ຍິ່ງຮູ້ກ່ອນໄວເທົ່າໃດ ຍິ່ງໄດ້ປຽບຄູ່ແຂ່ງໃນຕະຫຼາດ Online ຫຼາຍເທົ່ານັ້ນ…

ຮູ້ກ່ອນໄດ້ປຽບ Trend Social 2019

ຕ້ອງຍອມຮັບເລີຍວ່າທຸກມື້ນີ້ ໂລກຂອງເຮົາໝູນໄວຂຶ້ນທຸກມື້ ແຕ່ລະມື້ມີການປ່ຽນແປງເກີດຂຶ້ນທຸກໆຊົ່ວໂມງ! ມະນຸດຄືເຮົາຕ້ອງຮຽນຮູ້ ແລະ ນໍາໂລກໃຫ້ທັນ… ໃນວົງການຂອງທຸລະກິດ ນອກຈາກຈະຕ້ອງນໍາໂລກໃຫ້ທັນ ສິ່ງທີ່ຜູ້ປະກອບການຍຸກໃໝ່ຍັງຕ້ອງນໍາໃຫ້ທັນອີກນັ້ນກໍຄື: ເທຣນຂອງ Social Media ເພາະຍິ່ງຮູ້ກ່ອນໄວເທົ່າໃດ ຍິ່ງເຮັດໃຫ້ໄດ້ປຽບຄູ່ແຂ່ງໃນຕະຫຼາດ ເທິງໂລກອອນລາຍຫຼາຍເທົ່ານັ້ນ! ແລະຖ້າເວົ້າເຖິງເທຣນ Social ແລ້ວ ຜູ້ຂຽນຢາກຈະແນະນໍາໃຫ້ຮູ້ຈັກກັບ 3 ສິ່ງ ທີ່ເຊື່ອວ່າຈະເປັນ Trend Social ໃນປີ 2019… ມາເບິ່ງວ່າມີຫຍັງແດ່?

  • ຜູ້ປະກອບການຍິນດີຈ່າຍຄ່າໂຄສະນາໃນ Social ຫຼາຍຂຶ້ນ ເພາະພະລັງຂອງ Social ເຮັດໃຫ້ສິນຄ້າເປັນທີ່ຮູ້ຈັກ ແລະ ຊ່ວຍເພີ່ມ Click-Rate ແລະ ຊ່ອງທາງຫຼັກທີ່ສິນຄ້າມັກໂພສ VDO ໂຄສະນາຈະບໍ່ແມ່ນພຽງ Youtube, Facebook ຫຼື Instagrame ເພາະ Youtube ໃຫ້ສ່ວນແບ່ງລາຍໄດ້ໜ້ອຍລົງ ຈຶ່ງຕ້ອງຊອກຊ່ອງທາງອື່ນໃຫ້ຫຼາຍຂຶ້ນ.

  • ການເຮັດ Campaign ການຕະຫຼາດເທິງ Social ຮ່ວມກັບ Influencers ຍັງຄົງເປັນທີ່ນິຍົມ ແລະ ສິນຄ້າຈະເນັ້ນໂພສ Content ໃນ Live-Streaming ແລະ Stories ເພາະຍັງເປັນ Future ທີ່ຄົນນິຍົມໃຊ້ຫຼາຍຂຶ້ນເລື້ອຍໆ

  • ປີ 2019 ນີ້ ຈະເຫັນສິນຄ້າຕ່າງໆ ໂພສ VDO ຫຼາຍຂຶ້ນ ເຊິ່ງໃນ VDO ຈະເປັນເນື້ອໃນທີ່ເກີດຂຶ້ນແທ້ໃນຊີວິດຈິງ ຫຼາຍກວ່າເນື້ອໃນທີ່ແຕ່ງຂຶ້ນມາ.

ທີ່ມາ: SMETHAILANDCLUP

Comments