News

ສຶກສາຄວາມເປັນໄປໄດ້ໃນການສຳຫຼວດ ອອກແບບ ແລະ ກໍ່ສ້າງໂຄງການທາງດ່ວນ ແຕ່ເທສະບານເມືອງຫົວເມືອງ ແຂວງ ຫົວພັນ ຫາຊາຍແດນລາວ-ຫວຽດນາມ.

ພິທີເຊັນບົດບັນທຶກຄວາມເຂົ້າໃຈ ເພື່ອສຶກສາຄວາມເປັນໄປໄດ້ໃນການສຳຫຼວດ ອອກແບບ ແລະ ກໍ່ສ້າງໂຄງການທາງດ່ວນ ແລວທາງຕັດໃໝ່ ແຕ່ເທສະບານເມືອງຫົວເມືອງ ແຂວງຫົວພັນ ຫາຊາຍແດນລາວ-ຫວຽດນາມ (ດ່ານສາກົນນ້ຳໂສ້ຍ) ໃນຮູບແບບ BOT ລະຫວ່າງລັດຖະບານແຫ່ງ ສປປ ລາວ ແລະ ບໍລິສັດ ດາວຈະເລີນ ກໍ່ສ້າງສ້ອມແປງຂົວ-ທາງ ແລະ ການຄ້າ ຈຳກັດຜູ້ດຽວ ແລະ ບໍລິສັດ ທີ ເຮັດບີ ກຣຸບ ຈຳກັດຜູ້ດຽວ ຈັດຂຶ້ນວັນທີ 3 ພຶດສະພາ 2022 ທີ່ກະຊວງແຜນການ ແລະ ການລົງທຶນ (ຜທ). ທ່ານ ໄຕຣລັກ ວິສີສົມບັດ ໃຫ້ຮູ້ວ່າ: ໂຄງການກໍ່ສ້າງທາງດ່ວນແຕ່ເມືອງຫົວເມືອງໄປຫາຊາຍແດນ ຫວຽດນາມ (ຊາຍແດນນາແມວ) ແຂວງຫົວພັນ ການສຳຫຼວດໃນເບື້ອງຕົ້ນຂອງບໍລິສັດພວກເຮົານີ້ ແມ່ນ ການສຳຫຼວດເສັ້ນທາງຢູ່ໃນໄລຍະທີ 4 ຂອງໂຄງການກໍ່ສ້າງທາງດ່ວນ ເຊິ່ງໄລຍະທີ 1-3 ນັ້ນ ແມ່ນບໍລິສັດອື່ນໄດ້ເຊັນສັນຍາໄປກ່ອນໜ້ານີ້ແລ້ວ ສຳລັບໄລຍະທີ 4 ຂອງການກໍ່ສ້າງທາງດ່ວນ ມີຄວາມຍາວປະມານ 80 ກິໂລແມັດ. ການລົງສຳຫຼວດພື້ນທີ່ເພື່ອເກັບກຳຂໍ້ມູນເຮັດບົດສິ່ງແວດລ້ອມແມ່ນຈະໃຊ້ເວລາ ...

Read More »

ຊົມເຊີຍວັນສ້າງຕັ້ງ ກອງກວດ-ກູ້ລະເບີດ58 ເພື່ອມະນຸດສະທໍາ ຄົບຮອບ 9 ປີ.

