News

ໂກຕ້າ ຕົວເລກຮັບລັດຖະກອນໃຫມ່ປີ 2020 ຢູ່ໃນວຽກງານສຶກສາ 1.040 ຄົນ

ລາຍລະອຽດ ສຳລັບໂກຕ້າຮັບລັດຖະກອນໃໝ່ປີ 2020 ໃນຈຳນວນ 2.000 ຄົນ ຢູ່ບັນດາກະຊວງ ແລະ ແຂວງຂອບເຂດທົ່ວປະເທດ. ຂະແໜ່ງການໃດແດ່ ໄດ້ຮັບບູລິມະສິດຫຼາຍທີ່ສຸດ ມາເບິ່ງນໍາກັນເລີຍ !!!

Read More »

ສປປ ລາວ – ສປ ຈີນ ປິດປີທ່ອງທ່ຽວ ລາວ-ຈີນ 2019 ຢ່າງຫຍິ່ງໃຫຍ່

ກະຊວງວັດທະນະທຳ ແລະ ທ່ອງ​ທ່ຽວ ສປ ​ຈີນ ຮ່ວມ​ກັບກະຊວງຖະແຫຼງ​ຂ່າວ, ວັດ ທະນະທຳ ແລະ ທ່ອງ​ທ່ຽວ ສປປ​ລາວ ຈັດ​ພິທີ​ປິດ​ປີ​ທ່ອງ​ທຽ່ວ ລາວ​-​ຈີນ 2019 ໄດ້​ຈັດ​ຂຶ້ນ​ຢ່າງ​ຍິ່ງ​ໃຫ​ຍ່​ ໃນ​ວັນ​ທີ 16 ທັນວາ​ຜ່ານ​ມາ​ ທີ່​ນະຄອນຫຼວງ​ປັກ​ກິງ ສປ ຈີນ ໂດຍ​ເປັນ​ກຽດ​ເຂົ້າ​ຮ່ວມ​ຂອງ​ ສະຫາຍ ນາງ ປານີ ຢາ​ທໍ່ຕູ້ ກຳມະການ​ກົມ​ການເມືອງ​ສູນ​ກາງ​ພັກ ປະທານ​ສະພາ​ແຫ່ງ​ຊາດ ສປປ ລາວ, ມີ​ສະຫາຍ ປ້າຍ​ມ້າ ສື​ຫຼີນ ຮອງ​ປະທານ​ສະພາ ປະຊາຊົນ​ທົ່ວ​ປະເທດ​ຈີນ, ມີ​ແຂກ​ຖືກ​ເຊີນ​ທັງ​ພາຍ ​ໃນ ແລະ ຕ່າງ​ປະ​ເທດ. ໃນ​ພິທີ​ດັ່ງກ່າວ, ສະ​ຫາຍ ຈາງ ຊູ ຮອງ​ລັດ​ຖະ​ມົນ​ຕີ​ກະຊວງວັດ​ທະ​ນະ​ທຳ ແລະ ທ່ອງທ່ຽວ​ຈີນ ໄດ້​ກ່າວ​ຕ້ອນຮັບ​ແຂກ ແລະ ໄດ້​ຕີ​ລາຄາ​ສູງ​ຕໍ່​ການ​ນຳ​ສູງ​ສຸດ​ທັງ​ສອງ​ຝ່າຍລາວ ແລະ ຈີນ​ໄດ້​ຕັດ​ສິນ​ໃຈ​ຮ່ວມ​ກັນ​ເປີດ​ປີ​ທ່ອງ​ທ່ຽວ ລາວ​-​ຈີນ ຂຶ້ນ​ໃນ​ປີ 2019 ຊຶ່ງ​ເປັນ​ສັນຍາ​ລັກ​ໃໝ່​ໃນ​ການ​ຮ່ວມ​ມື​ດ້ານ​ວຽກ​ງານ​ທ່ອງ​ທ່ຽວ​ ເພື່ອ​ອຳນວຍ​ຄວາມ​ສະດວກ​ໃຫ້​ປະຊາຊົນ​ທັງ​ສອງ​ປະເທດ​ໄດ້​ມີ​ການ​ໄປມາຫາສູ່​ກັນ​ຖານ​ບ້ານ​ໃກ້​ເຮືອນ​ຄຽງ​ທີ່ດີ​ ຕໍ່​ກັນ. ໃນ​ໂອກາດ​ນີ້, ສະຫາຍ ກິ​ແກ້ວ ...

