News

5 ປະເທດທີ່ ສປປ ລາວ ສົ່ງອອກຫຼັກ

ບັນດາປະເທດ ແລະມູນຄ່າທີ່ ສປປ ລາວ ສົ່ງອອກສິນຄ້າ: 1. ປະເທດຈີນ 137 ລ້ານໂດລາສະຫະລັດ 2. ປະເທດຫວຽດນາມ 106 ລ້ານໂດລາສະຫະລັດ 3. ປະເທດໄທ 65 ລ້ານໂດລາສະຫະລັດ 4. ອົດສຕາລີ 32 ລ້ານໂດລາສະຫະລັດ 5. ສະວິດເຊີແລນ 14 ລ້ານໂດລາສະຫະລັດ ຂໍ້ມູນ: ຂ່າວສານດ້ານການຄ້າຂອງ ສປປ ລາວ

Read More »

ປໍ້າ “ພລັສ” ແຈ້ງ ບໍ່ຈຳໜ່າຍນໍ້າມັນໃສ່ຕຸກ ປ້ອງກັນເຫດອັກຄີໄຟ & ກັກຕຸ໋ນໄປຈຳໜ່າຍເກີນລາຄາ.

ເພື່ອເປັນການປ້ອງກັນເຫດອັກຄີໄພ, ເພື່ອຄວາມເທົ່າທຽມກັນຂອງຜູ້ບໍລິໂພກ ແລະ ພ້ອມທັງເປັນການປ້ອງກັນຜູ້ບໍຫວັງດີ ທີ່ພາກັນກັກຕູນນ້ຳມັນໄປຂາຍເກີນລາຄາທາງນອກ ດັ່ງນັ້ນ ແຕ່ມື້ນີ້ເປັນຕົ້ນໄປ ປ້ຳ ພລັສ ທຸກປ້ຳທີ່ ປີໂຕຣເທຣດ ບໍລິຫານເອງທັງໝົດ #ຈະບໍ່ຈຳໜ່າຍໃຫ້ໂດຍການໃສ່ຕຸກ ທຸກໆປະເພດ ທຸກໆກໍລະນີ. #ຈະຍົກເວັ້ນບາງກໍລະນີທີ່ຈຳເປັນທີ່ສຸດ ຕາມການເຫັນດີຂອງຜູ້ຈັດການປ້ຳທີ່ໜ້າງານເທົ່ານັ້ນ. ຂໍ້ມູນ: PetroTrade

Read More »

ລະວັງເສບຂ່າວປອມ! ເຫດການປຸ້ນຊິງຊັບຍິງສາວ ເຈົ້າໜ້າທີ່ຢືນຢັນຍັງຈັບຕົວຜູ້ກໍ່ເຫດບໍ່ໄດ້.

ລະວັງເສບຂ່າວປອມ! ເຫດການປຸ້ນຊິງຊັບຍິງສາວ ເຈົ້າໜ້າທີ່ຢືນຢັນຍັງຈັບຕົວຜູ້ກໍ່ເຫດບໍ່ໄດ້. + ໃນເວລາ 1:30 ຫາ 2:00 ໂມງ ຕອນກາງຄືນຂອງວັນທີ 16-17 ພຶດສະພາ 2022 ໄດ້ມີຄົນຮ້າຍຈຳນວນ 5 ຄົນ ( ຮູບຕາມກ້ອງວົງຈອນ ) ຈີ້ຍິງສາວ ອາຍຸ 30 ປີ, ເຮືອນຢູ່ຮ່ອມ 3 ບ້ານດົງນາໂຊກເຫນືອ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ບັງຄັບເມືອເຮືອນ ແລ້ວບອກລະຫັດໄຂຕູ້ເຊັບກວດເອົາຊັບສິນມີຄ່າຈຳນວນຫຼາຍລາຍການແລ້ວຫລົບຫນີໄປ. + ເຫດການໃນເບື້ອງຕົ້ນ ໃນເວລາ 19:00 ໂມງ ຂອງວັນທີ 16 ພຶດສະພາ ຜູ້ເສຍຫາຍໄດ້ຂັບລົດ ໂຕໂຍຕ້າ ແລນກຸຍເຊິ້ ໄປກິນເບຍ ກັບຫມູ່ ຢູ່ຫລາຍຮ້ານ, ຕໍ່ມາໄດ້ຍ້າຍມາກິນຢູ່ຮ້ານແຄມຂອງ ເຊີ່ງເປັນຮ້ານສຸດທ້າຍ. ພໍຮອດທ່ຽງຄືນຜູ້ເສຍຫາຍຈະກັບເຮືອນ ຍ່າງມາຫາລົດຢູ່ບ່ອນຈອດລົດ, ໃນຂະນະນັ້ນ ມີຜູ້ຊາຍ 5 ຄົນ ໄດ້ເອົາປຶນຈິ້ຜູ້ກ່ຽວບັງຄັບໃຫ້ພາເມືອເຮືອນ ພໍຮອດເຮືອນບັງຄັບໃຫ້ບອກລະຫັດຕູ້ເຊັບຢູ່ຊັ້ນລຸ່ມເຮືອນ ຈາກນັ້ນ ກໍໄຂເອົາຊັບສິນທີ່ມີຄ່າ, ຄົນຮ້າຍກໍຂີ່ລົດຫລົບຫນີ ໂດຍນຳໃຊ້ລົດກະບະ ແລະ ລົດເກັງ ...

