News

ສະຖານທູດລາວ ປະຈຳ ສ.ເກົາຫລີ ແຈ້ງເຖິງຄົນລາວທີ່ອາໄສຢູ່ ສ.ເກົາຫລີ ເລື່ອງການແຜ່ລະບາດຂອງເຊື້ອໂລກ COVID-19 ໃນ ສ.ເກົາຫລີ

ຕາມການລາຍງານຂ່າວຂອງສື່ທາງການຂອງ ສ.ເກົາຫລີ ໃຫ້ຮູ້ວ່າ: ການແຜ່ລະບາດຂອງເຊື້ອໂລກ COVID-19 ໃນ ສ.ເກົາຫລີ ໄດ້ເພີ່ມຂຶ້ນຢ່າງວ່ອງໄວໃນອາທິດທີ່ຜ່ານມາ, ລ່າສຸດມີຜູ້ຕິດເຊື້ອ ຈຳນວນ 893 ຄົນ, ເສຍຊີວິດແລ້ວ 8 ຄົນ (ສະຖິຕິວັນທີ 25 ກຸມພາ 2020) ໂດຍສະເພາະໃນນະຄອນແດກູ ແລະ ແຂວງຟອງຊາງເຫນືອ ມີຜູ້ຕິດເຊື້ອຫລາຍທີ່ສຸດ. ສະນັ້ນ, ຈຶ່ງຂໍແຈ້ງເຕືອນຊາວລາວທີ່ດໍາລົງຊີວິດ ຢູ່ ສ.ເກົາຫລີ ທຸກທ່ານໃຫ້ຫລີກລ້ຽງການເດີນທາງໄປຍັງພື້ນທີ່ທີ່ພົບຜູ້ຕິດເຊື້ອຈໍານວນຫຼາຍ, ສໍາລັບຜູ້ທີ່ອາໄສພື້ນທີ່ດັ່ງກ່າວ ຂໍໃຫ້ຫຼີກລ້ຽງການເດີນທາງໄປພື້ນທີ່ສ່ຽງ ຫຼື ມີກິດຈະກຳການຊຸມນຸມຂອງຄົນຈໍານວນຫຼາຍ, ພ້ອມນັ້ນ ກໍໃຫ້ມີສະຕິລະມັດລະວັງ, ເອົາໃຈໃສ່ຮັກສາສຸຂະພາບໃຫ້ແຂງແຮງ, ໝັ້ນລ້າງມືໃຫ້ສະອາດ, ສໍາລັບຜູ້ທີ່ມີອາການໄອ, ຈາມ, ໄຂ່ ຫຼື ມີຄວາມຜິດປົກກະຕິບໍລິເວນທາງເດີນຫາຍໃຈ ຫຼື ສົງໄສວ່າມີການຕິດເຊື້ອດັ່ງກ່າວ ໃຫ້ຮີບໄປພົບແພດເພື່ອຮັບການກວດກາ ຫຼື ຖ້າພົບກໍລະນີເຈັບປ່ວຍສົງໄສ ຂໍໃຫ້ຕິດຕໍ່ກົມຄວບຄຸມໂລກ ສ.ເກົາຫລີ ໝາຍເລກໂທລະສັບ 1339 ຫຼື ສຳນັກງານກວດກາຄົນເຂົ້າອອກເມືອງ ສ.ເກົາຫລີ ເຊິ່ງເປີດບໍລິການໃຫ້ຄໍາປຶກສາ ແລະ ຊ່ວຍເຫຼືອຄົນຕ່າງປະເທດທີ່ອາໄສຢູ່ ສ.ເກົາຫລີ ກໍລະນີກ່ຽວຂ້ອງກັບ COVID-19 ຕະຫຼອດ ...

