ສັກກາຍະພາບໃໝ່ໃນໂຮງໝໍລາວທີ່ 150 ຕຽງ

ເມື່ອເກີດມີພະຍາດຂຶ້ນ ຫຼາຍຄົນກໍ່ຮູ້ສຶກເປັນຫ່ວງປະເທດເຮົາເດເປັນແນວໃດ ມື້ນີ້ເຮົາມາອັບເດດສັກກາຍະພາບໃໝ່ຂອງໂຮງໝໍລາວ ເຖິງວ່າໂດຍລວມເຮົາຍັງຂາດເຂີນ ແຕ່ພວກເຮົາຄົງຫາຍໃຈໂລ່ງຂຶ້ນຖ້າຮູ້ຂໍ້ມູນເວດວົງການແພດຫຼາຍຂຶ້ນ ມື້ນີ້ເລີຍຈະພາມາແນະນຳສິ່ງໃໝ່ໆທີ່ຫຼາຍຄົນອາດບໍ່ທັນຮູ້ຢູ່ໂຮງໝໍມິດຕະພາບ(150 ຕຽງ).

ທ່ານຮູ້ຫຼືບໍໂຮງໝໍ ມິດຕະພາບຫຼັງໃໝ່ ມາດຕະຖານຢູໂຣບ ຊັ້ນ 1 ມີລະບົບ ປອດເຊື້ອມາດຕະຖານສູງ, ໂຮງໝໍແຫ່ງນີ້ເປັນໂຮງໝໍທີ່ ນຳໃຊ້ເຕັກໂນໂລຊີ ແລະ ອຸປະກອນການແພດທີ່ທັນສະໄໝຫຼ້າສຸດ ໃນນະຄອນຫຼວງວຽງຈັນ.

ດຳເນີນການກໍ່ສ້າງ ໂດຍບໍລິສັດວາເມັດ (vamed) ຈາກປະເທດໂອຕຣິດ, ເປັນອາຄານຕຶກ 4 ຊັ້ນ ມີເນື້ອທີ່ທັງໝົດ 21.229 ຕາແມັດ. ໃນນັ້ນ ເນື້ອທີ່ການປຸກສ້າງ 17.660 ຕາແມັດ, ລວມມູນຄ່າການກໍ່ສ້າງ ແລະ ຕິດຕັ້ງເຄື່ອງຈັກ 112.880.000 ເອີໂຣ ໂດຍແມ່ນທຶນກູ້ຢືມດອກເບ້ຍຕໍ່າຈາກລັດຖະບານປະເທດໂອຕຣິດ.

ໂຄງການດັ່ງກ່າວແມ່ນດຳເນີນໃນຮູບແບບບໍລິສັດເປັນຜູ້ຮັບຜິດຊອບທັງໝົດໃນການອອກແບບກໍ່ສ້າງຕິດຕັ້ງລະບົບຕ່າງໆລວມທັງອຸປະກອນການແພດ ແລະ ເຄື່ອງກົນຈັກລະບົບສະໜັບສະໜູນການແພດຄົບຕາມມາດຕະຖານເຝີກອົບຮົມບຸກຄະລາກອນ ແລະ ຊ່ວຍເຫຼືອ ເຝິກການບຳລຸງຮັກສາໃນໄລຍະ 24 ເດືອນ ຫຼັງຈາກການມອບຮັບ.

ອາຄານໂຮງໝໍເປັນໂຮງໝໍທົ່ວໄປ ປະກອບມີຕຶກນອນ ກວດເຂດນອກ ຫ້ອງຜ່າຕັດສູນລວມເສັ້ນເລືອດຫົວໃຈ, ສູນສ່ອງກະເພາະລຳໄສ້, ຜ່າຕັດຜົ້ງທ້ອງຜ່ານທໍ່, ພະແນກສຸກເສີນ ຊຶ່ງມີຕຽງຕິດຕາມອຸປະກອນເຊີດຊູທີ່ທັນສະໄໝຄົບຊຸດ ມີຫ້ອງຜ່າຕັດກຽມຕະຫຼອດເວລາ ແລະ ມີອາຄານຕຶກນອນພິເສດ.

ທີ່ມາ: Lao Education and IT News

ສູນລວມແຫລ່ງຄວາມຮູ້

Comments