ນັກກິລາ 20 ພາກສ່ວນ, ຊີງ 385 ຫຼຽນຄຳ ໃນກິລາແຫ່ງຊາດ ຄັ້ງທີ XI ທີ່ແຂວງຊຽງຂວາງ

ງານມະຫາກໍາກິລາແຫ່ງຊາດ ຄັ້ງທີ XI ທີ່ແຂວງ ຊຽງຂວາງ ໄດ້ຮັບກຽດເປັນເຈົ້າພາບ ຈະຈັດຂຶ້ນຢ່າງເປັນທາງການໃນລະຫວ່າງວັນທີ 22 ມີນາ-1 ເມສາ 2020 ເຊິ່ງການແຂ່ງຂັນຄັ້ງນີ້ຈະມີນັກກິລາຈາກ 20 ພາກສ່ວນ ຄື: 1 ນະຄອນຫຼວງ, 17 ແຂວງ ແລະ 2 ກະຊວງ ຄື: ກະຊວງປ້ອງກັນຄວາມສະຫງົບ ແລະ ກະຊວງປ້ອງກັນຊາດ ເຂົ້າຮ່ວມແຂ່ງຂັນ ແລະ ມີຊີງໄຊທັງໝົດ 385 ຫຼຽນຄໍາ, 385 ຫຼຽນເງິນ ແລະ 627 ຫຼຽນທອງ ໂດຍກໍານົດເອົາໄຫຫີນເປັນສັນຍາລັກ ແລະ ນົກແອ່ນເປັນສັດນໍາໂຊກ. ອີງຕາມຂໍ້ມູນໃນກອງປະຊຸມຄະນະຮັບຜິດຊອບລະດັບຊາດ ຄັ້ງທີ IV ງານມະຫາກໍາກິລາແຫ່ງຊາດ ຄັ້ງທີ XI ຈັດຂຶ້ນໃນລະຫວ່າງວັນທີ 7-8 ມັງກອນ 2020 ຜ່ານມາ ທີ່ ແຂວງ ຊຽງຂວາງ.

ກອງປະຊຸມຄັ້ງນີ້ ເປັນກອງປະຊຸມຄັ້ງສຸດທ້າຍເພື່ອກະກຽມໃຫ້ແກ່ງານກິລາດັ່ງກ່າວ ໂດຍໄດ້ລາຍງານເຖິງການກະກຽມວຽກງານຕ່າງໆ ເພື່ອກະກຽມໃຫ້ແກ່ງານກິລາແຫ່ງຊາດ ຄັ້ງທີ XI ໂດຍສະເພາະການກະກຽມສະໜາມກິລາຂອງແຂວງທີ່ສ້າງຂຶ້ນໃໝ່ທີ່ສາມາດບັນຈຸຜູ້ຊົມໄດ້ປະມານ 20.000 ຄົນເພື່ອນໍາໃຊ້ເຂົ້າໃນພິທີເປີດ-ປິດງານ ສໍາເລັດແລ້ວເກືອບ100%.

ໃນນັ້ນການກະກຽມພິທີເປີດ-ປິດງານ ໄດ້ສໍາເລັດການຄັດເລືອກກ້ອນກໍາລັງສວນສະໜາມ ແລະ ແຫ່ທວນໄຟ ຈໍານວນ 300 ຄົນ ແລະ ນາງສາວຖືປ້າຍ 50 ຄົນ, ສໍາເລັດການຄັດເລືອກນັກສະແດງ 2.849 ຄົນ ແລະ ວຽກງານອື່ນໆ ນອກຈາກນີ້ ວຽກງານກະກຽມສະໜາມແຂ່ງຂັນກິລາແຕ່ລະປະເພດ, ການກະກຽມທີ່ພັກຂອງຄະນະນໍາ ແລະ ນັກກິລາ ກໍມີພ້ອມແລ້ວ 100%  ພ້ອມທັງການກະກຽມວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ວຽກງານອື່ນໆ ແມ່ນມີຄວາມພ້ອມແລ້ວໂດຍພື້ນຖານ.

ຂ່າວ: ບົວຜັນ

ພາບ: ສັງຄົມໄຊ

Comments