Read More »

ທຸກການນໍາເຂົ້າ-ສົ່ງອອກ ຍານພາຫະນະ ຕ້ອງແຈ້ງຜ່ານລະບົບພາສີປະຕູດຽວ, ເລີ່ມເດືອນມີນາ 2020 ເປັນຕົ້ນໄປ

ລະບົບແຈ້ງພາສີປະຕູດຽວແຫ່ງຊາດ (Lao National Single Window / LNSW) ພາຍຫຼັງການປິດນຳໃຊ້ຊົ່ວຄາວ ໃນໄລຍະໜຶ່ງ ຊຶ່ງເປັນໄລຍະໃນການປັບປຸງກົນໄກການເຊື່ອມຕໍ່ລະບົບການຊຳລະ ກັບ ລະບົບຂອງທະນາຄານ ແລະ ມາຮອດປັດຈຸບັນໄດ້ສຳເລັດ ແລະ ເລີ່ມເປີດນຳໃຊ້ຄືນແຕ່ວັນທີ 6 ກຸມພາ 2020. ແລະ ນັບແຕ່ວັນທີ 01 ມີນາ 2020 ເປັນຕົ້ນໄປ ທຸກໆການນໍາເຂົ້າ ແລະ ສົ່ງອອກ ສິນຄ້າປະເພດຍານພາຫະນະ ຜ່ານດ່ານພາສີສາກົນຂົວມິດຕະພາບ 1 ຕ້ອງໄດ້ດຳເນີນການແຈ້ງຂໍ້ມູນ ແລະ ເອກະສານ ຜ່ານລະບົບແຈ້ງພາສີປະຕູດຽວແຫ່ງຊາດ ຫຼື LNSW ເທົ່ານັ້ນ. ອີງຕາມ ບົດແນະນໍາຂອງກະຊວງການເງິນ ວ່າດ້ວຍການນໍາໃຊ້ລະບົບແຈ້ງພາສີປະຕູດຽວ ເລກທີ 4217/ກງ ວັນທີ 28 ທັນວາ 2018 ແລະ ຄໍາແນະນໍາເພີ່ມເຕີບຂອງກົມພາສີ ເລກທີ 04145/ກພສ ວັນທີ 23 ພຶດສະພາ 2019. ຈຶ່ງໄດ້ມີແຈ້ງການ ກ່ຽວກັບ ການນໍາໃຊ້ລະບົບແຈ້ງພາສີປະຕູດຽວແຫ່ງຊາດ (Lao National Single ...

Read More »

ນາຍົກ ຊີ້ນຳໃຫ້ຄະນະລັດຖະບານ ເອົາໃຈໃສ່ປະຕິບັດວຽກງານ 8 ຈຸດສຸມ ໃນເດືອນມີນານີ້.

ທ່ານນາຍົກລັດຖະມົນຕີ ໄດ້ຊີ້ນໍາໃຫ້ຄະນະລັດຖະບານ ເອົາໃຈໃສ່ຈັດຕັ້ງປະຕິບັດວຽກງານຈຸດສຸມ ໃນເດືອນມີນາ 2020  ໃນກອງປະຊຸມລັດຖະບານສະໄໝສາມັນ ປະຈໍາເດືອນກຸມພາ 2020 ວັນທີ 19- 20 ກຸມພາ ທີ່ຜ່ານມາ ທີ່ສໍານັກງານນາຍົກລັດຖະມົນຕີ ດັ່ງນີ້: ໃຫ້ສືບຕໍ່ຮັກສາສະຖຽນລະພາບ ທາງດ້ານການເມືອງ ໃຫ້ມີຄວາມສະຫງົບ, ເປັນລະບຽບຮຽບຮ້ອຍ, ສະກັດກັ້ນບັນຫາປະກົດການຫຍໍ້ທໍ້ໃນສັງຄົມ, ພ້ອມທັງ ມີມາດຕະການລະອຽດ ແລະ ເຂັ້ມງວດ ເພື່ອເຮັດໃຫ້ບັນດາປະກົດການຫຍໍ້ທໍ້ຫຼຸດລົງ ເທື່ອລະກ້າວ. ພ້ອມກັນນັ້ນ, ກໍ່ໃຫ້ສືບຕໍ່ເອົາໃຈໃສ່ ຕິດຕາມສະພາບການນໍາໃຊ້ສື່ສັງຄົມອອນລາຍ ແລະ ອື່ນໆ ທີ່ມີການເຄື່ອນໄຫວໂຄສະນາໂຈມຕີ ບິດເບືອນແນວທາງຂອງພັກ-ລັດ; ໃຫ້ຂະແໜງການກ່ຽວຂ້ອງ ເປັນເຈົ້າການໃນການສະກັດກັນ, ຄວບຄຸມ ແລະ ແກ້ໄຂການລະບາດ ຂອງພະຍາດອັກເສບປອດ ຈາກເຊື້ອຈຸລະໂລກສາຍພັນໃໝ່ (COVID-19) ແລະ ພະຍາດອື່ນໆ ທີ່ອາດຈະເກີດຂື້ນໃນຕໍ່ໜ້າ, ພ້ອມທັງ ຕິດຕາມ, ກວດກາ ແລະ ປະເມີນສະພາບຢ່າງໃກ້ຊິດເປັນປະຈໍາ. ພ້ອມກັນນັ້ນ, ກໍ່ໃຫ້ຄົ້ນຄວ້າປະເມີນຜົນກະທົບຕໍ່ການຂະຫຍາຍຕົວຂອງເສດຖະກິດ ແລະ ວາງນະໂຍບາຍ ຫຼື ມາດຕາການທີ່ຈໍາເປັນ ເພື່ອຫຼຸດຜ່ອນຜົນກະທົບ ແລະ ສືບຕໍ່ຊຸກຍູ້ໃຫ້ເສດຖະກິດໃຫ້ຂະຫຍາຍຕົວ; 3. ໃຫ້ຄະນະຮັບຜິດຊອບກະກຽມ ...

