ເລັ່ງແກ້ໄຂກວດຄົນຕ່າງປະເທດ ເຂົ້າມາລາວທີ່ເຄື່ອນໄຫວ ບໍ່ຖືກຕ້ອງຕາມລະບຽບຂອງ ສປປ ລາວ

ກະຊວງປ້ອງກັນຄວາມສະຫງົບ ໄດ້ແຈ້ງໃຫ້ ຮູ້ວ່າ: ກະຊວງປ້ອງກັນຄວາມສະຫງົບຈະເລັ່ງກວດຄົນເຂົ້າ-ອອກ ປະເທດຄືນໃຫ້ລະອຽດຢູ່ບັນດາດ່ານຕ່າງໆ ເພື່ອໃຫ້ຈໍາແນກໄດ້ວ່າ ຄົນຕ່າງປະເທດນັ້ນເປັນນັກທ່ອງທ່ຽວ ຫຼື ນັກທຸລະກິດທີ່ເຂົ້າມາລາວ ໂດຍຈະຈັດແບ່ງປະເພດໃຫ້ລະອຽດ ນໍາໃຊ້ເຄື່ອງມືທີ່ທັນສະໄໝມາຕິດຕັ້ງ.  ປັດຈຸບັນທົ່ວປະເທດມີດ່ານສາກົນ 27 ດ່ານ ແລະ ການເກັບກໍາຂໍ້ມູນລະອຽດໂດຍນໍາໃຊ້ ເຄື່ອງມືທີ່ທັນສະໄໝນີ້ແມ່ນ ເພື່ອຮັບປະກັນ ໃນການບັນທຶກຂໍ້ມູນຢູ່ແຕ່ລະດ່ານໃຫ້ ລະອຽດ ແລະ ຊັດເຈນກ່ອນທີ່ຈະສົ່ງໃຫ້ສູນກາງ ໂດຍມີຈຸດປະສົງເພື່ອມາແກ້ໄຂບັນຫາ ຄົນຕ່າງປະເທດມາເຄື່ອນໄຫວຢູ່ລາວ ນັ້ນຖືກຕ້ອງຕາມກົດໝາຍ ຫຼື ເຂົ້າມາໃນນາມນັກທ່ອງທ່ຽວ ແຕ່ມາເຮັດທຸລະກິດ ຫຼື ມາອອກແຮງງານຫາເງິນຢູ່ລາວ, ເຊິ່ງບໍ່ຖືກຕ້ອງຕາມລະບຽບ ກົດໝາຍຂອງ ສປປ ລາວ.

ທ່ານ ພົນໂທ ວິໄລ ຫຼ້າຄຳຟອງ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ໄດ້ກ່າວໃນບໍ່ດົນມານີ້ວ່າ: ວຽກງານຈຸດສຸມ ທີ່ທາງກະຊວງປ້ອງກັນ ຄວາມສະຫງົບ ຈະເລັ່ງປະຕິບັດໃນປີ 2020 ນີ້ ແມ່ນຈະສືບ ຕໍ່ເກັບກຳຄົນຕ່າງປະເທດ ຫຼື ນັກທ່ອງທ່ຽວ ທີ່ເຂົ້າມາລາວດ້ວຍຈຸດປະສົງ ໃດໃຫ້ມີ ຄວາມຊັດເຈນ, ໃຫ້ມີຖານຂໍ້ມູນ ທີ່ລະອຽດ ພ້ອມທັງຈັດແບ່ງປະເພດໃຫ້ຖືກຕາມກົດໝາຍ ແລະ ນິຕິກຳທີ່ກ່ຽວຂ້ອງຂອງລາວ. ຂໍ້ມູນດັ່ງກ່າວຈະອໍານວຍຄວາມສະດວກໃຫ້ແກ່ເຈົ້າໜ້າທີ່ໃນການຄຸ້ມຄອງຄົນຕ່າງປະ ເທດ, ບັນດາຫົວໜ່ວຍທຸລະກິດຕ່າງໆ ໃນນີ້ລວມທັງຫົວໜ່ວຍທຸລະກິດການທ່ອງທ່ຽວຂອງຕ່າງປະເທດທີ່ມາເຄື່ອນໄຫວຢູ່ລາວວ່າຖືກຕ້ອງ ຕາມລະບຽບການຫຼືບໍ່ ແລະ ຖ້າຖືກຕ້ອງ ຈະສືບຕໍ່ສັນຍາຫຼືບໍ່ແມ່ນອີງໃສ່ການປະຕິບັດຜ່ານມາ ແລະ ຖ້າບໍ່ຖືກຕ້ອງແມ່ນຈະປະຕິບັດຕາມ ກົດໝາຍຂອງ ສປປ ລາວ.

ທ່ານ ພົນໂທ ວິໄລ ໄດ້ກ່າວຕື່ມວ່າ: ການຈັດແບ່ງປະເພດຄົນຕ່າງປະເທດເຂົ້າມາລາວໃຫ້ລະອຽດນີ້ ອີກອັນໜຶ່ງກໍ່ເພື່ອແກ້ໄຂ ບັນຫາ ປະກົດການຫຍໍ້ທໍ້ຕ່າງໆທີ່ພົວພັນ ກັບຄົນຕ່າງປະເທດໃຫ້ໄດ້ຢ່າງເດັດຂາດ ແລະ ເຮັດໃຫ້ການເຄື່ອນໄຫວທຸລະກິດຂອງ ຄົນຕ່າງປະເທດຢູ່ລາວໃຫ້ແທດເໝາະກັບ ກົດໝາຍ ແລະ ກົດລະບຽບຂອງ ສປປ ລາວ.

ຂ່າວ: ວຽງຈັນທາຍ

Comments