Read More »

ນັກຮຽນໃນ ສປປ ລາວ ຈະໄດ້ຮັບໂອກາດ ຮຽນພາສາເກົາຫລີ

ສປປ ລາວ ຈະນໍາເອົາຫຼັກສູດການຮຽນ ພາສາເກົາຫຼີ ເຂົ້າສູ່ຫຼັກສູດການຮຽນ ໃນຊັ້ນມັດທະຍົມ ໂດຍຈະເລີ້ມການຈັດ ຕັ້ງປະຕິບັດ ໃນຕົ້ນປີ 2020 ນີ້. ພິທິລົງນາມ ບົດບັນທຶກຄວາມເຂົ້າໃຈ ລະຫວ່າງ ລັດຖະມົນຕີກະຊວງສຶກສາ ຂອງ ສ. ເກົາຫຼີ ທ່ານນາງ Yoo Eun-hae ແລະ ຮອງລັດຖະມົນຕີ ກະຊວງສຶກສາ ແລະ ກິລາ ຂອງ ສປປ ລາວ ໄດ້ຈັດຂຶ້ນ ໃນວັນທີ 26 ພະຈິກ 2019 ໃນລະຫວ່າງ ກອງປະຊຸມ ASEAN-Republic of Korea Commemorative Summit ຢູ່ເມືອງ ປູຊານ, ສ. ເກົາຫຼີ. ພາຍໃຕ້ບົດບັນທຶກ ຄວາມເຂົ້າໃຈ, ລັດຖະບານ ແຫ່ງ ສປປ ລາວ ຈະນໍາສະເໜີ ຫຼັກສູດພາສາ ເກົາຫຼີ ເຂົ້າໃນ ຫຼັກສູດການຮຽນສາມັນ ໃນຊັ້ນ ມັດທະຍົມ ໃນຕົ້ນປີ 2020 ໂດຍຈະເລີ້ມທົດລອງນໍາໃຊ້ທົດລອງ ໃນ 3 ໂຮງຮຽນ ...

Read More »

ລັດຖະບານ ແຈ້ງໂຈະການເຄື່ອນໄຫວ 5 ບໍລິສັດ ວິສາຫະກິດບັນຊີ ແລະ ກວດສອບ

ກະຊວງການເງິນ ແຈ້ງການລົງວັນທີ 12 ທັນວາ 2019 ເຖິງ: ບຸກຄົນ ນິຕິບຸກຄົນ ແລະ ການຈັດຕັ້ງທີ່ນັບຖື ເລື່ອງ: ໂຈະການເຄື່ອນໄຫວຂອງວິສາຫະກິດ ບັນຊີ ແະ ກວດສອບ ລາຍລະອຽດຕາມແຈ້ງການລຸ່ມນີ້ເລີຍ.

Read More »

