ຫ້າມ!!! ພະນັກງານລັດ ສວຍໃຊ້ໜ້າທີ່ຕຳແໜ່ງ ຮຽກຮ້ອງສິ່ງຕອບແທນຈາກປະຊາຊົນ

ເພື່ອເປັນການກຳນົດ, ລະບຽບຫຼັກການ ແລະ ມາດຕະການ ທີ່ກ່ຽວກັບຈັນຍາບັນຂອງພະນັກງານ-ລັດຖະກອນ ແລະ ທັງເປັນບ່ອນອີງໃຫ້ອົງການຈັດຕັ້ງພັກ-ລັດ, ແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າແຫ່ງຊາດ, ອົງການຈັດຕັ້ງສູນກາງ ແລະ ທ້ອງຖິ່ນ ໃນການຈັດຕັ້ງປະຕິບັດ ແນ່ໃສ່ຄຸ້ມຄອງ ແລະ ສຶກສາອົບຮົມ ໃຫ້ພະນັກງານ-ລັດຖະກອນ ມີຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດໜັກແໜ້ນ, ມີຄວາມຮັບຜິດຊອບສູງ ຕໍ່ໜ້າທີ່ວຽກງານຂອງຕົນ, ມີສະຕິຕື່ນຕົວ, ເຄົາລົບປະຕິບັດກົດໝາຍ ແລະ ລະບຽບການຢ່າງເຂັ້ມງວດ, ມີປະສິດທິພາບ ປະກອບສ່ວນເຂົ້າໃນການປົກປັກຮັກສາ ແລະ ພັດທະນາປະເທດຊາດ.

ລັດຖະບານ ແຫ່ງ ສປປ ລາວ ໄດ້ອອກດຳລັດວ່າດ້ວຍ ຈັນຍາບັນຂອງພະນັກງານ-ລັດຖະກອນ ສະບັບເລກທີ 184/ລບ ລົງວັນທີ 26 ມິຖຸນາ 2019 ໂດຍໃນດຳລັດສະບັບນີ້ແມ່ນແບ່ງອອກ 4 ໝວດ, 14 ມາດຕາ, ໃນນັ້ນ: ໝວດທີ 1 ມາດຕາ 3 ລະບຸວ່າ: ຫຼັກການຈັນຍາບັນຂອງພະນັກງານ-ລັດຖະກອນ ເຊິ່ງຈັນຍາບັນ ຂອງພະນັກງານ-ລັດຖະກອນ ມີຫຼັກການພື້ນຖານດັ່ງນີ້: ເຄົາລົບ, ປະຕິບັດໜ້າທີ່ ຕາມແນວທາງນະໂຍບາຍຂອງພັກ, ລັດຖະທຳມະນູນ, ກົດໝາຍ, ລະບຽບການຂອງລັດ ດ້ວຍຄວາມຈົ່ງຮັກພັກດີ ແລະ ສັດຊື່; ຍົກສູງສະຕິຊາດ ໂດຍຖືເອົາຜົນປະໂຫຍດລວມຂອງຊາດ ປະຊາຊົນ, ສັງຄົມ ແລະ ການຈັດຕັ້ງສູງກວ່າຜົນປະໂຫຍດສ່ວນຕົວ; ປະພຶດ ແລະ ປະຕິບັດຕົນຢ່າງຖືກຕ້ອງໃນທຸກເວລາ ແລະ ສະຖານທີ່; ຮັບປະກັນຄວາມສະເໝີພາບລະຫວ່າງເພດ, ເຜົ່າ ຂອງພະນັກງານລັດຖະກອນ.