Read More »

ເປີດສະມາຄົມຜະດຸງຄັນລາວ ສົ່ງເສີມການເຂົ້າເຖິງການສຶກສາ ດ້ານການຜະດຸງຄັນ

ເມື່ອບໍ່ດົນມານີ້ ໄດ້ມີພິທີເປີດສະມາຄົມຜະດຸງຄັນລາວ ໃນໂອກາດສະເຫລີມ ສະຫລອງວັນຜະດຸງຄັນສາກົນ ເພື່ອສົ່ງເສີມການເຂົ້າເຖິງການສຶກສາ ດ້ານການຜະດຸງຄັນ, ສ້າງເຄືອຂ່າຍການຜະດຸງຄັນ ແລະ ເສີມສ້າງຄວາມເປັນຜູ້ນໍາດ້ານການຜະດຸງຄັນ. ທັງເປັນການເປີດໂອກາດ ໃຫ້ຜະດຸງຄັນທຸກຄົນ ແລະ ບຸກຄົນທີ່ສົນໃຈ ຢາກພັດທະນາອາຊີບຜະດຸງຄັນ ໃນ ສປປ ລາວ ສາມາດເຂົ້າຮ່ວມໃນສະມາຄົມຜະດຸງຄັນລາວ ເຊິ່ງສະມາຄົມຜະດຸງຄັນລາວ ໄດ້ຮັບການສະໜັບສະໜູນຈາກ ອົງການສະຫະປະຊາຊາດ ກອງທຶນສຳ ລັບປະຊາກອນ (UNFPA). ໄລຍະຜ່ານມາ ລັດຖະບານລາວ ໄດ້ຮັບຮູ້ບົດບາດຂອງຜະດຸງຄັນ ໃນການຫລຸດ ຜ່ອນອັດຕາການຕາຍຂອງແມ່ ເຊິ່ງສະແດງໃຫ້ເຫັນ ໂດຍຜ່ານຄວາມພະຍາຍາມຂອງລັດຖະບານ ເພື່ອປັບປຸງແຜນງານການຜະດຸງຄັນ ການຜະດຸງຄັນ ໄດ້ຖືກເຊື່ອມສານເຂົ້າໃນແຜນຍຸດທະສາດ ແລະ ແຜນປະ ຕິບັດງານດ້ານສຸຂະພາບຈະເລີນພັນ, ແມ່, ເດັກເກີດໃໝ່, ເດັກນ້ອຍ ແລະ ໄວໜຸ່ມ ໄລຍະ 2016-2025. ທ່ານ ນາງ ມາຣຽມ ເອຄານ ຜູ້ຕາງໜ້າອົງການ UNFPA ປະຈຳ ສປປ ລາວ ໄດ້ໃຫ້ຮູ້ວ່າ: ໃນທົ່ວໂລກ ແລະ ໃນ ສປປ ລາວ ພວກເຮົາຍັງປະເຊີນກັບ ...