ຮ້ານສະສິຣັດ ເຄື່ອງປະດັບ ເປີດສາຂາຮ້ານໃໝ່ ທີ່ໂຮງແຮມລາວພາຊາ

ໃນຄໍ່າຄືນຂອງວັນທີ 12 ທັນວາ 2019 ທີ່ຜ່ານມາ, ຮ້ານ ສະສິຣັດ ເຄື່ອງປະດັບ “Sasyratn Jewelry” ໄດ້ຈັດງານເປີດສາຂາໃໝ່ທີ່ໂຮງແຮມ ລາວພາຊາ ຢ່າງເປັນທາງການ. ໂດຍການເປີດງານຂອງທ່ານນາງ  ສະສິຣັດ ສຸພານຸວົງ ເຈົ້າຂອງຮ້ານ Sasyratn Jewelry , ມີບັນດາຍາດຕິພີ່ນ້ອງ, ໝູ່ເພື່ອນຄົນສະນິດ, ນັກສະແດງ, ເຊເລັບ, ດາລາລາວ, ນັກທຸລະກິດເຂົ້າຮ່ວມຍິນດີຢ່າງອົບອຸ່ນ ແລະ ເປັນກັນເອງ. ພາຍໃນງານ, ໄດ້ມີການເດີນແບບ ໂຊຊຸດເຄື່ອງປະດັບພອຍ ຄໍເລັກຊັ່ນໃໝ່ ສຸດພິເສດ ທີ່ທາງຮ້ານຈັດຂຶ້ນມາໃນງານນີ້ໂດຍສະເພາະ.   ພ້ອມນີ້, ໃນມື້ງານທາງຮ້ານຍັງໄດ້ຈັດໂປຣໂມຊັ່ນພິເສດສໍາລັບຜູ້ທີ່ຊື້ເຄື່ອງປະດັບມື້ງານ ໄດ້ຮັບສ່ວນຫຼູດເຖິງ 30%, ໄດ້ຮັບບັດ ສະມາຊິກ VIP  ຮັບສ່ວນຫຼຸດ 15% ຕະຫຼອດປີ 2020  ນອກນີ້, ຍັງໄດ້ຮັບສິດທິພິເສດເຊີນເຂົ້າຮ່ວມງານອີເວັ້ນ ຂອງທາງຮ້ານທີ່ຈະຈັດຂຶ້ນໃນປີ 2020 ນຳອີກ ເຊິ່ງລາຍໄດ້ສ່ວນໜຶ່ງຈາກການຂາຍເຄື່ອງໃນມື້ງານ ແມ່ນຈະຮ່ວມສົມທົບທຶນເພື່ອການກຸສົນ!!! ຮ້ານ Sasyratn Jewelry  ເມື່ອກ່ອນແມ່ນຕັ້ງຢູ່ວົງວຽນນໍ້ຳພຸ, ນະຄອນຫຼວງວຽງຈັນ ແຕ່ເນື່ອງຈາກສະຖານທີ່ນັ້ນບໍ່ສະດວກໃນການຈອດລົດຂອງລູກຄ້າ ຈຶ່ງໄດ້ຍ້າຍຮ້ານມາເປີດຢູ່ທີ່ໂຮງແຮມ ລາວພາຊາ ເພື່ອໃຫ້ຄວາມສະດວກສະບາຍຂອງລູກຄ້າ ໃນການເຂົ້າເຖິງເຄື່ອງປະດັບຂອງ  Sasyratn Jewelry ໄດ້ງ່າຍຂຶ້ນ ແລະ ...

Read More »

ປີ 2019 ມີນັກທ່ອງທ່ຽວຕ່າງຊາດ ມາທ່ຽວລາວ ທັງໝົດ 3,44 ລ້ານຄົນ

ໃນໄລຍະທີ່ການນຳກະຊວງ ຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ເດີນທາງໄປຮ່ວມພິທີປິດທີທ່ອງທ່ຽວ ລາວ-ຈີນ 2019  ທີ່ ນະຄອນຫຼວງປັກກິ່ງ, ສປ ຈີນ ໃນຕົ້ນອາທິດທີ່ຜ່ານມາ ແລະ ທາງຄະນະກະຊວງ ຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ຂອງລາວ ໄດ້ຮ່ວມກັບເຈົ້າພາບ ຈັດງານສຳມະນາ ສົ່ງເສີມການ​ທ່ອງທ່ຽວ ແລະ ການລົງທຶນໃນຂະແໜງການທ່ອງທ່ຽວຢູ່ ສປປ ລາວ. ໃນກອງປະຊຸມໄດ້ລາຍງານຕົວເລກນັກທ່ອງທ່ຽວທີ່ໄດ້ເຂົ້າມາທ່ຽວປະເທດລາວ ຄືນັບແຕ່ເດືອນມັງກອນ-ເດືອນກັນຍາ 2019 ນີ້ ເປັນປີສະເຫຼີມສະຫຼອງປີທ່ອງທ່ຽວລາວ-ຈີນ ໄດ້ມີນັກທ່ອງທ່ຽວສາກົນເດີນທາງເຂົ້າມາທ່ຽວລາວ ຈຳນວນ 3,44 ລ້ານ ເທື່ອຄົນ ໃນນັ້ນ, ນັກທ່ອງທ່ຽວຈາກ ສປ ຈີນ ມີ 756,952 ເທື່ອຄົນ ເຊິ່ງເພີ່ມຂຶ້ນ 26% ທຽບໃສ່ໄລຍະດຽວກັນຂອງປີ 2018 ແລະ ຄາດຄະເນວ່າໃນທ້າຍເດືອນທັນວານີ້ ຈະມີນັກທ່ອງທ່ຽວປະມານ 4,47 ລ້ານເທື່ອຄົນ ແລະ ນັກທ່ອງທ່ຽວຈີນ 1 ລ້ານເທື່ອຄົນ ເຊິ່ງຈະສ້າງລາຍຮັບປະມານ 855 ລ້ານໂດລາສະຫະລັດ. ...

