ຮ່ວມສົ່ງເສີມ ການເຂົ້າເຖິງການສຶກສາກ່ອນໄວຮຽນ ໄລຍະພັກແລ້ງແກ່ເດັກ3-5 ປີ ແລະ ເດັກພິການ ຢູ່ເມືອງຜາອຸດົມ.
ວັນທີ 4 ພຶດສະພາ 2022 ຢູ່ນະຄອນຫລວງວຽງຈັນ, ອົງການແພລນສາກົນ ປະຈຳ ສປປ ລາວ ຮ່ວມກັບ ກະຊວງສຶກສາທິການ ແລະ ກິລາ, ກົມຮ່ວມມືກັບຕ່າງປະເທດ, ພະແນກສຶກສາທິການ ແລະ ກິລາ ແຂວງບໍ່ແກ້ວ ໄດ້ເຊັນບົດບັນທຶກຄວາມເຂົ້າໃຈກ່ຽວກັບ “ໂຄງການສົ່ງເສີມການເຂົ້າເຖິງ ການສຶກສາ ກ່ອນໄວຮຽນ ໂດຍຜ່ານຫລັກສູດກຽມຄວາມພ້ອມ ໃນໄລຍະພັກແລ້ງ (10 ອາທິດ) ຢູ່ ເມືອງຜາອຸດົມ ແຂວງບໍ່ແກ້ວ, ສປປ ລາວ” ໂດຍຈັດຕັ້ງປະຕິບັດ ຢູ່ໃນ 15 ບ້ານ ຂອງເມືອງຜາອຸດົມ ເພື່ອເປັນການປະກອບສ່ວນໃສ່ການຈັດຕັ້ງປະຕິບັດ ແຜນພັດທະນາຂະແໜງການສຶກສາ ແລະ ກິລາ ສະໄໝທີ 9 (2021-2025) ໃນການຜັນຂະຫຍາຍຫລັກສູດ ກຽມຄວາມພ້ອມໃນໄລຍະພັກແລ້ງ (10 ອາທິດ) ໃຫ້ເຂົ້າໄປເຖິງກຸ່ມເດັກທີ່ຍັງດ້ອຍໂອກາດ ອາຍຸລະຫວ່າງ 3-5 ປີ ລວມທັງເດັກພິການ ທີ່ຢູ່ໃນເຂດບ້ານນ້ອຍ ຫ່າງໄກສອກຫລີກ ໄດ້ກຽມຄວາມພ້ອມກ່ອນເຂົ້າຮຽນຊັ້ນປະຖົມສຶກສາ.
ໂຄງການດັ່ງກ່າວ, ໄດ້ຮັບການສະໜັບສະໜູນຈາກ ກອງທຶນການຄົ້ນຄວ້າວິໄຈຂອງອົງການຄູ່ຮ່ວມພັດທະນາການສຶກສາໂລກ ແລະ ອົງການແພລນການາດາ ໂດຍມີຈຸດປະ ສົງ ເພື່ອສະໜັບສະໜູນກະຊວງສຶກສາທິການ ແລະ ກິລາ ໃນການຜັນຂະຫຍາຍຫລັກສູດກຽມຄວາມພ້ອມໃນໄລຍະພັກແລ້ງ (10 ອາທິດ) ນັບແຕ່ ປີ 2019 ເປັນຕົ້ນມາ ແຜນງານສຶກສາຂອງອົງການ ໄດ້ຂະຫຍາຍອອກໄປສູ່ແຂວງສາລະວັນ ໂດຍໄດ້ຮັບທຶນຊ່ວຍເຫລືອຈາກ ອົງການອາຫານໂລກ ແລະ ອົງການແພລນຍີ່ປຸ່ນ.
ຂໍ້ມູນ: ຂປລ