ດ່ານພາສີສາກົນ ຂົວມິດຕະພາບ ເກັບລາຍຮັບບໍ່ໄດ້ຕາມແຜນ

ດ່ານພາສີສາກົນ ຂົວມິດຕະພາບ I ໄດ້ຮັບຕົວເລກໃນການຈັດເກັບລາຍຮັບ 3.302 ຕື້ກວ່າກີບ ຜ່ານການຈັດເກັບລາຍຮັບຕົວຈິງ ປະຕິບັດໄດ້ 2.942 ຕື້ ກວ່າກີບ ຫຼຸດຕົວເລກຄາດໝາຍ 10,91%. ປັດໄຈເກີດຈາກການນຳເຂົ້ານໍ້າມັນເຊື້ອໄຟ, ກຳລັງຊື້ພາຫະນະພາຍໃນຫຼຸດລົງ, ຕະຫຼາດອີ່ມຕົວ, ການນຳເຂົ້າສິນຄ້າເຄື່ອງຂອງບາງໂຄງການເຄື່ອນຍ້າຍ ລວມທັງການຫຼຸດຜ່ອນອັດຕາພາສີເຫຼືອ 0%.

ທ່ານ ບຸນແອງ ພັນທະວົງ ຫົວໜ້າດ່ານພາສີສາກົນຂົວມິດຕະພາບ I ໃຫ້ສຳພາດກັບຂ່າວການເງິນ ວ່າ: ປີ 2019 ດ່ານພາສີສາກົນ ຂົວມິດຕະພາບ I ໄດ້ຮັບຕົວເລກແຜນການ 3.302 ຕື້ກວ່າກີບ, ແຕ່ຖ້າທຽບໃສ່ແຜນການປີ 2018 ຜ່ານມາ ( ຕົວເລກແຜນການ 2.793 ຕື້ກວ່າກີບ ) ເພີ່ມຂຶ້ນ 5,33% ຄິດເປັນເງິນປະມານ 149 ຕື້ກວ່າກີບ, ຜ່ານການຈັດຕັ້ງປະຕິບັດຕົວຈິງໝົດປີ 2019 ສາມາດປະຕິບັດໄດ້ 2.942 ຕື້ກວ່າກີບ ເທົ່າກັບ 89,09% ຂອງແຜນການປີ ເຊິ່ງບໍ່ສາມາດປະຕິບັດລາຍຮັບບັນລຸໄດ້ຕາມລະດັບຄາດໝາຍ.

ສໍາລັບສາເຫດ ແລະ ປັດໄຈເຮັດໃຫ້ການເກັບລາຍຮັບເຂົ້າງົບປະມານແຫ່ງລັດຂອງດ່ານພາສີສາກົນ ຂົວມິດຕະພາບ I ບໍ່ບັນລຸຕາມລະດັບຄາດໝາຍ ເນື່ອງຈາກວ່າຖ້າທຽບໃສ່ຖານລາຍຮັບເປັນຕົວເລກສູງພໍສົມຄວນ ເຊິ່ງກວມເອົາຕົວເລກແຜນການລາຍຮັບຂອງຂະແໜງພາສີທົ່ວປະເທດ 43,92% ແລະ ກວມເອົາລາຍຮັບທົ່ວກອງຄຸ້ມຄອງພາສີ V ເທົ່າກັບ 80,54%, ການນຳເຂົ້າພາຫະນະຫຼຸດລົງ 162 ຄັນ, ນໍ້າມັນເຊື້ອໄຟ ຫຼຸດລົງ 57.988.949 ລິດ

ກໍາລັງຊື້ພາຫະນະຢູ່ພາຍໃນຫຼຸດລົງ ລວມທັງຕະຫຼາດພາຍໃນອີ່ມຕົວ, ອັດຕາແລກປ່ຽນເງິນຕາຕ່າງປະເທດເໜັງຕີງຂຶ້ນສູງ, ສົ່ງຜົນກະທົບຕໍ່ບໍລິສັດນຳເຂົ້າ ບໍ່ສາມາດນຳເຂົ້າສິນຄ້າໄດ້ຕາມແຜນການ, ການນໍາເຂົ້າສິນຄ້າເຄື່ອງຂອງສ່ວນໃຫຍ່ນຳເຂົ້າໃນນາມໂຄງການຂອງລັດ, ການລົງທຶນພາຍໃນ ແລະ ຕ່າງປະເທດ ສ່ວນຫຼາຍໄດ້ຮັບການຍົກເວັ້ນພາສີ – ອາກອນ, ສິນຄ້ານຳເຂົ້າ – ສົ່ງອອກສ່ວນໃຫຍ່ແມ່ນເສຍໃນຂອບຫຼຸດຜ່ອນອັດຕາພາສີ ກວມເອົາປະມານ 80 – 90% ໃນອັດຕາພາສີເຫຼືອ 0%.

ນອກນັ້ນ, ສິນຄ້າຂາອອກແມ່ນນອນໃນສິນຄ້າການສົ່ງເສີມເປັນຜະລິດຕະພັນສຳເລັດຮູບ ແລະ ສົ່ງເສີມການປູກການລ້ຽງແມ່ນຍົກເວັ້ນພາສີຂາອອກ ລວມທັງການນຳເຂົ້າເຄື່ອງໃຊ້ໄຟຟ້າຫຼຸດລົງຈາກປີຜ່ານມາ. ທັງນີ້, ກໍຍ້ອນຜູ້ປະກອບການເຄື່ອນຍ້າຍການນຳເຂົ້າຈາກດ່ານພາສີສາກົນ ຂົວມິດຕະພາບ I ໄປນຳເຂົ້າດ່ານອື່ນໆ.

ທ່ານ ບຸນແອງ ພັນທະວົງ ກ່າວອີກວ່າ: ແນວໃດກໍຕາມ, ເຖິງແມ່ນວ່າການປະຕິບັດລາຍຮັບໃນປີ 2019 ເຊິ່ງບໍ່ສາມາດບັນລຸຕາມແຜນການ ແຕ່ຖ້າທຽບໃສ່ປີຜ່ານມາເຫັນວ່າການເກັບລາຍຮັບມີລັກສະນະເພີ່ມຂຶ້ນ. ພ້ອມດຽວກັນນີ້, ໃນປີ 2020 ຄະນະດ່ານພາສີສາກົນ ຂົວມິດຕະພາບ I ຕ້ອງໄດ້ເພີ່ມທະວີມາດຕະການຫຼາຍຢ່າງ, ເຂັ້ມງວດກວດກາສິນຄ້າເຂົ້າ – ອອກຜ່ານດ່ານ, ນໍາໃຊ້ເຄື່ອງມືທັນສະໄໝເຂົ້າໃນການຈັດເກັບລາຍຮັບໃຫ້ມີ ຄວາມໂປ່ງໃສ ສາມາດກວດສອບໄດ້ ແລະ ອື່ນໆ.

ຂ່າວ: ສົມສະຫວິນ

ຂອບລໃຈທີ່ມາ: ຂ່າວເສດຖະກິດ-ການຄ້າ

Comments