ທົ່ວປະເທດລາວ!!! ມີເຂື່ອນໄຟຟ້າທີ່ດໍາເນີນການຜະລິດແລ້ວ 75 ແຫ່ງ

ກອງປະຊຸມຖອດຖອນບົດຮຽນການຄຸ້ມຄອງ ແລະ ດຳເນີນທຸລະກິດ ບໍລິການກໍ່ສ້າງ ແລະ ຕິດຕັ້ງໄຟຟ້າປະຈຳປີ 2019 ໃນວັນທີ 28 ມັງກອນ 2020 ນີ້, ພ້ອມທັງຊີ້ໃຫ້ເຫັນ ປັດຈຸບັນ ສປປ ລາວ ມີເຂື່ອນໄຟຟ້າທີ່ໄດ້ດຳເນີນການຜະລິດແລ້ວ ທັງໝົດ 75 ໂຄງການໃນທົ່ວປະເທດ, ລວມກຳລັງຕິດຕັ້ງໄຟຟ້າ ທັງໝົດ 9.549,45MW, ລວມກຳລັງການຜະລິດ 50.563,26 GWh/ປີ.

 ໃນຂະນະທີ່ ໂຄງການທີ່ກຳລັງກໍ່ສ້າງມີທັງໝົດ 21 ໂຄງການ, ລວມກຳລັງຕິດຕັ້ງທັງໝົດ 3.243,5 MW; ກຳລັງສຶກສາ (ຂັ້ນ PDA) 38 ໂຄງການ, ລວມກຳລັງຕິດຕັ້ງທັງໝົດ 11.791 MW, ລວມພະລັງງານ ໄຟຟ້າທີ່ຜະລິດໄດ້ GWh/ປີ 60.934 ແລະ ກະກຽມສຶກສາ(ຂັ້ນ MOU) 55 ໂຄງການ, ລວມກຳລັງຕິດຕັ້ງທັງໝົດ 10.806 MW, ລວມພະລັງງານໄຟຟ້າທີ່ຜະລິດໄດ້ 47.625 GWh/ປີ.

ທ່ານ ບົວເທບ ມາໄລຄໍາ ວ່າການຫົວໜ້າກົມຄຸ້ມຄອງພະລັງງານ ກະຊວງພະລັງງານ ແລະ ບໍ່ແຮ່  ຊີ້ໃຫ້ເຫັນສຳລັບເຂື່ອນໄຟຟ້າທີ່ໄດ້ດຳເນີນ ການຜະລິດຂະໜາດຫຼາຍກວ່າ 5 MW ມີ 54 ໂຄງການ, ມີກຳລັງຕິດຕັ້ງ 7.576,3 MW ແລະ ມີກຳລັງການຜະລິດໄຟຟ້າ 37.577,35 GWh/ປີ; ໂຮງຜະລິດໄຟຟ້າຖ່ານຫີນທີ່ໄດ້ດຳເນີນການຜະລິດ ມີ 1 ໂຄງການ, ມີກຳລັງຕິດຕັ້ງໄຟຟ້າ 1.878 MW ແລະ ມີກຳລັງການຜະລິດ 12.582 GWh/ປີ; ໂຮງຜະລິດໄຟຟ້າ ຈາກພະລັງງານທົດແທນອື່ນໆ 1 ໂຄງການ, ມີກຳລັງຕິດຕັ້ງ 20 MW ແລະ ກຳລັງການຜະລິດ 105 GWh/ປີ; ໂຮງຜະລິດໄຟຟ້າ ຈາກແສງຕາເວັນ 2 ໂຄງການ, ມີກຳລັງຕິດຕັ້ງໄຟຟ້າ 20.2 MW, ກຳລັງການຜະລິດ 40.32 GWh/ປີ.

ສ່ວນໂຮງຜະລິດໄຟຟ້າ ທີ່ໄດ້ດຳເນີນການຜະລິດ ທີ່ມີກຳລັງຕິດຕັ້ງຕ່ຳກວ່າ 5 MW ມີ 13 ໂຄງການ, ມີກຳລັງຕິດຕັ້ງໄຟຟ້າ 38.5 MW, ກຳລັງການຜະລິດ 102.12 GWh/ປີ; ໂຮງຜະລິດໄຟຟ້າຈາກພະລັງງານທົດແທນອື່ນໆ ມີ 1 ໂຄງການ, ມີກຳລັງຕິດຕັ້ງໄຟຟ້າ 5 MW, ກຳລັງການຜະລິດ 57.59 GWh/ປີ; ໂຮງຜະລິດໄຟຟ້າຈາກແສງຕາເວັນມີ 3 ໂຄງການ, ມີກຳລັງຕິດຕັ້ງໄຟຟ້າ 11.8 MW ແລະ ມີກຳລັງການຜະລິດ 18.88 GWh/ປີ. ໂອກາດດັ່ງກ່າວ, ທ່ານ ຄຳມະນີ ອິນທິລາດ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ໃຫ້ຮູ້ອີກວ່າ: ຍຸດທະສາດຮອດປີ 2025 ແລະ ຄາດໝາຍສູ້ຊົນ ຈຳ ນວນຄົວເຮືອນໃນທົ່ວປະເທດ ໃຫ້ໄດ້ຊົມໃຊ້ໄຟຟ້າ 98%; ສົ່ງກະແສໄຟຟ້າ ອອກຂາຍໃຫ້ປະ ເທດໄທຫລາຍກ່ວາ 9.000MW; ຫວຽດນາມ 5.000MW; ມຽນມາ 500MW; ມາເລຍເຊຍ 100MW; ກໍາປູເຈຍ 200MW. ຫລ້າສຸດ ໃນເດືອນກັນຍາ 2019 ໄດ້ມີການເຊັນສັນຍາສົ່ງອອກອີກ 500MW ແລະ ຮອດປີ 2030 ແມ່ນ 3.500MW; ສູ້ຊົນສະໜອງໄຟຟ້າຊົມໃຊ້ພາຍໃນໃຫ້ພຽງພໍ ແລະ ຜະລິດໄຟຟ້າເພີ່ມໃຫ້ໄດ້ 3.500 MW; ທັງເປັນສູນການເຊື່ມໂຍງລະບົບສາຍສົ່ງພາຍໃນພາກພື້ນ, ບົນພື້ນຖານຕ່າງຝ່າຍ ຕ່າງໄດ້ຮັບຜົນປະໂຫຍດ ແລະ ສົ່ງເສີມການປະຢັດພະລັງງານໃຫ້ກາຍເປັນຮູບປະທຳ.

ທີ່ມາ: ຂ່າວສານປະເທດລາວ.

Comments