ອາລິອັນສ໌ ປະກັນໄພ ປັບປຸງການບໍລິການຮອບດ້ານ  ພ້ອມເປີດໂຕປະກັນຊີວິດແບບໃໝ່

ໃນຕອນບ່າຍຂອງວັນຈັນ, ວັນທີ 27 ມັງກອນ 2020,ທີ່ສໍານັກງານໃຫ່ຍຂອງບໍລິສັດ ອາລິອັນສ໌ ປະກັນໄພລາວ  ໄດ້ຈັດງານຖະແຫຼງຂ່າວເຖິງການປັບປຸງການບໍລິການຢ່າງຮອບດ້ານຂອງບໍລິສັດ ພ້ອມທັງເປິດໂຕຜະລິດຕະພັນປະກັນຊີວິດແບບໃໝ່ “ປະກັນຊີວິດອຸ່ນໃຈຫາຍຫວ່ງ” (AGL Life Protection Insurance).

ໃຫ້ກຽດເຂົ້າຮ່ວມງານໂດຍ ທ່ານ ປ.ອ. ບຸນເຫຼືອ ສີນໄຊວໍລະວົງ ປະທານສະພາບໍລິຫານ ບໍລິສັດ ອາລິອັນສ໌ ປະກັນໄພລາວ, ທ່ານ ປ.ອ. ນາງ ພິລານີ ພິດສະໄໝ ກຳມະການສະພາບໍລິຫານ ບໍລິສັດ ອາລິອັນສ໌ ປະກັນໄພລາວ, ທ່ານ ກີ ອາໂປວີ ຜູ້ອຳນວຍການ ແລະ ທ່ານ ບຸນຖົມ ລໍມະນີ ຮອງຜູ້ອໍານວຍການ ບໍລິສັດ ອາລິອັນສ໌ ປະກັນໄພລາວ ພ້ອມດ້ວຍແຂກຖືກເຊີນຈາກຫຼາກຫຼາຍບໍລິສັດ ແລະ ນັກຂ່າວສື່ມວນຊົນ.

ຜະລິດຕະພັນປະກັນຊີວິດແບບໃໝ່, ປະກັນຊີວິດອຸ່ນໃຈຫາຍຫວ່ງ AGL Life Protection Insurance.  ເຊີ່ງເປັນຜະລິດຕະພັນປະກັນຊີວິດຮູບແບບໃໝ່ ທີ່ຖືກພັດທະນາຂຶ້ນເພື່ອຮອງຮັບບຸກຄົນທົ່ວໄປ ແລະ ກຸ່ມບໍລິສັດ ຫຼື ອົງກອນທີ່ຕ້ອງການຊື້ປະກັນຊີວິດໃຫ້ກັບຕົນເອງ ແລະ ພະນັກງານຂອງຕົນ ເນື່ອງຈາກມີລາຄາບໍ່ແພງ ແລະ ຄ່າທໍານຽມແບບຄົງທີ ບໍ່ວ່າທ່ານຈະອາຍຸເທົ່າໃດກໍ່ຕາມ. ປະກັນຊີວິດແບບໃໝ່ນີ້ໃຫ້ການຄຸ້ມຄອງກໍລະນີເສຍຊີວິດ ຫຼື ພິການຖາວອນຈາກພະຍາດ 100% ແລະ ກໍລະນີເກີດຈາກອຸປະຕິເຫດ 200% ຂອງວົງເງິນຄຸ້ມຄອງ. ນອກນັ້ນຜູ້ເອົາປະກັນ ແລະ ຄອບຄົວຍັງໄດ້ຮັບເງິນອຸດໜູນຈາກປະກັນໄພແບບລາຍປີຈໍານວນ 10% ຫຼື 20% ຂອງວົງເງີນເອົາປະກັນໄພທຸກປີໂດຍບໍ່ໄດ້ເສຍຄ່າທໍານຽມປະກັນໄພອີກ.