Read More »

ປີ 2019 ມີສະມາຊິກພັກຖືກປະຕິບັດວິໄນ 745 ຄົນ

ອີງຕາມການລາຍງານຂອງອົງການກວດກາພັກ-ລັດ, ໃນປີ 2019 ຜ່ານມາ, ມີກຳມະ ການບໍລິຫານຄະນະພັກຂັ້ນຕ່າງໆ ແລະ ສະມາຊິກພັກ ຖືກປະຕິບັດວິໄນ 745 ຄົນ, ຍິງ 104 ຄົນ, ໂດຍໃນນີ້ ຖືກກ່າວເຕືອນຄວາມຜິດ 158 ຄົນ, ປົດຕໍາແໜ່ງພາຍໃນພັກ 38 ຄົນ, ໂຈະຮ່ວມຊີວິດພັກ 137 ຄົນ ແລະ ເອົາອອກຈາກພັກ 412 ຄົນ. ໃນບົດປາໄສຂອງທ່ານ ສີໄນ ມຽງລາວັນ, ຮອງປະທານຄະນະກວດກາສູນກາງພັກ ແລະ ອົງການກວດກາລັດຖະບານ, ແລະ ທັງເປັນຮອງຫົວໜ້າອົງການຕ້ານການສໍ້ລາດບັງ ຫລວງຂັ້ນສູງກາງ ຕໍ່ພິທີສະເຫລີມສະຫລອງວັນສ້າງຕັ້ງອົງການກວດກາພັກ-ລັດ (ວັນທີ 16 ກຸມພາ) ຄົບຮອບ 38 ປີ ຈັດຂຶ້ນຢູ່ນະຄອນຫລວງວຽງຈັນໃນວັນທີ 18 ກຸມພາ 2020 ນີ້, ໄດ້ຍົກໃຫ້ເຫັນວ່າ: ຕະຫຼອດປີ 2019 ຜ່ານມາ, ຍ້ອນຄະນະກວດກາພັກແຕ່ ລະຂັ້ນໄດ້ເອົາໃຈໃສ່ຕິດຕາມ, ກວດກາຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ X ...

Read More »

