ກະຊວງການຕ່າງປະເທດ ຖະແຫຼງຂ່າວກ່ຽວກັບການແຜ່ລະບາດຂອງ ພະຍາດອັກເສບປອດ “ໂຄໂຣນາ”

ທີ່ກະຊວງການຕ່າງປະເທດ ໃນມື້ວານນີ້ ວັນທີ 28 ມັງກອນ 2020 ທ່ານ ທອງສະຫວັນ ພົມວິຫານ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນກ່ຽວກັບບັນຫາການລະບາດພະຍາດອັກເສບປອດ ຈາກເຊື້ອຈຸລະໂຣກສາຍພັນໃໝ່

ກະຊວງການຕ່າງປະເທດແຫ່ງ ສປປ ລາວ ແລະ ບັນດາສໍານັກງານຜູ້ຕາງໜ້າ ແຫ່ງສປປ ລາວ ປະຈໍາຢູ່ຕ່າງປະເທດ ໄດ້ຕິດຕາມສະພາບການລະບາດພະຍາດອັກເສບປອດ ຈາກເຊື້ອຈຸລະໂລກສາຍພັນໃໝ່ຢູ່ຕ່າງປະເທດ ຢ່າງໃກ້ຊິດ ແລະ ໄດ້ປະສານງານກັບບັນດາພາກສ່ວນກ່ຽວຂ້ອງຂອງປະເທດທີ່ມີການ ລະບາດພະຍາດດັ່ງກ່າວ ເພື່ອອໍານວຍຄວາມສະດວກ ແລະ ຊ່ວຍເຫຼືອພົນລະເມືອງລາວ, ນັກທ່ອງທ່ຽວ, ນັກທຸລະກິດ ແລະ ນັກສຶກສາລາວທີ່ກໍາລັງດໍາລົງຊີວິດ ແລະ ສຶກສາຮໍ່າຮຽນຢູ່ບັນດາປະເທດທີ່ມີການລະບາດພະຍາດດັ່ງກ່າວ, ພ້ອມທັງໄດ້ມີການລາຍງານກ່ຽວກັບສະພາບການດັ່ງກ່າວຢ່າງເປັນປະຈໍາ. ພ້ອມນີ້, ກະຊວງການຕ່າງປະເທດ ຍັງໄດ້ເປັນເຈົ້າການປະສານງານ ແລະ ແລກປ່ຽນຂໍ້ມູນຂ່າວສານກັບບັນດາປະເທດຕ່າງໆໃນພາກພື້ນ ກໍ່ຄື ສາກົນ, ລວມທັງ ອົງການອະນາໂມໂລກ ຢ່າງໃກ້ຊິດ ເພື່ອຕິດຕາມທ່າອ່ຽງຂອງການລະບາດ ພະຍາດດັ່ງກ່າວ ແລະ ເພື່ອຍາດແຍ່ງການຊ່ວຍເຫຼືອ, ໂດຍສະເພາະ ການສົ່ງຄະນະຜູ້ຊ່ຽວຊານດ້ານການແພດ ພ້ອມດ້ວຍອຸປະກອນເຄື່ອງມື, ຢາ, ແລະ ວັກຊິນປ້ອງກັນໃນກໍລະນີທີ່ມີການລະບາດໃຫຍ່. ນອກນີ້, ກະຊວງການຕ່າງປະເທດ ຂໍແນະນໍາໃຫ້ພົນລະເມືອງລາວຢູ່ຕ່າງປະເທດ ຈົ່ງຕິດຕາມສະພາບການລະບາດພະຍາດດັ່ງກ່າວຢ່າງເປັນປົກກະຕິ ຜ່ານແຫຼ່ງຂໍ້ມູນທາງການຂອງກະຊວງສາທາລະນະສຸກ, ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ອົງການອະນາໄມໂລກ.

ກະຊວງການຕ່າງປະເທດຂໍແຈ້ງເຕືອນໃຫ້ພົນລະເມືອງລາວ ຈົ່ງຫຼີກລ່ຽງການເດີນທາງໄປຍັງບັນດາເຂດທີ່ມີການລະບາດ ພະຍາດດັ່ງກ່າວຢູ່ຕ່າງປະເທດ. ຖ້າພົນລະເມືອງລາວຢູ່ຕ່າງປະເທດ ຕ້ອງການຄວາມຊ່ວຍເຫຼືອ, ໃຫ້ກະລຸນາຕິດຕໍ່ບັນດາສໍານັກງານຜູ້ຕາງໜ້າແຫ່ງ ສປປ ລາວ ປະຈໍາຢູ່ຕ່າງປະເທດ ຫຼື ກະຊວງການຕ່າງປະເທດ ຕາມ website ຫຼື ໝາຍເລກໂທລະສັບຕິດຕໍ່. ສຳລັບພໍ່ແມ່ຍາດພີ່ນ້ອງຂອງພົນລະເມືອງລາວທີ່ມີລູກຫຼານ ຫຼື ພີ່ນ້ອງຂອງຕົນຍັງຄ້າງຢູ່ຕ່າງປະເທດນັ້ນ, ເມື່ອມີຄວາມຫຍຸ້ງຍາກແນວໃດກໍ່ຕາມ ກໍ່ຂໍໃຫ້ປະສານຫາກະຊວງການຕ່າງປະເທດລາວ ເພື່ອຈະໄດ້ປະສານຕໍ່ໄປຍັງສຳນັກງານຂອງເຮົາທີ່ຕ່າງປະເທດ ກໍ່ຄື ປະເທດເຈົ້າພາບ.

ການຕ່າງປະເທດ ໄດ້ຖະແຫຼງຂ່າວພະຍາດອັກເສບປອດ

ທ່ານ ທອງສະຫວັນ ພົມວິຫານ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນກ່ຽວກັບບັນຫາການລະບາດພະຍາດອັກເສບປອດ ຈາກເຊື້ອຈຸລະໂຣກສາຍພັນໃໝ່ 28.1.2020

Posted by ຢາກບອກຂ່າວ on Tuesday, January 28, 2020

Comments