ເຊັນສັນຍາຊື້-ຂາຍຮຸ້ນ ແລະ ສັນຍາຮ່ວມຮຸ້ນສ້າງຕັ້ງບໍລິສັດ ໄປສະນີລາວ ຈໍາກັດ.

ເຊັນສັນຍາຊື້-ຂາຍຮຸ້ນ ແລະ ສັນຍາຮ່ວມຮຸ້ນສ້າງຕັ້ງບໍລິສັດ ໄປສະນີລາວ ຈໍາກັດ. ໃນຄັ້ງນີ້ໄດ້ເລືອກໃຫ້ບໍລິສັດ ຫຼັກຊັບ ລາວ-ຈີນ ເປັນຜູ້ປະເມີນຊັບສິນ.

ທີ່ຫ້ອງປະຊຸມໃຫຍ່ກະຊວງການເງິນ, ໄດ້ຈັດພິທີເຊັນສັນຍາຊື້-ຂາຍຮຸ້ນ ຂອງບໍລິສັດ ລັດວິສາຫະກິດ ໄປສະນີລາວ ແລະ ເຊັນສັນຍາຮ່ວມຮຸ້ນສ້າງຕັ້ງບໍລິສັດ ໄປສະນີລາວ ຈຳກັດ, ລະຫວ່າງກະຊວງການເງິນ, ຕາງໜ້າໂດຍກົມປະຕິຮູບລັດວິສາຫະກິດ ແລະ ການປະກັນໄພກັບບໍລິສັດ ໂລຈິສຕິກ ເວັນເຈີ ຈຳກັດ (ບໍລິສັດໃນເຄືອຂອງບໍລິສັດ ເອເຊຍລົງທຶນ ແລະ ບໍລິການ ຈຳກັດຜູ້ດຽວ).

ໂດຍປະຕິບັດຕາມ ແຈ້ງການຂອງຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ວ່າດ້ວຍທິດຊີ້ນຳຜົນການປະ ມູນຊື້-ຂາຍຮຸ້ນບໍລິສັດ ລັດວິສາຫະກິດໄປສະນີລາວ ແລະ ມອບໃຫ້ກະຊວງການເງິນເຊັນສັນຍາຊື້-ຂາຍຮຸ້ນ ແລະ ສັນຍາຮ່ວມຮຸ້ນຮ່ວມກັບບໍລິສັດ ໂລຈິສຕິກ ເວັນເຈີ ຈຳກັດ (AIF), ສະບັບເລກທີ 225/ຫສນຍ, ລົງວັນທີ 18 ກຸມພາ 2022 ແລະ ອີງຕາມຂໍ້ຕົກລົງຂອງລັດຖະມົນຕີ ກະຊວງການເງິນ, ສະບັບເລກທີ 1091/ກງ, ລົງວັນທີ 22 ເມສາ 2022 ວ່າດ້ວຍການອະນຸມັດເຫັນດີໃຫ້ ເຊັນສັນຍາຊື້-ຂາຍຮຸ້ນ ບໍລິສັດ ລັດວິສາຫະກິດໄປສະນີລາວ ແລະ ສັນຍາຮ່ວມຮຸ້ນ ບໍລິສັດ ໄປສະນີລາວ ຈຳກັດ ລະຫວ່າງ ກະຊວງການເງິນ ຕາງໜ້າໂດຍ ກົມປະຕິຮູບລັດວິສາຫະກິດ ແລະ ການປະກັນໄພ ຮ່ວມກັບ ບໍລິສັດ ໂລຈິສຕິກ ເວັນເຈີ ຈຳກັດ (AIF) ໂດຍລັດຖະບານລາວຕາງໜ້າໂດຍ ກະຊວງການເງິນຖືຮຸ້ນ 49% ແລະ ບໍລິສັດ ໂລຈິສຕິກ ເວັນເຈີ ຈຳກັດ (AIF) ຖືຮຸ້ນ 51%.

ບໍລິສັດ ໂລຈິສຕິກ ເວັນເຈີ ຈໍາກັດ ເປັນບໍລິສັດໃນເຄືອຂອງກຸ່ມບໍລິສັດ ເອເຊຍລົງທຶນ ແລະ ບໍລິການ ຈຳກັດຜູ້ດຽວທີ່ດໍາເນີນທຸລະກິດໃນຫຼາຍຂະແໜງການທັງພາຍໃນ ແລະ ຕ່າງປະເທດເຊັ່ນ: ທະນາຄານ, ການບໍລິການ, ການຂົນສົ່ງ, ໂທລະຄົມ, ໄອທີ, ການພັດທະນາຊອບແວ ແລະ ອື່ນໆ. ພາຍຫຼັງທີ່ບໍລິສັດໄດ້ຮັບການປະມູນຊື້-ຂາຍຮຸ້ນ ຂອງລັດວິສະຫະກິດ ໄປສະນີລາວ, ໂດຍອີງຕາມເອກະສານການປະມູນການຊື້-ຂາຍຮຸ້ນຂອງລັດວິສະຫະກິດ ໄປສະນີລາວ, ກຸ່ມບໍລິສັດ AIF ເປັນຜູ້ຊະນະການປະມູນ, ຄະນະກຳມະການຄົ້ນຄວ້າການຫັນ ລັດວິສະຫະກິດໄປສະນີລາວ ກໍໄດ້ເຫັນດີໃຫ້ບໍລິສັດ AIF ດໍາເນີນການປະເມີນມູນຄ່າຊັບສິນຂອງລັດວິສະຫະກິດ ໄປສະນີລາວຄືນໃໝ່.

ທາງບໍລິສັດກໍໄດ້ດຳເນີນການຈັດຫາບໍລີສັດ ທີ່ປຶກສາທາງດ້ານການເງິນ ເພື່ອທຳການປະເມີນຮຸ້ນຄືນຕໍ່ກັບມູນຄ່າຊັບສິນຂອງລັດວິສະຫະກິດ ໄປສະນີລາວ, ຫຼັງຈາກນັ້ນກົມປະຕິຮູບລັດວິສາຫະກິດ ແລະ ການປະກັນໄພກໍໄດ້ຄັດເລືອກເອົາ ບໍລິສັດ ຫຼັກຊັບ ລາວ-ຈີນ ເປັນຜູ້ປະເມີນຊັບສິນໃນຄັ້ງນີ້. ທັງນີ້, ກໍ່ເພື່ອສືບຕໍ່ການຫັນວິສະຫະກິດຂອງລັດໃຫ້ເປັນທັນສະໄໝພ້ອມທັງເປັນການສະໜອງທຶນໃຫ້ແກ່ງົບປະມານຂອງຊາດນໍາອີກດ້ວຍ.

ຂໍ້ມູນ: ນັກທຸລະກິດ

Comments