ມູນຄ່າການນໍາເຂົ້າ-ສົ່ງອອກຂອງ ສປປ ລາວ ເດືອນ ທັນວາ 2019 ບັນລຸໄດ້ປະມານ 988 ລ້ານໂດລາສະຫະລັດ.

ມູນຄ່າການນໍາເຂົ້າ ແລະ ສົ່ງອອກ ຂອງ ສປປ ລາວ ປະຈໍາເດືອນ ທັນວາ ບັນລຸໄດ້ປະມານ 988 ລ້ານໂດລາສະຫະລັດ. ໃນນັ້ນ, ມູນຄ່າການສົ່ງອອກປະມານ 455 ລ້ານໂດລາສະຫະລັດ ແລະ ການນໍາເຂົ້າ ປະມານ 534 ລ້ານໂດລາສະຫະລັດ ແລະ ຂາດດຸນການຄ້າປະມານ 79 ລ້ານໂດລາສະຫາລັດ. ສິນຄ້າສົ່ງອອກຫຼັກປະກອບມີ: ແຮ່ທອງ, ທອງແດງ ແລະ ເຄື່ອງຂອງທີ່ເຮັດດ້ວຍທອງແດງ, ໝາກກ້ວຍ, ເຫຍື້ອໄມ້ ແລະ ເສດເຈ້ຍ, ເຄື່ອງດື່ມ (ນໍ້າອັດລົມ, ນໍ້າ, ເຄື່ອງດືມຊູຸກໍາລັງ), ຄຳປະສົມ ແລະ ຄຳແທ່ງ, ມັນຕົ້ນ, ເຄື່ອງນຸ່ງຫົ່ມ, ຢາງພາລາ ແລະ ງົວ,ຄວາຍ. ໝວດສິນຄ້ານໍາເຂົ້າຫຼັກປະກອບມີ: ພາຫະນະທາງບົກ ນອກຈາກລົດໄຖນາ ແລະ ລົດຈັກ, ເຄື່ອງໄຟຟ້າ ແລະ ອຸປະກອນໄຟຟ້າ, ນ້ຳມັນກາຊວນ, ອຸປະກອນກົນຈັກ (ນອກຈາກເຄື່ອງກົນຈັກພາຫະນະ), ເຫຼັກ ແລະ ເຄື່ອງທີ່ເຮັດດ້ວຍເຫຼັກ, ເຫຼັກກ້າ, ເຄື່ອງດື່ມ (ນໍ້າ, ນໍ້າອັດລົມ, ຊູກໍາລັງ…), ຊິ້ິ້ນສ່ວນອາໄຫຼ່ລົດ (ລວມທັງຢາງ, ແວ່ນ, ໂສ້…), ເຫຼັກເສັ້ນ ແລະ ເຫຼັກຮູບປະພັນຕ່າງໆ, ພລາສະຕິກ ແລະ ເຄື່ອງໃຊ້ທີ່ເຮັດດ້ວຍພລາສະຕິກ ແລະ ສັດທີ່ມີຊີວິດ.

       ໝວດສິນຄ້າສົ່ງອອກຫຼັກ

ສິນຄ້າສົ່ງອອກຫຼັກ ສະເລ່ຍທັງໝົດແມ່ນເປັນເງິນປະມານ 455 ລ້ານໂດລາສະຫະລັດ ເຊັ່ນ: ແຮ່ທອງ ປະມານ 46 ລ້ານໂດລາສະຫະລັດ, ທອງແດງ ແລະ ເຄື່ອງຂອງທີ່ເຮັດດ້ວຍທອງແດງ ປະມານ 35 ລ້ານໂດລາສະຫະລັດ, ໝາກກ້ວຍປະມານ 23 ລ້ານໂດລາສະຫະລັດ, ເຫຍື້ອໄມ້ ແລະ ເສດເຈ້ຍ ປະມານ 36 ລ້ານໂດລາສະຫະລັດ, ເຄື່ອງດື່ມ (ນໍ້າອັດລົມ, ນໍ້າ, ເຄື່ອງດືມຊູຸກໍາລັງ) ປະມານ 20 ລ້ານໂດລາສະຫະລັດ, ຄຳປະສົມ ແລະ ຄຳແທ່ງ ປະມານ 24 ລ້ານໂດລາສະຫະລັດ, ມັນຕົ້ນ ຫຼາຍກ່ວາ 19 ລ້ານໂດລາສະຫະລັດ , ເຄື່ອງນຸ່ງຫົ່ມ ປະມານ 19 ລ້ານໂດລາສະຫະລັດ, ຢາງພາລາ ປະມານ 35 ລ້ານໂດລາສະຫະລັດ ແລະ ງົວ,ຄວາຍ ປະມານ 27 ລ້ານໂດລາສະຫະລັດ.