ຊົມເຊີຍວັນສ້າງຕັ້ງ ກອງກວດ-ກູ້ລະເບີດ58 ເພື່ອມະນຸດສະທໍາ ຄົບຮອບ 9 ປີ. ພິທີການສະເຫລີມ ສະຫລອງວັນສ້າງຕັ້ງ ກອງກວດ-ກູ້ ລະເບີດ 58 ເພື່ອມະນຸດສະທຳ ຄົບຮອບ 9 ປີ (03 ພຶດສະພາ 2013-03 ພຶດສະພາ 2022) ໂດຍມີສະຫາຍ ພັນເອກ ບຸນສົດ ອິນສີນາ ຮອງຫົວໜ້າກົມຊ່າງແສງ ກົມໃຫຍ່ເສນາທິການກອງທັບ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ. ກອງກວດ-ກູ້ລະເບີດ 58 ເພື່ອມະນຸດສະທຳ ແມ່ນກົມກອງໜຶ່ງທີ່ໄດ້ຮັບການສ້າງຂຶ້ນ ຈາກກະຊວງປ້ອງກັນປະເທດ ເພື່ອປະຕິບັດໜ້າທີ່ການສຳຫລວດ ກວດ-ກູ້ ແລະ ທຳລາຍລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ ສປປ ລາວ, ແມ່ນກົມກອງ ທີ່ແຍກອອກຈາກກອງຮ້ອຍທີ 1 ຂອງກອງພັນຊ່າງແສງສູ້ຮົບ 579 ກອງດັ່ງກ່າວໃສ່ຊື່ວ່າ: ກອງກວດ-ກູ້ລະເບີດ 58 ເຊິ່ງຕົວ 58 ໝາຍເຖິງເລກລຳດັບ ຂອງກອງຮ້ອຍເອກະລາດ ທີ່ຂື້ນກັບກົມຊ່າງແສງ ກົມໃຫຍ່ເສນາທິການ ກະຊວງປ້ອງກັນປະເທດ ໂດຍມີລະບົບການຈັດຕັ້ງເປັນກອງຮ້ອຍເອກະລາດ ພາຍໃຕ້ການຊີ້ນຳ-ນຳພາ ຂອງກົມຊ່າງແສງ ເຮັດໜ້າທີ່ເຄື່ອນໄຫວສຳຫລວດ, ກວດ-ກູ້ລະເບີດບໍ່ທັນແຕກ ...

Read More »

ປະທານສະພາແຫ່ງຊາດ ເນັ້ນໃຫ້ເຊກອງເອົາໃຈໃສ່ບັນຫາສຳຄັນສະເພາະແມ່ນປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຕາມວາລະແຫ່ງຊາດ.

ປະທານສະພາແຫ່ງຊາດ ເນັ້ນໃຫ້ເຊກອງເອົາໃຈໃສ່ບັນຫາສຳຄັນສະເພາະແມ່ນປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຕາມວາລະແຫ່ງຊາດ. ວັນທີ 4 ພຶດສະພາ 2022 ນີ້, ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ໄດ້ເນັ້ນໃຫ້ຄະນະພັກແຂວງ, ຄະນະປະຈໍາສະພາປະຊາຊົນແຂວງ, ອົງການປົກຄອງແຂວງເຊກອງ ເອົາໃຈໃສ່ການປະຕິບັດວຽກງານບາງບັນຫາທີ່ສຳຄັນ ໂດຍສະເພາະ ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກ ທາງດ້ານເສດຖະກິດ-ການເງິນ, ການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ, ມາດຕະການຕ້ານກັບການລະບາດຂອງພະຍາດໂຄວິດ-19 ແລະ ການທ່ອງທ່ຽວສີຂຽວ. ທ່ານປະທານສະພາແຫ່ງຊາດ ໄດ້ສະເໜີໃຫ້ຄະນະພັກ, ສະພາປະຊາຊົນແຂວງ, ອົງການປົກຄອງແຂວງ ເພີ່ມທະວີຄວາມເອົາໃຈໃສ່ ຈັດຕັ້ງຜັນຂະຫຍາຍແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານຢ່າງທົ່ວເຖິງ ແລະ ເລິກເຊິ່ງ, ສ້າງ ແລະ ປັບປຸງຕາໜ່າງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຢູ່ທ້ອງຖິ່ນຮາກຖານ ໃຫ້ເຂັ້ມແຂງ, ຄຸ້ມຄອງຄົນຕ່າງປະເທດ ໃຫ້ເຂັ້ມງວດຕາມກົດໝາຍ. ນໍາໃຊ້ທ່າແຮງບົ່ມຊ້ອນຂອງແຂວງ ເພື່ອສຸມທຶນຮອນ, ເຕັກນິກວິຊາການ ເຂົ້າໃສ່ການຜະລິດເປັນສິນຄ້າຂອງປະຊາຊົນ, ສົ່ງເສີມການຜະລິດກະສິກໍາເປັນກຸ່ມ, ເປັນຟາມເພື່ອຂະຫຍາຍ ຖານການຜະລິດໃຫ້ກວ້າງໃຫຍ່ ແລະ ມີຜົນຜະລິດຈໍານວນຫລາຍ, ມີທ່າແຮງໃນການເຂົ້າເຖິງແຫລ່ງທຶນ ແລະ ການເຂົ້າເຖິງຕະຫລາດທີ່ມີປະສິດທິພາບ; ເພີ່ມທະວີການນໍາພາຊີ້ນໍາ ວຽກງານການພັດທະນາຊັບພະຍາກອນມະນຸດ ໃຫ້ໄປຕາມແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງທີ່ວາງອອກ ທັງຮັບປະກັນຄຸນນະພາບ, ສາມາດສ້າງບຸກຄະລາກອນທີ່ມີຄວາມຮູ້, ຄວາມສາມາດ ເພື່ອສະໜອງໃຫ້ແກ່ການສ້າງສາພັດທະນາເສດຖະກິດ-ສັງຄົມ ...

