ສະພາບນໍ້າຖ້ວມເມືອງນານ ປັດຈຸບັນ ນໍ້າໄດ້ຫຼຸດລົງແລ້ວ!!!!

ທ່ານ ແສງເພັດ ເພັດດວງຈັນ ຫົວຫນ້າຫ້ອງການຖະແຫຼງຂ່າວ, ວັດທະນະທຳ ແລະທ່ອງທ່ຽວ ເມືອງນານ ແຂວງຫຼວງພະບາງ ແຈ້ງໃຫ້ຊາບຕອນເຊົ້ານີ້ວ່າ ສະພາບນໍ້າຖ້ວມຢູ່ 9 ບ້ານລຽບຕາມແມ່ນໍ້ານານ ໄດ້ລົດລົງແລ້ວ, ຍ້ອນບໍ່ມີຝົນຕົກລົງມາອີກ. ມື້ນີ້ ອຳນາດການປົກຄອງເມືອງ ແລະ ທຸກພາກສ່ວນທີ່ກ່ຽວຂ້ອງສືບຕໍ່ດໍາເນີນການເກັບກຳຂໍ້ມູນຄວາມເສຍຫາຍ ແລະຊ່ວຍເຫຼືອຜູ້ໄດ້ຮັບຜົນກະທົບຈາກນໍ້າຖ້ວມເທື່ອນີ້.

ສະພາບນໍ້າຖ້ວມກະທັນຫັນ ຢູ່ 9 ບ້ານ ຢູ່ລຽບຕາມແມ່ນໍ້ານານ, ເມືອງນານ ແຂວງຫຼວງພະບາງຈາກຝົນຕົກໜັກແຕ່ຄືນວັນທີ 29 ຕໍ່ໃສ່ຮຸ່ງເຊົ້າວັນທີ 30 ກໍລະກົດ 2019 ອີງຕາມລາຍງານຂອງເມືອງນານ ມີປະຊາຊົນ 500 ກວ່າຄອບຄົວ ໄດ້ຮັບຜົນກະທົບ ເຊິ່ງອາໄສໃນ 9 ບ້ານ, ໜັກໜ່ວງກວ່າໝູ່ແມ່ນ 8 ບ້ານ ຄື: ບ້ານສີບຸນເຮືອງ, ສີມຸງຄຸນ, ໂພນຫີນ, ປ່າໄຜ່, ນາເລົາ, ນາຝາຍ, ນາເຄີນ ແລະ ບ້ານທາດ.

ແຫຼ່ງຂ່າວທີ່ເດີນທາງດ້ວຍລົດໂດຍສານຈາກຜົ້ງສາລີມານະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ ຍ້ອນຝົນຕົກ ເຮັດໃຫ້ການສັນຈອນຢູ່ເຂດປາກເຊືອງ ເມືອງປາກອູ ແຂວງຫຼວງພະບາງ ຊັກຊ້າສົມຄວນ ລົດຕໍ່ແຖວກັນຍາວຫຼາຍສິບຄັນ ຍ້ອນສະພາບບໍລິເວນນັ້ນມື່ນ ຈາກສະພາບຝົນຕົກຫົວຄືນຜ່ານມາ. ສະນັ້ນ ການເດີນທາງໄປພາກເໜືອ ກໍຄືເຂດແຂວງອື່ນໆ ໃນໄລຍະນີ້ ຄວນມີຄວາມລະມັດລະວັງ ຄ່ອຍໄປຄ່ອຍມາ ແລະເອົາໃຈໃສ່ຕິດຕາມຂໍ້ມູນຂ່າວສານ ຕະຫຼອດເວລາ.

ທີ່ມາ: ຂ່າວສານປະເທດລາວ.

Comments