6 ເດືອນຕົ້ນປີ ລາວສົ່ງອອກໄຟຟ້າຂາຍຕ່າງປະເທດ ມູນຄ່າ 300 ຕື້ກວ່າກີບ

ເມື່ອບໍ່ດົນມານີ້ທີ່ນະຄອນຫຼວງ ວຽງຈັນ, ລັດວິສາຫະກິດໄຟຟ້າລາວໄດ້ ຈັດກອງປະຊຸມສະຫຼຸບວຽກງານ 6 ເດືອນຕົ້ນປີ 2019 ແລະແຜນສູ້ຊົນ 6 ເດືອນທ້າຍປີ 2019, ໂດຍການ ເປັນປະທານຂອງທ່ານ ຄໍາມະນີ ອິນທິລາດ ລັດຖະມົນຕີກະຊວງພະລັງງານ ແລະບໍ່ແຮ່, ມີທ່ານ ບຸນອູ້ມ ສີວັນເພັງ ຜູ້ອຳນວຍການໃຫຍ່ລັດວິສາ ຫະກິດໄຟຟ້າລາວ ພ້ອມຄະນະ, ຫົວໜ້າກົມຮອງກົມຄະນະຝ່າຍ, ຄະນະສາຂາ, ຄະນະຫ້ອງການ ແລະພະນັກງານວິຊາການເຂົ້າຮ່ວມ.

ທ່ານ ບຸນອູ້ມ ສີວັນເພັງ ຜູ້ອຳນວຍການໃຫຍ່ລັດວິສາຫະກິດໄຟຟ້າລາວໄດ້ລາຍງານພາບລວມການຈັດຕັ້ງປະຕິບັດວຽກງານ 6 ເດືອນຜ່ານມາມີບາງຕອນທ່ານໄດ້ກ່າວວ່າ: ປັດຈຸບັນໃນທົ່ວປະເທດມີແຫຼ່ງຜະລິດໄຟຟ້າມີ 69 ແຫ່ງ, ມີກຳລັງຕິດຕັ້ງ 7.525,69 ເມກາວັດປະກອບມີ:  25 ແຫ່ງຂອງ IPP ມີກຳລັງຕິດຕັ້ງທັງໝົດ 6.425,76 ເມກາວັດ,ໃນນັ້ນແມ່ນສະໜອງໃຫ້ໄຟຟ້າຈຳນວນ 1.959,79 ເມກາວັດ ສ່ວນທີ່ເຫຼືອຈຳນວນ 4.466 ເມກາວັດແມ່ນສົ່ງອອກຕ່າງປະເທດໂດຍກົງ, ມີ 23 ແຫ່ງ ເປັນຂອງ SPP ມີກຳລັງຕິດຕັ້ງ 179,40 ເມກາວັດ, ສະໜອງໄຟຟ້າໃຫ້ໄຟຟ້າລາວ, 16 ແຫ່ງ ເປັນຂອງບໍລິສັດຜະລິດໄຟຟ້າລາວມະຫາຊົນມີກຳລັງຕິດຕັ້ງ 731 ເມກາວັດ, ສະໜອງໃຫ້ໄຟຟ້າລາວ ແລະ 5 ແຫ່ງເປັນຂອງໄຟຟ້າລາວມີກຳລັງຕິດຕັ້ງ 189,50 ເມກາວັດ.

ມີສະຖານີໄຟຟ້າແຮງສູງ 62 ແຫ່ງ, ມີລະບົບສາຍສົ່ງໄຟຟ້າແຮງສູງ 9 ພັນກວ່າກິໂລແມັດ, ແຮງກາງ 32 ພັນກວ່າກິໂລແມັດ, ແຮງຕໍ່າ 0,4 ກິໂລໂວນ ລວງຍາວທັງໝົດ 19 ພັນກວ່າກິໂລແມັດ, ໝໍ້ນັບໄຟລະບົບຈຳໜ່າຍ 30.574 ໜ່ວຍມີກໍາລັງຕິດຕັ້ງ 4.985,05 ເມກາໂວນອໍາເປ, ໝໍ້ນັບໄຟທີ່ຢູ່ໃນການຄຸ້ມຄອງຂອງໄຟ ຟ້າລາວທັງໝົດ 1.451.478 ໜ່ວຍ.
ສະເພາະພາຍໃນ 6 ເດືອນຕົ້ນປີ 2019 ສາມາດຈໍາໜ່າຍພະລັງງານໄຟຟ້າພາຍໃນປະເທດໄດ້ 2.962,69 ກິໂລວັດໂມງ, ລວມເປັນເງິນ2.158,42 ຕື້ກີບ, ທຽບໃສ່ແຜນການໄດ້ກວ່າ 94% ສົ່ງພະລັງງານໄຟຟ້າຂາຍໃຫ້ຕ່າງປະເທດໄດ້ 921,96 ລ້ານກວ່າກິໂລວັດໂມງເປັນເງິນ 300 ຕື້ກວ່າກີບ ທຽບໃສ່ແຜນການສາມາດປະຕິ ບັດໄດ້ກວ່າ 98% ແລະຂາຍໃຫ້ລູກຄ້າລາຍໃຫຍ່ (ບໍ່ຄໍາເຊໂປນ, ໂຮງງານຊີມັງທ່າແຂກ, ບໍ່ເຕັນແດນງາມ ແລະດອກງີ້ວຄຳ) 194,55 ກິໂລວັດໂມງລວມເປັນເງິນ 141,18 ຕື້ກີບ ທຽບໃສ່ແຜນການສາມາດປະຕິບັດໄດ້ກວ່າ 103,53 %.

ໃນຕອນທ້າຍກອງປະຊຸມໄດ້ມີປະດັບຫຼຽນໄຊແຮງງານຊັ້ນ II ຈຳນວນ 8 ທ່ານ, ຫຼຽນໄຊແຮງງານຊັ້ນ III ຈຳນວນ 7 ທ່ານ, ຫຼຽນການແຮງງານ 8 ທ່ານຂອງໂຄງການສາຍສົ່ງ 230 ກວ ຫີນເຫີບ-ນໍ້າງື່ມ1-ນາບົງອີກດ້ວຍ.
———————-
ຂຽນໂດຍ: ໄຟຟ້າລາວ
ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ

Comments