ຮອງນາຍົກລັດຖະມົນຕີ ລົງຊຸກຍູ້ສົ່ງເສີມ ການຜະລິດໄມ້ອັດ ຢູ່ບໍລິສັດ ບົວລະພາ ເພື່ອແນໃສ່ສ້າງງວຽກເຮັດງານທຳແກ່ປະຊາຊົນໃຫ້ໄດ້ 3 ພັນຄົນຕໍ່ປີ.

ຮອງນາຍົກລັດຖະມົນຕີ ລົງຊຸກຍູ້ສົ່ງເສີມ ການຜະລິດໄມ້ອັດ ຢູ່ບໍລິສັດ ບົວລະພາ ເພື່ອແນໃສ່ສ້າງງວຽກເຮັດງານທຳແກ່ປະຊາຊົນໃຫ້ໄດ້ 3 ພັນຄົນຕໍ່ປີ.

ວັນທີ 3 ພຶດສະພາ 2022 ນີ້, ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຢ້ຽມຢາມ ໂຮງງານຜະລິດໄມ້ອັດ ຈາກໄມ້ທີ່ປູກເອງ ບໍລິສັດບົວລະພາ ກະສິກຳປ່າໄມ້ ຈຳກັດ ຢູ່ເມືອງຫີນເຫີບ ແຂວງວຽງຈັນ ເພື່ອຊຸກຍູ້, ສົ່ງເສີມ ການຜະລິດໄມ້ແປຮູບ (ໄມ້ອັດ) ຂອງບໍລິສັດ ດັ່ງກ່າວ ໃຫ້ໄດ້ຮັບການພັດທະນາ ແລະ ສືບຕໍ່ຜະລິດສິນຄ້າ ໃຫ້ໄດ້ຄຸນນະພາບ, ໄດ້ມາດຕະຖານ ແລະ ສາມາດຕອບສະໜອງ ຕາມຄວາມຕ້ອງການຂອງສັງຄົມ ທັງພາຍໃນ ແລະ ຕ່າງປະເທດ.

ນັບແຕ່ເລີ່ມຕົ້ນຜະລິດ ໃນວັນທີ 1 ມິຖຸນາ 2021 ເປັນຕົ້ນມາ (ແລ່ນເຄື່ອງ 60%), ສາມາດຜະລິດໄມ້ອັດ ໄດ້ 200 ແມັດກ້ອນຕໍ່ມື (70 ພັນກວ່າແມັດກ້ອນຕໍ່ປີ), ມາຮອດປັດຈຸບັນ ສາມາດສົ່ງອອກ ໄດ້ທັງໝົດ 122 ຕູ້, 3 ລ້ານກວ່າແມັດກ້ອນ, ໃນນັ້ນ ສົ່ງອອກໄປຕະຫລາດ ອົດສະຕຣາລີ, ອິນເດຍ, ໄທ, ອາເມລິກາ, ຢູໂຣບ ແລະ ການາດາ ເຊິ່ງຜະລິດຕະພັນ 90% ແມ່ນສົ່ງອອກ ແລະ 10% ແມ່ນຈຳໜ່າຍຢູ່ພາຍໃນປະເທດ.

ທ່ານນາງ ສຸໄພວັນ ທ່ຽງຈັນໄຊ ຍັງໃຫ້ຮູ້ອີກວ່າ: ໄມ້ທີ່ນຳມາຜະລິດ ແມ່ນໄດ້ມາຈາກສ່ວນຂອງບໍລິສັດ 100%, ເຊິ່ງບໍລິສັດ ມີຄວາມຕ້ອງການໄມ້ ເຂົ້າໂຮງງານ 130.000-185.000 ແມັດກ້ອນຕໍ່ປີ ແລະ ໃນປີນີ້ ບໍລິສັດມີແຜນຈະປູກໄມ້ ໃຫ້ໄດ້ 700 ເຮັກຕາ ແລະ ຈະແຈກຢາຍເບ້ຍໄມ້ໃຫ້ ປະຊາຊົນໃຫ້ໄດ້ 50-60 ພັນເບ້ຍ ແນ ໃສ່ສະໜອງໄມ້ເຂົ້າໂຮງງານ ໃຫ້ພຽງພໍກັບການຜະລິດ ໃນແຕ່ລະປີ, ທັງແນໃສ່ສ້າງວຽກເຮັດງານທຳ ໃຫ້ປະຊາຊົນພາຍໃນເມືອງຫີນເຫີບ ແຂວງວຽງຈັນ ໂດຍຄາດວ່າບໍລິສັດ ຈະສ້າງວຽກເຮັດງານທຳ ໃຫ້ປະຊາຊົນ ກໍຄື ແຮງງານປິ່ນອ້ອມ ເປັນຕົ້ນແຮງງານປູກໄມ້, ຕັດໄມ້ ແລະ ອື່ນໆ ໃຫ້ໄດ້ 3 ພັນຄົນຕໍ່ປີ.

ຂໍ້ມູນ: ຂປລ

Comments