Read More »

ທີມນັກກິລາລາວ ໄດ້ຫຼຽນຄໍາ ລາຍການໂວວີນາມ ຊີງແຊັມໂລກ

ນັກກິລາໂວວີນາມທີມຊາດລາວສ້າງຊື່ສຽງໃນລະດັບໂລກຢ່າງພາກພູມໃຈຫຼັງໄດ້ 1 ຫຼຽນຄໍາ,2 ຫຼຽນ ເງິນ ແລະ 8 ຫຼຽນທອງໃນການແຂ່ງຂັນໂວວີນາມ ຊິງແຊັມໂລກ 2019 ທີ່ຈັດຢູ່ປະເທດກໍາປູເຈຍແຕ່ວັນທີ 16-22 ທັນວານີ້. ລາຍການນີ້ມີນັກກິລາ 24 ປະເທດເຂົ້າຮ່ວມ ຊຶ່ ງສປປ ລາວ ໄດ້ສົ່ງນັກກິລາ 11 ຄົນຮ່ວມແຂ່ງຂັນ ແລະ ສາມາດຍາດໄດ້ 1 ຫຼຽນຄໍາຈາກ ທ້າວ ໄພລັດ ທໍາມະວົງສາ ປະເພດຟ້ອນດ່ຽວຊາຍມີອຸປະກອນ ເຈົ້າຂອງຫຼຽນທອງກິລາຄິກບ໋ອກຊິງໃນຊີເກມ 2019 ແລະ 2 ຫຼຽນເງິນ ຈາກ ນາງມາລາ ຈັນທະລັກສາ ປະເພດຕໍ່ສູ້ ນໍ້າໜັກ 48 ກິໂລ ແລະ ທ້າວ ໄຊຊະນະ ຮວ່າງລໍຄຳ ປະເພດຕໍ່ສູ້ ນໍ້າໜັກ 60 ກິໂລ. ນັກກິລາວີໂວນາມທີມຊາດລາວ 11 ຄົນທີ່ຮ່ວມແຂ່ງຂັນລະດັບໂລກຄັ້ງນີ້ິ້ມີນາງ ມາລາ ຈັນທະລັກສາ,ນາງ ພິກສະໄໝ ອິນສຸມັງ,ນາງ ກຸ້ງກິ້ງ ບຸດດາໄຊ,ທ້າວ ພິລາວັນ ...

Read More »

ທ່ານນາຍົກ ລັດຖະມົນຕີ ຕ້ອນຮັບຄະນະສະມາຄົມສິລະປະແຄນລາວ

​​ເນື່ອງໃນໂອກາດ ວັນສ້າງຕັ້ງສະໂມສອນສິລະປະແຄນລາວ (ສະມາຄົມສິລະປະແຄນລາວ ໃນປະຈຸບັນ) ຄົບຮອບ 14 ປີ (13 ທັນວາ 2015 ຫາ 13 ທັນວາ 2019), ວັນສຽງແຄນລາວ ໄດ້ເຂົ້າເປັນມໍລະດົກໂລກ ທາງດ້ານນາມມະທຳ ຄົບຮອບ 2 ປີ (7 ທັນວາ 2017 ຫາ 7 ທັນວາ 2019), ວັນເກີດປະທານ ໄກສອນພົມວິຫານ ຄົບຮອບ 99 ປີ ແລະ ໃນໂອກາດສົ່ງທ້າຍປີເກົ່າ 2019 ຕ້ອນຮັບປີໃໝ່ 2020 ທີ່ຈະມາເຖິງ ໃນບໍ່ເທົ່າໃນວັນຂ້າງໜ້າ. ດັ່ງນັ້ນ, ​​​​​ໃນຕອນແລງ ຂອງວັນທີ 13 ທັນວາ 2019 ທີ່ ສຳນັກງານນາຍົກລັດຖະມົນຕີ, ສະມາຄົມສິລະປະແຄນລາວ, ຊຶ່ງນຳໂດຍທ່ານ ຈະເລີນ ເຍຍປາວເຮີ, ລັດຖະມົນຕີປະຈຳສຳນັກງານນາຍົກ, ປະທານຂົນຂວາຍ ການສ້າງຕັ້ງສະມາຄົມສິລະປະແຄນລາວ ໄດ້ເຂົ້າຢ້ຽມຂໍ່ານັບ ແລະ ອວຍພອນ ທ່ານ ທອງລຸນ ສີສຸລິດ, ...

