ຍີ່ປຸ່ນປະດັບຫຼຽນກຽດຕິຍົດໃຫ້ແກ່ ລັດຖະມົນຕີ ກະຊວງການເງິນ

ໃນວັນທີ 25 ກໍລະກົດ 2019 ທີ່ໂຮງແຮມເສດຖາປາຣັດ ນະຄອນຫຼວງວຽງຈັນ, ສະຖານທູດຍີ່ປຸ່ນປະຈຳ ສປປ ລາວ ໄດ້ຈັດພິທີມອບຫຼຽນກຽດຕິຍົດ (Grand Cordon of the Order of the Rising Sun) ໃຫ້ແກ່ ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການເງິນ ທີ່ທ່ານໄດ້ປະກອບສ່ວນເສີມສ້າງຄວາມເຂັ້ມແຂງໃຫ້ແກ່ ສາຍພົວພັນທາງເສດຖະກິດ ລະຫວ່າງ ສປປ ລາວ ແລະ ຍີ່ປຸ່ນ. ຕາງໜ້າມອບຫຼຽນຄັ້ງນີ້, ໂດຍທ່ານ ເທເຄຊິ ຮິກິຮາຣະ ເອກອັກຄະຣາຊະທູດຍີ່ປຸ່ນ ປະຈຳ ສປປ ລາວ.

ທ່ານ ສົມດີ ດວງດີ ເກີດປີ 1952 ທີ່ແຂວງ ສະຫວັນນະເຂດ, ຮຽນຈົບການສຶກສາລະດັບປະລິນຍາໂທ ຈາກອະດີດສະຫະພາບໂຊວຽດ ແລະ ປະເທດຝຣັ່ງ, ກ່ອນທີ່ຈະກັບມາ ສປປ ລາວ ເພື່ອປະກອບສ່ວນເຂົ້າໃນວຽກງານ ຂະແໜງເສດຖະກິດ ແລະ ການລົງທຶນ ຈາກຜົນສຳເລັດຕ່າງໆ ທ່ານໄດ້ຖືກມອບໝາຍ ໃຫ້ປະຕິບັດໜ້າທີ່ລະດັບສູງ ກໍຄື ເປັນລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນໃນປີ 2012 ແລະ ໄດ້ຮັບໜ້າທີ່ເປັນຮອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີ ກະຊວງການເງິນໃນປີ 2016 ຈົນເຖິງປັດຈຸບັນ.

ໃນໄລຍະຜ່ານມາ ທ່ານສົມດີ ດວງດີ ໄດ້ປະກອບສ່ວນອັນສຳຄັນ ເຂົ້າໃນການປັບປຸງສະພາບແວດລ້ອມ ການດຳເນີນທຸລະກິດ ແລະ ສົ່ງເສີມໃຫ້ບໍລິສັດຍີ່ປຸ່ນ ເຂົ້າມາລົງທຶນໃນ ສປປ ລາວເພີ່ມຂຶ້ນ, ໂດຍສະເພາະການເປັນປະທານຮ່ວມກອງປະຊຸມ ຄູ່ຮ່ວມເຈລະຈາລະຫວ່າງພາກລັດ ແລະ ເອກະຊົນ ລາວ-ຍີ່ປຸ່ນ.

ພ້ອມກັນນີ້, ທ່ານຍັງໄດ້ມີໜ້າທີ່ຮັບຜິດຊອບໃນການນຳພາວຽກງານ ໃນຂະແໜງເສດຖະກິດມະຫາພາກ ແລະ ການສ້າງສະຖຽນລະພາບດ້ານການເງິນ ນຳອີກ ແລະ ເປັນຜູ້ເສີມສ້າງຄວາມເຂັ້ມແຂງໃຫ້ແກ່ການຮ່ວມມືກັບ ຍີ່ປຸ່ນຢ່າງແທ້ຈິງ, ໂດຍຜ່ານການປະຕິບັດພັນທະດ້ານນະໂຍບາຍຕ່າງໆ ທີ່ຈຳເປັນ.

ທີ່ມາ: ຂ່າວສານປະເທດລາວ

Comments