Read More »

ອັນຕະລາຍ! ບໍ່ຄວນເອົາຕຸກນ້ຳດື່ມທີ່ໃຊ້ງານຄືນໄດ້ ໄປໃສ່ນ້ຳມັນ ແລ້ວສົ່ງໃຫ້ຜູ້ປະກອບການຄືນ ໂດຍບໍ່ແຈ້ງ

ອັນຕະລາຍ! ບໍ່ຄວນເອົາຕຸກນ້ຳດື່ມທີ່ໃຊ້ງານຄືນໄດ້ ໄປໃສ່ນ້ຳມັນ ແລ້ວສົ່ງໃຫ້ຜູ້ປະກອບການຄືນ ໂດຍບໍ່ແຈ້ງໃຫ້ຄັດແຍກເພື່ອນໍາເອົາໄປທຳລາຍ! ເຫດຜົນທີ່ຄວນແຈ້ງຜູ້ປະກອບການແມ່ນ: 👉🏻 ເກີດຄວາມສ່ຽງຕໍ່ການປົນເປື່ອນສູ່ຜູ້ບໍລິໂພກ ຖ້າຕຸກນ້ຳດື່ມຖືກນຳໃຊ້ໃສ່ສານເຄມີອື່ນ ແລ້ວບໍ່ຮັບການແຍກອອກໃຫ້ຖືກຕ້ອງ. 👉🏻 ເກີດຄວາມເສຍຫາຍຕໍ່ຜູ້ປະກອບການທັງຫລາຍ ເພາະຕຸກນຳ້ແຕ່ລະຕຸກເປັນຕົ້ນທຶນ ຂອງບັນດາຜູ້ປະກອບການ ຮ່ວມມືກັນປະຕິບັດເພື່ອຄວາມປອດໄພຂອງໂຕທ່ານເອງ ແລະ ທຸກຄົນ. ຂໍ້ມູນດີໆຈາກ: Purér Drinking Water

Read More »

“ສປປ ລາວ-ສ.ເກົາຫຼີ” ເຊັນບົດບັນທຶກຄວາມເຂົ້າໃຈ ເພື່ອເພີ່ມທະວີການຮ່ວມມືທຸລະກິດທ່ອງທ່ຽວ.

“ສປປ ລາວ-ສ.ເກົາຫຼີ” ເຊັນບົດບັນທຶກຄວາມເຂົ້າໃຈ ເພື່ອເພີ່ມທະວີການຮ່ວມມືທຸລະກິດທ່ອງທ່ຽວ. ພິທີເຊັນບົດບັນທຶກຄວາມເຂົ້າໃຈດ້ານການທ່ອງທ່ຽວ ລາວ-ສ.ເກົາຫຼີ ລະຫວ່າງ ບໍລິສັດ ທ່ອງທ່ຽວ ກຣີນດິສໂຄເວີລີ ລາວ ຈຳກັດ ແລະ ສະມາຄົມອຸດສະຫະກຳ ວັດທະນາທໍາ ນານາຊາດ, ສະມາຄົມການແລກປ່ຽນການຮ່ວມມືດ້ານວັດທະນະທຳ ການຄ້າ ລາວ-ເກົາຫຼີ ໄດ້ຈັດຂຶ້ນໃນວັນທີ 12 ພຶດສະພາ 2022 ທີ່ນະຄອນຫຼວງວຽງຈັນ. ການເຊັນບົດບັນທຶກຄວາມເຂົ້າໃຈຄັ້ງນີ້ ແມ່ນເພື່ອການຮ່ວມມື ແລະ ເພີ່ມທະວີສາຍພົວພັນທາງທຸລະກິດ, ບົນພື້ນຖານຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ, ທັງສອງຝ່າຍ ຈຶ່ງໄດ້ຕົກລົງຮ່ວມມືກັນດ້ານທຸລະກິດການທ່ອງທ່ຽວ, ແລກປ່ຽນວັດທະນະທຳອຸດສະຫະກຳ ແລະ ການທ່ອງທ່ຽວ ລະຫວ່າງ ສອງປະເທດ ສປປ ລາວ ແລະ ສ.ເກົາຫຼີ ໄດ້ມີການໂຄສະນາຮ່ວມກັນ ຜ່ານທາງສື່ມວນຊົນວິທະຍຸໂທລະພາບ, ສື່ສັງຄົມອອນລາຍ ໃນການດຶງດູດນັກທ່ອງທ່ຽວ ສ.ເກົາຫຼີ ເຊິ່ງການເຊັນບົດບັນທຶກຄວາມເຂົ້າໃຈນີ້ ບໍ່ພຽງແຕ່ຮ່ວມມືດ້ານທຸລະກິດການທ່ອງທ່ຽວລະຫວ່າງ 2 ປະເທດເທົ່ານັ້ນ ແຕ່ຍັງເປັນການພົບປະແລກປ່ຽນທາງດ້ານວັດທະນາທຳ ແລະ ອຸດສະຫະກຳການທ່ອງທ່ຽວ ລະຫວ່າງ 2 ປະເທດນຳອີກ. ນອກຈາກນີ້, ທັງ 2 ຝ່າຍຍັງຈະຮ່ວມມືກັນເພື່ອພັດທະນາແອັບພລິເຄຊັ່ນມືຖື ກ່ຽວກັບການທ່ອງທ່ຽວໃນລາວ ...

