ນໍ້າຖ້ວມຫຼາຍບ້ານ ເຂດລ້ອງນໍ້ານານ ເມືອງນານ ແຂວງຫຼວງພະບາງ

ໃນເຊົ້າຂອງມື້ນີ້, ວັນທີ 30 ກໍລະກົດ 2019 ໄດ້ເກີດມີນໍ້າຖ້ວມຫຼາຍບ້ານເຂດລ້ອງນໍ້ານານ ເມືອງນານ ແຂວງຫຼວງພະບາງ ສ້າງຄວາມເສຍຫາຍຫຼາຍສົມຄວນ ເປັນຕົ້ນແມ່ນເຮືອນຂອງພໍ່ແມ່ປະຊາຊົນ, ສັດລ້ຽງ, ເນື້ອທີ່ໄຮ່ນາ ຈໍານວນ 9 ບ້ານ, ໜັກໜ່ວງແມ່ນ 7 ບ້ານຄື: ບ້ານນາຝາຍ, ນາເລົາ, ສີບຸນເຮືອງ, ສີມຸງຄຸນ, ປ່າໄຜ່, ໂພນຫີນ,ນາເຄິນ. ສ່ວນລາຍລະອຽດຄວາມເສຍຫາຍທັງໝົດຈະລາຍງານໃຫ້ຊາບຕື່ມພາຍຫຼັງ.

ຂໍໃຫ້ທຸກຄົນຈົ່ງປອດໄພ

ຂໍໃຫ້ທຸກຄົນປອດໄພ

ຄລິບນາທີນ້ຳປ່າໄຫລນອງ ໃນຕອນເຊົ້າ ເວລາ ປະມານ 8:00 ວັນທີ 30 ກໍລະກົດ 2019 ທີ່ເຂດບ້ານສີມຸງຄຸນ ເມືອງນານ ແຂວງຫຼວງພະບາງ ແລະ ເຂດໃກ້ຄຽງເກີດເຫດ ການນໍ້າປ່າໄຫຼນອງ ເຂົ້າຖ້ວມເຂດໝູ່ບ້ານຢ່າງໜັກ.ຂໍໃຫ້ທຸກຄົນປອດໄພ

Posted by ຂ່າວດັງ – Hot news on Monday, July 29, 2019

ພາບ-ຂ່າວ: ຂ່າວສານແຂວງຫລວງພະບາງ

Comments