ນັກທຸລະກິດ ລາວ-ໄທ ລົງທຶນ 30 ລ້ານໂດລາ, ເຫັນຂີ້ເຫຍື້ອນະຄອນຫຼວງ ເປັນພະລັງານໄຟຟ້າ

ນັກທຸລະກິດລາວ ແລະ ໄທໄດ້ຮ່ວມກັນລົງທຶນ 30 ລ້ານໂດລາສະຫາລັດ ເຂົ້າໃນໂຄງການກໍ່ສ້າງ ໂຮງງານແປຮູບຂີ້ເຫຍື້ອຜະລິດເປັນພະລັງງານ ທົດແທນ ທີ່ນະຄອນຫຼວງວຽງຈັນ.

ການຮ່ວມມືດັ່ງກ່າວປະກອບມີ ບໍລິສັດຂວັນເມືອງ ກຣຸບ ຈໍາກັດຜູ້ດຽວ ຈາກ ສປປ ລາວ, ບໍລິສັດ ຍູເອຊີ ເອັນເນີຈີ ຈໍາກັດ ແລະ ບໍລິສັດ ສະແບງຊັດສ໌ເທນເນເບີ້ນ ເອັນເນີຈີ ຈໍາກັດ ຈາກ ປະເທດໄທ.

ໂຄງການກໍ່ສ້າງໂຮງງານດັ່ງກ່າວແມ່ນຕັ້ງຢູ່ສະໜາມບໍາບັດຂີ້ເຫຍື້ອຫຼັກ 32 ບ້ານຜາສຸກ ເມືອງໄຊທານີ ນະຄອນຫຼວງວຽງຈັນ ແລະ ມີແຜນໄດ້ນຳໃຊ້ຂີ້ເຫຍື້ອຈາກຊຸມຊົນໃນປະລິ ມານເລີ່ມຕົ້ນປະມານ 400 ໂຕນຕໍ່ມື້, ເພື່ອເປັນວັດຖຸດິບຂອງໂຄງການຜະລິດກະ ແສໄຟຟ້າທີ່ມີກຳລັງການຜະລິດປະລິມານ 6 ເມກາວັດ.

ພິທີວາງສີລາລຶກດັ່ງກ່າວໄດ້ຈັດຂຶ້ນໃນມື້ວານນີ້ ວັນທີ 09 ມັງກອນ 2020 ທີ່ ນະຄອນຫຼວງ ວຽງຈັນ ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ພູຂົງ ບັນນະວົງ ຮອງເຈົ້າຄອງນະຄອນ ຫຼວງວຽງຈັນ, ຫົວໜ້າພະແນກແຜນການ ແລະ ການລົງທຶນ ນະຄອນຫຼວງວຽງຈັນ, ທ່ານ ບຸນຈັນ ແກ້ວສີທໍາມະ ຫົວໜ້າຫ້ອງການຄຸ້ມຄອງ ແລະ ບໍລິການຕົວເມືອງວຽງຈັນ, ທ່ານ ຄໍາປະດິດ ເຂັມມານິດ ເຈົ້າເມືອງໄຊທານີ ທ່ານ ນາງ ອຸຣະວະດີ ສິພິຣົມ ອັກຄະລະຣາຊະທູດ ແຫ່ງຣາຊອານາຈັກໄທ ປະຈໍາລາວ ຕະຫຼອດ ຮອດຫົວໜ້າພະແນກການກ່ຽວຂ້ອງ ຫົວໜ່ວຍ ທຸລະກິດ ແລະ ແຂກຖືກເຊີນເຂົ້າຮ່ວມ.

ທ່ານ ຄໍາຫຼ້າ ນາກຄະວົງ ປະທານບໍລິສັດ ຂວັນເມືອງ ກຣຸບ ຈໍາກັດຜູ້ດຽວ ທັງເປັນຜູ້ອໍານວຍການ ບໍລິສັດ ວຽງຈັນ ບໍລິຫານຈັດການຂີ້ເຫຍື້ອ ຈໍາກັດ ໄດ້ກ່າວວ່າ: ໂຄງການນີ້ ເປັນໂຄງການທີ່ບໍລິສັດໄດ້ຮັບອະນຸ ຍາດຈາກພາກລັດໃນເຂດນີ້ 50 ເຮັກຕາ ໂດຍມີອາຍຸສໍາປະທານ 45 ປີ ແລະ ສາມາດ ຕໍ່ໄດ້. ໂຄງການມີມູນຄ່າລົງທຶນເບື້ອງຕົ້ນ 30 ລ້ານໂດລາສະຫາລັດ ໂດຍເປັນທຶນຈົດທະບຽນ 9 ລ້ານໂດລາສະຫະລັດ.

ໂຄງການດັ່ງກ່າວສາມາດສ້າງປະໂຫຍດຈາກຂີ້ ເຫຍື້ອຂອງຊຸມຊົນເພື່ອ ຜະລິດກະແສໄຟຟ້າເພື່ອ ຂາຍໃຫ້ກັບໜ່ວຍງານພາກລັດ ໂດຍມີກຳລັງ ການຜະລິດປະລິມານ 6 ເມກາວັດ.

ທີ່ມາຂ່າວ: ວຽງຈັນທາຍ

ພາບ: ເສດຖະກິດການຄ້າ

Comments