Read More »

ປັນຈັກສີລັດລາວ ຄວ້າ 3 ຫຼຽນທອງ

ທ້າວ ບົວວັນ ຄູນແພງແກ້ວ (ມຸມຟ້າ) ນັກກິລາປັນຈັກສີລັດທີມຊາດລາວ ປະເພດຕໍ່ສູ້ປ້ອງກັນຕົວ ຮຸ່ນນໍ້າໜັກ 60-65 ກິໂລກຼາມ ລົງແຂ່ງຂັນໃນຮອບຊີງຫຼຽນເງິນ ເປັນລາຍການຄວາມຫວັງສຸດທ້າຍຂອງ ປັນຈັກສີລັດລາວ ເສຍໃຫ້ນັກກິລາ ເຈົ້າພາບ ຫວຽດນາມ 3-0 ຍົກ ຈົບພຽງຫຼຽນທອງ ພາທັບນັກກິລາ ປັນຈັກສີລັດທີມຊາດລາວ ຍາດໄດ້ 3 ຫຼຽນທອງ ປິດສາກການໄລ່ລ່າຫຼຽນ ໃນງານແຂ່ງຂັນກິລາປັນຈັກສີລັດ ຮ່າໂນ້ຍ ເກມ 2021. ສຳລັບ 3 ຫຼຽນທອງຂອງ ທັບນັກກິລາປັນຈັກສີລັດລາວ ແມ່ນໄດ້ຈາກນາງ ປຸກກີ້ ສະເຫຼີມບຸຜາ ປະເພດຟ້ອນດ່ຽວຍິງ, ທ້າວ ຈັນສະໝອນ ພົມໂຊພາ ຮຸ່ນ 60 ກິໂລກຼາມ ແລະ ທ້າວ ບົວວັນ ຄູນແພງແກ້ວ ຮຸ່ນ 60-65 ກິໂລກຼາມ. ຂໍ້ມູນ: ໜັງສືພິມສຶກສາ-ກິລາລາຍວັນ

Read More »

ນາຍົກແຫ່ງ ສປປ ລາວ ພົບປະສອງຝ່າຍກັບ ນາຍົກ ສສ ຫວຽດນາມ ເພື່ອເພີ່ມທະວີການຮ່ວມມືຮອບດ້ານ

ນາຍົກແຫ່ງ ສປປ ລາວ ພົບປະສອງຝ່າຍກັບ ນາຍົກ ສສ ຫວຽດນາມ ເພື່ອເພີ່ມທະວີການຮ່ວມມືຮອບດ້ານ ໃນໂອກາດ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ-ອາເມລິກາ ສະໄໝພິເສດ ໃນວັນທີ 13 ພຶດສະພາ 2022 ທີ່ ວໍຊິງຕັນ ດີຊີ, ສະຫະລັດອາເມລິກາ, ທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບ ທ່ານ ຟ້າມ ມິງ ຈິງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ເພື່ອປຶກສາຫາລືການເສີມຂະຫຍາຍສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະ ຫວ່າງ ສອງປະເທດ ກໍຄື ລະຫວ່າງ ຂອງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ທ່າມກາງບັນຍາກາດແຫ່ງການສະເຫລີມສະຫລອງ ວັນສ້າງຕັ້ງສາຍພົວພັນການທູດ ລາວ-ຫວຽດນາມ ຄົບຮອບ 60 ປີ ແລະ ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ລາວ-ຫວຽດນາມ ...