ບໍລິສັດ K&C Group ໄດ້ຮັບລາງວັນທຸລະກິດຊັ້ນນຳດີເດັ່ນ ປະຈຳປີ 2019

ວັນທີ 14 ກຸມພາ 2020, ຢູ່ທີ່ຫໍປະຊຸມແຫ່ງຊາດ, ນະຄອນຫຼວງວຽງຈັນ. ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ( ສຄອຊ ) ໄດ້ຈັດງານມອບລາງວັນນັກທຸລະກິດຊັ້ນນຳດີເດັ່ນ ປະຈຳປີ 2019, ເຊິ່ງປະກອບມີ 55 ບໍລິສັດພາຍໃນ ສປປ ລາວ ທີ່ໄດ້ຮັບລາງວັນດັ່ງກ່າວ, ໂດຍການເຂົ້າຮ່ວມຂອງທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ, ລັດຖະມົນຕິກະຊວງການເງິນ.  ທ່ານ ສົມຈິດ ອິນທະມິດ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ມີປະທານ ສຄອຊ ພ້ອມດ້ວຍສະມາຊິກ ສຄອຊ ແລະ ພາກທຸລະກິດທັງພາຍໃນ ແລະ ຕ່າງປະເທດເຂົ້າຮ່ວມ.  ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ( ສຄອຊ ) ໄດ້ຄັດເລືອກບໍລິສັດຊັ້ນນໍາດີເດັ່ນ ປະຈໍາປີ 2019 ທີ່ມີເງື່ອນໄຂດ້ານການປະກອບສ່ວນໃນການຂະຫຍາຍຕົວເສດຖະກິດ, ການມີສ່ວນຮ່ວມຂອງຊຸມຊົນ ແລະ ການສ້າງວຽກເຮັດງານທຳ, ທັງນີ້, ກໍເພື່ອຍົກໃຫ້ເຫັນບົດບາດ ແລະ ຄວາມສໍາຄັນຂອງບັນດາບໍລິສັດທີ່ໄດ້ຮັບລາງວັນເພື່ອໃຫ້ເຂົາເຈົ້າສາມາດຕໍ່ຍອດທຸລະກິດ ແລະ ເປັນການສ້າງແຮງບັນດານໃຈໃຫ້ຫົວໜ່ວຍທຸລະກິດອື່ນໆ. ...

Read More »

ສ. ອາເມລິກາ ມອບອຸປະກອນປ້ອງກັນການລະບາດຂອງພະຍາດໂຄໂຣນາ ໃຫ້ແກ່ ສປປ ລາວ

ທ່ານ ປອ ປີເຕີ ເຮມ໋ອນ ເອກອັກຄະລັດຖະທູດສະຫະລັດອາເມລິກາປະຈໍາ ສປປ ລາວ ໄດ້ມອບອຸປະກອນປ້ອງກັນຕົນເອງ ໃຫ້ແກ່ ທ່ານ ຮສ. ດຣ. ພູທອນ ເມືອງປາກ ຮອງລັດຖະມົນຕີ ກະຊວງສາທາລະນະສຸກໃນພິທີມອບຮັບເຊິ່ງໄດ້ ຈັດຂຶ້ນທີ່ ກະຊວງສາທາລະນະສຸກ ນະຄອນຫຼວງວຽງຈັນ ຄັ້ງວັນທີ 7 ກຸມພາ 2020 ທີ່ຜ່ານມາ. ນີ້ແມ່ນການຊ່ວຍເຫຼືອຈາກ ສ. ອາເມລິກາ ຕໍ່ ສປປ ລາວ ໃນການກຽມພ້ອມເພື່ອຮັບມືກັບການລະບາດຂອງເຊື້ອພະຍາດໂຄໂຣນາ ທີ່ອາດຈະເກີດຂຶ້ນໃນ ສປປ ລາວ. ອຸປະກອນເຫຼົ່ານີ້ ແມ່ນໄດ້ຮັບທຶນຊ່ວຍເຫຼືອລ້າຈາກ ສ. ອາເມລິກາ ໂດຍຜ່ານອົງການພັດທະນາສາກົນ ປະເທດສະຫະລັດອາເມລິ ກາ ຫຼື USAID ເຊິ່ງລວມມີ ແວ່ນຕາປ້ອງກັນພະຍາດ ຈຳນວນ 440 ອັນ, ຊຸດຄຸມໃນການຜ່າຕັດ 1500 ຊຸດ, ເຄື່ອງປ້ອງກັນໃບ ໜ້າ 220 ຊຸດ ລວມທັງ ຖົງສຳລັບຂີ້ເຫຍື້ອບໍ່ອະເຊື້ອ, ຜ້າຢາງກັນເປື້ອນ, ໜ້າກາກໃບໜ້າ N95, ກ່ອງສຳລັບຂື້ເຫຍື້ອບໍ່ອະເຊື້ອ, ...

Read More »