ມາດຕາ5: ປະເພດຈັນຍາບັນ ຂອງພະນັກງານ-ລັດຖະກອນ ເຊິ່ງໄດ້ຈຳແນກຈັນຍາບັນຂອງພະນັກງານ-ລັດຖະກອນອອກເປັນ 4 ປະເພດຄື ຈັນຍາບັນຕໍ່ຕົນເອງ; ຈັນຍາບັນຕໍ່ວິຊາຊີບ. ຈັນຍາບັນຕໍ່ການຈັດຕັ້ງ ແລະ ຈັນຍາບັນຕໍ່ປະຊາຊົນ ແລະ ສັງຄົມ. ທັງນີ້ ໃນສ່ວນຂອງຈັນຍາບັນຕໍ່ປະຊາຊົນ ແລະ ສັງຄົມ ໄດ້ລະບຸໄວ້ວ່າ: ພະນັກງານ-ລັດຖະກອນຕ້ອງບໍລິການ ຮັບໃຊ້ປະຊາຊົນ ແລະ ສັງຄົມດ້ວຍຄວາມຈິງໃຈ ສະເໝີພາບ ໂປ່ງໃສ, ມີກິລິຍາມາລະຍາດ ບໍ່ຮຽກຮ້ອງສິ່ງຕອບແທນ, ບໍ່ສ້າງຄວາມຫຍຸ້ງຍາກໃຫ້ແກ່ປະຊາຊົນ ແລະ ສັງຄົມໃນເວລາປະຕິບັດໜ້າທີ່ວຽກງານ ເຊິ່ງລາຍລະອຽດມີດັ່ງນີ້.

ມີຄວາມຍຸຕິທຳ ມີນໍ້າໃຈເສຍສະຫຼະ ສຸພາບອ່ອນໂຍນ ຊີ້ແຈງແນະນຳດ້ວຍເຫດຜົນ ແລະ ຄວາມຈິງໃຈ; ໃຫ້ການບໍລິການດ້ວຍຄວາມສະເໝີພາບ ວ່ອງໄວ ເປັນທຳ ໂດຍບໍ່ຈຳແນກເພດ ອາຍຸ ເຜົ່າພັນ ສະຖານທີ່ທາງສັງຄົມ ລະດັບການສຶກສາ ແລະ ຄວາມເຊື່ອຖື; ອຳນວຍຄວາມສະດວກ ແລະ ບໍ່ສ້າງຄວາມຫຍຸ້ງຍາກໃຫ້ແກ່ປະຊາຊົນໃນການເຂົ້າເຖິງຂໍ້ມູນ-ຂ່າວສານທີ່ສາມາດເປີດເຜີຍໄດ້ ແລະ ຮັກສາຄວາມລັບທາງລັດຖະການຄຸ້ມຄອງ ປົກປັກຮັກສາຊັບສົມບັດຂອງລັດ ຂອງສ່ວນລວມ

ໂດຍຖືເອົາຜົນປະໂຫຍາດຂອງຊາດ ປະຊາຊົນ ແລະ ສັງຄົມເປັນສຳຄັນ ແລະ ບໍ່ສວຍໃຊ້ໜ້າທີ່ຕຳແໜ່ງ ສິດ ອຳນາດຂົ່ມຂູ່ ຮຽກຮ້ອງສິ່ງຕອບແທນ ແລະ ຮັບຜົນປະໂຫຍດຈາກບຸກຄົນ ນິຕິກຳບຸກຄົນ ປະຊາຊົນ ແລະ ສັງຄົມສຳລັບຈັນຍາບັນຕໍ່ປະຊາຊົນ ແລະ ສັງຄົມ ໃຫ້ກະຊວງ ແລະ ອົງການປະສານສົມທົບກັບກະຊວງພາຍໃນໃນການຈັດຕັ້ງຜັນຂະຫຍາຍ ແລະ ອອກລະບຽບການສະເພາະໃຫ້ແທດເໝາະກັບການບໍລິການປະຊາຊົນ ແລະ ສາຍພົວພັນສັງຄົມຕາມແຕ່ລະໜ້າວຽກຂອງຂະແໜງການ

ສຳລັບບຸກຄົນ ຫຼື ການຈັດຕັ້ງໃດໆທີ່ໄດ້ລະເມີດດຳລັດສະບັບນີ້ຈະຖືກສຶກສາອົບຮົມ ກ່າວເຕືອນ ລົງວິໄນຕາມກົດໝາຍວ່າດ້ວຍພະນັກງານ-ລັດຖະກອນສະບັບເລກທີ 73/ສພຊ ລົງວັນທີ 18 ທັນວາ 2015 ແລະ ປັບໃໝໃຊ້ແທນຄ່າເສຍຫາຍທາງແພ່ງ ຫຼື ລົງໂທດທາງອາຍາຕາມກໍລະນີເບົາ ຫຼື ໜັກ.

  

Comments