ພ້ອມກັນນັ້ນກໍມີການແຈ້ງເປີດຫ້ອງບໍລິການຈ່າຍສີນແທນປະຕູດຽວ ເຊີ່ງການຍົກລະດັບການບໍລິການດ້ານສິນທົດແທນປະກັນໄພ ເພື່ອໃຫ້ວ່ອງໄວຂຶ້ນໂດຍລວມສູນເອົາການຈ່າຍສີນທົດແທນທຸກປະເພດປະກັນໄພ ເຊັ່ນ ປະກັນໄພລົດ, ປະກັນສຸຂະພາບ ແລະ ປະກັນໄພຊັບສີນ ໄວ້ໃນບ່ອນດຽວ, ນໍາໃຊ້ລະບົບດິຈິຕອນເຂົ້າຊ່ວຍໃນຂະບວນການເຮັດວຽກ ເລີ່ມຕັ້ງແຕ່ຂັ້ນຕອນທີ່ລູກຄ້າໄດ້ແຈ້ງປະຕິເຫດ ຈົນເຖິງດໍາເນີນການຈ່າຍເງິນຄືນ ເຮັດໃຫ້ຂັ້ນຕອນການພິຈາລະນາສັ້ນຂຶ້ນ ແລະ ໃຊ້ເວລາໜ້ອຍລົງ.  ລູກຄ້າສາມາດຢືນເອກະສານສີນທົດແທນ ແລະ ຮັບເງິນຄືນຢູ່ຈຸດດຽວ. ສໍາຫຼັບຫ້ອງບໍລິການຈ່າຍສີນແທນປະຕູດຽວ ເປົ້າໝາຍແມ່ນເພື່ອຮອງຮັບລູກຄ້າທີ່ເປັນລາຍບຸກຄົນ ແລະ ມີວົງເງິນຮຽກຮ້ອງສີນທົດແທນຈໍານວນບໍ່ສູງ ແມ່ນສາມາດຮັບເງິນຄືນໄດ້ພາຍໃນ 3-5 ວັນຖ້າຫາກເອກະສານຄົບຖ້ວນທຸກຢ່າງ ແລະ ເພື່ອໃຫ້ລູກຄ້າສາມາດໃຊ້ບໍລິການໄດ້ສະດວກຍີ່ງຂື້ນ ບໍລິສັດ ອາລິອັນສ໌ ປະກັນໄພລາວ ຍັງໄດ້ຍ້າຍເອົາຫ້ອງຂາຍປະກັນໄພລົງມາໄວ້ຊັ້ນດຽວອີກດ້ວຍ.

ເພື່ອຍົກລະດັບການບໍລິການໃຫ້ດີຍີ່ງຂື້ນ ບໍລິສັດອາລິອັນສ໌ ປະກັນໄພລາວ ໄດ້ພັດທະນາເຄື່ອງມືດິຈິຕອນ ແລະ ແອັບພິເຄເຊີນອອກມາຮັບໃຊ້ລູກຄ້າ ຢ່າງຫຼາກຫຼາຍເປັນຕົ້ນແມ່ນ AGL My Insurance App ເຊີ່ງເປັນແອັບພິເຄເຊີນທີ່ເຮັດໃຫ້ລູກຄ້າສາມາດກວດສອບສັນຍາປະກັນໄພຂອງຕົນເອງ, ຊອກຫາຕົວແທນຈໍາໜ່າຍ, ກວດສອບ ແລະ ຕິດຕາມຂັ້ນຕອນການຈ່າຍສີນທົດແທນຂອງຕົນເອງ ໂດຍບໍ່ຕ້ອງເສຍເວລາໂທ ຫຼື ເຂົ້າມາສອບຖາມທີ່ສໍານັກງານ. ປັດຈຸບັນລູກຄ້າສາມາດຊື້ປະກັນໄພ ແລະ ຊໍາລະໄດ້ຢ່າງງ່າຍດາຍ ພຽງແຕ່ໂທຫາບໍລິສັດ ຫຼື ຕົວແທນ ເພື່ອເຮັດສັນຍາປະກັນໄພ ແລ້ວລູກຄ້າກໍ່ສາມາດຈ່າຍຄ່າປະກັນໄພຜ່ານແອັບ BCEL one ພຽງເທົ່ານີ້ສັນຍາກໍ່ຈະຖືກຄຸ້ມກັນທັນທີ.

ນອກນີ້, ບໍລິສັດ ອາລິອັນສ໌ ປະກັນໄພລາວ ຍັງໄດ້ກ່າວແຈ້ງຕໍ່ສື່ມວນຊົນເຖິງຜົນສໍາເລັດອັນຍີ່ງໃຫ່ຍຂອງບໍລິສັດ ເຊີ່ງກໍ່ຄືການຊື້ ແລະ ເປັນເຈົ້າຂອງຕືກອາຄານເອເອັນແຊັດ ເຊີ່ງຫາກໍ່ສໍາເລັດການເຊັນສັນຍາຊື້-ຂາຍກັນມາ. ນັບເປັນອີກບາດກ້າວທີ່ສະແດງໃຫ້ເຫັນທີ່ການເຕີບໃຫ່ຍ ແລະ ໝັ່ນຄົງຂອງບໍລິສັດ ແລະ ພ້ອມທີ່ຈະໃຫ້ບໍລິການແກ່ສັງຄົມລາວຢ່າງບໍ່ຢຸດຢັ້ງ.

 

 

 

Comments