ທ່ານນາຍົກ ຕ້ອນຮັບ ລັດຖະມົນຕີ ກະຊວງຕຳຫຼວດ ແຫ່ງ ສສ ຫວຽດນາມ

ວັນທີ 10 ກຸມພາ ທີ່ນະຄອນຫຼວງວຽງຈັນ, ສຳນັກງານນາຍົກລັດຖະມົນຕີ, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ໃຫ້ກຽດຕ້ອນຮັບ ການເຂົ້າຢ້ຽມຂໍ່ານັບ ຂອງ ທ່ານ ສຈ. ປອ. ໂຕ ເລິມ, ລັດຖະມົນຕີກະຊວງຕໍາຫຼວດ ແຫ່ງ ສສ ຫວຽດນາມ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ໃນລະຫວ່າງວັນທີ 10-12 ກຸມພາ 2020. ໃນໂອກາດດັ່ງກ່າວ, ທ່ານ ນາຍົກລັດຖະມົນຕີ ໄດ້ສະແດງຄວາມຍິນດີ ແລະ ຊົມເຊີຍ ຕໍ່ການເດີນທາງມາຢ້ຽມຢາມ ແລະ ເຄື່ອນໄຫວເຮັດວຽກ ຢູ່ ສປປ ລາວ ໃນຄັ້ງນີ້້ ຊຶ່ງເປັນການຕອບສະໜອງຕາມຄຳເຊີນຂອງທ່ານ ພົທ ວິໄລ ຫຼ້າຄຳຟອງ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ, ພ້ອມທັງ ເປັນການຈັດຕັ້ງຜັນຂະຫຍາຍ ຜົນກອງປະຊຸມ ຄັ້ງທີ 42 ຂອງຄະນະກໍາມະການຮ່ວມມືທະວິພາຄີ ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ...

Read More »

ຊົມເຊີຍ!!!! ບໍລິສັດ IHC ມອບຢາ-ອຸປະກອນການແພດ ຕ້ານໂຄໂຣນາ ມູນຄ່າ 1 ແສນໂດລາ ໃຫ້ແກ່ລັດຖະບານລາວ

ເຄື່ອງທີ່ນຳມາມອບ ເພື່ອຊ່ວຍເຫຼືອ ໃນຄັ້ງນີ້ ປະກອບມີ: ເຄື່ອງກວດພະຍາດ ຈຳນວນ 2 ເຄື່ອງ, ນໍ້າຢາກວດເຊື້ອພະຍາດ ຈຳນວນ 2.500 ຫຼອດ, ຊຸດເຄື່ອງນຸ່ງປ້ອງກັນ ຈຳນວນ 1.200 ຊຸດ, ຖົງມື ຈຳນວນ 100.000 ຄູ່, ລວມເປັນມູນຄ່າທັງໝົດ ປະມານ 100.000 ໂດລາສະຫະລັດ. ໃນຕອນເຊົ້າ ຂອງວັນທີ 10 ກຸມພາ 2020 ບໍລິສັດທີ່ປຶກສາ ດ້ານການລົງທຶນ ແລະ ກໍ່ສ້າງເຂື່ອນໄຟຟ້າ ຈຳກັດຜູ້ດຽວ (IHC ) ໄດ້ນຳເອົາຢາ ແລະ ອຸປະກອບການແພດ ສຳລັບການປ້ອງກັນ ແລະ ກວດເຊື້ອພະຍາດ ອັກເສບປອດສາຍພັນໃໝ່ ໂຄໂລນາ (Corona Virus) ມາມອບລັດຖະບານ ແຫ່ງ ສປປ ລາວ, ຊຶ່ງພິທີມອບ-ຮັບ ໄດ້ຈັດຂຶ້ນທີ່ກະຊວງການເງິນ, ໂດຍການກ່າວມອບ ຂອງທ່ານ ປີຊາໄຊ ແກ້ວໄຊຍະຈັກ, ປະທານບໍລິສັດທີ່ປຶກສາ ດ້ານການລົງທຶນ ແລະ ກໍ່ສ້າງເຂື່ອນໄຟຟ້າ ...

Read More »

