຍ່ກວ່າພຣະທາດອື່ນໃນນະຄອນວຽງຈັນ, ສ່ວນຊື່ທາງການອັນເປັນຊື່ແທ້ໆຂອງພຣະທາດອົງນີ້ ເຊິ່ງໄດ້ຕັ້ງມາແຕ່ສະໄໝ ພຣະເຈົ້າໄຊຍະເຊດຖາທິຣາດ ນັ້ນຊື່ວ່າ: “ພຣະເຈດີໂລກະຈຸນລະມະນີ” ອັນເປັນປູຊະນິຍະສະຖານ ທີ່ສໍາຄັນຂອງຊາວລາວ.

ພຣະທາດຫຼວງ ເປັ່ງແສງປະກາຍສີຄໍາອັນເຮືອງຮຸ່ງ ຕັ້ງຢູ່ຢ່າງໂດດເດັ່ນທີ່ເຂດບ້ານທາດຫຼວງ ເມືອງໄຊເຊດຖາ ເຊິ່ງເປັນປູຊະນີຍະສະຖານບູຮານອັນເປັນສັນຍາລັກຂອງປະເທດລາວ ພຣະທາດເຈດີໂລກະຈຸນລະມະນີ ທີ່ບັນຈຸພະສາລິຣິກະທາດຂອງພຣະພຸດທະເຈົ້າ ແລະ ເປັນສູນລວມແຫ່ງຈິດວິນຍານຂອງປວງຊົນລາວທັງຊາດ.

ພຣະທາດຫຼວງ ຖືກສ້າງຂຶ້ນເທື່ອທໍາອິດໃນປີ ພສ 236 ໂດຍການນໍາພາຂອງເຈົ້າເມືອງວຽງຈັນ ເຈົ້າຈັນທະບູລີ ປະສິດທິສັກ ຫຼື ບູລິຈັນ ແລະ ຖືກຕໍ່ເຕີມເສີມສ້າງຕື່ມອີກໃນປີ ຄສ 1566 ໂດຍເຈົ້າໄຊຍະເຊດຖາທິຣາຊ ກະສັດຜູ້ສະຖາປະນາວຽງຈັນເປັນນະຄອນຫຼວງຂອງອານາຈັກລາວລ້ານຊ້າງ ມາຮອດປີ 1957 ລັດຖະບານລາວ ພາຍໃຕ້ພະບໍລົມມະຊູປະຖໍາຂອງເຈົ້າສີສະຫວ່າງວົງ ກໍໄດ້ນໍາພາປະຊາຊົນປັ້ນພະບໍລົມມະຮູບຂອງເຈົ້າໄຊຍະເຊດຖາທິຣາຊ ປະດິດສະຖານໄວ້ຢູ່ໜ້າທາງເຂົ້າພຣະທາດ ທາງດ້ານຕາເວັນຕົກ ເພື່ອເປັນອະນຸສາວະລີ ທີ່ພະອົງໄດ້ສ້າງພຣະທາດຫຼວງຂຶ້ນມາເປັນທີ່ສັກກະລະບູຊາຈົນຮອດປັດຈຸບັນ.

ພຣະທາດຫຼວງມີຄວາມສູງ 45 ແມັດ, ມີໃບສີມາອ້ອມ 228 ໃບ, ມີບໍລິວານ (ທາດນ້ອຍ) ອ້ອມຮອບ 30 ອົງເອີ້ນວ່າ: “ປາລະມີສາມສິບທັດ”, ຕີນພຣະທາດແຕ່ດ້ານຕາເວັນອອກຫາດ້ານຕາເວັນຕົກຍາວ 69 ແມັດ, ແຕ່ດ້ານເໜືອຫາໃຕ້ຍາວ 68 ແມັດ ແລະ ມີກົມມະລຽນດ້ານນອກອ້ອມພຣະທາດຫຼວງແຕ່ລະດ້ານຍາວ 91,75 ແມັດ.

