ປີ 2019 ສປປ ລາວ ສົ່ງອອກເຫຍື້ອໄມ້ ແລະ ເສດເຈ້ຍມູນຄ່າ 251 ລ້ານໂດລາສະຫະລັດ

ເຫຍື້ອໄມ້ ແລະ ເສດເຈ້ຍ ແມ່ນໜຶ່ງໃນຜະລິດຕະພັນ ທີ່ມີການສົ່ງອອກຫຼາຍໃນປີ 2019 ຜ່ານມາ ບັນລຸໄດ້ 251 ລ້ານໂດລາສະຫະລັດ ເຊິ່ງເປັນອັບດັບທີ່ 4 ຮອງຈາກ ການສົ່ງອອກໄຟຟ້າ ເຖິງ 1,066 ລ້ານໂດລາສະຫະລັດ (ສະຖິຕິແຕ່ເດືອນ ມັງກອນ ເຖິງຕຸລາ 2019) , ແຮ່ທອງ ປະມານ 550 ລ້ານໂດລາສະຫະລັດ, ທອງແດງມູນຄ່າປະມານ 401 ລ້ານໂດລາສະຫະລັດ. ໃນນີ້, ການສົ່ງອອກ ເຫຍື້ອໄມ້ ແລະ ເສດເຈ້ຍ ແມ່ນເປັນສິນຄ້າປະເພດໜຶ່ງທີ່ມີວັດຖຸດິບຫຼັກແມ່ນໄມ້ວິກ ເຊິ່ງລັດຖະບານ ສົ່ງເສີມ ໃຫ້ມີການຜະລິດ ຫຼື ປູກໄມ້ວິກ ຢ່າງເປັນລະບົບ ໄປພ້ອມກັບວຽກງານປົກປັກຮັກສາສິ່ງແວດລ້ອມ ໂດຍສົ່ງເສີມຊາວກະສິກອນຫັນມາປູກໄມ້ວິກ ສະໜອງໃຫ້ພຽງພໍກັບຄວາມຕ້ອງການຂອງໂຮງງານ ເພື່ອຫຼຸດຜ່ອນການນໍາເຂົ້າວັດຖຸດິບ ທີ່ ສປປ ລາວ ມີທ່າແຮງໃນການຜະລິດ.

       ໃນການຜະລິດ ເຫຍື້ອໄມ້ ແລະ ເສດເຈ້ຍ ແມ່ນມາຈາກສອງແຫຼ່ງວັດຖຸດິບຫຼັກ ກໍຄື: ສໍາລັບເຫຍື້ອໄມ້ ແມ່ນມີແຫຼ່ງວັດຖຸດິບຫຼັກໆມາຈາກຕົ້ນວິກ ສ່ວນເສດເຈ້ຍແມ່ນມາຈາກເຈ້ຍທີ່ນໍາໃຊ້ແລ້ວ ແລະ ຍັງສາມາດນໍາມາຜະລິດຄືນໃໝ່ (Recycle) ທີ່ໄດ້ມາຈາກທັງພາຍໃນ ແລະ ຕ່າງປະເທດ.

ອີງຕາມສະຖິຕິສົ່ງອອກເຫຍື້ອໄມ້ ແລະ ເສດເຈ້ຍ ໃນປີ 2019 ເຫັນວ່າມີມູນຄ່າສູງພໍສົມຄວນ ປະມານ 251 ລ້ານໂດລາສະຫະລັດ ໃນນັ້ນ ສປປ ລາວ ສົ່ງສິນຄ້າດັ່ງກ່າວໄປຍັງ ສປ ຈີນ 250 ລ້ານໂດລາສະຫະລັດ, ໄທ 0.8 ລ້ານໂດລາສະຫະລັດ ແລະ ຫວຽດນາມ 0.2 ລ້ານໂດລາສະຫະລັດ.

ເຖິງແມ່ນວ່າ ສປປ ລາວ ຈະມີມູນຄ່າການສົ່ງອອກເຫຍື້ອໄມ້ ແລະ ເສດໄມ້ ຫຼາຍກໍ່ຕາມ ແຕ່ຍັງມີຈໍານວນໜຶ່ງແມ່ນນໍາເຂົ້າເຫຍື້ອໃມ້ ແລະ ເສດເຈ້ຍ ຈາກຕ່າງປະເທດລວມມູນຄ່າ 24 ລ້ານໂດລາສະຫະລັດ ເຊັ່ນ: ສປ ຈີນ, ສ ອາເມລິກາ, ສ ເກົາຫຼີ, ຮົງກົງ ແລະ ໄທ. ເຊິ່ງມູນຄ່ານໍາເຂົ້າສູງສຸດແມ່ນ ສປ ຈີນ ມີປະມານ 14 ລ້ານໂດລາສະຫະລັດ, ສ ອາເມລິກາ ມີມູນຄ່າປະມານ 9 ລ້ານໂດລາສະຫະລັດ, ສ ເກົາຫຼີ ມີມູນຄ່າປະມານ 77 ພັນໂດລາສະຫະລັດ, ຮົງກົງ ມີມູນຄ່າປະມານ 72 ພັນໂດລາສະຫະລັດ ແລະ ໄທ ມີມູນຄ່າປະມານ 62 ພັນໂດລາສະຫະລັດ.

ປັດຈຸບັນ ສປປ ລາວ ມີໂຮງງານທີ່ຜະລິດເຫຍື້ອໄມ້ ແລະ ເສດເຈ້ຍ ຢູ່ແຂວງສະຫວັນນະເຂດ ທີ່ໃຫຍ່ທີ່ທຽບເທົ່າກັບ ໂຮງງານໃຫຍ່ທີ່ມີຊື່ສຽງຢູ່ ອາເມລິດາໃຕ້ ກໍຄືປະເທດ ບລາຊີນ ມີກໍາລັງການຜະລິດຜະລິດຕະພັນເຈ້ຍຕ່າງໆ 1,2 ລ້ານໂຕນ ຕໍ່ປີ.

ແຫຼ່ງຂໍ້ມູນ:

  • ສູນຂໍ້ມູນຂ່າວສານ, ກົມການນໍາເຂົ້າ ແລະ ສົ່ງອອກ, ກະຊວງ ອຸດສາຫະກໍາ ແລະ ການຄ້າ
  • ບໍລິສັດ ຊັນເປເປີ (Sun Paper Group): https://www.sunpapergroup.com/en/list-11-1.html

ທີ່ມາ: ສູນຂໍ້ມູນຂ່າວສານທາງດ້ານການຄ້າ ຂອງ ສປປ ລາວ / Lao PDR Trade Portal

Comments