Read More »

ນາຍົກ ມອບໃຫ້ ສສກ ຮຽບຮຽງ ປຶ້ມວັດຈະນານຸກົມພາສາລາວ ສະບັບມາດຕະຖານ ໃຫ້ສໍາເລັດໃນປີ 2025

ນາຍົກ ມອບໃຫ້ ສສກ ຮຽບຮຽງ ປຶ້ມວັດຈະນານຸກົມພາສາລາວ ສະບັບມາດຕະຖານ ໃຫ້ສໍາເລັດໃນປີ 2025 ໃນໂອກາດພົບປະໂອ້ລົມ ຄະນະກໍາມະການຄົ້ນຄວ້າພາສາລາວ ໃນວັນທີ 3 ພຶດສະພາ 2022 ຢູ່ຫ້ອງປະຊຸມຂອງຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ, ທ່ານ ພັນຄໍາ ວິພາວັນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ຍົກໃຫ້ເຫັນເຖິງຄວາມໝາຍຄວາມສໍາຄັນຂອງພາສາລາວ ແລະ ຄວາມຈໍາເປັນໃນການຄົ້ນຄວ້າປັບປຸງຫລັກການໃນການນໍາໃຊ້ພາສາລາວ, ພ້ອມທັງມອບໝາຍໃຫ້ ຄະນະກໍາມະການຄົ້ນຄວ້າພາສາລາວ ກະຊວງສຶກສາທິການ ແລະ ກິລາ ຮີບຮ້ອນປັບປຸງຄືນຫລັກໄວຍາກອນລາວ ແລະ ຄົ້ນຄວ້າຮຽບຮຽງປຶ້ມ ວັດຈະນານຸກົມພາສາລາວ ສະບັບມາດຕະຖານ ເພື່ອໃຫ້ສາມາດຈັດພິມ ແລະ ນໍາໃຊ້ໃນໄລຍະ 3 ປີຕໍ່ໜ້ານີ້. ນອກຈາກນີ້, ທ່ານນາຍົກລັດຖະມົນຕີ ຍັງໄດ້ຊີ້ນໍາອີກວ່າ: ທິດທາງໃນການປັບປຸງ ແມ່ນອີງໃສ່ຫລັກໄວຍາກອນ ແລະ ປຶ້ມວັດຈະນານຸກົມພາສາລາວ ທີ່ມີມາແລ້ວເປັນພື້ນຖານ ແລ້ວພັດທະນາຕໍ່ຍອດໃຫ້ຮັບປະກັນຄວາມເປັນເອກະລັກ, ຄວາມອຸດົມສົມບູນຂອງພາສາລາວ ແລະ ນໍາໃຊ້ເຂົ້າກັບຍຸກສະໄໝ, ພ້ອມທັງສົ່ງເສີມໃຫ້ມີການນໍາໃຊ້ພາສາລາວຢ່າງຖືກຕ້ອງ ແລະ ເປັນເອກະພາບກັນ. ຂໍ້ມູນ: ປະເທດລາວ