Read More »

ປະທານສະພາແຫ່ງຊາດລາວ ເດີນທາງຢ້ຽມຢາມ ແລະ ເຮັດວຽກຢູ່ ສປ ຈີນ ຢ່າງເປັນທາງການ

ໂດຍຕອບສະໜອງຕາມຄໍາເຊີນຂອງ ສະຫາຍ ລີຈ້ານຊູ ກຳມະການຄະນະປະຈໍາກົມການເມືອງ, ປະທານສະພາຜູ້ແທນປະຊາຊົນທົ່ວປະເທດຈີນ, ໃນລະຫວ່າງວັນທີ 16-20 ທັນວາ 2019 ສະຫາຍນາງ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງ,ປະທານສະພາແຫ່ງຊາດລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງຂອງສະພາແຫ່ງຊາດລາວ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ ສປ ຈີນ ຢ່າງເປັນທາງການ ເພື່ອສືບຕໍ່ເພີ່ມພູນຄູນສ້າງສາຍພົວພັນຍຸດທະສາດຮອບດ້ານ ໝັ້ນຄົງ ຍາວນານ ລະຫວ່າງສອງພັກ, ສອງລັດ ແລະປະຊາຊົນສອງຊາດ ລາວ-ຈີນ ຕາມທິດ 4 ດີ ( ເພື່ອນມິດທີ່ດີ, ບ້ານໃກ້ເຮືອນຄຽງທີ່ດີ, ສະຫາຍທີ່ດີ ແລະ ຄູ່ຮ່ວມມືທີ່ດີ) ແລະ ຈັດຕັ້ງຜັນຂະຫຍາຍແຜນແມ່ບົດ ວ່າດ້ວຍການສ້າງຄູ່ຮ່ວມຊາຕາກໍາລາວ-ຈີນ ລະຫວ່າງ ສະຫາຍເລຂາທິການໃຫຍ່ພັກ ພັກປະຊາຊົນປະຕິວັດລາວ ແລະ ສະຫາຍເລຂາທິການໃຫຍ່ພັກຄອມມູນິດຈີນ ທີ່ໄດ້ລົງນາມຮ່ວມກັນໃນວັນທີ 30 ເມສາ 2019, ທັງເປັນການປຶກສາຫາລື, ແລກປ່ຽນບົດຮຽນ, ປະສົບການ ແລະ ຊຸກຍູ້ການຮ່ວມມືລະຫວ່າງສອງອົງການນິຕິບັນຍັດຂອງສອງປະເທດ ໃຫ້ເປັນຮູບປະທໍາຍິ່ງໆຂຶ້ນ.   ໃນຕອນຄໍ່າ ຂອງວັນທີ 16 ທັນວາ 2019, ...

Read More »

ທະນາຄານໂລກ ສະໜອງທຶນກູ້ຢືມ 22.5 ລ້ານໂດລາ ຫຼຸດຜ່ອນຄວາມທຸກຍາກໃນ ສປປ ລາວ

ກະ​ຊ​ວງ​ການ​ເງິ​ນ ແລະ ທະ​ນະ​ຄານ​ໂລກ ໄດ້ມີການລົງນາມ ໃນສັນຍາການສະໜອງທຶນກູ້ຢືມເພີ່ມ ຈໍານວນ 22.5 ລ້ານໂດລາ ເພື່ອ​ລຸດ​ຜ​່ອນ​ຄວາມ​ທຸກ​ຍາກ ແລະ ພ​າ​ວະ​ເຕ້ຍ​ເກີນ​ມາດ​ຕະ​ຖານ​ຂອງ​ເດັກ​ນ້ອຍ​ໃນ 12 ເມືອງທຸກ​ຍາກ​ເປົ້​າ​ໝາຍ ໃນ 4 ແຂວງ​ພາກ​ເໜືອ ຄື: ຜົ້ງ​ສາ​ລີ, ຫົວ​ພັນ, ຊຽງ​ຂວາງ ແລະ ອຸ​ດົມ​ໄຊ ເຊິ່ງ​ເປັນ​ເຂດ​ທີ່​ມີ​ອັດ​ຕາ​ເດັກ​ນ້ອຍ​ຢູ່​ໃນ​ພ​າ​ລະ​ເຕ້ຍ​ເກີນ​ມາດ​ຕະ​ຖານ ແລະ ​ລະ​ດັບຄວາມ​ທຸກ​ຍາກ ສູງ. ————————— The Ministry of Finance of Lao PDR and the World Bank signed a financing agreement for US$22.5 million to reduce poverty and child stunting in 12 priority districts within the four northern provinces ...

Read More »