ປະທານປະເທດ ແຫ່ງ ສປປ ລາວ ສຳເລັດການຢ້ຽມຢາມລັດຖະກິດ ຣາຊະອານາຈັກ ກຳປູເຈຍ

ໂດຍຕອບ​ສະ​ໜອງຕາມ​ການເຊື້ອ​ເຊີນຂອງ ພະບາດ ສົມ​ເດັດ ພະບໍຣົມມະນຽດ ໂນໂຣດົມ ສີຫາໂມນີ, ພະມະຫາ​ກະສັດ ແຫ່ງ ຣາຊະອານາຈັກ ກຳປູເຈຍ, ພະນະທ່ານ ບຸນຍັງ ວໍລະຈິດ, ປະ​ທານ​ປະ​ເທດ ແຫ່ງ ສາ​ທາ​ລະ​ນະ​​ລັດ ​ປະ​ຊາ​ທິ​ປະ​ໄຕ ປະ​ຊາ​ຊົນ​ລາວ, ພ້ອມດ້ວຍຄະນະຜູ້ແທນຂັ້ນສູງຂອງ ສປປ ລາວ ໄດ້ເດີນທາງ​ຢ້ຽມ​ຢາມລັດຖະກິດ ທີ່ ຣາຊະອານາຈັກ ກຳປູເຈຍ, ໃນລະຫວ່າງວັນທີ 9-10 ກຸມພາ 2020. ຄະນະຜູ້ແທນຂັ້ນສູງຂອງ ສປປ ລາວ, ນຳໂດຍ ພະນະທ່ານ ບຸນຍັງ ວໍລະຈິດ, ປະທານປະເທດ ແຫ່ງ ສປປ ລາວ ໄດ້ເດີນທາງເຖິງນະຄອນຫຼວງພະນົມເປັນ, ໃນວັນທີ 9 ກຸມພາ 2020 ແລະ ໄດ້ມີພິທີຕ້ອນຮັບຢ່າງເປັນທາງການ ແລະ ສົມກຽດ ໂດຍ ພະບາດ ສົມເດັດ ພະບໍຣົມມະນຽດ ໂນໂຣດົມ ສີຫາໂມນີ, ພະມະຫາກະສັດ ແຫ່ງ ຣາຊະ ອານາ ຈັກ ...

Read More »

ເອກອັກຄະລັດຖະທູດ ຄົນໃຫມ່ ຂອງ ສ.ອາເມລິກາ ປະຈຳ ລາວ ເລັງໃສ່ໂອກາດໃນ ການເສີມຂະຫຍາຍການຮ່ວມມື

ໃນວັນທີ 7 ເດືອນກຸມພາ ທີ່ຜ່ານມາ, ທ່ານເອກອັກຄະລັດຖະທູດ ຄົນໃຫມ່ ຂອງ ສ. ອາເມລິກາ ປະຈຳ ສປປ ລາວ, ທ່ານ ປີເຕີ ເຮມ໋ອນ ໄດ້ເຂົ້າຍື່ນສານຕາຕັ້ງ ຕໍ່ປະທານປະເທດແຫ່ງ ສປປ ລາວ, ພະນະທ່ານ ບຸນຍັງ ວໍລະຈິດ, ທີ່ຫໍຄໍາ ນະຄອນຫຼວງວຽງຈັນ.  ນີ້ແມ່ນການປະຈຳການຄັ້ງທີສາມ ຂອງທ່ານເອກອັກຄະລັດຖະທູດ ເຮມ໋ອນ ຢູ່ ສປປ ລາວ, ເຊິ່ງກ່ອນໜ້ານີ້ເພິ່ນ ແລະ ຄອບຄົວຂອງເພິ່ນ ເຄີຍໃຊ້ຊີວິດຢູ່ລາວມາກ່ອນ ເປັນເວລາສາມປີຂອງແຕ່ລະໄລຍະ ຄື ໃນປີ 1997 ແລະ ໃນປີ 2008. ການມອບໝາຍໜ້າທີ່ໃໝ່ຂອງ ທ່ານເອກອັກຄະລັດຖະທູດ ເຮມ໋ອນ ກໍຄືໜ້າທີ່ລ່າສຸດທີ່ມີຄວາມໂດດເດັ່ນ ໃນການເສີມຂະຫຍາຍການຮ່ວມມື ລະຫວ່າງ ສະຫະລັດອາເມລິກາ ກັບບັນດາຄູ່ຮ່ວມງານ ແລະ ບັນດາພັນທະມິດໃນຂົງເຂດພາກພື້ນອິນໂດ-ປາຊິຟິກ.  ເພິ່ນເອງໄດ້ກັບຄືນມາປະເທດລາວໃນໄລຍະເວລາທີ່ສຳຄັນ, ເຊັ່ນວ່າ ສະຫະລັດອາເມລິກາ ແລະ ສປປ ລາວ ໄດ້ຂະຫຍາຍສາຍພົວພັນສອງຊາດຢ່າງຈົບງາມ ພາຍໃຕ້ການເປັນຄູ່ຮ່ວມມືແບບກວມລວມ ທີ່ໄດ້ຖືກລົງນາມໂດຍຜູ້ນຳຂອງທັງສອງປະເທດໃນປີ ...

Read More »