Read More »

ສປປ ລາວ ມອບຫລຽນໄຊພັດທະນາ ຊັ້ນ 2 ໃຫ້ທະນາຄານແມ່ ຂອງທະນາຄານ ຮ່ວມທຸລະກິດລາວ-ຫວຽດ

ສປປ ລາວ ມອບຫລຽນໄຊພັດທະນາ ຊັ້ນ 2 ໃຫ້ທະນາຄານແມ່ ຂອງທະນາຄານ ຮ່ວມທຸລະກິດລາວ-ຫວຽດ. ທ່ານນາງ ປານີ ຢາທໍ່ຕູ້ ໄດ້ໃຫ້ກຽດມອບຫລຽນໄຊພັດທະນາຊັ້ນ 2 ໃຫ້ແກ່ຜູ້ຕາງຫນ້າຄະນະນຳ BIDV ທີ່ມີຜົນງານດີເດັ່ນ ໃນການປະກອບສ່ວນດ້ານວັດຖຸ ແລະ ທຶນຮອນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຢູ່ ສປປ ລາວ ຕາມດຳລັດຂອງປະທານປະເທດ ແຫ່ງ ສປປ ລາວ ສະບັບ ເລກທີ 041/ຄຕທ, ລົງວັນທີ 22/03/2022. ໃນພິທີຄັ້ງນີ້, ມີການນຳຂອງພັກ ແລະ ລັດ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ, ການນຳຂອງພັກ ແລະ ລັດ ແຫ່ງ ສປປ ລາວ, ຜູ້ນຳລັດຖະບານກຳປູເຈຍ, ຮ່ວມກັບການນຳຂັ້ນສູງສູນກາງ ແລະ ທ້ອງຖິ່ນ, ກະຊວງ, ສາຂາຂອງຫວຽດນາມ ແລະ ລາວ, ກຳປູເຈຍ, ລັດເຊຍ, ບັນດາລູກຄ້າ, ຄູ່ຮ່ວມງານ, ຄູ່ຮ່ວມທຸລະກິດທັງພາຍໃນ ແລະຕ່າງປະເທດ ເຂົ້າຮ່ວມ. ຕະຫລອດໄລຍະ ...

Read More »

ສະໜາມບິນສາກົນບໍ່ແກ້ວ ສໍາເລັດແລ້ວ 75%

ການກໍ່ສ້າງ ສະໜາມບິນ ຢູ່ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ມາຮອດປະຈຸບັນ ສໍາເລັດແລ້ວ 75% ຄາດວ່າ ຈະສາມາດເປີດສາຍການບິນ ພາຍໃນປະເທດໄດ້ ໃນທ້າຍປີ 2022. ສະໜາມບິນດັ່ງກ່າວ ແມ່ນຢູ່ໃກ້ເຂດເສດຖະກິດພິເສດ ສາມຫຼຽມທອງຄໍາ ກວມເນື້ອທີ 300 ຮຕ, ໂດຍຈະກາຍເປັນ ສະໜາມບິນແຫ່ງທີ 2 ພາຍໃນແຂວງ. ການກໍ່ສ້າງ ແມ່ນເລີ່ມມາແຕ່ ເດືອນກັນຍາ 2020 ໂດຍມີມູນຄ່າການກໍ່ສ້າງທັງໝົດ 175 ລ້ານ ໂດລາສະຫະລັດ ຊຶ່ງເປັນທຶນຈາກ Hong Kong-based Greater Bay Area Investment and Development (HK) Limited, ຊຶ່ງຢູ່ພາຍໃຕ້ ກຸ່ມບໍລິສັດ ດອກງິ້ວຄໍາ. ໄລຍະສໍາປະທານ ສະໜາມບິນດັ່ງກ່າວ ແມ່ນ 50 ປີ, ໂດຍສະໜາມບິນ ສາມາດຮອງຮັບ ເຮືອບິນຂະໜາດໃຫຍ່ ເຊັ່ນ: Boeing 747 ແລະ Airbus 320 ໄດ້. ອາຄານສະໜາມບິນ ...