Read More »

ກົມອະນາໄມ ແລະ ສົ່ງເສີມສຸຂະພາບ ຈັດພິທີມອບຮັບໃບຂອບໃຈໃຫ້ແກ່ ບັນດາຜູ້ສະໜັບສະໜູນແຄມເປນໂຄສະນາເຜີຍແຜ່ວິທີການປ້ອງກັນໂຄວິດ 19

ຈົບລົງຢ່າງສວຍງາມ ກົມອະນາໄມ ແລະ ສົ່ງເສີມສຸຂະພາບ ຈັດພິທີມອບຮັບໃບຂອບໃຈໃຫ້ແກ່ ບັນດາຜູ້ສະໜັບສະໜູນແຄມເປນ ໂຄສະນາເຜີຍແຜ່ວິທີການປ້ອງກັນໂຄວິດ 19 ຜ່ານປ້າຍໂຄສະນາຫຼາຍກວ່າ 30 ຈຸດ ຄອບຄຸມທົ່ວນະຄອນຫຼວງວຽງຈັນ ທີ່ໄດ້ຈັດຂຶ້ນໃນວັນທີ 09/04/2022 ທີ່ຫ້ອງປະຊຸມຂອງກົມອານາໄມ ແລະ ສົ່ງເສີມສຸຂະພາບ, ກະຊວງສາທາລະນະສຸກ, ຕາງໜ້າມອບໂດຍ ດຣ. ບົວແກ້ວ ສຸວັນທອງ ແລະ ຕາງໜ້າຜູ້ຮັບໂດຍທີມງານຂອງບໍລິສັດ ປັນຍາທິບ ແພລນບີ ມີເດຍ ລາວ ຈໍາກັດ. ເຊິ່ງແຄມເປນດັ່ງກ່າວໄດ້ຮັບການສະໜັບສະໜູນຫຼັກຈາກ GulfOilLaos ແລະ PPB Media Lao Co.ltd ແລະ ຮ່ວມສະໜັບສະໜູນໂດຍ Souvanny Home Center, Target Magazine ແລະ Panyathip Advertising ແລະ ປະກອບສ່ວນເຜີຍແຜ່ຂໍ້ມູນຜ່ານສື່ສັງຄົມອອນລາຍໂດຍບໍລິສັດ Next Media Co., Ltd. ເຊິ່ງເປົ້າໝາຍຂອງການລົນນາລົງແມ່ນ ຊ່ວຍເຮັດໃຫ້ປະຊາຊົນເພີ່ມສະຕິໃນການປ້ອງກັນໂຕເອງຈາກພະຍາດໂຄວິດ 19 ດ້ວຍຮູບພາບ ແລະ ຂໍ້ຄວາມສື່ສານຢູ່ເທິງປ້າຍໂຄສະນາ. ທ່ານສາມາດເຂົ້າໄປຕິດຕາມກິດຈະກຳດີໆ ຜ່ານເພດຂອງບັນດາຜູ້ສະໜັບສະໜູນແຄມເປນຂອງພວກເຮົາໄດ້ທີ່: ...

Read More »

ນໍ້າມັນແພງ! ນໍ້າມັນຂາດປໍ້າ ເກີດຈາກຫຼາຍປັດໄຈ ແຕ່ລັດຖະບານເຮັດທຸກວິທີທາງເພື່ອຊ່ວຍເຫຼືອປະຊາຊົນ