       ໝວດສິນຄ້ານໍາເຂົ້າຫຼັກ

ສິນຄ້ານໍາເຂົ້າຫຼັກຮ່ວມສະເລ່ຍທັງໝົດແມ່ນເປັນເງິນປະມານ 534 ລ້ານໂດລາສະຫະລັດ ເຊັ່ນ: ພາຫະນະທາງບົກ ນອກຈາກລົດໄຖນາ ແລະ ລົດຈັກ ປະມານ 35 ລ້ານໂດລາສະຫະລັດ, ເຄື່ອງໄຟຟ້າ ແລະ ອຸປະກອນໄຟຟ້າ ຫຼາຍກ່ວາ 19 ລ້ານໂດລາສະຫະລັດ, ນ້ຳມັນກາຊວນ ປະມານ 47 ລ້ານໂດລາສະຫະລັດ, ອຸປະກອນກົນຈັກ   (ນອກຈາກເຄື່ອງກົນຈັກພາຫະນະ) ປະມານ 50 ລ້ານໂດລາສະຫະລັດ , ເຫຼັກ ແລະ ເຄື່ອງທີ່ເຮັດດ້ວຍເຫຼັກ, ເຫຼັກກ້າ ປະມານ 39 ລ້ານໂດລາສະຫະລັດ, ເຄື່ອງດື່ມ (ນໍ້າ, ນໍ້າອັດລົມ, ຊູກໍາລັງ…) ປະມານ 21 ລ້ານໂດລາສະຫະລັດ, ຊິ້ິ້ນສ່ວນອາໄຫຼ່ລົດ (ລວມທັງຢາງ, ແວ່ນ, ໂສ້…) ປະມານ 13 ລ້ານໂດລາສະຫະລັດ, ເຫຼັກເສັ້ນ ແລະ ເຫຼັກຮູບປະພັນຕ່າງໆ ປະມານ 15 ລ້ານໂດລາສະຫະລັດ, ພລາສະຕິກ ແລະ ເຄື່ອງໃຊ້ທີ່ເຮັດດ້ວຍພລາສະຕິກ ປະມານ 17 ລ້ານໂດລາສະຫະລັດ ແລະ ສັດທີ່ມີຊີວິດ ປະມານ 29 ລ້ານໂດລາສະຫະລັດ.

       5 ປະເທດທີ່ ສປປ ລາວ ສົ່ງອອກຫຼັກ

ບັນດາປະເທດທີ່ ສປປ ລາວ ສົ່ງອອກຫຼັກປະກອບມີ ສປ ຈີນ ປະມານ 175 ລ້ານໂດລາສະຫະລັດ,  ໄທ  ປະມານ 100 ລ້ານໂດລາສະຫະລັດ,​ ສສ ຫວຽນນາມ ປະມານ 115 ລ້ານໂດລາສະຫະລັດ, ອິນເດຍ ປະມານ 10 ລ້ານໂດລາສະຫະລັດ ແລະ ຍີ່ປຸ່ນ ປະມານ 9 ລ້ານໂດລາສະຫະລັດ.

5 ປະເທດທີ່ ສປປ ລາວ ນໍາເຂົ້າຫຼັກ

ບັນດາປະເທດທີ່ ສປປ ລາວ ນໍາເຂົ້າຫຼັກປະກອບມີ  ໄທ ປະມານ 285 ລ້ານໂດລາສະຫະລັດ, ສປ ຈີນ ປະມານ145 ລ້ານໂດລາສະຫະລັດ, ສສ ຫວຽດນາມ ປະມານ 61 ລ້ານໂດລາສະຫະລັດ, ຍີ່ປຸ່ນ ຫຼາຍກ່ວາ 6 ລ້ານໂດລາສະຫະລັດ ແລະ ສ ອາເມລິກາ ມີປະມານ 6 ລ້ານໂດລາສະຫະລັດ.

ມູນຄ່າການນໍາເຂົ້າ ແລະ ສົ່ງອອກ ຂອງ ສປປ ລາວ ປະຈໍາເດືອນ 12 ປີ 2019 ແມ່ນຍັງບໍ່ກວມເອົາມູນຄ່າການສົ່ງອອກໄຟຟ້າ. ສໍາລັບມູນຄ່າການສົ່ງອອກໄຟຟ້າ ພວກເຮົາຈະເອົາລົງພາຍຫຼັງທີ່ໄດ້ເກັບກໍາຕົວເລກສະຖິຕິຄົບຖ້ວນ ແລະ ຊັດເຈນແລ້ວ.

ແຫຼ່ງຂໍ້ມູນ: ກົມການນໍາເຂົ້າ ແລະ ສົ່ງອອກ, ກະຊວງອຸດສາຫະກໍາ ແລະ ການຄ້າ

Comments