Read More »

ອຄ ກຽມສ້າງລະບົບການຄ້າດ້ານເອເລັກໂຕນິກສໍາລັບສິນຄ້າກະສິກໍາ ເພື່ອສ້າງມູນຄ່າສິນຄ້າລາວ ໃຫ້ສູງຂຶ້ນ

ອຄ ກຽມສ້າງລະບົບການຄ້າດ້ານເອເລັກໂຕນິກສໍາລັບສິນຄ້າກະສິກໍາ ເພື່ອສ້າງມູນຄ່າສິນຄ້າລາວ ໃຫ້ສູງຂຶ້ນ ກະຊວງອຸດສາຫະກຳ ແລະ ການຄ້າ(ອຄ) ໄດ້ຈັດພິທີລົງນາມ ແຜນການຊ່ວຍເຫຼືອ ທາງດ້ານເຕັກນິກ ສໍາລັບຜະລິດຕະພັນກະສິກໍາລາວ ລະຫວ່າງກົມສົ່ງເສີມການຄ້າ ກະຊວງ ອຄ ແລະ ບໍລິສັດ ອານຮຸຍອີ້ຊາງ ດິຈິຕອນ ເທັກໂນໂລຍີ ຈໍາກັດ. ໃນວັນທີ 25 ເມສາ 2022 ທີ່ກະຊວງ ກະຊວງອຸດສາຫະກຳ ແລະ ການຄ້າ. ແນ່ນອນວ່າ ລະບົບການຄ້າຜ່ານອີເລັກໂຕນິກທີ່ໄດ້ຮັບການຊ່ວຍເຫຼືອຄັ້ງນີ້ ຈະເປັນໂຄງການລິເລີ່ມຮ່ວມກັນຂອງພາກລັດ ແລະ ເອກະຊົນເພື່ອຊ່ວຍພັດທະນາ, ຄຸ້ມຄອງ ການຄ້າຜະລິດຕະພັນກະສິກຳ ຂະຫຍາຍຕາໜ່າງການຄ້າກ້າວໄປເຖິງສ້າງມູນຄ່າການຄ້າສິນຄ້າລາວ ໃຫ້ນັບມື້ສູງຂຶ້ນ ປະກອບສ່ວນເຂົ້າໃນ ການຍົກສູງຄຸນນະພາບສິນຄ້າ ແລະ ສ້າງວຽກເຮັດງານທຳໃຫ້ແກ່ຊາວກະສິກອນ ໃນຊົນນະບົດລາວ ປະຕິບັດນະໂຍບາຍແກ້ໄຂຄວາມທຸກຍາກ ໃຫ້ ສປປ ລາວ ສາມາດຫຼຸດຜົ້ນອອກຈາກປະເທດດ້ອຍພັດທະນາ ໃນປີ 2026 ຕາມຄາດໝາຍທີ່ວາງໄວ້. ເພື່ອອຳນວຍຄວາມສະດວກໃຫ້ຜູ້ຜະລິດ ໂຄງການດັ່ງກ່າວຈະໄດ້ ສ້າງຈຸດບໍລິການ 20 ຈຸດທົ່ວປະເທດ ເພື່ອເຮັດໃຫ້ຜູ້ຜະລິດ ສາມາດເຂົ້າເຖິງການບໍລິການ ແລະ ສາມາດແຈ້ງສິນຄ້າທີ່ຕົນມີໃຫ້ກັບສູນ ເພື່ອເອົາເຂົ້າວາງຂາຍໃນເວັບໄຊ ...

