ຖອດຖອນບົດຮຽນຈັດຕັ້ງປະຕິບັດ ຂໍ້ລິເລີ່ມ ໜຶ່ງແລວ ໜຶ່ງເສັ້ນທາງ

ຖອດຖອນບົດຮຽນ ໃນການຈັດຕັ້ງປະຕິບັດ ຂໍ້ລິເລີ່ມ ໜຶ່ງແລວ ໜຶ່ງເສັ້ນທາງຢູ່ບັນດາແຂວງພາກເໜືອຂອງ ສປປ ລາວ.


ວັນທີ 5 ພຶດສະພາ ນີ້ ທີ່ແຂວງຫຼວງນໍ້າທາ, ກົມເສດຖະກິດ ກະຊວງການຕ່າງປະເທດ ໄດ້ຈັດກອງປະຊຸມພາຍ​ໃຕ້​ຫົວ​ຂໍ້ “ການ​ແລກປ່ຽນ ​ແລະ ຖອດ​ຖອນ​ບົດຮຽນ​ໃນ​ການຈັດ​ຕັ້ງ​ປະຕິບັດ ຂໍ້​ລິ​ເລີ່​ມ ໜືຶ່ງ​​ແລວ ໜຶ່ງ​ເສັ້ນທາງ ຢູ່​ບັນດາ​ແຂວງ​ພາກ​ເໜືອ​ຂອງ ສປປ ລາວ​”


ກອງປະຊຸມຄັ້ງນີ້​​​ເປັນໜຶ່ງ​ໃນ​ກິດຈະກຳ​ສຳຄັນ​ທີ່​ໄດ້​ຮັບ​ການ​ສະໜັບສະໜູນ​ດ້ານ​ທຶນຮອນ​ຈາກ​ກອງ​ທຶນ​ພິ​ເສດ​ແມ່​ນໍ້າຂອງ-​ແມ່​ນໍ້າ​ລ້ານຊ້າງ ຊຶ່ງມີຜູ້ຕາງໜ້າຈາກບັນດາກົມພາຍໃນກະຊວງການຕ່າງປະເທດ, ບັນດາຂະແໜງການທີ່ກ່ຽວຂ້ອງຈາກສູນກາງ ແລະ 6 ແຂວງພາກເໜືອຂອງ ສປປ ລາວ ເຂົ້າຮ່ວມຄື: ແຂວງ ວຽງຈັນ, ຫຼວງພະບາງ, ອຸດົມໄຊ, ຫຼວງນໍ້າທາ, ບໍ່ແກ້ວ ແລະ ຜົ້ງສາລີ.


ຈຸດປະສົງ​ຂອງກອງປະຊຸມ​ສໍາມະນາໃນ​ຄັ້ງ​ນີ້ ​ແມ່ນເພື່ອປຶກສາຫາລື ແລະ ແລກປ່ຽນບົດຮຽນ ກ່ຽວກັບ ການຈັດຕັ້ງປະຕິບັດວຽກງານການຮ່ວມມືພາຍໃຕ້ຂໍ້ລິເລີ່ມ ໜຶ່ງແລວ ໜຶ່ງເສັ້ນທາງ ຂອງ ສປປ ລາວ ​​​ໂດຍ​ສະ​ເພາະ​ບັນດາ​ແຂວງ​ພາກ​ເໜືອ ແນ​ໃສ່​ຂົນຂວາຍກຳລັງ​ແຮງ ​ແລະ ຍາດ​ແຍ່ງ​​ເອົາຜົນປະໂຫຍດດ້ານຕ່າງໆຈາກ ​ໂດຍ​ສະ​ເພາະ​ດ້ານ​ເສດຖະກິດ-ສັງຄົມ​, ການ​ພັດທະນາ​ພື້ນຖານ​ໂຄງ​ລ່າງ ​ແລະ ຄວາມ​ຮູ້ດ້ານ​ເຕັກນິກ​ວິທະຍາ​ສາດ.


ໝາກຜົນຕົວຈິງທີ່ ສປປ ລາວ ໄດ້ຮັບ ກໍແມ່ນການພັດທະນາພື້ນຖານໂຄງລ່າງ ເຮັດໃຫ້ ສປປ ລາວ ສາມາດ ເຊື່ອມຈອດເຂົ້າກັບປະເທດໃນອະນຸພາກພື້ນ, ພາກພື້ນ ແລະ ສາກົນ ຊຶ່ງໃນນີ້ ອັນທີ່ ພົ້ນເດັ່ນ ກໍແມ່ນ​ ທາງ​ດ່ວນ​ ​ແລະ ໂຄງ​ການ​ລົດ​ໄຟຄວາມໄວສູງ ລາວ-ຈີນ ​ທີ່ເປັນໂຄງ​ການ​ຮ່ວມ​ມື​ທີ່​ໃຫຍ່​ທີ່​ສຸດ​ ສຳ​ລັບ ສ​ປ​ປ ລາວ ​ພາຍ​ໃຕ້ຂໍ້​ລິ​ເລີ່ມ ໜຶ່ງ​ແລວ ໜຶ່ງ​ເສັ້ນ​ທາງ.

ພ້ອມ​ດຽວ​ກັນ​ນັ້ນ, ສ​ປ​ປ ລາວ ແລະ ສ​ປ ຈີນ ຍັງ​ໄດ້​ຮ່ວມກັນ​ສ້າງແລວ​ທາງເສດຖະກິດລາວ-ຈີນ ຊຶ່ງ​ເປັນ​ແລວ​ທາງ​ເສດ​ຖະ​ກິດ​ໃໝ່​ ເພື່ອ​ເພີ່ມ​ທະ​ວີ​ການ​ເຊື່ອມ​ຈອດ​ດ້ານ​ການ​ຄ້າ-ການ​ລົງ​ທຶນ. ນອກ​ຈາກນີ້, ຂະ​ແໜງ​ການທີ່​ກ່ຽວ​ຂ້ອງ​ຂອງ ສ​ປ​ປ ລາວ ຍັງ​ໄດ້​ເຂົ້າ​ຮ່ວມ​ໃນຫຼາຍກົ​ນ​ໄກ​ຮ່ວມ​ມື​​ຂອງ ​ຂໍ້​ລິ​ເລີ່ມໜຶ່ງແລວ ໜຶ່ງ​ເສັ້ນ​ທາງນີ້ ເຊັ່ນ: ເສັ້ນທາງສາຍໄໝດີຈີຕອນ, ດ້ານພະລັງງານ, ການທ່ອງທ່ຽວ, ການພັດທະນາສີຂຽວ, ດ້ານສາທາລະນະສຸກ ແລະ ອື່ນໆ.


ຂໍ້ມູນ: ກະ​ຊວງ​ການ​ຕ່າງ​ປະ​ເທດ

Comments