ນໍ້າມັນແພງ! ນໍ້າມັນຂາດປໍ້າ ເກີດຈາກຫຼາຍປັດໄຈ ແຕ່ລັດຖະບານເຮັດທຸກວິທີທາງເພື່ອຊ່ວຍເຫຼືອປະຊາຊົນ. ​ ທ່ານ ​ຄໍ​າແພງ ໄຊ​ສົມ​ແພງ ລັດ​ຖະ​ມົນ​ຕີ​ກະ​ຊວງ​ອຸດ​ສາ​ຫະ​ກໍ​າ ແລະ ການ​ຄ້າ (ອ​ຄ) ໄດ້​ຖະ​ແຫຼງ​ຕໍ່​ສື່ມວນ​ຊົນ​ເມື່ອ​ວັນ​ທີ 10 ພຶດ​ສະ​ພາ 2022 ທີ່​ກະ​ຊວງ ອ​ຄ ໃຫ້​ຮູ້​ວ່າ: ສປປ ລາວ ເປັນປະເທດນໍາເຂົ້າ ນ້ຳມັນເຊື້ອໄຟ ​ຈາກຕ່າງປະເທດ 100% ຊຶ່ງປັດ​ຈຸບັນ, ຈາກສະພາບການຂອງໂລກ ທີ່ມີການປ່ຽນແປງ ສົ່ງຜົນເຮັດລາຄານໍ້າມັນເຊື້ອໄຟໃນຕະຫຼາດໂລກ ເວົ້າລວມ, ເວົ້າສະເພາະ ລາຄານໍ້າມັນເຊື້ອໄຟສໍາເລັດຮູບຕະຫຼາດສິງກະໂປ ຍັງສືບຕໍ່ເໜັງຕີງຂຶ້ນສູງ. ຕໍ່​ບັນ​ຫາ​ດັ່ງ​ກ່າວ​ນັ້ນ ໄດ້ສົ່ງຜົນກະ​ທົບໂດຍກົງເຮັດໃຫ້ລາຄາຂາຍຍ່ອຍນ້ຳມັນເຊື້ອໄຟພາຍໃນປະເທດເຮົາປັບຂຶ້ນເປັນເງົາຕາມໂຕ ຊຶ່ງການປັບລາຄາໃນຄັ້ງວັນທີ 30 ເມສາ 2022 ທີ່ຜ່ານມາ ແມ່ນມີຄວາມຈຳເປັນເພື່ອເຮັດໃຫ້ລາຄາປັບປ່ຽນທັນຕາມສະພາບການ. ແຕ່ດ້ວຍປັດໄຈພາຍນອກ ຄຽງຄູ່ກັບບັນຫາ​ອັດ​ຕາ​ແລກ​ປ່ຽນ​ເງິນ​ຕາ​ຕ່າງ​ປະ​ເທດ​ ມີ​ສ່ວນ​ຜິດ​ດ່ຽງສູງລະ​ຫວ່າງ​ທະ​ນາ​ຄານ​ທຸ​ລະ​ກິດ ກັບຮ້ານ​ແລກ​ປ່ຽນ​ເງິນຕາ, ການ​ປະ​ຕິ​ບັດ​ມາດ​ຕະ​ການຄວບ​ຄຸມ ແລະ ປ້ອງ​ກັນການ​ແຜ່ລະບາດຂອງພະຍາດ COVID-19 ທີ່​​ຕ້ອງເພີ່ມ​ຂັ້ນ​ຕອນ ແລະ ເພີ່ມລາຍ​ຈ່າຍ​​ຂອງ​ຜູ້​ປະ​ກອບ​ການ​ ເຮັດ​ໃຫ້​ຫຼາຍ​ບໍ​ລິ​ສັດ​​ຕົກຢູ່​ໃນ​ສະພາບ​ຂາດ​ທຶນ ແລະ ບໍ່​ສາ​ມາດ​ນຳ​ເຂົ້າ​ນ້ຳ​ມັນ​ເຊື້ອ​ໄຟ​ມາ​ຮັບ​ໃຊ້​ສັງ​ຄົມ​​ໄດ້ຢ່າງ​ທົ່ວ​ເຖິງ. ອີກ​ດ້ານ​ໜຶ່ງ, ​​ເຫັນ​ວ່າມີ​ບາງ​ບໍ​ລິ​ສັດ​​ທີ່ມີ​ການ​ເຄື່ອນ​ໄຫວ​ບໍ່​ຖືກ​ຕ້ອງ, ໂດຍ​ສະ​ເພາະແມ່ນ​ປ້ຳ​ບໍ​ລິ​ການ​ນ້ຳ​ມັນເຊື້ອໄຟ ຈຳ​ນວນ​ໜຶ່ງ ມີ​ການ​ລັກ​ລອບຊື້​ນ້ຳ​ມັນ​ຈາກ​ພາກ​ສ່ວນ​ອື່ນ​ມາ​ລົງ​ປ້ຳ​, ...

Read More »