Read More »

ມັນສາຄູສິນຄ້າທາງເລືອກທີ່ຈະສ້າງລາຍຮັບໃຫ້ກັບປະຊາຊົນແຂວງຫົວພັນ

ເມືອງຊ່ອນ ແຂວງ ຫົວພັນກຳລັງສຸມໃສ່ໃນການປູກ ມັນສາຄູ ເພື່ອເປັນສິນຄ້າວາງແຜນໄວ້ປີນີ້ທີ່ 7.500 ໂຕນ. ວັນທີ 26 ເມສາ 2022ນີ້ ທ່ານ ສຸລິນໄຊ ພົງສະຫວັດ ຫົວຫນ້າຫ້ອງການ ກະສິກຳ ແລະ ປ່າໄມ້ ເມືອງຊ່ອນ ແຂວງຫົວພັນ ພ້ອມດ້ວຍຄະນະ ໄດ້ລົງຊຸກຍູ້ປະຊາຊົນທີ່ປູກມັນສາຄູ ບ້ານຊ່ອນໃຕ້ ເຂດບວກປາເຕັດ ຫ່າງຈາກບ້ານປະມານ 2 ກິໂລແມັດ. ທ່ານ ສຸລິນໄຊ ພົງສະຫວັດ ໃຫ້ຮູ້ວ່າ: ຕາມແຜນແລ້ວ ປີ 2022ນີ້ ເມືອງຊ່ອນຈະສຸມໃສ່ປູກມັນສາຄູໃຫ້ໄດ້ເນື້ອທີ່ທັງຫມົດບໍ່ໃຫ້ຫລຸດ 250 ເຮັກຕາ ຜົນຜະລິດໃຫ້ໄດ້ 7.500 ໂຕນ ແລະ ຈະສ້າງລາຍຮັບໃຫ້ປະຊາຊົນໃຫ້ໄດ້ 3,7 ຕື້ກວ່າກີບຂື້ນໄປ ນີ້ກໍ່ເພື່ອເປັນການຊຸກຍູ້ສົ່ງເສີມການຜະລິດກະສິກຳເປັນສິນຄ້າຢູ່ເມືອງຊ່ອນໃຫ້ນັບມື້ຫຼາຍຂຶ້ນ ເປັນການສະໜອງຜົນຜະລິດກະສິກຳ ປ້ອນໃຫ້ແກ່ໂຮງງານແປຮູບຢູ່ພາຍໃນ ແລະ ສົ່ງອອກອີກດ້ວຍ. ຂໍ້ມູນຈາກ: Media Laos

Read More »

ປະທານປະເທດ ມອບສານຕາຕັ້ງໃຫ້ທູດລາວ ໄປປະຈໍາຕ່າງປະເທດທັງໝົດ 4 ທ່ານ

ໃນວັນທີ 28 ເມສາ 2022, ຢູ່ຫໍປະຊຸມສະພາແຫ່ງຊາດ ນະຄອນ ຫລວງວຽງຈັນ, ທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສາ ທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ມອບສານຕາຕັ້ງ ໃຫ້ແກ່ບັນດາທ່ານເອກອັກ ຄະລັດຖະທູດແຕ່ງຕັ້ງແຫ່ງ ສປປ ລາວ ໄປປະຈໍາຢູ່ຕ່າງປະເທດ ດັ່ງນີ້: ທ່ານ ຄໍາພັນ ອັ່ນລາວັນ ເອກອັກຄະລັດຖະທູດແຕ່ງຕັ້ງແຫ່ງ ສປປ ລາວ ປະຈໍາຣາຊະອານາຈັກໄທ. ທ່ານ ສີສະຫວາດ ອິນພະຈັນ ເອກອັກຄະລັດຖະທູດແຕ່ງຕັ້ງແຫ່ງ ສປປ ລາວ ປະຈໍາສະຫະ ລັດອາເມລິກາ. ທ່ານ ບຸນ ອິນທະບັນດິດ ເອກອັກຄະລັດຖະທູດແຕ່ງຕັ້ງແຫ່ງ ສປປ ລາວ ປະຈໍາລັດກູເວດ. ທ່ານ ວັນທາ ແສງເມືອງ ເອກອັກຄະລັດຖະ ທູດແຕ່ງຕັ້ງແຫ່ງ ສປປ ລາວ ປະຈໍາ ສ.ກູ ບາ. ໃນໂອກາດນີ້, ທ່ານ ທອງລຸນ ສີສຸລິດ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ບັນດາທ່ານເອກອັກ ...