ນັບແຕ່ບູຮານນະການເມື່ອຫຼາຍຮ້ອຍປີຜ່ານມາ ພໍເຖິງເດືອນສິບສອງຊຶ່ງແມ່ນໄລຍະເຂົ້າໃໝ່ປາມັນ ເປັນເວລາທີ່ປະຊາຊົນບັນດາເຜົ່າໄດ້ເກັບກ່ຽວຜົນຜະລິດຂອງຕົນເປັນທີ່ຮຽບຮ້ອຍແລ້ວ ກໍແມ່ນໄລຍະທີ່ເໝາະສົມສຳລັບການກະກຽມເພື່ອເຮັດບຸນນະມັດສະການພະທາດຫຼວງ ຊາວລາວຈາກທົ່ວສາລະທິດກໍຈະໄດ້ຫ້າງຫາສຳພາລະຕ່າງໆເພື່ອເດີນທາງໄປຮ່ວມນະມັດສະການ ແລະ ສະເຫຼີມສະຫຼອງບຸນປາງໃຫຍ່ຂອງຊາດ.

ໃນວັນເພັງເດືອນສິບສອງຂອງທຸກໆປີ ເຊິ່ງເປັນບຸນມະໂຫລານທີ່ໃຫຍ່ທີ່ສຸດໃນປະເທດລາວຖືກຈັດຂຶ້ນເປັນເວລາ 7 ມື້ 7 ຄືນ ພ້ອມການສະແດງມະໂຫລີ, ສິລະປະ – ວັນນະຄະດີ ແລະ ງານວາງສະແດງສິນຄ້າຈາກຫຼາກຫຼາຍຫ້າງຮ້ານ ແລະ ປະເທດເພື່ອນມິດ.

ບຸນນະມັດສະການພຣະທາດຫຼວງໄດ້ສະແດງໃຫ້ເຫັນເຖິງວັດທະນະທໍາ ແລະ ຮີດຄອງປະເພນີອັນດີງາມຂອງຊາວພຸດກໍຄືຊາວລາວທັງຊາດໂດຍມີພິທີສໍາຄັນທາງສາສະໜາເຊັ່ນ: ພິທີແຫ່ຜາສາດເຜິ້ງ, ວຽນທຽນ ແລະ ໃສ່ບາດຖວາຍທານ ເຊິ່ງມີພະສົງຈາກທົ່ວທຸກແຂວງໃນປະເທດລາວເດີນທາງມາຮ່ວມ ແລະ ພາຍຫຼັງພິທີໃສ່ບາດກໍມີການແຂ່ງຂັນຕີຄີ ເຊິ່ງເປັນກິລາພື້ນເມືອງທີ່ຈັດຂຶ້ນທຸກໆປີໃນໄລຍະບຸນດັ່ງກ່າວ.

ສ່ວນໃນຕອນຄໍ່າ  ກໍຈະມີພິທີວຽນທຽນ ແລະ ສຸດທ້າຍແມ່ນການຈູດບັ້ງໄຟບູຊາພະທາດ
ຊຶ່ງປະກອບດ້ວຍ: ບັ້ງໄຟດອກ ບັ້ງໄຟຊ້າງ ບັ້ງໄຟມ້າ ບັ້ງໄຟພະນຽງ ບັ້ງໄຟຕະໄລ ແລະ ບັ້ງໄຟດອກໄມ້.

ທີ່ສໍາຄັນສິ່ງທີ່ຂາດບໍ່ໄດ້ນັ້ນກໍຄື ເມື່ອມານະມັດສະການພຣະທາດຫຼວງ ກໍຕ້ອງເຂົ້າໄປກາບໄຫ້ວພຣະທາດຫຼວງເຊິ່ງຢູ່ 4 ແຈຂອງພຣະທາດ ຈະມີຄໍາສູດມົນທີ່ຂຽນໄວ້ຢູ່ຕາມ 4 ແຈຂອງພຣະທາດ.

ສໍາລັບແມ່ຍິງທີ່ຈະເຂົ້າໄປກາບໄຫ້ວຕ້ອງໄດ້ນຸ່ງສິ້ນ ເພື່ອເປັນການຮັກສາຮີດຄອງປະເພນີອັນດີງາມຂອງຊາດລາວເຮົາ.

ຂອບໃຈແຫຼ່ງຂໍ້ມູນ ແລະ ພາບຈາກອິນເຕີເນັດ.

 

Comments