ຫວຽດນາມ ເລີ່ມເຄື່ອນໄຫວວຽກງານອາຊຽນ ໃນຖານະ ປະທານອາຊຽນ ປີ 2020

ຕາມ​ຂ່າວ​ຫວຽດນາມ(VOVWORLD) ່ວ່າງບໍ່ດົນມານີ້, ຢູ່ທີ່ຮ່າໂນ້ຍທ່ານ ຫງວຽນ ຊວັນຟຸກ, ນາຍົກລັດຖະມົນຕີ ຫວຽດນາມ ໄດ້ເປັນປະທານ ​ໃນພິທີ ເລີ່ມເຄື່ອນໄຫວ ​ເປັນປະທານ ອາຊຽນ ປີ2020 ຈາກ​ນັ້ນ ​ໄດ້ຢັ້ງຢືນວ່າ: ຈົນ​ມາຮອດປັດຈຸບັນ ອາຊຽນ ແມ່ນປະຊາຄົມ ຂອງບັນດາປະເທດ ເອກະລາດສາມັກຄີ ພັດທະນາໃຫ້ນັບມື້ນັບໃຫຍ່ໂຕເຂັ້ມແຂງ, ​ເປັນພື້ນຖານ ເສດຖະກິດ ພັດທະນາ ຢ່າງ​ເຂັ້ມ​ແຂງ ກາຍ​ເປັນ ບົດບາດໃຈກາງ ຂອງ ໂຄງປະກອບ ໃນພາກພື້ນໄດ້ຮັບຄວາມເຄົາລົບ ແລະ ການຮ່ວມມືຈາກບັນດາປະເທດ ແລະ ຄູ່ຮ່ວມມືໃຫຍ່ໃນໂລກ.

ນອກ​ນີ້ ຍັງ​ເປັນປະຊາຄົມ ສັນຕິພາບ ແລະ ສະຖຽນລະພາບສາມັກຄີ ແລະ ເປັນເອກະພາບວັດທະນາຖາວອນ ແລະ ຍືນຍົງເຊື່ອມໂຍງ ຢ່າງເລິກເຊິ່ງ ກວ້າງຂວາງເຊື່ອມຕໍ່ຢ່າງຮອບດ້ານບົນພື້ນຖານ ຂອງການປະດິດຄິດສ້າງສະຖຽນລະພາບ ແລະ ຄວາມກົມກ່ຽວສ້າງຄວາມເຂັ້ມແຂງ ດ້ວຍຕົນເອງ ດ້ວຍກໍາລັງ ຄວາມສາມາດ ໃນການປັບຕົວຮັບມື ແລະ ແກ້ໄຂ ບັນດາສິ່ງທ້າທາຍ ຄວາມໝັ້ນຄົງ ແບບໃໝ່ເຄື່ອນໄຫວ ຢ່າງມີວິທະຍາສາດມີປະສິດທິຜົນ ແລະ ຂະຫຍັນຂັນເຄື່ອນ.

ໃນຖານະເປັນປະທານ ອາຊຽນ 2020, ຫວຽດນາມ ເລືອກເອົາຫົວຂໍ້ ອາຊຽນ ສະໜິດຕິດພັນ ແລະ ເປັນເຈົ້າການຮັບມື” ແລະ ນີ້ກໍແມ່ນຫົວຂໍ້ ມຸ່ງໄປສູ່ ບັນດາເປົ້າໝາຍ ໄລຍະຍາວກວ່າ ຂອງ ປະຊາຄົມ ອາຊຽນ.ໃນຂອບເຂດ ຂອງພິທີ ດັ່ງກ່າວ ກໍໄດ້ຈັດຕັ້ງ ການເຄື່ອນໄຫວ ເປີດສະຫຼອງ ຖານຂໍ້ ມູນຂ່າວສານ ເອເລັກໂຕນິກ ອາຊຽນ 2020.

ທີ່ມາ: ຂ່າວສານປະເທດລາວ.

Comments