Read More »

ສະຫວັນນະເຂດ ເອົາໃຈໃສ່ສົ່ງເສີມສິນຄ້າໂອດອບ ເມືອງນອງ ເພື່ອເຮັດໃຫ້ປະຊາຊົນມີລາຍຮັບເພີ່ມຂຶ້ນ.

ກອງປະຊຸມກ່ຽວກັບການຈັດ ຕັ້ງປະຕິບັດວຽກງານສົ່ງເສີມສິນຄ້າ ພູມປັນຍາຊາວບ້ານ ທີ່ເປັນເອກະລັກທ້ອງຖິ່ນ ເພື່ອພັດທະນາໃຫ້ກາຍເປັນສິນຄ້າທີ່ໄດ້ຮັບ ກາໝາຍໜຶ່ງເມືອງໜຶ່ງຜະລິດຕະພັນແຫ່ງຊາດ ຫລື ໂອດອບ (ODOP) ເຊິ່ງວຽກງານດັ່ງກ່າວ ແມ່ນນອນຢູ່ ໃນວາລະແຫ່ງຊາດຂອງແຂວງ ສະຫວັນນະເຂດ. ຄະນະກຳມະການສິນຄ້າ ໜຶ່ງເມືອງ ໜຶ່ງຜະລິດຕະພັນ ຂັ້ນເມືອງ ແລະ ຄະນະວິຊາການຈາກ ຂະແໜງສົ່ງເສີມວິສາ ຫະກິດຂະໜາດນ້ອຍ ແລະ ກາງ. ການຄ້າ ໄດ້ປຶກສາຫາລືຮ່ວມກັນ ແລະ ເຫັນດີຄັດເລືອກເອົາສິນຄ້າ ທີ່ມີທ່າແຮງ ເພື່ອນຳສະເໜີ ຄະນະກຳມະການພັດທະນາສິນຄ້າ ໜຶ່ງເມືອງໜຶ່ງຜະລິດຕະພັນ ຂັ້ນແຂວງຮັບຮອງເອົາ ແລະ ຂໍອະນຸ ຍາດນຳໃຊ້ກາໝາຍສິນຄ້າ ໜຶ່ງເມືອງ ໜຶ່ງຜະລິດຕະພັນ ແຫ່ງຊາດ ຈາກກົມສົ່ງເສີມການຄ້າ, ກະຊວງ ອຸດສາຫະກຳ ແລະ ການຄ້າລວມ ເຊິ່ງຈະນຳສະເໜີ 2 ລາຍການຄື: ກຸ່ມຕ່ຳແຜ່ນແພ ເຜົ່າມັງກອງ ບ້ານປະຈະຕຽນ ແລະ ກຸ່ມຕົ້ມເຫລົ້າພື້ນເມືອງ ບ້ານນອງວິໄລ. ປະສົບຜົນສຳເລັດ, ເຮັດໃຫ້ປະຊາຊົນບັນດາເຜົ່າທີ່ດຳລົງຊີວິດ, ທຳມາຫາກິນຢູ່ໃນຂອບເຂດທົ່ວເມືອງນອງ ມີລາຍຮັບເພີ່ມຂຶ້ນ ແລະ ມີຊີວິດການເປັນຢູ່ທີ່ດີຂຶ້ນ ຈົນສາມາດເຮັດໃຫ້ຄອບຄົວ, ບ້ານ ...

Read More »