3ເດືອນຕົ້ນປີໄທໄດ້ລາຍຮັບຈາກນັກທ່ອງທ່ຽວຕ່າງຊາດຫຼາຍກວ່າ 2 ໝື່ນລ້ານບາດ ພາຍຫຼັງເປີດປະເທດເຕັມຮູບແບບ ໃນວັນທີ 1 ພຶດສະພາ ຄາດວ່າຈະເພີ່ມຂຶ້ນສູງເຖິງ 9 ແສນລ້ານບາດ.
ສະຖິຕິ 3 ເດືອນຕົ້ນປີ ທີ່ໄທເປີດປະເທດຮັບນັກທ່ອງທ່ຽວຕ່າງຊາດ ໄດ້ມີນັກທ່ອງທ່ຽວເຂົ້າປະເທດໃນແຕ່ລະເດືອນທັງໝົດ:
ເດືອນມັງກອນ: 133, 903 ຄົນ
ເດືອນກຸມພາ: 152,954 ຄົນ
ເດືອນມີນາ: 210,836 ຄົນ
ລາຍຮັບຈາກນັກທ່ອງທ່ຽວຕ່າງຊາດ:
ເດືອນມັງກອນ: 8,640 ລ້ານບາດ
ເດືອນກຸມພາ: 8, 689 ລ້ານບາດ
ເດືອນມີນາ: 11,541 ລ້ານບາດ
ຫຼັງຈາກທີ່ໄທປະກາດເປີດປະເທດເຕັມຮູບແບບໃນວັນທີ 1 ພຶດສະພາ ໄດ້ມີນັກທ່ອງທ່ຽວເຂົ້າປະເທດເພີ່ມຫຼາຍຂຶ້ນ ສຳລັບການເປີດປະເທດຄັ້ງນີ້ໄທຄາດວ່າເສດຖະກິດການທ່ອງທ່ຽວຈະກະໂດດຂຶ້ນສູງເຖິງ 9 ແສນລ້ານບາດ.
ຂໍ້ມູນ: ລົງທຶນແມນ