ສ້າງຄວາມເຂັ້ມແຂງ ແກ່ຜູ້ຮັບຜິດຊອບສູນຂໍ້ມູນຂ່າວສານແຮງງານເຄື່ອນຍ້າຍ ເພື່ອຢຸດຕິຄວາມຮຸນແຮງ ແລະ ການລ່ວງລະເມີດໂດຍສະເພາະຕໍ່ເພດຍິງ.
ກົມພັດທະນາສີມືແຮງງານ ແລະ ຈັດຫາງານ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຈັດຝຶກອົບຮົມຢຸດຕິຄວາມຮຸນແຮງ ແລະ ການລ່ວງລະເມີດຢູ່ສະຖານທີ່ເຮັດວຽກໃຫ້ແກ່ຜູ້ຮັບຜິດຊອບສູນຂໍ້ມູນຂ່າວສານສຳລັບແຮງງານເຄື່ອນຍ້າຍ(MRC) ຈຸດບໍລິການຈັດຫາງານ 6 ແຂວງຄື: ແຂວງບໍ່ແກ້ວ, ຫລວງພະບາງ, ໄຊຍະບູລີ, ບໍລິຄຳໄຊ, ສະຫວັນນະເຂດ ແລະ ແຂວງຈໍາປາສັກ ໃນລະຫວ່າງວັນທີ 3-4 ພຶດສະພາ 2022 ທີ່ນະຄອນຫລວງວຽງຈັນ.
ໃນຖານະທີ່ເປັນປະເທດສົ່ງອອກແຮງງານ ໂຄງການດັ່ງກ່າວຈະສຸມໃສ່ເຮັດໃຫ້ແຮງງານເຄື່ອນຍ້າຍເພດຍິງໄດ້ຮັບການປົກປ້ອງ, ຄຸ້ມຄອງ ແລະ ຮັບຮູ້ສິດຂອງຕົນ. ແນໃສ່ເຮັດໃຫ້ແຮງງານເຄື່ອນຍ້າຍເພດຍິງ ມີສ່ວນຮ່ວມຫລາຍຂຶ້ນ ໃນການພັດທະນາເສດຖະກິດ-ສັງຄົມ ໃນຂົງເຂດ ແລະ ພາກພື້ນອາຊຽນ. (ທ່ານ ນາງ ອານຸສອນ ຄຳສິງສະຫວັດ)
ການຝຶກອົບຮົມຄັ້ງນີ້, ເພື່ອສ້າງຄວາມເຂັ້ມແຂງ ແລະ ເພີ່ມຄວາມຮູ້ກ່ຽວກັບຄວາມສຳຄັນຂອງບັນຫາຄວາມຮຸນແຮງ ແລະ ການລ່ວງລະເມີດຢູ່ສະຖານທີ່ເຮັດວຽກ ແກ່ຜູ້ຮັບຜິດຊອບສູນຂໍ້ມູນຂ່າວສານສຳລັບແຮງງານເຄື່ອນຍ້າຍ(MRC) ເຊິ່ງເປັນກິດຈະກຳໜຶ່ງໃນແຜນງານ ໂຄງການເຄື່ອນຍ້າຍແຮງງານແບບປອດໄພ ແລະ ມີຄວາມຍຸຕິທໍາ (Safe and Fair Programme) ປີ 2022.
ຂໍ້ມູນ: ກະຊວງ ຮສສ